• ວັນອາທິດ ການເງິນ: ເມື່ອມີເລື່ອງຕ້ອງຈ່າຍອອກໄປ ກໍສາມາດຊອກເຂົ້າມາໄດ້ທຸກເທື່ອ ຫຼືຈະມີຜູ້ໃຫຍ່ຊ່ວຍເຫຼືອອຸປະຖໍາດ້ານການເງິນແກ່ເຈົ້າຂອງຊະຕາ ວຽກງານ: ລະມັດລະວັງກ່ຽວກັບການລົງທຶນໃນໄລຍະນີ້ ຄວນມີທີ່ປຶກສາທີ່ດີ ຫຼືຢ່າຟ້າວຮີບຮ້ອນໃນການລົງທຶນ ຄວນສຶກສາໃຫ້ດີກ່ອນ ຄວາມຮັກ: ຍັງບໍ່ລົງຕົວທາງດ້ານຄວາມສໍາພັນ ທາງດ້ານຄວາມຮັກ ເພາະຈະມີຄວາມຂັດແຍ່ງຈາກພາວະຮັກຊ້ອນ ຫຼືຄວາມຮັກທີ່ບໍ່ເປີດເຜີຍ • ວັນຈັນ ການເງິນ: ມີເລື່ອງຕ້ອງຈ່າຍຢ່າງເລັ່ງດ່ວນແບບບໍ່ຄາດຄິດໃນໄລຍະນີ້ ຫຼືເສຍເງິນໄປກັບການສ້ອມແປງເຄື່ອງມື ອຸປະກອນທີ່ເພ ຫຼືຕ້ອງຊື້ໃໝ່ ວຽກງານ: ອິດເມື່ອຍກ່ຽວກັບເລື່ອງຂອງວຽກ ແລະລະວັງຈະມີການຂັດແຍ່ງກັບບໍລິວານ, ຜູ້ຮ່ວມງານ ຫຼືຫຸ້ນສ່ວນ ຄວາມຮັກ: ໂດຍລວມແລ້ວຍັງມີຄວາມສຸກດີ ແຕ່ກໍມີເລື່ອງກວນໃຈຢູ່ແນ່ ຫຼືມີໂອກາດພົບຄົນທີ່ຖືກໃຈ ເປັນຄົນມີສະເໜ່ ອາລົມດີ • ວັນອັງຄານ ການເງິນ: ມີໂຊກ ແລະມີຄວາມສໍາເລັດກ່ຽວກັບເລື່ອງການເງິນທີ່ເຮັດໃຫ້ເຈົ້າຊະຕາມີຄວາມສຸກຂຶ້ນມາໄດ້ແນ່ ວຽກງານ: ລະມັດລະວັງເລື່ອງຂອງການເຮັດວຽກໃຫ້ດີ ໃນໄລຍະນີ້ຕ້ອງສຸຂຸມຮອບຄອບໃນການເຮັດວຽກ ຫຼືກ່ອນຈະຕັດສະນໃຈຫຍັງລົງໄປ ຄວາມຮັກ: ມີໂອກາດສົມຫວັງໃນເລື່ອງຂອງຄວາມຮັກ ແລະຄວາມສຸກ ພົບຄົນທີ່ຖືກໃຈລົມກັນໄດ້ທຸກເລື່ອງ • ວັນພຸດ ການເງິນ: …
Read More »News
ມາຮູ້ຈັກ! ສາວນ້ອຍຈາກພາກໃຕ້ ຜູ້ຄວ້າໄຊຊະນະໃນການສອບເສັງນັກຮຽນເກັ່ງລະດັບຊາດ!
