Breaking News

News

ເລີດເດີ້! ມີ່ມີ່ ພູນຊັບ ມາໃນມາດໃໝ່ ມີຄວາມງາມເລີດກວ່າເກົ່າ…ກຣີດໆໆໆ!!!

ມາອັບເດດຄວາມເຄື່ອນໄຫວຂອງ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຫຼັງຈາກທີ່ນາງໄດ້ໄປປະກວດໃນເວທີລະດັບສາກົນ “Miss International  2017” ທີ່ ປະເທດ ຍີ່ປຸ່ນ ແລະ ຍັງສາມາດເອົາ Top8 ໃນເວທີດັ່ງກ່າວ ມາຝາກພໍ່ແມ່ພີ່ນ້ອງຊາວລາວໃນຊ່ວງປີທີ່ຜ່ານມາ ຈົນສ້າງສຽງຮືຮາ ແລະ ປະຫວັດສາດແຫ່ງວົງການນາງງາມລາວມາແລ້ວ, ຫຼ້າສຸດກ້າວເຂົ້າສູ່ ປີ 2018 ແລ້ວ ນາງກໍຍັງມາແຮງກະແສບໍ່ມີຕົກ ເພາະນາງໄດ້ອັບເດດຂ່າວດີໃຫ້ແຟນໆໄດ້ຮູ້ວ່າໃນປີນີ້ນາງໄດ້ເປັນ “Brand Ambassador of Lao Fashion Week 2018” ແລະ ນາງເອງກໍມີຄວາມດີໃຈ ແລະ ຕື້ນຕັນໃຈຫຼາຍໆ… ຂໍບອກເດີ້ວ່າ Mimie New Look ເລີດຮ້າຍໆໆໆ ງາມເວີ້ໆໆໆ ອີ່ຫລີ, ມີຮູບພາບຂອງ ສາວ ມີ່ມີ່ ມາຝາກນຳ ບໍ່ເຊື່ອລອງມາເບິ່ງເອົາເດີ້ແຟນໆ …

Read More »

ຂ່າວດີ! ໂຢ່ໂຢ່ ວານິພອນ ກຳລັງຈະເປັນຕົວແທນສາວລາວໄປປະກວດ “Miss Chinese International Pageant 2018”

ຄົນລາວກຽມລຸ້ນກຽມເຊຍກັນໄດ້ເລີຍ ເປັນອີກໜຶ່ງສາວລາວທີ່ກຳລັງຈະເດີນທາງໄປປະກວດໃນເວທີລະດັບອິນເຕີ ນັ້ນກໍຄື ວານິພອນ ພູມີໄຊ (ໂຢ່ໂຢ່) ນາງສາວນະຄອນຫຼວງວຽງຈັນ 2017 ຂອງເຮົານັ້ນເອງ, ເຊິ່ງການເດີນທາງໄປປະກວດໃນເວທີດັ່ງກ່າວ ແມ່ນຈັດຂຶ້ນທີ່ ຮ່ອງກົງ ໃນເວທີ “Miss Chinese International Pageant 2018” ແລະ ສາວ ໂຢ່ໂຢ່ ກໍກຳລັງຈະເດີນທາງໄປໃນວັນທີ 23 ມັງກອນ 2018 ນີ້ແລ້ວ… ຢ່າລືມເປັນກຳລັງໃຈໃຫ້ນາງແດ່ເດີ້!!! ສະບາຍດີ ທຸກໆຄົນໂຢ່ມີຂ່າວດີຈະບອກ ມື້ວັນທີ 23.1.2018 ເຊິ່ງເປັນວັນອັງຄານ ໂຢ່ຈະໄດ້ມີການເດີນທາງໄປປະກວດຢູ່ ທີ່ ຮອງກົງ ຂອງເວທີ… Yo Yo Phoumixayさんの投稿 2018年1月21日(日)   ສຳລັບ ໂຢ່ໂຢ່ ວານິພອນ ອາຍຸ 21 ປີ ຈົບການສຶກສາຈາກ ສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ສັດສ່ວນ 32-24-35 …

Read More »

ສາວນ້ອຍ ອະລິນ້າ ລູກຊອດ ລາວ-ຍູເຄນຣ ເປັນສາວແລ້ວແຮງເບິ່ງແຮງງາມ ດາວດວງໃໝ່ຂອງວົງການບັນເທີງລາວ

