Breaking News

News

ເຈ້ຍ ປາຊິຟິກ ໂພສຊີ້ແຈງແລ້ວ…ຫຼັງມີກະແສດຣ່າມ່າວ່າສ້າງກະແສ!!!

ເປັນຂ່າວດີຂອງວົງການບັນເທີງລາວເຮົາເມື່ອ ເຈ້ຍ ປາຊິຟິກ ຜູ້ກຳກັບຊື່ດັງ ໄດ້ອອກມາໂພສຮູບພາບເອັກໂກ້ເຊິ່ງແນ່ນອນແລ້ວວ່າ ອ້າຍ ເຈ້ຍ ຂອງເຮົາກຳລັງຈະມີທາຍາດໂຕນ້ອຍໆມາເປັນລູກໄມ້ຫຼົ່ນບໍ່ໄກຕົ້ນປະດັບວົງການບັນເທີງເຮົາອີກຄົນ ຈົນເຮັດໃຫ້ມີບັນດາອ້າຍນ້ອງຮ່ວມວົງການ ແລະ ເຫຼົ່າແຟນຄລັບໃຫ້ກຳລັງໃຈ ແລະ ສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ… ເຖິງແນວໃດກໍຕາມກໍຍັງມີດຣ່າມ່າເກີດຂຶ້ນຈົນສະໜັ່ນໂລກໂຊຊ່ຽວຫາວ່າ ອ້າຍ ເຈ້ຍ ຂອງເຮົາຕ້ອງການສ້າງກະແສ? ເພາະກ່ອນໜ້ານີ້ເຈົ້າໂຕຫາແຕ່ປະກາດເລີກລາກັນແຟນສາວໄປໃນຊ່ວງເດືອນ ພະຈິກ 2017 ທີ່ຜ່ານມາ ເຮັດໃຫ້ມີຫາງສຽງກັນຕ່າງໆນາໆ ຫຼ້າສຸດ ອ້າຍ ເຈ້ຍ ເພິ່ນກໍໄດ້ອອກມາໂພສຮູບພາບທີ່ຖ່າຍຄູ່ກັບ ເອື້ອຍ ໄຊທີ່ກຳລັງຖືພາ  ແລະ ຂຽນຄຳອະທິບາຍ ພ້ອມທັງຊີ້ແຈງໄປໃນເວລາດຽວກັນເລີຍວ່າ: “ຂ້ອຍມາຮອດຈຸດທີ່ຂ້ອຍຕ້ອງໄດ້ປ່ຽນ ຈາກແຕ່ກ່ອນຄົນທີ່ຂ້ອຍຮັກ ຫລື ພໍ່ແມ່ ຜູ້ໃຫ້ກຳເນີດ ບອກໃຫ້ປ່ຽນ ຂ້ອຍກໍ່ບໍ່ເຄີຍປ່ຽນ ເພາະຂ້ອຍຄິດວ່າ ສິ່ງທີ່ຂ້ອຍເຮັດຂ້ອຍມີຄວາມສຸກດີ ແຕ່ມາຮອດຕອນນີ້ ຂ້ອຍພ້ອມທີ່ຈະປ່ຽນແປງໂຕເອງ ເພື່ອໃຜບາງຄົນທີ່ຂ້ອຍບໍ່ເຄີຍເຫັນຫນ້າ ເຫັນແຕ່ແຜ່ນເອັກໂກ້ ລາວກະເຮັດໃຫ້ຂ້ອຍພ້ອມທີ່ຈະປ່ຽນແປງໂຕເອງ,ຈາກທີ່ແຕ່ກ່ອນ ຂ້ອຍກັບໄຊ ເຮົາແຍກທາງກັນ ກະຍ້ອນຂ້ອຍເອງທີ່ບໍ່ຍອມປ່ຽນ ຂ້ອຍເປັນຄົນໂລກສ່ວນໂຕສູງ ຢາກໄປໃສກະໄປ ເຮັດຫຍັງກະເຮັດ …

Read More »

ງົງໄປ…5 ວິ! ເມື່ອ ເຈ້ຍ ປາຊີຟິກ ປະກາດມີລູກແລ້ວ ກັບອະດີດແຟນເກົ່າທີ່ເລີກລາກັນໄປ!!!

