ການເວລາບໍ່ສາມາດເຮັດຫຍັງ ຕຸລີ່ ບິດາລັກ ສີອັກຄະພົມ ນັກຮ້ອງ-ພິທີກອນຊື່ດັງ ດຽວນີ້ຂໍບອກວ່າສາວຄົນນີ້ຜ່ານໄປຈັກປີນາງກໍ່ຍັງຄົງຄວາມເປັນຕົວຂອງຕົວເອງ ມີເອກກະລັກໂດດເດັ່ນ ແລະ ບອກເລີຍດຽວນີ້ນາງເຊັກຊີ່ຂຶ້ນເປັນກອງ… ສຳລັບ ຕຸລີ່ ບິດາລັກ ປັດຈຸບັນອາຍຸ 30 ປີ ສາວຄົນເກັ່ງຫຼາກຫຼາຍຄວາມສາມາດຈາກ ນະຄອນຫຼວງພະບາງ ເປັນອີກໜຶ່ງສາວທີ່ເດີນທາງຢູ່ໃນວົງການບັນເທິງມາຫຼາຍປີ ເປັນນັກຮ້ອງທີ່ມີນໍ້າສຽງທີ່ເປັນເອກະລັກ ແຖມມີຄວາມສາມາດຫຼາຍດ້ານ, ເລີ່ມເຂົ້າວົງການບັນເທີງດ້ວຍຄວາມມັກຮັກໃນການຮ້ອງເພງ ແລະ ມີຄວາມສາມາດຂຽນເນື້ອເພງ ໃສ່ທຳນອງເອງ ແລະ ດ້ວຍພອນສະຫວັນ ບວກພອນສະແຫວງ ຈຶ່ງເຮັດໃຫ້ ຕຸລີ່ ອອກອາລະບໍ້າທຳອິດໃນປີ 2008 ເພງຂອງນາງກໍ່ເອີ້ນໄດ້ວ່າມີເພງທີ່ຮິດຕິດຫູແຟນໆຫຼາຍຕໍ່ຫຼາຍເພງ ຮອດປັດຈຸບັນຜົນງານເພງຂອງນາງກໍ່ມີເຖິງ 30 ກວ່າເພງແລ້ວ ແລະ ຮັບຮອງວ່ານາງຈະມີຜົນງານມາຝາກແຟນໆເລື້ອຍໆແນ່ນອນ. ຮູບພາບຈາກ: target magazine , Bidalack Syackhaphom
Read More »News
ດວງປະຈໍາວັນ ພະຫັດ, ວັນທີ 24 ພຶດສະພາ 2018.
• ວັນອາທິດ. ການເງິນ: ລະວັງພົບຄົນອື່ນເອົາປຽບເລື່ອງການເງິນ ວຽກງານ: ວຽກຫຼາຍ ແລະ ມີເກນພົບຄູ່ແຂ່ງ ທ່ານເລີຍຕ້ອງສ້າງຜົນງານເຂົ້າສູ້ ຄວາມຮັກ: ຄົນໂສດ ມີເກນພົບຄົນບໍ່ຈິງໃຈ ດັ່ງນັ້ນກ່ອນຈະຮັກໃຜຄວນພິຈາລະນາໃຫ້ດີໆ ສ່ວນຄົນມີຄູ່ ເໝືອນລີ້ນກັບແຂ້ວຢູ່ໃກ້ກັນເທື່ອໃດຜິດຖຽງກັນເທື່ອນັ້ນ • ວັນຈັນ. ການເງິນ: ຈະມີເລື່ອງດີໆເຂົ້າມາເຊັ່ນ: ມີລາຍໄດ້ຫຼາຍຂຶ້ນ, ມີໂຊກຈາກຜູ້ໃຫຍ່ ວຽກງານ: ອຸປະສັກທີ່ມີຈະຄ່ອຍໆຫາຍໄປ ຮູ້ສຶກວ່າເຮັດວຽກຢ່າງມີຄວາມສຸກຫຼາຍຂຶ້ນ ຄວາມຮັກ: ຄົນໂສດ ມີເກນວ່າຈະຖືກຕົວະ ຄົນທີ່ເຂົ້າມາລົມເຂົາຫວັງສິ່ງອື່ນຫຼາຍກວ່າຄວາມຮັກ ສ່ວນຄົນມີຄູ່ ແຟນປ່ຽນໄປ ຈົນທ່ານສົງໄສວ່າເຂົາຈະມີຄົນອື່ນແຕ່ກໍຈັບບໍ່ໄດ້ຈັກເທື່ອ • ວັນອັງຄານ. ການເງິນ: ບໍ່ຄ່ອຍດີ ມີເກນເສຍເງິນຍ້ອນເລື່ອງບໍ່ເປັນເລື່ອງ ວຽກງານ: ມີພາລະວຽກຫຼາຍຂຶ້ນ ແລະ ເຈົ້ານາຍຍັງມອບວຽກໃຫ້ຫຼາຍເປັນພິເສດ ຄວາມຮັກ: ຄົນໂສດ ມີເກນພົບຮັກສາມເສົ້າ ເພາະໄປເປັນກິກກັບຄົນມີເຈົ້າຂອງແລ້ວ ສ່ວນຄົນມີຄູ່ ແມ່ນວ່າຈະຮັກແຟນ ແຕ່ກໍແອບຫວັ່ນໄຫວໄປກັບຄົນອື່ນ • ວັນພຸດ. ການເງິນ: …
Read More »ໄດ້ແລ້ວ! ງາມມີຄວາມເໝາະສົມ Miss USA 2018.
