ໂລກອອນລາຍມີການແຊຣເລື່ອງລາວທີ່ເກີດຂຶ້ນກັບກອງຖ່າຍຮູບເງົາຢູ່ທີ່ ປະເທດ ກຳປູເຈຍ ໂດຍຈາກການໂພສຄລິບ ແລະ ຮູບພາບຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Khom Sokkhaythit ໄດ້ໂພສເຫດການດັ່ງກ່າວ ໂດຍໃນຄລິບເຫັນວ່າທີມງານກອງກອງຖ່າຍຮູບເງົາເລື່ອງດັ່ງກ່າວກຳລັງຫຸ້ມເບິ່ງນັກສະແດງທີ່ແຕ່ງກາຍເປັນຜີໃນຮູບເງົາເລື່ອງ “ຫ້ອງຜີສິງ” ເຊິ່ງນັກສະແດງຄົນດັ່ງກ່າວໄດ້ນັ່ງຢູ່ທີ່ແຈຫ້ອງ ໃນອາການແປກໆ ແລະ ທີມງານທຸກໆຄົນມີສີໜ້າທີ່ເຄັ່ງຕຶງຕະຫຼອດເວລາ, ຈາກຄລິບດັ່ງກ່າວເຮັດໃຫ້ມີຄົນໃຫ້ຄວາມສົນໃຈ, ວິພາກວິຈານກັນໄປຕ່າງໆນາໆ ແລະ ຖືກແຊຣໄປຢ່າງໄວວາ… ໂດຍເລື່ອງດັ່ງກ່າວລະບຸວ່າ “ເກີດເຫດເໜືອທຳມະຊາດຂຶ້ນລະຫວ່າງການຖ່າຍທຳຮູບເງົາເລື່ອງ “ຫ້ອງຜີສິງ” ສ້າງຄວາມຢ້ານກົວໃຫ້ຜູ້ທີ່ໂພສ ແລະ ທີມງານ ໂດຍເຊື່ອວ່າຜີເຂົ້າໄປສິງຕົວລະຄອນທີ່ສະແດງເປັນຜີ ແລະ ພະຍາຍາມທີ່ຈະທຳຮ້າຍຮ່າງກາຍນັກສະແດງທີ່ຫຼິ້ນໃນເລື່ອງດ້ວຍການບີບຄໍ ຈົນໄດ້ຮັບບາດເຈັບ ເຮັດໃຫ້ເກີດຄວາມແຕກຕື່ນໄປທົ່ວກອງຖ່າຍ ແລະ ນັກສະແດງຍິງຕົກຢູ່ໃນຄວາມຢ້ານ ແລະ ຮ້ອງໃຫ້ຕະຫຼອດເວລາ”. (ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) Khom Sokkhaythitさんの投稿 2018年1月29日(月) cr: Khom Sokkhaythit ຂໍ້ມູນບາງສ່ວນ: https://www.khaosod.co.th/monitor-news/news_729976
Read More »News
ຫຼິງຫຼິງ ປິຍະດາ HOT ເວີ້…ທະລຸອົງສາ ອວດຮູບຮ່າງສຸດເຊັກຊີ່ທີ່ເກາະບາຫລີ ງານນີ້ທະເລມີເດືອດ!!!
