(ຕອນເຈົ້າມີອີ່ຫຍັງກັບເຂົາ ເຈົ້າເຄີຍເຫັນໜ້າຂ້ອຍຢູ່ຫວ໋າ?) ຟັງກັນລະຫວ໋າຮິດຕິດຫູຂະໜາດເລີຍ… ສາວ ນົກ The Wow ປ່ອຍເພງໃໝ່ “ຕອນເຈົ້າມີຫຍັງກັບເຂົາ” ເຊິ່ງເປັນເພງທີ່ນາງມີໂອກາດໄດ້ຮ່ວມງານກັບຄ້າຍເພງດັງຂອງປະເທດເພື່ອນບ້ານ, ບອກເລີຍເພງນີ້ເປັນອີກໜຶ່ງເພງທີ່ມີຄວາມຊຶ້ງ ຟັງແລ້ວອິນແຮງ ໃຜທີ່ອົກຫັກ ຫຼືຜິດກັບແຟນຢູ່ອາດນໍ້າຕາແຕກໄດ້ເດີ້ (555) ເອົ້າໆ!!! ລອງມາຟັງນຳກັນເນາະ ມ່ວນຫຼາຍໆເລີຍ!!! ຟັງແລ້ວເປັນແນວໃດ ມ່ວນບໍ່? ຄົນລາວເຮົາມີຄວາມສາມາດ ແຖມຮ້ອງເພງມ່ວນປານນີ້ ແຊຣໄປໃຫ້ໂລກຮູ້ນຳແດ່ໄວໆ!!! ທີ່ມາ: Nok Phonethamaly
Read More »News
ສຸດຍອດ! ນາງແບບສາວລາວເຂົ້າຕາດີຊາຍເນີລະດັບໂລກ ຖືກດຶງໂຕຮ່ວມງານ!!! #ແຊຣໄປໃຫ້ໂລກຮູ້
ເລີດດດ! ຊະນີIndy ໄດ້ຍິນຂ່າວແວ່ວໆມາວ່າມີນາງແບບສາວລາວເຂົ້າຕາດີຊາຍເນີລະດັບໂລກ ຈົນຖືກດຶງໂຕໄປຮ່ວມງານ ເລີຍອົດບໍ່ໄດ້ທີ່ຈະໄປຊ໋ອກແຊ໋ກເອົາຂໍ້ມູນມາຝາກແຟນເພສທຸກໆຄົນ ເປັນອີກໜຶ່ງສາວລາວທີ່ມີອໍລ້າຄວາມງາມ ບວກກັບຄວາມສາມາດອັນໂດດເດັ່ນຈົນໄປສະດຸດຕາດີຊາຍເນີ້ຊື່ດັງ ເລີຍເຮັດໃຫ້ສາວຄົນນີ້ໄດ້ໂກອິນເຕີ ນັ້ນກໍຄື ຕານ້ອຍ ສຸວິຕາ ດາລາສັກ ສາວໜ້າຄົມຫຸ່ນແຊບ ທີ່ໄດ້ມີໂອກາດໄປຮ່ວມງານໃນຖານະເປັນແບຣນແອັມບາສເດີ້ໃຫ້ກັບເສື້ອຜ້າແບຣນດັງ UKAS PRINCESS OF ART ທີ່ສ້າງສັນໂດຍດີຊາຍເນີ້ຊື່ດັງລະດັບໂລກ ໄກ່ ອູກັສ ຮ່ວມກັບນາງແບບແຖວໜ້າຂອງປະເທດເພື່ອນບ້ານອີກຫຼາຍຄົນ ຖືເປັນໃບເບີກທາງໃຫ້ສາວລາວຄົນນີ້ກ້າວໄປຢຽບແຄັດວອກລະດັບສາກົນໄດ້ບໍ່ຍາກ. ສຳລັບ ຕານ້ອຍ ສຸວິຕາ ອາຍຸ 25 ປີ ເປັນອີກໜຶ່ງສາວທີ່ມີຜົນງານໃນວົງການບັນເທີງຢ່າງຫຼວງຫຼາຍ ໂດຍນາງເລີ່ມຈາກການຖ່າຍແບບປະຕິທິນດ້ວຍໄວພຽງແຕ່ 16ປີ ຕໍ່ມາກໍມີໂອກາດຖ່າຍແບບຂຶ້ນປົກໃຫ້ກັບວາລະສານຊັ້ນນຳລະດັບປະເທດຫຼາຍສະບັບ, ມີຜົນງານເດີນແບບ, ເປັນພຣີເຊັນເຕີ້ສິນຄ້າ, ພິທີກອນລາຍການໂທລະພາບ (ລາຍການທີ່ທຸກຄົນຮູ້ຈັກຫຼາຍທີ່ສຸດແມ່ນ ລາຍການ ເຈັດວັນຫັນສາ), ໂຄສົກວິທະຍຸ ຖ້າຫາກໃຜຍັງຈື່ໄດ້ ຕານ້ອຍ ເຄີຍເປັນນາງເອກເອັມວີເພງ “ບໍ່ຮັກເປັນຫຍັງບໍ່ເລີກ” ຂອງໜຸ່ມຈິມມີ້ ທີ່ເປັນອີກເພງໜຶ່ງທີ່ຕິດຫູໃຜຫຼາຍໆຄົນໃນຕອນນັ້ນ, ແຕ່ໄລຍະຫຼັງໆ ສາວ ຕານ້ອຍ ກໍໄດ້ຫາຍໜ້າຫາຍຕາຈາກວົງການບັນເທີງໄປໄລຍະໜຶ່ງ …
Read More »ແຟນຄລັບແຕກຕື່ນ! ບໍ່ຄິດວ່າຈະເຈິເຫຼົ່າຄົນດັງຂອງວົງການບັນເທີງ ຕາມສະຖານທີ່ແບບນີ້!!!