ຜ່ານພົ້ນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດ Miss USA 2018 ແລະ ກໍ່ຄົງຈະໄດ້ຮູ້ກັນແດ່ແລ້ວວ່າສາວງາມຄົນທີ່ຄວ້າມົງກຸດໃນປີນີ້ກໍ່ຄື ຊ່າຣ່າ ໂຣດ ຊໍາເມີ (Sarah Rose Summers) ສາວງາມຈາກ ລັດເນບຣາດກຣາ ( Nebraska ) ອາຍຸ 23 ປີ ເອົາຊະນະສາວງາມທີ່ເຂົ້າປະກວດເຖິງ 50 ສາວງາມກັນເລີຍ!!! ໃນຄໍ່າຄືນຂອງການປະກວດນອກຈາກຄວາມງາມ ບຸກຂະລິກໂດດເດັ່ນ ຊ່າຣ່າ ໂຣດ ຊໍາເມີ ກໍ່ໄດ້ເອົາຊະນະໃຈກຳມະການດ້ວຍການຕອບຄໍາຖາມຢ່າງສະຫຼາດວ່ອງໄວ ເຊິ່ງຄຳຖາມຂອງ ຊ່າຣ່າ ກໍ່ຄື:ຖ້າເຈົ້າໄດ້ໄປເດີນຂະບວນປະທ້ວງສິ່ງໃດສິ່ງໜຶ່ງ ແລ້ວມີຄົນຍື່ນປ້າຍສີຂາວໃຫ້ ເຈົ້າຈະຂຽນຫຍັງ?ແລະນາງກໍ່ໄດ້ຕອບຄຳຖາມໃນເທື່ອນີ້ວ່າ “ຂ້ອຍຈະຂຽນວ່າ ຈົ່ງສະແດງສຽງຂອງເຈົ້າ ຈົ່ງອອກໄປເວົ້າກັບຜູ້ຄົນ ເມື່ອໃດກໍ່ຕາມທີ່ຜູ້ຄົນຕັ້ງຄຳຖາມ ຈົ່ງໄປໂອ້ລົມກັບພວກເຂົາ ແລະ ຮັບຟັງຄວາມຄິດເຫັນຂອງພວກເຂົາໃນເວລາດຽວກັນ ພວດເຮົາທຸກຄົນຄວນເປີດກວ້າງ ແລະ ຮັບຟັງຄວາມເຫັນຂອງກັນແລະກັນ ນີ້ຄືຄວາມສຳຄັນທີ່ຄວນເກີດຂຶ້ນໃນສັງຄົມ ອາເມລິກາ ໃນເວລານີ້” ຮູບພາບຈາກ Instagram sarahr_summers, Miss …
Read More »ເປັນກຳລັງໃຈໃຫ້ແມ່ຮ້າງທຸກໆຄົນ ບໍ່ມີໃຜຫຼຸດຄຸນຄ່າຂອງເຈົ້າໄດ້!!!
