ເກັບພາບບັນຍາກາດ ຂອງການສະແດງຈົບພາກຮຽນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ເນື່ອງໃນວັນທີ 1 ມິຖຸນາ ຂອງເດັກນ້ອຍຈາກ ໂຮງຮຽນ ອະນຸບານ ນານາຊາດ ປັນຍາທິບ (PIS) ເຊິ່ງງານສະແດງຄັ້ງນີ້ນັບວ່າເປັນການສະແດງທີ່ມີຄວາມໜ້າສົນໃຈ ເພາະເປັນການສະແດງຂອງຫຼານນ້ອຍທີ່ເປັນອະນາຄົດຂອງຊາດ ໄດ້ໂຊທັກສະຄວາມສາມາດຕ່າງໆ ແລະ ໃນປີນີ້ມາໃນຕຣີມການສະແດງບຸນປີໃໝ່ລາວ, ບຸນປີໃໝ່ຈີນ, ບຸນບັ້ງໄຟ , ອອກພັນສາ, ຊ່ວງເຮືອ ແລະ ຍັງມີການສະແດງ ຟ້ອນຈຳປາເມືອງລາວ ເຕັ້ນບັນເລ່ ແລະ ເທຄວັນໂດອີກດ້ວຍ. ຕົບມືຊົມເຊີຍໃຫ້ຫຼານນ້ອຍແດ ເປັນຕາໜ້າຮັກ ໜ້າແພງຫຼາຍໆ (ຮັກເລີຍໆໆໆ) ຂໍຂອບໃຈຮູບພາບຈາກ: PedIndee Samart ,Ketsavanh Panyathip, Panita Panekham
Read More »News
ເບື່ອຊີວິດໃນເມືອງໃຫຍ່! ໄປ Slow life ຢູ່ ທ່າແຂກ ເມືອງແຫ່ງມົນສະເໜ່ກັນບໍ່?
ເບື່ອແລ້ວແມ່ນບໍ່ກັບຊີວິດໃນເມືອງໃຫຍ່ ໂດຍສະເພາະແມ່ນນະຄອນຫລວງ ທີ່ຕ້ອງລຸກແຕ່ເຊົ້າ ຟ້າວຟັ່ງໄປເຮັດວຽກ ໄປໃສກໍຍາກ ຍ້ອນລົດຕິດ ທ້າຍອາທິດຜູ້ຄົນແອອັດ ແລະ ວຸ້ນວາຍຕາມສະຖານທີ່ຕ່າງໆ ສະນັ້ນ ມື້ນີ້ ຈະພາທຸກຄົນມາຮູ້ຈັກກັບ ເມືອງທີ່ກົງກັນຂ້າມກັບສິ່ງທີ່ເວົ້າມາຂ້າງເທິງ ນັ້ນກໍຄືເມືອງທ່າແຂກ ແຂວງຄຳມ່ວນນັ້ນເອງ. ເມືອງທ່າແຂກເປັນເມືອງເອກຂອງແຂວງຄຳມ່ວນ ເຊິ່ງຕັ້ງຢູ່ແຄມແມ່ນ້ຳຂອງ ກົງກັນຂ້າມກັບຈັງຫວັດນະຄອນພະນົມ ປະເທດໄທຫ່າງຈາກນະຄອນຫລວງວຽງຈັນພຽງ 335 ກິໂລແມັດເທົ່ານັ້ນ ໃຊ້ເວລາເດີນທາງ ທາງລົດປະມານ 4-5 ຊົ່ວໂມງກໍ່ຮອດແລ້ວ. ເທື່ອນີ້ເຮົາມີເວລາຂ້ອນຂ້າງຈຳກັດ ຄື 2 ມື້ 1 ຄືນ ເລີຍຈະພາທ່ຽວຊົມສະເພາະຕົວເມືອງເກົ່າສະໄໝຝຮັ່ງປົກຄອງ. ພວກເຮົາເລີ່ມອອກເດີນທາງຈາກນະຄອນຫລວງ ມຸ່ງໜ້າລົງໃຕ້ແຕ່ເຊົ້າ ຖ້າໃຜສະດວກນັ່ງລົດເມໄປກໍງ່າຍດີ ພຽງແຕ່ໄປຂຶ້ນລົດຢູ່ຄິວສາຍໃຕ້ ແລ້ວຫາເຊົ່າລົດຈັກຢູ່ທ່າແຂກ ເພິ່ນກໍມີບໍລິການໃຫ້ເຊົ່າລົດຢູ່ ຫຼືຈະຂັບລົດໃຫຍ່ມາເອງກໍຍິ່ງສະດວກຂຶ້ນໄປອີກ. ເມື່ອກ້າວເຂົ້າເຂດແຂວງຄໍາມ່ວນ ເຮົາຈະພົບເຫັນພູພາສະຫຼັບຊັບຊ້ອນໄກໆ ກ່ອນຈະເຂົ້າສູ່ຕົວເມືອງທ່າແຂກ ເບື້ອງຂວາມືເຮົາຈະຜ່ານຂົວຂ້າມແມ່ນ້ຳຂອງແຫ່ງທີ່ສາມຂອງລາວ ສາມາດແວ່ເຂົ້າເບິ່ງ ແລະທ່ຽວຊົມໄດ້ ພໍອອກຈາກຂົວຂີ່ລົດຕໍ່ມີອີກປະມານ 20 ນາທີ ແຍກໄປທາງຂວາກໍຮອດຕົວເມືອງ ພວກເຮົາເລືອຫາບ່ອນພັກກ່ອນເລີຍ …