ອ໊າຍໆໆໆ! ເລີດໄປອີກ… ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາ ຄືດັ່ງກັບທີ່ແຟນໆທຸກຄົນໄດ້ຮູ້ວ່າສາວຄົນນີ້ຈະມັກການເດີນທາງທ່ອງທ່ຽວເປັນຊີວິດຈິດໃຈ ແລະ ເທື່ອນີ້ກໍເຊັ່ນເຄີຍ ນາງເດີນທາງທ່ອງທ່ຽວອີກແລ້ວ… ແຕ່ເທື່ອນີ້ແມ່ນບໍ່ໄດ້ໄປໄກ ນາງເດີນທາງໄປເກາະທີ່ຂຶ້ນຊື່ວ່າມີຄວາມງາມອີກໜຶ່ງສະຖານທີ່ນັ້ນກໍຄື ເກາະບາຫລີ ປະເທດ ອິນໂດເນເຊຍ. ແນ່ນອນຂຶ້ນຊື່ວ່າ ຫຼິງຫຼິງ ປິຍະດາ ມີຫວ໋າ? ທີ່ນາງຈະເຮັດໃຫ້ແຟນໆຜິດຫວັງ ຂໍບອກວ່າງານນີ້ທະເລມີລຸກເປັນໄຟ ອົງສາຄວາມ HOT ຕ້ອງມີທະລຸ 100% ແນ່ນອນ ເພາະນາງຫຼິ້ນອວດຮູບຮ່າງສຸດເຊັກຊີ່ດ້ວຍການໃສ່ຊຸດລອຍນໍ້າ ແຖມໂພສທ່າທີ່ເບິ່ງແລ້ວຕ້ອງຍອມຮັບວ່າ HOT ຮ້ອນແຮງອີ່ຫລີ!!! ບໍ່ໄຫວໆ… ຕ້ອງຂໍບອກວ່າ ຫຼິງຫຼິງ ນາງມີຄວາມເລີດອີ່ຫລີ… ຊະນີIndy ຍອມບໍ່ໄດ້ເດີ້… ຕ້ອງຂໍໂຕໄປເຂົ້າ Gym ຟິດຮູບຮ່າງເພື່ອມານຸ່ງຊຸດລອຍນໍ້າໃຫ້ງາມໆຄືກັບສາວຄົນນີ້ຈັກບາດຈັກໄດ໋ກ່ອນ (ອິອິ) ຮູບພາບ: Pitadar Lingling Inthavong
Read More »ແຟນໆກຽມເຮ…ບວງສວງຊີ່ຣີ່ລາວເລື່ອງໃໝ່ “ວຸ້ນວາຍ…ຮັກຫຼາຍເດີ້” (ເປັນອີກເລື່ອງໜຶ່ງທີ່ໜ້າຕິດຕາມ)
ບວງສວງກັນໄປຮຽບຮ້ອຍ ສຳລັບຊີ່ຣີ່ເລື່ອງ “ວຸ້ນວາຍ…ຮັກຫຼາຍເດີ້” ໃນວັນທີ 28 ມັງກອນ 2018, ເຊິ່ງຊີຣີ່ເລື່ອງນີ້ຖືວ່າເປັນຊີ່ຣີ່ທີ່ລວມເອົານັກສະແດງທັງລາວ ແລະ ປະເທດເພື່ອນບ້ານໄວ້ຢ່າງຫຼວງຫຼາຍນຳສະແດງໂດຍ ປຸ້ຍ ສັນທະນີ, ຟໍຈູນ ການິການ (ນັກສະແດງຈາກປະເທດໄທ), ແບັງ ກິດສະດີ (ນັກສະແດງຈາກປະເທດໄທ), ເຟີດ ໄທທະນາ (ນັກສະແດງຈາກປະເທດໄທ), Angles ເບວ, ວັນໃໝ່ ທຳມະວົງ, ເປ່ເລ່ ດວງສີວິໄລ, ຕໍ້າ (Take Guy Out Thailand) ແລະ ນອກຈາກນີ້ຍັງຈະມີນັກສະແດງທີ່ຈະມີການ Casting ນັກສະແດງອີກຫຼາຍບົດບາດອີກດ້ວຍ. ສຳລັບ ຊີ່ຣີ່ເລື່ອງ “ວຸ້ນວາຍ…ຮັກຫຼາຍເດີ້” ເປັນຊີ່ຣີ່ທີ່ເອີ້້ນໄດ້ວ່າມີຄົບທຸກລົດຊາດ ບໍ່ສາມາດຄາດເດົາໄດ້ເລີຍວ່າຈຸດຈົບຂອງຊີ່ຣີ່ຈະອອກມາເປັນແນວໃດ… ເນື້ອເລື່ອງໂດຍຫຍໍ້ແມ່ນເວົ້າເຖິງຄວາມຮັກຂອງໄວໜຸ່ມຫຼາຍຄູ່ ແລະ ໃນຊີ່ຣີ່ເລື່ອງນີ້ຍັງມີການເປີດກວ້າງດ້ານຄວາມຮັກບໍ່ວ່າຈະເປັນຄວາມຮັກຂອງ ຍິງ-ຊາຍ ແລະ ເພດທີ 3 ເພື່ອສື່ໃຫ້ເຫັນເຖິງຄວາມຮັກທີ່ເກີດຂຶ້ນຈິງໃນສັງຄົມປັດຈຸບັນ ແລະ ເພື່ອຕີແຜ່ໃຫ້ສັງຄົມໄດ້ເຂົ້າໃຈ ແລະ ຍອມຮັບພວກເຂົາເຫຼົ່ານີ້. …
Read More »ເອົາແລ້ວໆ! ແຈ໋ກກີ້ ຜ່ານເຂົ້າຮອບສະແດງສົດໃນ “The Voice Thailand 6” ແຟນໆຊາວລາວເຊຍສຸດໃຈ!
ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ນັກຮ້ອງໜຸ່ມຈາກປະເທດລາວທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປເພາະ ແຈ໋ກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ Blind Auditions ແລະ ຮອບ Knock Out ມາແລ້ວ ແລະ ຫຼ້າສຸດ ວັນທີ 28 ມັງກອນ 2018 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Battle ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໄປໄດ້ ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະຜ່ານເຂົ້າໄປໃນຮອບສະແດງສົດໄດ້ຢ່າງງົດງາມ. #ຢ່າລືມແຊຣເປັນກຳລັງໃຈໃຫ້ເດັກລາວ ຮູບພາບ: Jack Phommavongsay ຄລິບ: The Voice Thailand
Read More »ລູກນໍ້າ ທິດາລັດ ໄປຮ່ວມລາຍການເລືຶອກຄູ່ “Show Me Your Son ລູກແມ່ຫຼໍ່ມາກ” ທີ່ປະເທດໄທ (ມີຄລິບ)
ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງຂອງລາວເຮົາ ມີໂອກາດໄດ້ເດີນທາງໄປຮ່ວມລາຍການເລືອກຄູ່ຊື່ດັ່ງຂອງຝັ່ງປະເທດເພື່ອນບ້ານ ນັ້ນກໍຄືລາຍການ “Show Me Your Son ລູກແມ່ຫຼໍ່ມາກ” ເຊິ່ງອອກອາກາດທາງຊ່ອງ ເວີກພ້ອຍ ໃນຕອນບ່າຍຂອງວັນເສົາ ວັນທີ 27 ມັງກອນ 2018 ທີ່ຜ່ານມາ, ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະໄດ້ເບິ່ງກັນແດ່ແລ້ວ ເພາະລາຍການດັ່ງກ່າວໃນຊ່ວງທ້າຍອາທິດທີ່ຜ່ານມາຖືກແຊຣທາງສື່ອອນລາຍກັນຢ່າງຫຼວງຫຼາຍ. ສຳລັບລາຍການ “Show Me Your Son ລູກແມ່ຫຼໍ່ມາກ” ເປັນລາຍການທີ່ມີແມ່ຂອງໜຸ່ມໆ 4 ຄົນມາພີເຊັ້ນລູກຊາຍຂອງຕົວເອງໃຫ້ສາວທີ່ມາຮ່ວມລາຍການໄດ້ເລືອກ ແລະ ເສົາທີ່ຜ່ານມາກໍເປັນຄິວຂອງ ສາວ ລູກນໍ້າ ທິດາລັດ ມາຮ່ວມໃນລາຍການ ແລະ ກໍໄດ້ເລືອກ ໜຸ່ມ ຮິມ ເຊິ່ງເປັນໜຸ່ມຫຼໍ່ ຕີ໋ ຍິ້້ມມີສະເໜ່ ແຖມອາລົມດີ ຜຸ້ເຂົ້າແຂ່ງຂັນໝາຍເລກ 2 ເປັນໜຸ່ມຜູ້ທີ່ໂຊກດີຖືກ ສາວ ລູກນໍ້າ ກົດໄຟໃຫ້. (ສ່ວນຄວາມສຳພັນຂອງທັງສອງຈະເປັນແນວໃດ ກໍຂຶ້ນຢູ່ກັບທັງສອງ ແລະ …
Read More »