ໃນຕອນຄໍ່າຂອງວັນທີ 25 ມັງກອນ 2018 ຢູ່ທີ່ໂຮງແຮມແລນມາກ, EPSON ໄດ້ຈັດງານລ້ຽງຂອບໃຈລູກຄ້າ ພ້ອມທັງນຳສະເໜີຜະລິດຕະພັນໃໝ່ຂອງ Epson ບຸກຕະຫຼາດລາວ ດ້ວຍການເປີດຕົວເຄື່ອງພິມ Inktank inkjet ລຸ້ນໃຫມ່, ໂປຣເຈັກເຕີ Smart-Series ແລະ ເຄື່ອງສະແກນເນີ ເພື່ອຮອງຮັບເສດຖະກິດຂອງລາວ ແລະ ອີງຕາມຄວາມຕ້ອງການທາງດ້ານຜະລິດຕະພັນດ້ານໄອທີ. ທ່ານ ຢັນຢົງ ມຸນີມົງຄົນທອນ, ຜູ້ຈັດການທົ່ວໄປຂອງ Epson ປະເທດໄທ ໃຫ້ຮູ້ວ່າ: ເຄື່ອງພິມ Inktank inkjet ຂອງ Epson ແລະ ໂປຣເຈັກເຕີ ແມ່ນປະສົບຜົນສໍາເລັດເປັນຢ່າງດີ ຍອດຂາຍເຄື່ອງພິມ Epson L-Series ໃນ 150 ປະເທດທົ່ວໂລກ ມີຈໍານວນເຖິງ 20 ລ້ານເຄື່ອງ. ມີສ່ວນແບ່ງຕະຫຼາດເຖິງ 70% …
Read More »News
ກຣີດໆໆໆ! ອັ້ມ ອະທິຊາດ ພະເອກດັງຈາກເພື່ອນບ້ານ ຖ່າຍຮູບເຊັກອິນທີ່ປະຕູໄຊ ແລະ ວັດພຣະແກ້ວ ພ້ອມກິນອາຫານແບບລາວໆ
ແຟນໆ…ກຣີດໆໆໆ ອັ້ມ ອະທິຊາດ ຊຸມມານົນ ພະເອກສຸດຫຼໍ່ຈາກປະເທດເພື່ອນບ້ານ ເດີນທາງມາທ່ອງທ່ຽວປະເທດລາວ ພ້ອມຖ່າຍຮູບເຊັກອິນຢູ່ທີ່ຈຸດແລນມາກ ປະຕູໄຊ ແລະ ຍັງໄດ້ເດີນທາງໄປທ່ຽວຊົມສະຖານທີ່ສັກສິດ ວັດພຣະແກ້ວ @ນະຄອນຫຼວງວຽງຈັນ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 24 ມັງກອນ 2018 ທີ່ຜ່ານມາ, ຫຼ້າສຸດໃນເຊົ້າວັນທີ 25 ມັງກອນ 2018 ອັ້ໍມ ອະທິຊາດ ກໍຍັງໄດ້ລົງຄລິບຜ່ານ ອິນສະຕາແກຼມ ເປັນຄລິບທີ່ເພິ່ນກຳລັງກິນອາຫານເຊົ້າ ເຊິ່ງເປັນອາຫານແບບລາວໆບໍ່ວ່າຈະເປັນ ເຂົ້າໜຽວ, ປິ້ງໄກ່, ລວກຜັກ, ເຂົ້າຈີ່ປາເຕ້, ເຂົ້າຫຼາມ ແລະ ແຈ່ວບອງ ອີກດ້ວຍ. Breakfast in Laos ???? #ไม่ฝากร้านนะยูววว์ A post shared by Atichart Chumnanont (@atichart9) on Jan 24, …
Read More »ສັງຄົມວິຈານຢ່າງໜັກ! ກໍລະນີຜູ້ຊາຍທີ່ທຳຮ້າຍນັກສຶກສາສາວແລ້ວຫຼົບໜີ!!!
