Breaking News

News

ເມື່ອຄວາມຮັກໝົດອາຍຸ ແມ່ຍິງອາດກາຍເປັນ “ເຫຍື່ອ” ຄວາມຮຸນແຮງໂດຍບໍ່ຮູ້ຕົວ!

 “ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການກະທຳ, ການເມີນເສຍ ຫຼື ລະເລີຍ ທີ່ເຮັດໃຫ້ເກີດຜົນກະທົບຕໍ່ຈິດໃຈ ຂອງແມ່ຍິງແລະເດັກນ້ອຍ ເປັນຕົ້ນການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊິຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊືມເສົ້າ ຫຼື ຂ້າຕົວຕາຍ” ສະບາຍດີ ສາວໆຂວັນໃຈ ມາພົບກັບຄໍລຳ In Action ກັນອີກເປັນຄັ້ງທີ 2 ແລ້ວ ຄໍລຳນີ້ຈະຊ່ວຍໃຫ້ສາວໆຂວັນໃຈເຮົາ ໄດ້ອັບເດດ (update) ຄວາມຮູ້ກ່ຽວກັບ ສິດທິ ແລະ …

Read More »

ຂຶ້ນແທ່ນເຊັກຊີ່ໂຕແມ່ ເຈນີ່ ທຽນໂພສຸວັນ ທີ່ຊ່ວງນີ້ດຸໝັ່ນໂພສຮູບໂຊຫຸ່ນສຸດເຊັກຊີ່!!!

ກຳລັງເປັນກະແສກັນເລີຍກັບເຊັກຊີ່ໂຕແມ່ ເຈນີ່ ທຽນໂພສຸວັນ ດາລາ-ນັກສະແດງສາວປະເທດຈາກເພື່ອນບ້ານ ທີ່ຊ່ວງນີ້ຈະເຫັນນາງດຸໝັ່ນໂພສຮູບພາບໃນ ອິນສະຕາແກຼມໂຊຫຸ່ນງາມໆ ທີ່ສຸດແສນຈະຟິດແອນເຟີມສຸດໆ ຈົນເຮັດໃຫ້ມີແຟນຄລັບເຂົ້າໄປກົດໄລ້ ກົດແຊຣ ແລະສະແດງຄວາມຄິດເຫັນກັນຈົນສະໜັ່ນຫວັ່ນໄຫວ. ສຳລັບ ເຈນີ່ ທຽນໂພສຸວັນ ກໍເປັນອີກໜຶ່ງສາວທີ່ມັກ ແລະ ຮັກໃນການເບິ່ງແຍງສຸຂະພາບ ຈົນຂຶ້ນແທ່ນເປັນໄອດໍ້ເລື່ອງຫຸ່ນ ກາຍເປັນເຊັກຊີ່ໂຕແມ່ຂອງວົງການ ແລະ ຫຼ້າສຸດກໍໄດ້ລາງວັນ ດາລາສຸຂະພາບດີ ຈາກງານປະກາດຜົນລາງວັນ ມາຍາແຊນແນວ ມາແລ້ວ. Picture via: janienineeleven

Read More »

ເບິ່ງລະຫວ໋າມ່ວນດີ! ກິຕ້າ ພັດທະສອນ ແຂ່ງລາຍການດັງຂອງປະເທດເພື່ອນບ້ານ “ປິດສະໜາຟ້າແລບ”