ຊ່ວງອາທິດທີ່ຜ່ານມາມີອິນບ໋ອກເຂົ້າມາຖາມ ຊະນີIndy ກັນຢ່າງຫຼວງຫຼາຍຍ້ອນວ່າເຫຼົ່າແຟນໆບາງຄົນກໍຍັງງົງ ບໍ່ເຂົ້າໃຈ ແລະ ເລົ່າເຫດການວ່າ 2 ອາທິດທີ່ຜ່ານມາທຸກໆວັນສຸກຈະເຫັນ ເຊເລບບິຕີ້ ນັກຮ້ອງ ນັກສະແດງ ນາງງາມ ນາງແບບ ພິທີກອນ ເວົ້າແບບງ່າຍໆກໍແມ່ນເຫຼົ່າຄົນດັງຂອງວົງການບັນເທີງ ແມ່ນພວກເຂົາລວມຕົວກັນເຮັດຫຍັງ? ດັ່ງນັ້ນ ຊະນີIndy ເລີຍຈະມາໄຂຂໍ້ຂ້ອງໃຈໃຫ້ແຟນໆເປັນບ່ອນທຳອິດເລີຍວ່າ ເຫຼົ່າຄົນບັນເທີງທີ່ແຟນໆໄດ້ເຫັນພວກເຂົາລວມຕົວກັນໃນແຕ່ລະວັນສຸກນັ້ນ ແມ່ນພວກເຂົາອອກມາລະດົມທຶນໃຫ້ແກ່ໂຄງການ “Bike For Her 2018” ເພື່ອບໍລິຈາກໃຫ້ແກ່ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ເຊິ່ງພວກເຂົາເປັນຈິດອາສາທີ່ຈະມາລະດົມທຶນກັບພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ເຊິ່ງສະຖານທີ່ໆພວກເຂົາໄປກໍຈະແມ່ນຕາມສະຖານທີ່ສາທາລະນະ ບ່ອນຊຸມນຸມຊົນທົ່ວໄປນັ້ນເອງ. ການເປັນຈິດອາສາຂອງເຫຼົ່າຄົນດັງບໍ່ວ່າຈະເປັນ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສເວີລາວ 2017, ນ້ອງ ພຸດທະສອນ ສີດາວັນ ນັກສະແດງ-ນາງແບບ, ນໍ້າຝົນ ນັກຮ້ອງຊື່ດັງແຫ່ງຄ້າຍ ອິນດີ້ ເຣກຂອດ, ຕານ້ອຍ ພອນສຸດາ ນາງແບບ, ກູ່ …
Read More »ຢ່າດູຖູກເງິນ ແລະ ຢ່າໃຫ້ເງິນດູຖູກຕົວເຈົ້າເອງ!!!