ມາຮູ້ຈັກກັບນັກຮຽນເກັ່ງ ນ້ອງ ວັນວິໄລ ເພັດສະໄພວັນ ອາຍຸ 19 ປີ ຈາກ ແຂວງ ຈຳປາສັກ, ນັກຮຽນເກັ່ງຊັ້ນ ມໍ 7 ມສ. ໂພນໄຊ ຊຶ່ງເປັນຕົວແທນໃຫ້ແກ່ນັກຮຽນເກັ່ງຂອງແຂວງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດໃນ ສາຂາວິຊາພາສາລາວ-ວັນນະຄະດີ ໃນວັນທີ 24-27 ເມສາ 2018 ທີ່ຜ່ານມາ ຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ສາມາດຍາດໄດ້ອັນດັບທີ 1 ໄດ້ຮັບເງິນລາງວັນ 10 ລ້ານກີບ. ນອກຈາກນັ້ນນ້ອງ ວັນວິໄລ ຍັງໄດ້ກ່າວວ່າເຖິງແຮງບັນດານໃຈ ແລະ ເຄັດລັບການຮຽນວ່າ: ກ່ອນຈະມາເປັນນັກຮຽນເກັ່ງໄດ້ຍ້ອນນ້ອງເອງມີຈິດໃຈມັກຮຽນວິຊາ ພາສາລາວ-ວັນນະຄະດີ ເປັນພິເສດ ມາແຕ່ໄລຍະຮຽນຢູ່ຊັ້ນປະຖົມ ເຊິ່ງມີແຮງຈູງໃຈຈາກຮຸ່ນເອື້ອຍຄົນໜຶ່ງ ໂດຍເຫັນເພິ່ນໄປຮ່ວມເສັງນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບ 3 ກໍ່ເກີດມີແນວຄິດ, ມີຄວາມຫວັງຢາກເຮັດໄດ້ຄືເພິ່ນ ຈຶ່ງຖືເອົາເພິ່ນເປັນແບບຢ່າງ, ເລີ່ມແຕ່ນັ້ນມາກໍ່ພະຍາຍາມຄົ້ນຄ້ວາຮໍ່າຮຽນໃຫ້ດີທີ່ສຸດ. ສໍາລັບວິທີການຄົ້ນຄ້ວາຮໍໍ່າຮຽນກໍ່ຄ້າຍໆຄືກັບໝູ່ເພື່ອນຄື: ເວລາຮຽນໃນຫ້ອງກໍ່ຕັ້ງໃຈຟັງຄໍາຄູອະທິບາຍ, …
Read More »ດວງປະຈໍາວັນ ສຸກ, ວັນທີ 25 ພຶດສະພາ 2018
• ວັນອາທິດ. ການເງິນ: ຈະມີໂອກາດການເງິນທີ່ດີເຂົ້າມາ ຈຶ່ງເຮັດໃຫ້ມີເງິນທ້ອນ ວຽກງານ: ມີດວງຈະໄດ້ຍ້າຍໜ້າທີ່ ຫຼື ສະຖານທີ່ເຮັດວຽກ ຄວາມຮັກ: ຄົນໂສດ ລະວັງຜິດຖຽງກັບຄົນທີ່ທ່ານມັກ ຈຶ່ງເຮັດໃຫ້ຄວາມສໍາພັນຫ່າງໄກອອກໄປ ສ່ວນຄົນມີຄູ່ ມີດວງຜິດຖຽງກັບຄົນຮັກເພາະຄວາມຫຶງຫວງ ບໍ່ເຊື່ອໃຈກັນ • ວັນຈັນ. ການເງິນ: ການທວງໜີ້ ຫຼື ເຈລະຈາດ້ານການເງິນ ຈະບໍ່ຄ່ອຍປະສົບຄວາມສໍາເລັດ ວຽກງານ: ວຽກຫຼາຍ ເພາະຕ້ອງເຮັດໂປຼເຈັກໃໝ່ໆ ໂດຍທີ່ຫາຄົນຊ່ວຍເຫຼືອຍາກ ຄວາມຮັກ: ຄົນໂສດ ຍັງບໍ່ມີວີ່ແວວຂອງເລື່ອງຄວາມຮັກເລີຍ ສ່ວນຄົນມີຄູ່ ມີດວງຜິດຫວັງ ຫຼື ເລີກກັບແຟນສູງ ແບບບໍ່ທັນຕັ້ງຕົວ • ວັນອັງຄານ. ການເງິນ: ດີເປັນພິເສດ ຈະໄດ້ໂຊກ ຫຼື ເງິນຈາກຄົນທີ່ບໍ່ເຄີຍຄິດມາກ່ອນ ວຽກງານ: ຈະຮັບໂອກາດດີໆດ້ານວຽກງານ ຫຼື ໄດ້ຄວາມຄິດເລີ່ມຢາກເຮັດທຸລະກິດໃໝ່ໆ ຄວາມຮັກ: ຄົນໂສດ ຈະພົບຮັກກັບຄົນຕ່າງໄວ ກາຍເປັນຄວາມຮັກທີ່ຫວານຊຶ້ງ …
Read More »ນາງງາມ ສາຍຮາ ຕ້ອງຄົນນີ້ເລີຍ ສຸດາ ວັນທອງທິບ