ໄດ້ເບິ່ງກັນລະບໍ່? ກັບລາຍການດັງຂອງປະເທດເພື່ອນບ້ານ “ປິດສະໜາຟ້າແລບ” ທີ່ມີສາວລາວຄົນດັງ ພັດທະສອນ ມະນີດາລັດ (ກິຕ້າ) ໄປແຂ່ງຂັນລາຍການ ຈົນສ້າງສຽງຮືຮາໃຫ້ທັງປະຊາຊົນຄົນລາວ ແລະ ໄທ, ໃນລາຍການ ສາວ ກິຕ້າ ກໍຢູ່ໃນທີມທີ່ມີ 3 ສາວ 3 ສັນຊາດ ລາວ, ໄທ ແລະ ສ. ເກົາຫລີ ແຂ່ງຂັນກັບບັນດາໜຸ່ມໆດາລາດັງຂອງໄທ 3 ຄົນ, ເຊິ່ງລາຍການ “ປິດສະໜາຟ້າແລບ” ທີ່ມີ ກິຕ້າ ໄປແຂ່ງຂັນກໍອອກອາກາດມາໄດ້ 2 ມື້ແລ້ວ ແລະໃນລາຍການກໍເຕັມໄປດ້ວຍຄວາມມ່ວນຊື່ນ ແລະສຽງຮາ, ນອກຈາກນັ້ນ ສາວ ກິຕ້າ ກໍຍັງມີການສອນໃຫ້ຄົນທີ່ຢູ່ໃນການແຂ່ງຂັນລວມເຖິງພິທີກອນດັງ ເຊີນຊວນໃຫ້ຄົນລາວມາເບິ່ງລາຍການດັ່ງກ່າວໃນພາສາລາວວ່າ “ປິດສະໜາຟ້າແມບເຫຼື້ອມ” ຈະມ່ວນຊໍ່າໃດນັ້ນ ຂວັນໃຈ ເຮົາກໍມີມາຝາກແຟນໆ ລອງມາເບິ່ງກັນເລີຍ!!! ການແຂ່ງຂັນກຳລັງດຳເນີນໄປຢ່າງມ່ວນຊື່ນ ແລະໃນມື້ນີ້ຈະຕັດສິນກັນແລ້ວວ່າທີມໃດຈະເປັນຜູ້ຊະນະ ຢ່າລືມເອົາໃຈຊ່ວຍສາວລາວຂອງເຮົານຳເດີ້!!! ຂໍຂອບໃຈຄລິບຈາກ: WorkpointOfficial ຮູບພາບ: Kitar Phatthasone Manydalath

Read More »

ລວມຮູບພາບງາມໆຂອງບັນດາສາວໆ ທີ່ໄປເຮັດບຸນ ໃສ່ບາດຢາດນໍ້າ

ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກ ມື້ນີ້ກໍເປັນມື້ດີອີກມື້ໜຶ່ງຄືດັ່ງທີ່ເຮົາຮູ້ນັ້ນແຫຼະເນາະ!! ວ່າໃນແຕ່ລະປີທີ່ກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 10 ( ເດືອນລາວ ) ກໍຈະແມ່ນເປັນມື້ບຸນຫໍ່ເຂົ້າສະຫຼາກນັ້ນເອງ ພໍແຕ່ຕື່ນເຊົ້າຂຶ້ນມາທຸກຄົນກໍກະກຽມໄປໃສ່ບາດຢາດນໍ້າ, ຟັງເທດຟັງທໍາ ຢູ່ຕາມວັດ…ແລ້ວແຟນໆຂວັນໃຈເດ້ໄດ້ໄປໃສ່ບາດຢາດນໍ້າແດ່ບໍ…ມື້ນີ້ແອັດກໍເລີຍລວມເອົາ ຮູບພາບງາມໆຂອງບັນດາສາວໆ ທີ່ໄປເຮັດບຸນ ໃສ່ບາດຢາດນໍ້າ ໃນແຕ່ລະເທສະການງານບຸນຕ່າງໆມາຝາກໄປເບິ່ງກັນເລີຍ!! ຮູບພາບ: IGLAO, beautiful_girls_of_laos

Read More »

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2017 ຢູ່ທີ ບໍລິສັດເບຍລາວ ໄດ້ຈັດພິທີຈັບສະຫຼາກ ໂຄງການ 20 ປີ ນໍ້າດື່ມຫົວເສືອ ຄັ້ງທີ 1. ໂດຍການເປັນປະທານຂອງທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈຳກັດ, ມີບັນດາຄະນະຜູ້ບໍລິຫານ, ພະນັກງານບໍລິສັດເບຍລາວ ແລະ ສື່ມວນຊົນເຂົ້າຮ່ວມ. ຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ລົດ Ford Fiesta ໄດ້ແກ່ ທ້າວ ຈອນນີ້ ສູນດາລາ ຢູ່ບ້ານ ສົມສະນຸກ, ນະຄອນຫຼວງວຽງຈັນ ຊື້ທີຮ້ານຄ້າ ນາງຝົນ. ສົ່ງທັງໝົດ 1000 ຝາ ໄດ້ 25 ຄູປ໋ອງໃນການສົ່ງຊິງໂຊກຄັ້ງນີ້. ນອກຈາກຈັບລາງວັນໃຫຍ່ລົດ Ford Fiesta ນີ້ແລ້ວ ຍັງໄດ້ຈັບລາງວັນ ຈີ້ສາຍຄໍຄຳ ໜັກ …

Read More »