“ຢ່າເບິ່ງແຕ່ຈຳນວນເງິນເປັນເປົ້າໝາຍ ແຕ່ຈົ່ງຂະຫຍາຍມັນດ້ວຍຄວາມສຸກ” ເງິນບໍ່ສຳຄັນກັບຂ້ອຍຂະໜາດນັ້ນ ຄົນມັກຈະເວົ້າວ່າ “ມັນກໍເປັນພຽງແຕ່ເງິນ ແລະ “ຂ້ອຍບໍ່ໄດ້ເຮັດເພື່ອເງິນ” ຖ້າມັນເປັນແບບນັ້ນແທ້ເປັນຫຍັງຕ້ອງມານັ່ງທົນທຸກເຮັດວຽກງົກໆ ແລະ ເປັນຫຍັງຄືບໍ່ປະຕິເສດເວລາທີ່ໄດ້ຮັບເງິນເປັນຄ່າຕອບແທນ, ສະນັ້ນ ຢ່າກ່າວອ້າງຂໍ້ນີ້ເພື່ອປະຕິເສດເງິນ ເມື່ອມີໂອກາດຮັບມັນ ທ້າຍທີ່ສຸດແລ້ວມະນຸດເກີດມາຍາກທີ່ຈະຫຼີກລ່ຽງການໃຊ້ຊີວິດໂດຍປະສະຈາກເງິນໄດ້. ວິທີແກ້ໄຂ:ຢ່າດູຖູກເງິນ ແລະ ຢ່າໃຫ້ເງິນດູຖູກຕົວເຈົ້າເອງ ຂ້ອຍເຮັດວຽກໜັກເພື່ອເງິນ ສ່ວນໃຫຍ່ຄິດວ່າເຮັດວຽກໜັກເພື່ອໃຫ້ໄດ້ເງິນ ແລະ ມັກມີຄຳເວົ້າຕິດປາກເຫຼົ່ານີ້ສະເໝີ ຂອບເຂດຄວາມຄິດນີ້ ເຮັດໃຫ້ການເຮັດວຽກເປັນແບບ ໃຊ້ແຮງກາຍແລກເງິນ ຫຼາຍກວ່າການໃຊ້ຄວາມຄິດສ້າງສັນເພື່ອແລກເງິນ ທີ່ຈິງແລ້ວຄົນເຮົາບໍ່ຈຳເປັນຕ້ອງເຮັດວຽກຢ່າງໜັກເພື່ອແລກເງິນ ແຕ່ເຈົ້າຄວນໃຫ້ຄວາມສຳຄັນໃນການພັດທະນາຕົນເອງ ເພື່ອໃຫ້ເງິນເຮັດວຽກຫາລາຍຮັບໃຫ້ເຈົ້າ ເງິນມັກມາຕາມແຮງດຶງດູດຕາມຄຸນຄ່າຂອງສິ່ງນັ້ນສະເໝີ ວິທີແກ້ໄຂ:ຢ່າມົວແຕ່ຫາລາຍຮັບຈາກແຮງກາຍ ແຕ່ຄວນເນັ້ນລາຍຮັບທີ່ມາຈາກການໃຊ້ຄວາມຄິດສ້າງສັນ ເພື່ອແລກເງິນດີກວ່າ ວຽກປະຈຳຢ່າງດຽວກໍໝົດເວລາແລ້ວ ຄົນສ່ວນຫຼາຍຄິດວ່າ ໄດ້ເງິນມາຈາກແຫຼ່ງດຽວກໍພຽງພໍແລ້ວ ເຊິ່ງເປັນຄວາມຄິດທີ່ຜິດພາດໃນການເຮັດວຽກ ເຮົາຄວນປ່ຽນຄວາມຄິດຕອນນີ້ເລີຍເດີ້ສາວໆ, ຂໍໃຫ້ສາວໆຈົ່ງເຊື່ອວ່າ ຊ່ອງທາງສ້າງລາຍຮັບ ຫຼື ທີ່ມາຂອງລາຍຮັບທີ່ຫຼາກຫຼາຍ ຍ່ອມດີກວ່າຊ່ອງທາງດຽວ ຢ່າຢ້ານທີ່ຈະຊອກຫາຊ່ອງທາງລາຍຮັບອື່ນ ລຳພັງແຮງກາຍເຮົາຄົງບໍ່ພໍ ຕ້ອງຮູ້ຈັກຫາວິທີໃຫ້ເງິນເຮັດວຽກແທນເຈົ້າ ເຈົ້າຄວນໃຫ້ຄວາມສຳຄັນສິ່ງເຫຼົ່ານີ້ນຳ, ດັ່ງນັ້ນ ຢຸດກ່າວຄຳເວົ້າຕິດປາກແບບນີ້ໄປໄດ້ເລີຍເດີ້ ວິທີແກ້ໄຂ:ຢ່າປິດກັ້ນລາຍຮັບປະຈຳຊ່ອງທາງດຽວ ຄວນສ້າງຊ່ອງທາງລາຍຮັບທີ່ເປັນໄປໄດ້ຈາກທຸກທິດທຸກທາງ …
Read More »ເລີ່ມແລ້ວ!!! ການແຂ່ງຂັນກິລາກ໊ອຟ (Lao Golf Challenge 2018)
ພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6 ຈັດໂດຍວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ. ວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6. ໃນຕອນບ່າຍວັນ 6 ກຸມພາ 2018 ທີ່ ໂຮງແຮມຄຣາວພລາຊາ,ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົງຄາມ ສີລາເພັດ ຮອງປະທານ ແລະ ເລຂາສະຫະພັນກິລາກ໊ອຟແຫ່ງຊາດລາວ ແລະ ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການສ້າງວາລະສານທາເກັດ ທັງເປັນປະທານຈັດງານແຂ່ງຂັນ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ໃນປີນີ້ຈະເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມແຂ່ງຂັນຕັ້ງແຕ່ວັນທີ 7 – 21 ກຸມພາ 2018 ແລະ ການແຂ່ງຂັນແມ່ນຈະໄດ້ຈັດຂຶ້ນໃນວັນທີ 10 ມີນາ 2017 …
Read More »