ເປັນປະເດັນຮ໋ອດຮ້ອນແຮງເມື່ອ ເຈ້ຍ ປາຊີຟິກ ຜູ້ກຳກັບຮູບເງົາຊື່ດັງ ຫຼ້າສຸດໄດ້ໂພສຮູບພ້ອມປະກາດວ່າຕົນກຳລັງມີລູກແລ້ວ ແລະ ໃນໃບເອໂກ້ກໍມີຊື່ ທະວີໄຊ ແກ້ວບຸນພັນ (ໄຊ) ອະດີດແຟນເກົ່າທີ່ປະກາດເລີກລາກັນໄປໃນຊ່ວງທ້າຍປີ 2017 ທີ່ຜ່ານມາ, ພໍແຕ່ໂພສເຮັດໃຫ້ບັນດາອ້າຍນ້ອງຮ່ວມວົງການ ແລະ ແຟນຄລັບເຂົ້າໄປສະແດງຄວາມຍິນດີກັບທັງສອງກັນຢ່າງຫຼວງຫຼາຍ. ຢ່າງໃດ ຂວັນໃຈ ແລະ ແຟນໆກໍຂໍສະແດງຄວາມຍິນດີກັນ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ຫຼາຍໆເດີ້, ຢ່າງໃດຄວາມຮັກກໍງົດງາມສະເໝີແລະເນາະ!!! ຮູບພາບ: Phoumsana Sirivongsa  

Read More »

ວັນໃໝ່ ເຄຍປະເດັນຂ່າວ…ປ່ຽນລຸກເປັນສາວເຊັກຊີ່ເພື່ອສ້າງກະແສ ພ້ອມອັບເດດສະຖານະຫົວໃຈ!!!

ຊ່ວງຫຼັງໆຈະເຫັນໄດ້ວ່າ ວັນໃໝ່ ທຳມະວົງ ສາວປະເພດສອງຄົນດັງ ລຸກຂຶ້ນມາແຕ່ງໂຕເຊັກຊີ່ ຫຼື ນຸ່ງຊຸດລອຍນໍ້າ ແລະ ໂພສຜ່ານເຟສບຸກ ແລະ ອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກັນເລື້ອຍໆ… ຈົນເກີດມີກະແສເມົ້າວ່ານາງປ່ຽນບຸກຂະລິກຈາກສາວຮຽບຮ້ອຍເປັນສາວເຊັກຊີ່ເພື່ອສ້າງກະແສຫຼືບໍ່? ຫຼ້າສຸດເຈິໂຕນາງໃນງານບວງສວງຊີ່ຣີ່ລາວເລື່ອງ ວຸ້ນວາຍ…ຮັກຫຼາຍເດີ້ ເລີຍດຶງໂຕນາງມາເຄຍປະເດັນດັ່ງກ່າວໃຫ້ແຟນໆໄດ້ຮູ້ກັນວ່າທີ່ເຫັນສາວ ວັນໃໝ່ ເພິ່ນລຸກຂຶ້ນມາແຕ່ງໂຕເຊັກຊີ່ນັ້ນບໍ່ແມ່ນເພື່ອຕ້ອງການສ້າງກະແສແຕ່ຢ່າງໃດ ແຕ່ຍ້ອນວ່າເພິ່ນເປັນອີກໜຶ່ງຄົນທີ່ມັກການທ່ອງທ່ຽວ ພໍໄດ້ໄປທ່ຽວແລ້ວກໍຢາກຖ່າຍຮູບ ເກັບພາບງາມໆໄວ້ເບິ່ງ ແລະ ອີກຢ່າງອາຍຸເພິ່ນກໍກ້າວເຂົ້າ 23 ປີແລ້ວ ກໍອາດຈະເປັນຕາມໄວ ແລະ ນອກຈາກນັ້ນທີມງາມເຮົາຍັງໄດ້ອັບເດດສະຖານະຫົວໃຈຂອງ ສາວ ວັນໃໝ່ ແລະ ເພິ່ນກໍຍັງໄດ້ຕອບແບບບໍ່ມີປິດບັງວ່າ ກໍມີຄົນລົມໆຢູ່ ແຕ່ຍັງບໍ່ຂໍເອີ້ນວ່າແຟນ ເພາະຍັງຢູ່ໃນຊ່ວງສຶກສາເບິ່ງໃຈກັນນັ້ນເອງ… ເປັນແນວໃດແດ່…ຫາຍຂ້ອງໃຈກັນແດ່ບໍ່ແຟນໆ ເອົາໄວ້ມີໂອກາດໜ້າຖ້າເຈິໂຕ ສາວ ວັນໃໝ່ ທຳມະວົງ, ຊະນີIndy ສັນຍາຈະມາອັບເດດເລື່ອງລາວຂອງເພິ່ນໃຫ້ແຟນໆໄດ້ຮູ້ອີກແນ່ນອນ!!! ຮູບພາບບາງສ່ວນ: Elizabeth Wanmai Thammavong

