Breaking News

News

ສ່ອງ! ຄຣິດຕິນ້າ ລາສະສິມມາ ບໍ່ຮູ້ໄປເຮັດຫຍັງມາ ດຽວນີ້ຂໍບອກວ່າ…

ມາສ່ອງ! ຄຣິດຕິນ້າ ລາສະສິມມາ ອະດີດ ນາງສາວລາວ (Miss Laos 2012) ທີ່ດຽວນີ້ຂໍບອກວ່າ…ງາມ ມີສະເໜ່ຈັບອົກຈັບໃຈ ເບິ່ງມຸມໃດກໍ່ບໍ່ເບື່ອ ຫຼື ເປັນຍ້ອນທີ່ ສາວ ຄຣິດຕິນ້າ ອາດຈະເປັນຍ້ອນໄວອາຍຸທີ່ໃຫ່ຍຂຶ້ນ ປ່ຽນໄປຈາກລຸກເກົ່າໆ ເບິ່ງແລ້ວອໍລ້າຈັບ ແຕ່ກ່ອນທີ່ວ່າງາມແລ້ວ ດຽວນິ້ຍິ່ງງາມຂຶ້ນໄປອີກ ເບິ່ງແລ້ວແພງອີ່ຫລີ ປັດຈຸບັນ ສາວ ຄຣິດຕິນ້າ ນາງກໍ່ຍັງມີວຽກໃນວົງການບັນເທິງເລື້ອຍໆ ທັງຖ່າຍແບບ ເດີນແບບ ສະແດງເອັມວີ ເປັນພີເຊັນເຕີ້ຜະລິດຕະພັນຕ່າງໆ, ໃຜທີ່ມັກ ແລະ ເປັນແຟນຄລັບຂອງສາວຄົນນີ້ກໍ່ຢ່າລືມເປັນກຳລັງໃຈໃຫ້ນາງກັນແດ່ເດີ້ແຟນໆ… ຮູບພາບຈາກ: Christina Lasasimma , pemxaypanya

Read More »

ດວງປະຈໍາວັນ ອັງຄານ, ວັນທີ 29 ພຶດສະພາ 2018.

• ວັນອາທິດ. ການເງິນ: ມີດວງໃຊ້ເງິນຫຼາຍ ເຫັນຫຍັງກໍຢາກຊື້ໄປໝົດ ຈຶ່ງທ້ອນເງິນບໍ່ຄ່ອຍຢູ່ ວຽກງານ: ລະວັງຜິດຖຽງກັບຄົນອ້ອມຂ້າງ ເພາະທ່ານເວົ້າກົງເກີນໄປ ຄວາມຮັກ: ຄົນໂສດ ມີເກນພົບຄົນເຈົ້າຊູ້ປາກຫວານສ່ວນຄົນມີຄູ່ ຄວາມຮັກຫວານຊຶ້ງດີ ບໍ່ມີບັນຫາຫຍັງ • ວັນຈັນ. ການເງິນ: ມີໂອກາດໃຊ້ເງິນເພື່ອການເດີນທາງພັກຜ່ອນ ແຕ່ລະວັງໃຊ້ຈ່າຍຫຼາຍເກີນໄປ ວຽກງານ: ບໍ່ເປັນດັ່ງຫວັງ ວຽກບໍ່ຄືບໜ້າ ເພາະຫາຄົນຊ່ວຍເຫຼືອຍາກ ຄວາມຮັກ: ຄົນໂສດ ມີເກນພົບຮັກກັບຄົນໃກ້ຕົວ ສ່ວນຄົນມີຄູ່ ຄົນອ້ອມຂ້າງພະຍາຍາມເຮັດໃຫ້ທ່ານ ແລະ ແຟນຜິດໃຈກັນ ແຕ່ຍັງດີທີ່ທ່ານ ແລະ ແຟນເຂົ້າໃຈກັນດີຈຶ່ງບໍ່ມີບັນຫາຫຍັງ • ວັນອັງຄານ. ການເງິນ: ຈະມີລາຍໄດ້ເຂົ້າມາ ເຮັດໃຫ້ໃຊ້ຈ່າຍໄດ້ແບບສະບາຍຂຶ້ນ ວຽກງານ: ເບື່ອກັບສະພາບແວດລ້ອມເກົ່າໆ ຈົນຢາກປ່ຽນວຽກໃໝ່ ຄວາມຮັກ: ຄົນໂສດ ຮູ້ທັງຮູ້ແລ້ວວ່າເຂົາມີຄູ່ແລ້ວ ແຕ່ກໍຍັງຍອມກິນນໍ້າໃຕ້ສອກຄົນອື່ນ ສ່ວນຄົນມີຄູ່ ມີແວວວ່າຈະເລີກລາກັນ ເພາະຄົນຂອງທ່ານແອບຈັບປາສອງມື • ວັນພຸດ. …