ເຈົ້າເຫັນຫຍັງແດ່ຈາກການອະພິເສກສົມຣົດຂອງ ເຈົ້າຊາຍ ແຮ່ລີ່ ແລະ ເມແກຣນ? ເມແກຣນ – ເມແກຣນ ອາຍຸ 37 ປີ ນາງມີອາຍຸຫຼາຍກວ່າເຈົ້າຊາຍ – ເມແກຣນ ເຄີຍຜ່ານການຢ່າຮ້າງມາກ່ອນ – ເມແກຣນ ບໍ່ໄດ້ມີເຊື້ອສາຍຣາດຊະວົງ ຫຼື ເປັນຄົນຊັ້ນສູງແຕ່ຢ່າງໃດ – ເມແກຣນ ບໍ່ແມ່ນແມ່ຍິງທີ່ບໍລິສຸດ – ເຄີຍເປັນນັກສະແດງ ແລະ ຈູບກັບຜູ້ຊາຍມາແລ້ວຫຼາຍຄົນ – ບໍ່ແມ່ນແມ່ຍິງທີ່ເຮັດອາຫານຕອນ 2 ໂມງກາງຄືນ – ບໍ່ແມ່ນພັນລະຍາທີ່ສົມບູນແບບ – ບາດຫຼວງບໍ່ໄດ້ບອກໃຫ້ ເມແກຣນ ຍິນຍອມ ຫຼື ເອີ້ນເຈົ້າຊາຍວ່າ ກະສັດ ນາຍທ່ານ ຫຼື ພະເຈົ້າ – ພໍ່ສາມີຍ່າງຈູງນາງຕາມທາງຍ່າງໃນໂບດ ແບບທຳມະດາ – ເມແກຣນ ບໍ່ມີຫຍັງຄູ່ຄວນທີ່ຈະເປັນເຈົ້າສາວໃນ ຣາດຊະວົງ…ແຕ່ລາວສົມຣົດກັບເຈົ້າຊາຍໃນຖານະຄູ່ຊີວິດທີ່ເທົ່າທຽມກັນ ບໍ່ແມ່ນໃນຖານະທາດທີ່ອ່ອນນ້ອມ ຫຼື ພັນລະຍາທີ່ດ້ອຍກວ່າ …
Read More »ນຸ້ຍ ສຸພາພອນ ມາລຸກນີ້ກິນຂາດ…ໃຈລະລາຍແລ້ວວວ
ໃຜທີ່ເປັນແຟນຄລັບຂອງ ນຸ້ຍ ສຸພາພອນ ສົມວິຈິດ ມິສຢູນິເວຣີດລາວ 2017 ກໍ່ຄົງຈະໄດ້ຕິດຕາມນາງກັນແບບເລື້ອຍໆ ຫຼັງຈາກທີ່ສາວຄົນນີ້ໄດ້ໄປປະກວດໃນເວທີ ນາງງາມຈັກກະວານ ປະຈຳປີ 2017 ຢູ່ທີ່ USA ຈົນສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກ ປະເທດລາວ ເພາະໃນປີທີ່ນາງປະກວດເປັນປີທຳອິດທີ່ມີຕົວແທນສາວງາມຈາກລາວເຮົາໄປປະກວດໃນເວທີດັ່ງກ່າວ, ປັດຈຸບັນນາງກໍ່ບໍ່ໄດ້ຫາຍໜ້າໄປໃສ ຍັງເດີນໜ້າໂຊໂຕຕາມອີເວັ້ນຕ່າງໆ ແລະ ຖ່າຍແບບ ເດີນແບບມີຜົນງານໃຫ້ແຟນໆໄດ້ຕິດຕາມກັນແບບເລື້ອຍໆ ນີ້ຖືເປັນລຸກໃໝ່ຂອງ ນຸ້ຍ ສຸພາພອນ ຂໍບອກເລີຍເດີ້ວ່າບໍ່ວ່ານາງຈະແຕ່ງລຸກໃດ ແບບໃດນາງກໍ່ກິນຂາດ ໂດຍສະເພາະລຸກນີ້ທີ່ເບິ່ງແລ້ວໜ້າຮັກສົດໃສ ເປັນແບບທີ່ແຟນໆຫຼາຍຄົນຍັງບໍ່ເຄີຍເຫັນນາງໃນລຸກນີ້ມາກ່ອນ…ໂອ້ຍ!!! ໃຈລະລາຍແລ້ວວວ!!! ຮູບພາບ: Nui Souphaphone
Read More »