Breaking News

News

ອອກແນວຄາວາອີ້! ໜ້າຮັກໄປອີກ…ຄົນບັນເທີງລາວແຕ່ງກາຍຊຸດກິໂມໂນຍີ່ປຸ່ນ

ເລື່ອນໜ້າຈໍໂທລະສັບໄປໃສຊ່ວງນີ້ກໍຈະເຫັນແຕ່ສາວໆຄົນບັນເທີງລາວແຕ່ງກາຍຊຸດ ກິໂມໂນ (kimono) ເຊິ່ງເປັນຊຸດປະຈຳຊາດຂອງ ປະເທດ ຍີ່ປຸ່ນ ໃນງານ ບຸນມະໂຫລານຍີ່ປຸ່ນ (4th Japan Festival 2018 in laos) ບໍ່ວ່າຈະເປັນ: ລູກນໍ້າ ທິດາລັດ ວົງສິຣິ, ຄຣິດຕິນ່າ ຣາດສະສີມາ, ວັນໃໝ່ ທຳມະວົງ, ອາລີນ່າ ພິລາວົງ ແລະ ອີກຫຼາຍໆຄົນ ຕ່າງກໍມີໂອກາດເຂົ້າຮ່ວມໃນງານ ແລະ ແຕ່ງກາຍຊຸດ ກິໂມໂນ ບອກໄດ້ເລີຍວ່າມັນກໍຈະອອກແນວຄາວາອີ້ (kawaii) ໜ້າຮັກໄປອີກແບບ…ລອງມາເບິ່ງກັນເບິ່ງເນາະ ໜ້າຮັກຫຼາຍໆເລີຍ…!!! ລູກນໍ້າ ທິດາລັດ ວົງສິຣິ ນາງງາມ-ນັກສະແດງ ຄຣິດຕິນ່າ ຣາດສະສີມາ ນາງສາວລາວປີ 2012 ວັນໃໝ່ ທຳມະວົງ ນາງແບບ-ນັກສະແດງ ອາລີນ່າ ພິລາວົງ ນາງແບບ-ນັກສະແດງ ເບລານ ສຸນິສາ ພັນທາວະດີ …

Read More »

“ຮູ້ໄວກ່ອນ – ບໍ່ເສຍຫາຍ – ບໍ່ຜິດພາດ – ບໍ່ຕິດເຊື້ອ -ບໍ່ຖືພາ – ບໍ່ຫຼົ້ມເຫຼວ”

“ຮູ້ໄວກ່ອນ – ບໍ່ເສຍຫາຍ – ບໍ່ຜິດພາດ – ບໍ່ຕິດເຊື້ອ -ບໍ່ຖືພາ – ບໍ່ຫຼົ້ມເຫຼວ” ໄວໜຸ່ມ ກັບ ເລື່ອງເພດ ແລະ ສິດທິທາງເພດ ໄວໜຸ່ມ ເປັນໄວທີ່ສົມຄວນທີ່ຈະຮັບຂໍ້ມູນທີ່ເປັນປະໂຫຍດໃຫ້ຫຼາຍທີ່ສຸດ ເພື່ອກ້າວໄປເປັນຜູ້ໃຫຍ່ທີ່ມີອະນາຄົດອັນສົດໃສ (ເປັນຫຍັງກະໄດ້ຕາມທີ່ຝັນ: ເປັນໝໍ, ນັກບິນ, ນັກທຸລະກິດ, ນັກກົດໝາຍ, ອື່ນໆ…). ເມື່ອໄວໜຸ່ມໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບເລື່ອງເພດ, ໄວໜຸ່ມກໍ່ຈະສາມາດນຳໃຊ້ຄວາມຮູ້ນັ້ນ ເພື່ອຕັດສິນໃຈໃຫ້ຖືກຕ້ອງຕໍ່ກັບສຸຂະພາບ ແລະ ກິດຈະກຳທາງເພດຂອງເຂົາເຈົ້າ (ຈຶ່ງບໍ່ໄດ້ອອກໂຮງຮຽນມາລ້ຽງລູກ, ຈຶ່ງບໍ່ຕິດເຊື້ອ ເອດ/ພຕພ, ຈຶ່ງຈະໄດ້ມີເວລາໄປເຮັດຕາມຝັນ…). ໄວໜຸ່ມຫຼາຍຄົນທີ່ມີຄວາມຮັກ, ມີແຟນ, ແຕ່ພັດບໍ່ໄດ້ຄິດເຖິງການຖືພາ, ຫຼື ຢາກໄດ້ແຟນ-ຢາກນອນນຳແຟນ ແຕ່ບໍ່ຢາກມີລູກ. ມັນກໍ່ບໍ່ແມ່ນເລື່ອງແປກ ເພາະມັນເປັນທຳມະຊາດຂອງການປ່ຽນແປງໄປຕາມໄວອາຍຸ, ແຕ່ໄວໜຸ່ມເປັນໄວທີ່ບໍ່ພ້ອມທີ່ຈະມີລູກເນື່ອງຈາກໄວໜຸ່ມຍັງມີໜ້າທີ່ຮໍ່າຮຽນເພື່ອອະນາຄົດຂອງຕົນ. ສະນັ້ນ, ໄວໜຸ່ມ ບໍ່ວ່າຍິງ ຫຼື ຊາຍ ຈຶ່ງຕ້ອງມີສະຕິທີສຸດ ແລະ ຕ້ອງຮູ້ຈັກປ້ອງກັນການຖືພາ. …