Read More »

ແມ່ຍິງມືສອງ ຫຼືແມ່ຮ້າງ ຄວາມເຊື່ອເຫຼົ່ານີ້ ເຮັດໃຫ້ແມ່ຍິງຕ້ອງກົ້ມໜ້າອົດທົນ…

ແມ່ຍິງເສຍປຽບສະເໝີໃນສະໜາມແຫ່ງຄວາມຮັກ ເມື່ອລົງສະໜາມແຫ່ງຄວາມຮັກແລ້ວ ແມ່ຍິງເຮົາມັກຈະຕົກເປັນຮອງຜູ້ຊາຍສະເໝີ ດ້ວຍຂອບວັດທະນະທຳ-ປະເພນີ ທີ່ຫ້າມແມ່ຍິງບໍ່ໃຫ້ລົ້ມເຫຼວໃນເລື່ອງຄວາມຮັກ ຫຼືອອກຈາກຄວາມສຳພັນໄດ້ງ່າຍໆ ໂດຍສະເພາະເມື່ອແຕ່ງດອງແລ້ວ ບໍ່ຊັ້ນຈະຖືກສັງຄົມ ຫຼຸດຄຸນຄ່າລົງ ໃຫ້ກາຍເປັນພຽງແມ່ຍິງມືສອງ ຫຼືແມ່ຮ້າງ ຄວາມເຊື່ອເຫຼົ່ານີ້ ຊຸກຍູ້ແມ່ຍິງໃຫ້ຕ້ອງກົ້ມໜ້າອົດທົນ ຢູ່ໃນຄວາມສຳພັນ ຫຼືຄວາມຮັກທີ່ໝົດອາຍຸ ດ້ວຍຄວາມຮັບຜິດຊອບ ໃນຖານະແຟນ ຫຼືວ່າເມຍ ແຕ່ສຳລັບຜູ້ຊາຍ ສັງຄົມບ້ານເຮົາຊ້ຳພັດໃຫ້ໂອກາດ ຫຼິ້ນແສ້ພານສາວ ເລາະຮ້ານນ້ອຍຮ້ານໃຫຍ່ ໄຟຍິບຍັບ ນອກກາຍ ແລະນອກໃຈໄດ້ທຸກເວລາ !! ຢ່າລືມວ່າຄວາມຮັກມີມື້ໝົດອາຍຸ ເຮົາເຕີບໃຫຍ່ຂຶ້ນມາກັບຄຳສັ່ງສອນ ຫຼືມັກໄດ້ຍິນມາສະເໝີວ່າ ຖ້າຮັກກັນ ຕ້ອງຮັກດຽວໃຈດຽວ ຮັກຕະຫຼອດໄປ ແມ່ນແລ້ວ ຄວາມຮັກທີ່ຍືນຍາວ ຄົງທົນຖາວອນ ເປັນສິ່ງທີ່ປະເສີດສູງສົ່ງ ປຽບໄດ້ດັ່ງຄວາມຮັກຈາກຄົນໃນຄອບຄົວ ຈາກພໍ່ແມ່ ອ້າຍເອື້ອຍນ້ອງ ທີ່ບໍ່ວ່າຜ່ານໄປດົນປານໃດ ກໍບໍ່ປ່ຽນແປງ .. ແຕ່ສໍາລັບຄວາມຮັກແບບບ່າວສາວແລ້ວ ບອກເລີຍວ່າ ມັນອ່ອນໄຫວ ແລະບອບບາງຫຼາຍ ມັນເຄື່ອນເໜັງ ປັບປ່ຽນ ໄປຕາມປັດໄຈພາຍໃນ ແລະພາຍນອກ …

Read More »

ຫ້າມຂາຍ! ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ເກີນລາຄາເດັດຂາດ!

