ແມ່ຍິງທັງຫຼາຍຟັງທາງນີ້ ຖ້າໃຜຍັງສົງໄສວ່າ ພຶດຕິກຳໃດແດ່ ທີ່ຖືວ່າເປັນຄວາມຮຸນແຮງຕໍ່ແມ່ຍິງຕາມກົດໝາຍບ້ານເຮົາ ມື້ນີ້ເຮົາມີຄຳຕອບມາຝາກມາຕ້ອນເດີ້: ອີງຕາມມາດຕາ 17 ຈາກກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (2015) 10 ພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກມີດັ່ງນີ້: ການທາລຸນ, ການທໍລະມານ, ການທຸບຕີ, ການບັງຄັບ, ການຂົ່ມຂູ່, ການໂຍນເດັກຖິ້ມ, ການກະທຳທີ່ຫຍາບຊ້າ ຫຼືການປະພຶດອື່ນໂດຍເຈຕະນາ ທີ່ແຕະຕ້ອງຕໍ່ສຸຂະພາບ, ຊີວິດ ຫຼືຈິດໃຈ; ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການເຍາະເຍີ້ຍສຽດນີ, ການໝິ່ນປະໝາດ, ຫຼືການປະພຶດອື່ນໆ ໂດຍເຈຕະນາ ທີ່ເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ ຫຼືຈິດໃຈ; ການຈຳແນກ, ການເຮັດໃຫ້ໂດດດ່ຽວ, ການໄລ່ອອກຈາກທີ່ພັກອາໄສ ຫຼືໃຫ້ອອກຈາກວຽກໂດຍບໍ່ຖືກຕ້ອງ ຫຼືສ້າງຄວາມກົດດັນທາງຈິດຕະສາດ; ການບໍ່ໃຫ້ໂອກາດ, ການກີດກັ້ນການປະຕິບັດໜ້າທີ່, ການເຄື່ອນໄຫວວຽກງານທາງ ເສດຖະກິດ-ສັງຄົມ ຫຼືກີດກັ້ນການປະຕິບັດສິດ ແລະພັນທະຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະລະບຽບການ; ການທຳລາມົກ, ການທຳອະນາຈານ, ການເຜີຍແຜສິ່ງລາມົກ, ການທຳມມິດສະຈານ, …
Read More »News
ຊຶ້ງກິນໃຈ! ນຸ້ຍ ສຸພາພອນ ໂພສຂອບໃຈຄົນລາວທຸກຄົນທີ່ໃຫ້ກຳລັງໃຈຕະຫຼອດໄລຍະການປະກວດ Miss Universe 2017
“ຂໍຂອບໃຈທຸກໆຄົນຈາກໃຈ ຖ້າບໍ່ມີທຸກໆຄົນຄົງຈະບໍ່ມີນຸ້ຍໃນມື້ນີ້ເຊັ່ນກັນ” ເປັນຄຳເວົ້າທີ່ອອກມາຈາກໃຈ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ທີ່ຫຼ້າສຸດໄດ້ອອກມາໂພສໃນເຟສບຸກສ່ວນຕົວເພື່ອຂອບໃຈຄົນລາວທຸກໆຄົນທີ່ໃຫ້ການສະໜັບສະໜູນ ຄອຍສົ່ງກຳລັງໃຈຕະຫຼອດໄລຍະທີ່ເຮັດພາລະກິດໃນກອງປະກວດ Miss Universe 2017 ທີ່ ລາສເວກັດ (USA). ລອງມາອ່ານຂໍ້ຄວາມບາງສ່ວນທີ່ນຸ້ຍໄດ້ໂພສຜ່ານເຟສບຸກ: “ຈົບໄປແລ້ວກັບການປະກວດ Miss Universe ນຸ້ຍເອງຂໍສະແດງຄວາມຍິນດີກັບຜູ້ທີ່ຖືກເລືອກແລະເໝາະສົມກັບຕຳແໜ່ງນີ້ກໍຄືສາວງາມຈາກ South Africa ສຳລັບນຸ້ຍເອງເປັນສິ່ງໜຶ່ງທີ່ພາກພູມໃຈໃນຊີວິດຂອງຜູ້ຍິງຄົນໜຶ່ງ ເປັນຢ່າງກັບຝັນ ບໍ່ເຄີຍຄິດວ່າຕົນເອງຊິມາຢືນຢູ່ເວທີນີ້ເຄີຍນັ່ງເບິ່ງແຕ່ຢູ່ໂທລະທັດແລ້ວຊີ້ວ່າ “ຜູ້ນັ້ນງາມຜູ້ນີ້ງາມ“ ແຕ່ມາມື້ນີ້ໄດ້ມາສຳຜັດຕົວຈິງໄດ້ຍ່າງ ແລະ ມີທຸງລາວພ້ອມປະກາດຄຳວ່າລາວ… ດັງໆໃຫ້ທົ່ວໂລກໄດ້ຍິນເຮັດໃຫ້ໂຕເອງພາກພູມໃຈຫຼາຍ ❤️?? ສຳຫຼັບນຸ້ຍຄິດວ່າມາຮອດນີ້ບໍ່ມີຄຳວ່າແພ້ຫຼືຊະນະ ທຸກໆຄົນເຮັດເຕັມທີ່ໃນໜ້າທີ່ຂອງໂຕເອງໄດ້ດີທຸກຄົນ ເຮົາເຫັນເຖີງຄວາມຕັ້ງໃຈຂອງແຕ່ລະຄົນ ແຕ່ບໍ່ໄດ້ໝາຍເຖີງເຮົາຈະມາແຂ່ງຂັນກັນພຽງຢ່າງດຽວ ເຮົາມີຄວາມຮັກ ແລະ ມິດຕິພາບໃຫ້ກັນ ສິ່ງທີ່ໄດ້ຈາກຈຸດນີ້ເປັນຫຍັງທີ່ວິເສດແລະມີຄ່າຫຼາຍ ນຸ້ຍເອງຈະນຳມາພັດທະນາໂຕເອງໃຫ້ດີຂຶ້ນກວ່າເກົ່າ ແລະ ຫວັງວ່າທຸກຄົນຍັງຈະຮັກແລະເຊຍນຸ້ຍເດີ້… ຂໍຂອບໃຈທຸກໆຄົນຈາກໃຈ ຖ້າບໍ່ມີທຸກໆຄົນຄົງຈະບໍ່ມີນຸ້ຍໃນມື້ນີ້ເຊັ່ນກັນ” Nui Soupphaphone Somvichitさんの投稿 2017年11月29日(水) ຢ່າງໃດກໍຕາມ ເປັນທີ່ໜ້າພູມໃຈຫຼາຍທີ່ມີທຸງຊາດລາວ ແລະ ແມ່ຍິງລາວໄປຮ່ວມປະກວດໃນເວທີ …
Read More »ເປັນທີ່ຮືຮາ! ງາມຫຼາຍໆ ນາງສາວເຜົ່າມົ້ງລາວ ປະຈຳປີ 2018 “Miss Hmong Laos ” (ຂໍສະແດງຄວາມຍິນດີນຳເດີ້)
ຂໍສະແດງຄວາມຍິນດີກັບ ນາງ ນູ້ວົງສາ ລໍ່ເຢຍ ອາຍຸ 25 ປີ ລວງສູງ 157 ຊັງຕີແມັດ ສາວງາມຈາກ ແຂວງ ຊຽງຂວາງ ຜູ້ເຂົ້າປະກວດໝາກເລກ 9 ຄວ້າຕຳແໜ່ງ ນາງສາວເຜົ່າມົ້ງລາວ 2018 “Miss Hmong Laos”, ເຊິ່ງການແຂ່ງຂັນຈັດຂຶ້ນໃນວັນທີ 28 ພະຈິກ 2017 ທີ່ຜ່ານມາຢູ່ທີ່ ບ້ານຊຳເກດ,ເມືອງສີໂຄດຕະບອງ,ນະຄອນຫຼວງວຽງຈັນ, ງານນີ້ເຮັດເອົາຊາວເນັດທີ່ໄດ້ເຫັນຮູບໂສມຂອງຜູ້ທີ່ຊະນະເລີດໄດ້ເປັນ ນາງສາວເຜົ່າມົ້ງລາວ ປະຈຳປີ 2018 ຕ່າງກໍເວົ້າເປັນສຽງດຽວກັນວ່າງາມຫຼາຍໆເດີ້. / ທີ່ມາ: Miss Hmong Laos , Lany Lor
Read More »ມາເບິ່ງ! ຄວາມໜ້າຮັກຂອງ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ ມີສຢູນີເວີຣສ ລາວ ແລະ ໄທ ເຕັ້ນໂຄເວີ້ເພງ ປານາມາ!!! (ມີຄລິບ)