Read More »

ຊຶ້ງກ່ອນນີ້ມີອີກບໍ່? ແຈ໋ກ ໜຸ່ມລາວທີ່ໄປອອກລາຍການ The Voice Thailand ໂຄເວີ້ເພງ “ຖອຍ” (ມີຄລິບ)

ມ່ວນຫຼາຍ…ຊຶ້ງກ່ອນນີ້ມີອີກບໍ່? ຟັງກັນລະຫວ໋າ ແຈ໋ກ ໄຊປະເສີດ ພົມມະວົງໄຊ ໜຸ່ມລາວທີ່ໄປອອກລາຍການ The Voice Thailand Season 6, ຫຼ້າສຸດປ່ອຍຄລິບໂຄເວີ້ (Cover) ເພງ “ຖອຍ” ຂອງວົງ GLISS  ເຊິ່ງເປັນເພງດັງຈາກປະເທດເພື່ອນບ້ານໃຫ້ໄດ້ຟັງ, ບອກເລີຍວ່າມ່ວນຫຼາຍໆ… ถอย – GLISS cover…….ຝາກຕິດຕາມແນາເດີ້ฝากติดตาม ด้วยนะคับบCr: Bill Vongsengthong Jack Phommavongsayさんの投稿 2018年2月1日(木)   ສຳລັບ ແຈ໋ກ ໄຊປະເສີດ ພົມມະວົງໄຊ  ເປັນໜຸ່ມລາວຄົນທຳອິດທີ່ໄປແຂ່ງຂັນຮ້ອງເພງໃນລາຍການ The Voice Thailand ແລະ ກໍສາມາດໂຊພະລັງສຽງຈົນຜ່ານເຂົ້າໄປໃນຮອບ ສະແດງສົດ ໃນຊ່ວງອາທິດທີ່ຜ່ານມາ… ຂໍບອກເດີ້ວ່າສຸດຍອດອີ່ຫລີ, ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບໜຸ່ມຄົນນີ້ແດ່ເດີ້ແຟນໆ. #ເດັກລາວເກັ່ງປານນິຖ້າຫຍັງຢູ່ແຊຣໄປໆ ຄລິບ ແລະ ຮູບພາບ: Jack Phommavongsay

Read More »

ເຈນີນາ ວົງສາລີ ເຈົ້າຂອງລວງສູງ 177 cm ສາວນ້ອຍທີ່ກຳລັງຖືກຊາວເນັດເຊຍໃຫ້ລົງປະກວດເວທີນາງງາມ