ເພື່ອເຮັດໃຫ້ລາຄາອາຫານຈານດ່ຽວປະເພດ  ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ມີລາຄາທີ່ສົມເຫດສົມຜົນ, ຊ່ວຍຫຼຸດຜ່ອນຄ່າຄອງຊີບຂອງປະຊາຊົນໃຫ້ໄດ້ຮັບການແກ້ໄຂທີ່ດີຂຶ້ນເທື່ອລະກ້າວ ແລະ ທັງເປັນການຮອງຮັບປີທ່ອງທ່ຽວລາວ 2018. ດັ່ງນັ້ນທາງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ເລກທີ 1310/ ຫອຄ .ກຄພນ ລົງວັນທີ 25 ພຶດສະພາ 2018 ວ່າດ້ວຍເລື່ອງ: ການທົດລອງ ຈັດຕັ້ງປະຕິບັດລາຄາຊີ້ນໍາ ອາຫານຈານດ່ຽວ ປະເພດ: ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າຢູ່ນະຄອນຫຼວງວຽງຈັນ ຫ້າມຂາຍເກີນຖ້ວຍລະ 15,000 ກີບ.  ແຈ້ງການສະບັບນີ້ແມ່ນມີຜົນສັກສິດ, ຖ້າຫາກພົບເຫັນຜູ້ດຳເນີນທຸລະກິດໃດຂາຍເກີນລາຄາຊີ້ນຳ ແມ່ນໃຫ້ປະຕິບັດມາດຕະການຕາມທີ່ກຳນົດໄວ້ ໃນດຳລັດ 474/ນຍ. ຂໍຂອບໃຈຂໍ້ມູຸນຈາກ: FB/Support Prime Minister Thongloun Sisoulith

Read More »

ກັບມາສ້າງສຽງຮືຮາອີກຄັ້ງ! “King Of Catwalk” ເດີນທາງມາປະເທດລາວອີກແລ້ວພີ່ນ້ອງ!!!

ຂຶ້ນຊື່ວ່າເປັນ “King Of Catwalk” ມີຫວາທີ່ຈະເຮັດໃຫ້ແຟນໆຜິດຫວັງ, ຫຼ້າສຸດ  Sinon Loresca ເນັດໄອດໍ້ຈາກ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວໂດດເດັ່ນ ກໍ່ໄດ້ເດີນທາງມາທີ່ປະເທດລາວເຮົາອີກແລ້ວເປັນຮອບທີ່ 2 ແລະ ກໍ່ເປັນທີ່ຮືຮາຂອງແຟນໆເຊັ່ນເຄີຍ ແຖມຍັງໄດ້ປ່ອຍຄລິບເດີນແບບແນວ Street ຢູ່ທີ່ສວນທາດດຳ ນະຄອນຫຼວງວຽງຈັນ ໃນວັນທີ 26 ພຶດສະພາ ທີ່ຜ່ານມາ ເຮັດໃຫ້ມີແຟນໆທົ່ວໂລກ ລວມເຖິງແຟນໆຊາວລາວເຮົາເຂົ້າໄປກົດໄລ້ ກົດແຊຣກັນແບບລົວໆ… Welcome to the land of MILLION ELEPHANTS ‘’ LAOS ‘’ ??????????????????????????????? โพสต์โดย Sinon Loresca เมื่อ 26 พฤษภาคม 2018   ສຳລັບ Sinon ອາຍຸ 29 ປີ ເປັນເນັດໄອດໍ້ຂອງ ປະເທດ …

Read More »