ເບິ່ງແຕ່ບຸກຂະລິກພາຍນອກເຫັນ ສຸດາ ວັນທອງທິບ ເປັນສາວຮຽບຮ້ອຍ ໜ້າຕາຫວານໆ ໃຜລະຈະຄິດວ່ານາງຈະມີຄວາມໜ້າຮັກ ຂີ້ດື້ ແຖມຕະຫຼົກເຮຮາ ຈີກອອກຈາກຄາເລັກເຕີ້ເກົ່າໆຂອງນາງໄປເລີຍ, ຊ່ວງຫຼັງໆມານີ້ ສຸດາ ນາງກໍ່ປ່ອຍຄລິບ ເຮຮາ ໜ້າຮັກໆມາໃຫ້ແຟນໆໄດ້ອົມຍິ້ມກັນເລື້ອຍໆ… ລະຫວ່າງພັກກອງ ພວກເຮົາກະເລີຍຫໍ່ມົກຄາຍຄຽດ5555#ระหว่างพักกองเราก็ห่อมกกัน???#คายเคียดเตีมพลัง???? โพสต์โดย Souda Vanthongthip เมื่อ 10 พฤษภาคม 2018 โพสต์โดย Souda Vanthongthip เมื่อ 23 พฤษภาคม 2018 โพสต์โดย Souda Vanthongthip เมื่อ 23 พฤษภาคม 2018 ນີ້ເປັນພຽງແຕ່ຄລິບບາງສ່ວນທີ່ ຊະນີIndy ເອົາມາຝາກແຟນໆ ສ່ວນໃຜຢາກເບິ່ງແບບເຕັມໆກໍ່ສາມາດເຂົ້າໄປເບິ່ງທີ່ ເຟສບຸກ Souda Vanthongthip ກັນໄດ້ ຮັບຮອງໜ້າຮັກ ແຖມຮາອີກເດີ້ແຟນໆ ໃຜຈະຢາກເຊື່ອເຫັນ ສາວ ສຸດາ ໜ້າຫວານ …
Read More »ໄປທ່ຽວນຳກັນບໍ່? ແບກໃຈໄປຖິ້ມໄວ້ ວັງວຽງ…3 ມື້ 2 ຄືນ (ເດີນທາງຕອນແລງວັນສຸກ ກັບຕອນແລງວັນອາທິດ)
Hello ໝູ່ເພື່ອນຊ່ວງນີ້ເຫັນຫຼາຍຄົນຈົ່ມວ່າ ເຊັງ ຄຽດຈາກວຽກ-ການຮຽນ ແຟນຖິ້ມ ອົກຫັກ ໝູ່ບໍ່ຫຼິ້ນນໍາ (ເອົ້າໆໆ! ງານດຣ່າມ່າກໍ່ມາ 555) ຢ່າເດີ້!!! ເຂດນີ້ເປັນເຂດງົດເລື່ອງດຣ່າມ່າ ເພາະເປັນເຂດທີ່ມີແຕ່ຄວາມສະບາຍ ງົດເລື່ອງວຽກ-ເລື່ອງຮຽນ ໃຜທີ່ອົກຮັກແຟນບໍ່ຮັກກໍ່ບໍ່ຕ້ອງເສົ້າເພາະ ຂວັນໃຈ ເຮົາຈະພາໄປທ່ຽວທີ່ ເມືອງ ວັງວຽງ ແຂວງ ວຽງຈັນ ເປັນດິນແດນສວຍງາມ ສະຖານທີ່ທ່ອງທ່ຽວຍອດຮິດ ແລະ ສຳຄັນຂອງປະເທດລາວ. ຫຼັງຈາກທີ່ເມື່ອຍຈາກການເຮັດວຽກຫຼືການຮຽນອັນຕຶງຄຽດ ແຕ່ບໍ່ຢາກເດີນທາງໄກ ບໍ່ຢາກໃຊ້ເວລາຫຼາຍມື້ ຢາກທ່ຽວທຳມະຊາດ ແລະ ໂດດນໍ້າໄປພ້ອມໃນເວລາດຽວກັນ ຂວັນໃຈ Travel ເລີຍຂໍເອົາໃຈໝູ່ເພື່ອນທີ່ກຳລັງວາງແຜນທີ່ຈະທ່ຽວ ມີຄວາມຢາກໄປທ່ຽວພັກໃຈ ພັກກາຍແຕ່ມີວັນພັກກໍ່ດັນມີແບບຈຳກັດເຫຼືອເກີນ, ດັ່ງນັ້ນ ແນະນຳເລີຍ ວັງວຽງ ອອກເດີນທາງຕອນແລງວັນສຸກ ກັບມາຕອນແລງວັນອາທິດ ໃຊ້ເວລາເດີນທາງດ້ວຍລົດສ່ວນຕົວປະມານ 2 ຊົ່ວໂມງປາຍກໍຮອດແລ້ວ ແຕ່ຖ້າເປັນລົດໂດຍສານກໍເກີນ 3-4 ຊົ່ວໂມງແນ່ນອນ ແຖມມີກິດຈະກຳຜະຈົນໄພ ແລະ ມີແຫຼ່ງທ່ອງຫຼາຍແຫ່ງໃຫ້ຫຼິ້ນຈົນບາງເທື່ອອາດຈະລືມມື້ກັບພຸ້ນໄດ໋… …
Read More »