ມາເບິ່ງ! ຄວາມໜ້າຮັກຂອງ ນຸ້ຍ ສຸພາພອນ ສົມວິຈິດ ແລະ ມາເຣຍ ມາລີຍາ ພູນເລີດລາບ ສອງສາວ ມີສຢູນີເວີຣສ ລາວ ແລະ ໄທ ເຊິ່ງທັງສອງເປັນເພື່ອນຮ່ວມຫ້ອງ (roommate) ໃນການປະກວດ Miss Universe 2017 ທີ່ ລາສເວກັດ USA. ເຊື່ອບໍ່ວ່າເຫັນງາມໆ ມີຄວາມໝັ້ນໃຈແບບນີ້ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ ພວກເຂົາຍັງມີມຸມໜ້າຮັກໆມາໃຫ້ແຟນໆໄດ້ເບິ່ງ ໄດ້ແຍງ ເພາະທັງສອງສາວໄດ້ໃຊ້ເວລາຫວ່າງໂດຍການເຕັ້ນໂຄເວີ້ເພງ ປານາມາ ທີ່ກຳລັງຮິດແລະເປັນກະແສກັນໃນເວລານີ້ ແລະ ໄດ້ໂພສຄລິບລົງໃນ ເຟສບຸກ ແລະ ອິນສະຕາແກຼມສ່ວນຕົວ ຈົນເອີ້ນສຽງຮືຮາຈາກແຟນຄລັບຂອງທັງສອງ ໃຜໆທີ່ເບິ່ງກໍເບິ່ງໄປຍິ້ມໄປ. ແນະໆບໍ່ເຊື່ອທີ່ ຊະນີIndy ເວົ້າແມ່ນບໍ່? ລອງມາເບິ່ງຄລິບຂອງ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ …
Read More »ຟັງແລ້ວຂົນໜາວລຸກ! ເດັກນ້ອຍລາວໄປໂຊພະລັງສຽງໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ.
ປະໂທະ! ຟັງສຽງຮ້ອງເພງແລ້ວຂົນໜາວລຸກ... ຕ້ອງຂໍຍອມໃນພະລັງສຽງຂອງເດັກນ້ອຍລາວ ນ້ອງ ອະລິຕາ ອາລຸນສະຫວັດ ອາຍຸ 13 ປີ ເຍົາວະຊົນລາວຄົນເກັ່ງທີ່ໄປໂຊຄວາມສາມາດໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ, ເຊິ່ງໄດ້ໂຊພະລັງສຽງໃຫ້ກຳມະການ ແລະ ຜູ້ຄົນໄດ້ເຫັນຄວາມສາມາດໃນບົດເພງທີ່ມີຊື່ວ່າ dream come true ເຮັດເອົາຄົນທີ່ໄປເບິ່ງການແຂ່ງຂັນເຖິງຂັ້ນຕະລຶງໃນພະລັງສຽງ (ຂໍບອກວ່າສຸດຍອດ…) ນ້ອງAlita Alounsavathອາລິຕະ(13ປີ)ນັກຮ້ອງຕົວແທນປະເທດລາວ??ເຂົ້າປະກວດຮ້ອງເພັງໃນລາຍການ 『のどじまんTHEワールド! 』ເປັນຄັ້ງທຳອິດຂອງປະເທດລາວໃນເພງ「何度でも」-dream come true ທີ່ປະເທດຍີ່ປຸ່ນ.#ຂໍຄາລະວະ?ຟັງສຽງລອງເບີ່ງຈະຮູ້ວ່າສຸດຍອດສໍ່າໃດ. #ຂໍສາມຄຳ. ຄົນລາວກຳລັງດັງໃນຫລາຍເວທີໃຜມີຄວາມສາມາດຢ່າປ່ອຍໃວ້ສະແດງອອກມາໃຫ້ໂລກໄດ້ຮູ້ວ່າຄົນລາວເກັ່ງ ແລະມີຄວາມສາມາດສະໝັກໄດ້ທີ່ http://www.ntv.co.jp/nodo/old/offer.html. #ແຊດ່ວນ #ຂົນຫນາວແຕກ #https://youtu.be/9RUmor_Cqnc share アリタちゃん13歳の女の子が、日本の歌手の何度でもの歌を歌ってた。かなり凄かった。#感謝#感動#胸いっぱい #japan #tokyo #song #sing #laos #people #lover #lovers とても、上手だったよ? ເສຍດາຍຍັງຄະແນນດຽວສິເປັນແຊມ. 健一 武志さんの投稿 2017年11月25日(土) ສຳລັບການປະກວດຮ້ອງເພງໃນຄັ້ງນີ້ມີຊື່ລາຍການວ່າ …
Read More »