Read More »ງາມໆ! ລູກນໍ້າ ທິດາລັດ ຖ່າຍຮູບຍິ້ມຫວານ ເຊັກອິນປະເທດທີ່ຫຼາຍຄົນໄຝ່ຝັນຢາກໄປ…
ງາມໆ! ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ ຖ່າຍຮູບຍິ້ມຫວານ ເຊັກອິນທີ່ ປະເທດ ຝຣັ່ງ ເຊິ່ງເປັນປະເທດທີ່ຫຼາຍຕໍ່ຫຼາຍຄົນໄຝ່ຝັນຢາກໄປ ແລະ ຂໍບອກວ່າຂຶ້ນຊື່ວ່າ ລູກນໍ້າ ທິດາລັດ ແລ້ວບໍ່ມີວ່າຈະເຮັດໃຫ້ແຟນໆຜິດຫວັງ ງາມໆ ເລີດໆທັງນັ້ນ ບໍ່ເຊື່ອລອງມາເບິ່ງກັນ… ແລະ ກ່ອນໜ້ານີ້ ລູກນໍ້າ ທິດາລັດ ວົງສິຣິ ກໍ່ໄດ້ໄປທີ່ ປະເທດ ສະວິດເຊີແລນ ມາແລ້ວ ແຖມນາງຍັງສຸດສະຕຣອງ ນຸ່ງຊຸດໄໝລາວ ທ່າມກາງບັນຍາກາດທີ່ໜາວເຢັນ ເກັບພາບງາມໆ ມາຝາກແຟນໆອີກດ້ວຍ… ຮູບພາບຈາກ: Louknum Vongsili
Read More »ສິ່ງທີ່ບໍ່ຄວນເບິ່ງຂ້າມ ຖ້າຢາກມີຄວາມກ້າວໜ້າໃນຊີວິດ!!!
ຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າໝູ່ເພື່ອນມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ດັ້ງນັ້ນບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນເດີ້ ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອໃຫ້ຮຽນຮູ້ດວຽກໄດ້ຢ່າງມີປະສິດທິພາບ ແບບຫົວໜ້າຂອງເຮົາ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ກໍເປັນໂອກາດທີ່ເຮົາຈະໄດ້ສະແດງສີມື ວ່າສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງເຮົາ ແລະ ຍັງເຮັດໃຫ້ມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງເຮົາກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສາຍພົວພັນທີ່ດີກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ເພາະບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ຊີວິດ ຫຼືໂອກາດທາງວຽກງານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ດັ່ງນັ້ນຄວນຄິດວ່າໂອກາດທີ່ຢູ່ບ່ອນຄົນຫຼາຍ ເປັນໂອກາດດີທີ່ຈະເຮັດໃຫ້ໝັ້ນໃຈ ແບບເຮົາເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວເຮົາເອງ. ເປັນມິດທີ່ດີກັບທຸກຄົນ: ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມກຳລັງເຄັ່ງຕຶງກັບວຽກງານກໍຕາມ …
Read More »ບໍ່ໜ້າເຊື່ອ! ດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ ແລະ ອີກຫຼາຍໆພະຍາດໄດ້!!!