ວ້າວວວ!!! ສະດຸດຫູສະດຸດຕາສຸດໆໄປເລີຍກັບ ເຈນີນາ ວົງສາລີ  ທີ່ກຳລັງເປັນປະເດັນຮ໋ອດໂຊຊ່ຽວ ຖືກຊາວເນັດເຊຍໃຫ້ລົງປະກວດໃນເວທີນາງງາມເພື່ອໄປປະກວດໃນເວທີອິນເຕີ ເພາະຂາເຊຍຊາວເນັດຕ່າງກໍເວົ້າເປັນສຽງດຽວກັນວ່າສາວນ້ອຍຄົນນີ້ມີຄວາມງາມ ລຸກອິນເຕີ ຄວາມສູງໄດ້ ແຖມສະປິກພາສາອັງກິດລ່ຽນໄຫຼປານນໍ້າ… ຊະນີIndy ເລີຍບໍ່ຢູ່ລ້າ ໄດ້ໄປຊອກເອົາຂໍ້ມູນຂອງຂອງສາວນ້ອຍຄົນນີ້ມາຝາກແຟນໆ ສຳລັບ ເຈນີນາ ວົງສາລີ ອາຍຸ 15 ປີ ເຈົ້າຂອງລວງສູງ 177 ຊັງຕີແມັດ ເປັນລູກຊອດ ລາວ-ເຢຍລະມັນ ກຳລັງສຶກສາຢູ່ທີ່ ໂຮງຮຽນ ກຽດຕິສັກ ນາໆຊາດ ກຳລັງຮຽນຢູ່ຊັ້ນ ມ.5 ແລະ ຍັງມີດີກຼີເປັນເຖິງນັກກິລາບານບ້ວງທີມນະຄອນຫຼວງ ເຄີຍເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດຖະຍົມຄັ້ງທີ 5 ນົກກົກຄຳເກມ ທີ່ແຂວງ ບໍລິຄຳໄຊ ໂດຍສາມາດຍາດຫຼຽນຄຳມາໄດ້ ແລະ ນອກຈາກນັ້ນ ເຈນນີນາ ຍັງມີຜົນງານດ້ານວົງການບັນເທີງເຊັ່ນ ຖ່າຍແບບ, ເດີນແບບ, ການສະແດງ ແລະ  ເຈນີນາ ຍັງໄດ້ເປັນນັກສະແດງສົມທົບເປັນຕົວແທນຂອງລາວໃນຮູບເງົາເລື່ອງ: ສະເຫຼີມພະກຽດຂອງນາຍຫຼວງ ຣາຊະການທີ …

Read More »

ເອົາແລ້ວໆບໍ່ໜ້າເຊື່ອວ່າ “Bike for her” ຈະກາຍເປັນກະແສທີ່ທຸກຄົນໃນສັງຄົມໃຫ້ຄວາມສົນໃຈ ແລະ ເວົ້າເຖິງຫຼາຍທີ່ສຸດໃນຕອນນີ້!!!

ກາຍເປັນກະແສໄປທົ່ວໂລກອອນລາຍເມື່ອທຸກຄົນຍື່ນມືເຂົ້າມາຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ຜ່ານໂຄງການ Bike for her 2018 ບໍ່ວ່າຈະເປັນເຫຼົ່າຄົນດັງເຊເລບ ດາລາ ນາງແບບ ຫຼື ພໍ່ແມ່ປະຊາຊົນກໍບໍ່ນິ່ງນອນໃຈ ຮ່ວມມືຮ່ວມໃຈກັນຢ່າງຫຼວງຫຼາຍ, ໂດຍໃນວັນທີ 26 ມັງກອນ 2018 ທີ່ຜ່ານມາທີມງານ Bike for her ເຮົາໄດ້ລົງໄປລະດົມທຶນເພື່ອຮັບບໍລິຈາກຢູ່ທີ່ ງານເທສະການ ອາຫານລາວ 2018 (ສະຖານທີ່ ສວນເຈົ້າອານຸວົງ) ຈົນເຫັນໄດ້ເຖິງນໍ້າໃຈອັນປະເສີດຂອງພໍ່ແມ່ພີ່ນ້ອງທຸກໆຄົນທີ່ຮ່ວມບໍລິຈາກຜ່ານກ່ອງຮັບບໍລິຈາກ Bike for her 2018 ແລະ ຍັງບໍ່ໝົດເພາະຍັງມີການຮ່ວມບໍລິຈາກຜ່ານຊ່ອງທາງຈ່າຍເງິນອັດຕະໂນມັດຈາກຫຼາຍໆບຸກຄົນທັງທີ່ປະສົງອອກນາມ ແລະ ບໍ່ອອກນາມຢ່າງຫຼວງຫຼາຍ. ສຳລັບທ່ານໃດທີ່ຕ້ອງການຮ່ວມບໍລິຈາກເງິນຊ່ວຍເຫຼືອໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ທ່ານສາມາດຮ່ວມບໍລິຈາກກັບເຮົາໂດຍກົງໄດ້ທີ່ຕາມສະຖານທີ່ ແລະ ວັນເວລາດັ່ງລຸ່ມນີ້: – ວັນສຸກ ທີ  2/2/18: Walking Street ແຄມຂອງ – ວັນສຸກ …

Read More »