ເປັນກະແສວິພາກວິຈານກັນພຽງຂ້າມຄືນກໍລະນີຂ່າວຂອງຜູ້ຊາຍທີ່ທຳຮ້າຍຮ່າງກາຍນັກສຶກສາສາວແລ້ວຫຼົບໜີ ຈາກການເຜີຍແຜ່ຂ່າວຂອງ ສະມາຄົມກູ້ໄພນະຄອນຫຼວງວຽງຈັນ ໃນວັນທີ 24 ມັງກອນ 2018 ທີ່່ຜ່ານມາວ່າມີ ຜູ້ຊາຍຕີແມ່ຍິງແລ້ວໂດດລົດ ເຫດເກີດຂຶ້ນໃນວັນທີ 23 ມັງກອນ 2018 ເວລາ 11:10 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີຄົນຕີກັນແລ້ວໂດດລົດ ຢູ່ຮ້ານອາຫານແຫ່ງໜື່ງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 1 ຄົນ ແມ່ນມີບາດແຜລອກຕາມຕົນໂຕ ຝົກຊໍ້າຕາມໃບໜ້າ ແລະ ເຈັບສະໂພກ, ຕາມການບອກເລົ່າຂອງຜູ້ຢູ່ໃນເຫດການໃຫ້ຮູ້ວ່າ: ທັງສອງໄດ້ມີປາກສຽງກັນເລັກໜ້ອຍ ຈາກນັ້ນຜູ້ຊາຍຈື່ງໃຊ້ກຳປັ້ນຕີເຂົ້າໃບໜ້າແມ່ຍິງ ແລ້ວຍັງບີບຄໍດືງຂື້ນລົດ ບໍ່ດົນແມ່ຍິງກໍກະໂດດລົງລົດມາຂໍຄວາມຊ່ວຍເຫຼືອນຳທາງຮ້ານ ແລ້ວຜູ້ຊາຍຍັງນຳມາຈະຕີອີກ ຮອດເຈົ້າຂອງຮ້ານຍັງບໍ່ເວັ້ນ ແລ້ວຊາຍຄົນນັ້ນກໍ່ໜີໄປ, ເຮັດໃຫ້ມີກະແສວິພາກວິຈານຈາກສັງຄົມ ແລະ ໂລກອອນລາຍເປັນທີ່ໃຫ້ຄວາມສົນໃຈຂອງຄົນທີ່ບໍ່ຍອມຮັບຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະໂພສດັ່ງກ່າວຍັງມີການກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງແຜ່ຫຼາຍ ວິພາກວິຈານເຖິງຄວາມບໍ່ເໝາະສົມວ່າເປັນຫຍັງເປັນຜູ້ຊາຍເອິກສາມສອກຈັ່ງທຳຮ້າຍແມ່ຍິງ? ລອງມາເບິ່ງການສະແດງຄວາມຄິດເຫັນຈາກສັງຄົມອອນລາຍທີ່ເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍຈາກເຫດການ #ຜູ້ຊາຍຕີແມ່ຍີງແລ້ວໂດດລົດ ດັ່ງກ່າວ, ແລ້ວທ່ານເດຄິດແນວໃດກັບເຫດການນີ້!!! ຂໍຂອບໃຈຂໍ້ມູນຈາກ: ສະມາຄົມອາສາ ກູ້ໄພ …
Read More »ຊົມເຊີຍ! ຫຼວງພະບາງເຮັດແທ້ມີຄຳສັ່ງຫ້າມ ແມ່ຄ້າຊາວຂາຍນຳເຂົ້າໜົມຕ່າງປະເທດຂາຍໃຫ້ແຂກໃສ່ບາດ
ອີງຕາມໜັງສືແຈ້ງການສະບັບເລກທີ 16/ຖວມທ-ຫຼບ ວັນທີ 22 ມັງກອນ 2018 ເລື່ອງການຢຸດຕິຂາຍເຂົ້າໜົມສຳເລັດຮູບຂອງຕ່າງປະເທດໃຫ້ແຂກທີ່ມາໃສ່ບາດ ອີງຕາມເນື້ອໃນກອງປະຊຸມວຽກງານຄຸ້ມຄອງການຂາຍເຄື່ອງໃສ່ບາດ ວັນທີ 16 ຕຸລາ 2017, ອີງຕາມກອງປະຊຸມປະຈຳປີ 2017-2018 ວຽກງານ ຖວທ ເມືອງຫຼວງພະບາງ ຄັ້ງວັນທີ 19 ມັງກອນ 2018. ໃຫ້ບັນດາຜຸ້ປະກອບການຂາຍເຄື່ອງໃສ່ບາດຢູ່ 3 ຈຸດຂອງເມືອງ ຫຼວງພະບາງ ຢຸດຕິການນຳເອົາເຂົ້າໜົມສຳເລັດຮູບຂອງຕ່າງປະເທດທຸກຊະນິດມາຂາຍໃຫ້ແຂກທ່ອງທ່ຽວທີ່ມາໃສ່ບາດນັບຕັ້ງແຕ່ ວັນທີ 1 ກຸມພາ 2018, ແຕ່ອະນຸຍາດໃຫ້ນຳເອົາເຂົ້າໜົມພື້ນເມືອງລາວທີ່ຜະລິດປຸງແຕ່ງຢູ່ພາຍໃນ ມາຂາຍໄດ້ໂດຍຮັບປະກັບຄຸນນະພາບ ມີຄວາມສະອາດ ແລະ ບໍ່ບູດເນົ່າ ໃຫ້ຢຸດຕິການນຳເອົາເຂົ້າຫຼາມ ມາຂາຍບໍລິການໃຫ້ແຂກທ່ອງທ່ຽວໃສ່ບາດແດ່ພຣະສົງທີ່ປະຕິບັດກິດຈະວັດ ບິນຕະບາດຢ່າງເດັດຂາດ ເຂົ້າໜຽວທີ່ນຳມາຂາຍໃຫ້ແຂກໃສ່ບາດຕ້ອງມີຄຸນນະພາບດີ ເປັນເຂົ້າໜຶ້ງໃໝ່ (ເຂົ້າມ່າ) ບໍ່ແມ່ນເຂົ້າເຢັນອຸ່ນມາຂາຍໃຫ້ແຂກໃສ່ບາດຢ່າງເດັດຂາດ, ໃຫ້ຂາຍຕາມນໍ້າໜັກ ແລະ ລາຄາທີ່ກຳນົດໄວ້ຢ່າງຖືກຕ້່ອງ (1ກລ=10.000 ກີບ, 1,5ກລ=15.000 ກີບ, 2ກລ=20.000 …
Read More »ວ້າວວວ! ພັກຜ່ອນປີໃໝ່ລາວແບບໄຮໂຊຫຼູຫຼາ ແຕ່ລາຄາສະບາຍກະເປົ໋າທີ່ ໂຮງແຮມ ຄຣາວພລາຊ່າວຽງຈັນ
ພັກຜ່ອນປີໃໝ່ລາວແບບໄຮໂຊໂລບັດເຈັດທີ່ໂຮງແຮມຄຣາວພລາຊ່າວຽງຈັນເຮັດຈັງໃດ? ມີຂ່າວສານດີໆມາຕ້ອນມາຝາກແຟນໆ ຂວັນໃຈ ເຊັ່ນເຄີຍ ສຳລັບໃຜທີ່ຍັງຄິດບໍ່ອອກວ່າຊ່ວງລະດູຮ້ອນ ຫຼື ເທດສະການປີໃໝ່ລາວນີ້ຈະໄປໃສ, ເຮົາຂໍແນະນຳສະຖານທີ່ນີເລີຍ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ແປກຢູ່ແມ່ນບໍວ່າເປັນຫຍັງຄືເວົ້າເລື່ອງປີໃໝ່ລາວຕັ້ງແຕ່ ເດືອນ ມັງກອນ ພິ? ຄວາມຈິງແລ້ວ ໂອກາດທີ່ຈະພັກທີ່ ຄຣາວພລາຊ່າ ແບບໂລບັດເຈັດມີພຽງໂອກາດໃນເດືອນນີ້ເທົ່ານັ້ນ! ທາງແອັດມິນກໍເລີຍຢາກແນານຳໂປຼຂອງໂຮງແຮມ ຊຶ່ງມີຂາຍຈົນຮອດວັນທີ 31 ເດືອນ ມັງກອນນີ້ ຊຶ່ງຫ້ອງປົກກະຕິ $160 ຫຼຸດເຫຼືອພຽງ 50ໂດລາ/ຄືນ! ແມ່ນແລ້ວ! ອ່ານບໍ່ຜິດ 50$/ຄືນ ເທົ່ານັ້ນ! ແຕ່ໄລຍະພັກໄດ້ແມ່ນ 25/3/2018 ຫາ 5/5/2018, ພໍດີຊວ່ງປີໃຫມ່ເລີຍ! (ຈອງເລີຍຖ້າຫຍັ ທາງແອດມິນສອບຖາມມາແລ້ວທາງເພິ່ນຈະຂາຍເປັນບັດຊຶ່ງທຸກຄົນສາມາດຊື້ແລະຈອງໃນຊວ່ງໃດກໍໄດ້ທີ່ຕົກໃນໄລຍະນັ້ນ. ເພາະສະນັ້ນ, ປີໃຫ່ມນີ້ບໍ່ຕ້ອງໄປໃສໄກເລີຍ! ມາເບິ່ງກັນກັບຮູບພາບຕ່າງໆຂອງໂຮງແຮມ: ຊົມໂຮງແຮມໃນແບບ 360 ອົງສາ:http://eyenavasia.com/laos/cp_vientiane/ ເວັບໃຊ້ໂຮງແຮມ: http://vientiane.crowneplaza.com/la/one-year-anniversary-sales ສຳພັດຄວາມຫຼູຫຼາໃນລາຄາເບົາໆ ເຊິ່ງແຂກທີ່ເຂົ້າພັກຍັງສາມາດໃຊ້ …
Read More »