10 ຄຸນປະໂຫຍດຂອງການດື່ມກາເຟ ໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມ ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ B ມີນັກວິໄຈພິສູດວ່າໃນກາເຟດໍາ ຫຼືກາເຟທີ່ເຮົາຊົງກິນໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມສາມາດປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້ ດື່ມກາເຟເປັນປະຈຳສາມາດປ້ອງກັນພະຍາດຫອບຫືດ ເຊິ່ງພະຍາດນີ້ມີສາເຫດມາຈາກກພູມແພ້ຊະນິດໜຶ່ງ ໂດຍທົ່ວໄປແລ້ວຮ່າງກາຍມະນຸດຈະບໍ່ມີອາການຂອງພະຍາດຫອບຫືດໄດ້ງ່າຍໆ ແຕ່ຖ້າຫາກປະສາດສຳລອງຖືກກະຕຸ້ນກໍຈະເກີດອາການຫອບທັນທີ, ດັ່ງນັ້ນເມື່ອທ່ານດື່ມກາເຟເຂົ້າໄປໃນຮ່າງກາຍ ຄາເຟອີນທີ່ມີຢູ່ໃນກາເຟກໍຈະຊ່ວຍລະງັບການຕຶງຄຽດຂອງປະສາດສຳຜັດສຳຮອງ ຫຼຸດອາການເກີດຫອບຫືດໄດ້ເປັນຢ່າງດີ 3. ການດື່ມກາເຟເປັນປະຈຳສາມາດຫຼຸດອາການເກີດພະຍາດຕັບທີ່ເປັນສາເຫດຈາກການດື່ມເຫຼົ້າຫຼາຍ ຕາມທີ່ນັກວິຊາການສຳຫຼວດແລ້ວຈຶ່ງຄົ້ນພົບວ່າ ກາເຟຊ່ວຍຫຼຸດຜົນຮ້າຍທີ່ຈະມີຕໍ່ຕັບໄຕ 4. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນມະເຮັງຕັບ ມະເຮັງລຳໄສ້ ແລະ ມະເຮັງໃນຊ່ອງປາກ ຈາກຜົນການທົດລອງຂອງນັກວິໄຈຈຶ່ງຄົ້ນພົບວ່າໃນກາເຟມີປະສິດທີພາບປ້ອງກັນພະຍາດໃນຂັ້ນຕົ້ນ ໂດຍສະເພາະໃນຄາເຟອີນທີ່ມີຢູ່ໃນກາເຟຈະມີກົດອະຊີຕິກ ທີ່ຊ່ວຍປ້ອງກັນພະຍາດດັ່ງກ່າວໄດ້ 5. ການດື່ມກາເຟເປັນປະຈຳຊ່ວຍຂັບໄລ່ຄວາມຊະລາ ອົກຊີເຊນເປັນສານທີ່ສຳຄັນທີ່ຮ່າງກາຍຂອງມະນຸດຕ້ອງການຫຼາຍກໍແມ່ນຄວາມຈິງ ແຕ່ໃນທາງກົງກັນຂ້າມກັນຖ້າຮ່າງກາຍມີອົກຊີເຊນຫຼາຍເກີນໄປຈະເຮັດໃຫ້ມີໂອກາດເປັນພະຍາດມະເຮັງສູງ ແລະ ເຖົ້າໄວ ແຕ່ຖ້າທ່ານດື່ມກາເຟໃນປະລິມານທີ່ເໝາະສົມຈະເຮັດໃຫ້ຫຼຸດຜ່ອນການເກີດມະເຮັງໄດ້ ແລະ ຍັງກະຕຸ້ນການເຜົາຜານໃນຮ່າງກາຍໄດ້ເປັນຢ່າງດີ 6. ການດື່ມກາເຟເປັນປະຈຳຊ່ວຍຫຼຸດອັດຕາໄຂມັນ ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຍັງສາມາດຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ອີກດ້ວຍ 7. ການດື່ມກາເຟເປັນປະຈຳສາມາດຊ່ວຍລະລາຍໄຂມັນ ກາເຟທີ່ດື່ມຫຼັງອາຫານ ຈະຊ່ວຍໄປກຳຈັດໄຂມັນທີ່ເກາະຕິດໃນຮ່າງກາຍເຮົາໄດ້ …
Read More »