Read More »

ກຣີດໆໆໆ! ມິວ ນິດຖາ ນັກສະແດງຊື່ດັງເພື່ອນບ້ານ ໂພສຮູບຖ່າຍທີ່ພູສີ ພ້ອມຂຽນແຄັບຊັ່ນເປັນພາສາລາວ

ໜ້າຮັກຫຼາຍໆ! ມິວ ນິດຖາ ຈີຣະຢັ່ງຢືນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານ  ທີ່ໄດ້ເດີນທາງມາ ແຂວງ ຫຼວງພະບາງ ຕັ້ງແຕ່ວັນທີ 27 ມັງກອນ 2018, ຫຼ້າສຸດໄດ້ໂພສຮູບພາບທີ່ຖ່າຍເທິງຈຸດຊົມວິວ ພູສີ ແຂວງ ຫຼວງພະບາງ ປະເທດລາວ ພ້ອມຂຽນແຄັບຊັ່ນເປັນພາສາລາວ, ພໍແຕ່ໂພສບໍ່ພໍເທົ່າໃດກໍເຮັດໃຫ້ມີແຟນໆ ເຂົ້າໄປສະແດງຄວາມຄິດເຫັນວ່າ ມິວ ນິດຖາ ນາງໜ້າຮັກ ພິມແຄັບຊັ່ນເປັນພາສາລາວອີກດ້ວຍ. (ໜ້າຮັກແບບນີ້ເອົາໃຈແຟນໆຊາວລາວໄປເລີຍ…ກຣີດໆໆໆ) ງາມຫຼາຍ A post shared by Mewnittha (@mewnittha) on Jan 30, 2018 at 7:27pm PST Good morning from Luangprabang ka☀️ ດີຕອນເຊົ້າ? #huawei A post shared by …

Read More »

ມາເບິ່ງ! ຄວາມໜ້າຮັກຂອງ ຕິກ-ມິວ ຄູ່ພະນາງລະຄອນ “ດ້ວຍແຮງອະທິຖານ” ກັບ 5 ມື້ໃນຫຼວງພະບາງ

ຫຼັງຈາກທີ່ ຂວັນໃຈ ເຮົາໄດ້ນຳສະເໜີຂ່າວຂອງການເດີນທາງມາຂອງນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ  ຈີຣະຢັ່ງຢືນ ພ້ອມດ້ວຍນັກສະແດງຊື່ດັງອີກຫຼາຍທ່ານ ແລະ ທີມງານທີ່ເດີນທາງຍົກກອງມາຖ່າຍທຳລະຄອນ “ດ້ວຍແຮງອະທິຖານ” ກັນເຖິງ ແຂວງ ຫຼວງພະບາງ ປະເທດລາວ, ເຮັດໃຫ້ມີແຟນໆຫຼາຍຄົນໃຫ້ຄວາມສົນໃຈ ແລະ ຕິດຕາມຂ່າວຂອງຄູ່ພະນາງຄູ່ນີ້ກັນຢ່າງຫຼວງຫຼາຍ… ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາກໍເອົາໃຈແຟນໆເຊັ່ນເຄີຍ… ເພາະທາງເຮົາຈະນຳເອົາຮູບພາບຄວາມໜ້າຮັກຂອງ  ຕິກ ເຈດສະດາພອນ  ແລະ ມິວ ນິດຖາ ຄູ່ພະນາງຈາກລະຄອນເລື່ອງ “ດ້ວຍແຮງອະທິຖານ” ທີ່ພວກເຂົາໄດ້ທ່ອງທ່ຽວ, ຖ່າຍທຳລະຄອນ ແລະ ທຸກໆອະລິຍະບົດຂອງພວກເຂົາໃນການໃຊ້ຊີວິດໃນ ແຂວງ ຫຼວງພະບາງ ປະເທດລາວ. (ແຟນໆທ່ານໃດທີ່ມີຮູບພາບຖ່າຍກັບພວກເຂົາກໍຢ່າລືມໂພສກ້ອງຄອມເມັ້ນໃຫ້ທີມງານເຮົາເບິ່ງນຳແດ່ເດີ້…) ຂໍຂອບໃຈສຳລັບຮູບພາບ  

Read More »