ເປັນທີ່ໜ້າຈັບຕາເບິ່ງສຳລັບສາວນ້ອຍໄວສົດໃສຄົນນີ້ ນາງ ອາລີນ້າ ພິລາວົງ ສາວນ້ອຍໄວໃສອາຍຸພຽງ 18 ປີ ລູກຊອດ ລາວ-ຍູເຄນຣ  (Ukraine) ທີ່ຫຼ້າສຸດເຈິໂຕນາງໃນງານຖະແຫຼງຂ່າວ “Bike For Her 2018” ເຊິ່ງແມ່ນງານແຂ່ງລົດຖີບການກຸສົນ ເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ທີ່ຈັດໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ວາລະສານ ຂວັນໃຈ ຮ່ວມກັບສະຫະພັນລົດຖີບນະຄອນຫຼວງວຽງຈັນ, ແບບບໍ່ເຫັນສາວນ້ອຍຄົນນີ້ດົນຮູ້ສຶກວ່ານາງຈະເປັນສາວເຕັມຕົວ ອໍຣ່າຈັບເຕັມທີ່ ເປັນທີ່ສະດຸດຕາຂອງບັນດາແຂກຄົນພາຍໃນງານ ແຮງເບິ່ງແລ້ວແຮງງາມຫຼາຍ… ສຳລັບ ອາລີນ້າ ພິລາວົງ ອາຍຸ 18 ປີ ຄວາມສູງ 1,73 cm ປັດຈຸບັນກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຜົນງານຂອງນ້ອງເທົ່າທີ່ຜ່ານມາແມ່ນເປັນນາງແບບຖ່າຍແບບໃຫ້ວາລະສານຫຼາຍສະບັບ (ວາລະສານ ຂວັນໃຈ ກໍຖ່າຍປົກມາແລ້ວເດີ້ ບໍ່ທຳມະດາໃດນິ) ແລະ ເດີນແບບຕາມງານແຟຼຊັ່ນໂຊຕ່າງໆ, ທັງສະແດງຊີ່ຣີ່ໄວລຸ້ນຊື່ດັງ Until you ແລະ ເປັນພີເຊັນເຕີ້ສະມາດໂຟນແບຼນດັງ Samsung ແລະ ນອກຈາກນັ້ນສາວນ້ອຍ ອາລິນ້າ …

Read More »

ເວີ້ວັງອະລັງການ! ມາລາວທັງທີ ດີເຈ ຕົ້ນຫອມ ຈັດເຕັມກັບຊຸດເປີດໂຕສີຂາວດັ່ງນາງພະຍາ

ຂຶ້ນຊື່ວ່າ ຕົ້ນຫອມ ສະກຣຸນຕະລາ ທຽນໄພໂລດ ພິທີກອນສາວຊື່ດັງຈາກປະເທດເພື່ອນບ້ານ ມີຫວາຈະເຮັດໃຫ້ແຟນໆຜິດຫວັງ ມີໂອກາດເດີນທາງມາ ປະເທດລາວ ເຮົາຕັ້ງແຕ່ວັນທີ 21 ມັງກອນ 2018 ທີ່ຜ່ານມາ ນາງກໍຂໍຈັດເຕັມກັບການເປີດໂຕສຸດອະລັງການກັບ ຊຸດສີຂາວດັ່ງນາງພະຍາ ພ້ອມກັບການເມກອັບສຸດເລີດ ເບິ່ງແລ້ວເວີ້ວັງອະລັງການສຸດໆ… ສຳລັບ ຕົ້ນຫອມ ສະກຣຸນຕະລາ ເປັນອີກໜຶ່ງສາວທີ່ມີຄວາມສາມາດດ້ານການເຮັດວຽກໃນວົງການບັນເທີງແບບຄົບສູດ ບໍ່ວ່າຈະເປັນ ດີເຈ ນັກສະແດງ ແລະ ພິທີກອນ ແລະ ນອກຈາກນັ້ນ ຕົ້ນຫອມ ຍັງມີບຸກຂະລິກໂດດເດັ່ນ ມີສະຕາຍການແຕ່ງຕົວທີ່ບໍ່ຄືໃຜອີກດ້ວຍ. #ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເອີ້ອຍຕົ້ນຫອມ ຮູບພາບ: djtonhorm

Read More »

ແຟນຄລັບຮືຮາ! ແຕ້ວ ຫຼື ເຈົ້າແມ່ນາຄີ ໂພສແຄັບຊັ່ນເປັນພາສາລາວ ເອົາໃຈແຟນໆຊາວລາວໄປເຕັມໆ!!!

ເປັນທີ່ຮືຮາຮ້ອນແຮງໃນຊ່ວງຂ້າມຄືນທີ່ຜ່ານມາ ສຳລັບການມາຢ້ຽມຢາມປະເທດລາວຢ່າງເປັນທາງການຂອງ ແຕ້ວ ນັດຖະພອນ ເຕມີຣັກ ດາລາຊື່ດັງຈາກປະເທດເພື່ອນບ້ານ ຫຼື ແຟນຄລັບຈະຮູ້ກັນດີໃນນາມ ຄຳແກ້ວ ຫຼື ເຈົ້າແມ່ນາຄີ, ການມາປະເທດລາວຂອງ ແຕ້ວ ໃນເທື່ອນີ້ກໍບໍ່ເຮັດໃຫ້ແຟນໆຊາວລາວຜິດຫວັງ ເພາະນາງໄດ້ເຊີໄພ້ຄົນລາວແບບສຸດຂີດ ໂດຍການໂພສຮູບລົງໃນອິນສະຕາແກຼມ ແລະ ຍັງຂຽນຄຳອະທິບາຍ (Caption) ເປັນພາສາລາວຢ່າງຖືກຕ້ອງ ແບບບໍ່ມີຜິດ ຈົນເຮັດໃຫ້ບັນດາແຟນຄລັບຮືຮາ ແລະ ງົງໄປຕາມໆກັນວ່າ ແຕ້ວ ເປັນຫຍັງຄືພິມພາສາລາວໄດ້? ງານນີ້ຂໍບອກວ່າ ສາວ ແຕ້ວ ນັດຖະພອນ ໄດ້ໃຈແຟນໆຊາວລາວໄປແບບເຕັມໆເລີຍເດີ້!!! #ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເຈົ້າແມ່ນາຄີເປັນຕາໜ້າຮັກຫຼາຍໆ ຂໍຂອບໃຈສຳລັບຮູບພາບ  

Read More »