Breaking News

News

ງາມເລີດຫຼູ! ລູກນໍ້າ ທິດາລັດ ຮ່ວມເສີດສາຍໃນງານ “Asean China Film Festival” ທີ່ປະເທດ ມາເລເຊຍ

ງາມເລີດຫຼູ!!! ນັກສະແດງສາວຊື່ດັງ ລູກນໍ້າ ທິດາລັດ ວົງສິຣິ ຮ່ວມເສີດສາຍໃນງານ “Asean China Film Festival” ທີ່ປະເທດ ມາເລເຊຍ ໃນວັນທີ 2 ທັນວາ 2017 ທີ່ຜ່ານມາ, ເຊິ່ງງານນີ້ ລູກນໍ້າ ກໍມາເປັນອີກໜຶ່ງນັກສະແດງທີ່ໄປຮ່ວມໃນງານ ໃນຖານະນັກສະແດງຈາກຮູບເງົາ “ຫົງຫາມເຕົ່າ” ຮູບເງົາຈາກລາວເຮົາ ແລະ ງານນີ້ຂໍບອກເລີຍວ່ານາງຈັດເຕັມ ງາມຫຼາຍສົມກັບເປັນຊຸບເປີສະຕາຈາກລາວ, ລອງມາເບິ່ງຮູບຂອງ  ລູກນໍ້າ ທິດາລັດ ວົງສິຣິ  ກັນເລີຍ… ແລະ ຍັງມີຮູບອື່ນໆຂອງສາວ ລູກນໍ້າ ທິດາລັດ ມາຝາກນຳເດີ້!!! ຮູບພາບ: Louknum Vongsili

Read More »

ສຸດຍອດ! ຮູບເງົາລາວ “ຫົງຫາມເຕົ່າ” ຮັບລາງວັນໃນລະດັບ ອາຊຽນ ທີ່ປະເທດ ມາເລເຊຍ!!!

ວ້າວວວວ!!! ເປັນທີ່ໜ້າຍິນດີກັນສຸດໆເລີຍ ເປັນຂ່າວດີໃຫ້ກັບວົງການບັນເທີງລາວ ເພາະຮູບເງົາ “ຫົງຫາມເຕົ່າ” ດັງໄກ ແລະ ໄດ້ຮັບລາງວັນ ຮູບເງົາດີເດັ່ນ (Excellent Film Award) ລະດັບອາຊຽນໃນງານ Asean-China Film Festival ທີ່ ປະເທດ ມາເລເຊຍ, ເຊິ່ງງານນີ້ມີທີມງານຜູ້ສ້າງ ແລະ ບັນດານັກສະແດງນັ້ນກໍຄື: ເຈ້ຍ ປາຊິຟິກ, ລູກນໍ້າ ທິດາລັດ ວົງສິຣິ, ບ໋ອບບີ້ ອັດສະວິນ ໄປຮ່ວມງານ ແລະ ຮັບລາງວັນກັບມາຝາກຄົນລາວເຮົາທຸກຄົນດ້ວຍຄວາມຍິນດີ. Phoumsana Sirivongsaさんの投稿 2017年12月4日(月)   ສຳລັບ ຮູບເງົາລາວ “ຫົງຫາມເຕົ່າ ທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ (Excellent Film Award) ໃນລະດັບອາຊຽນໃນຄັ້ງນີ້ຖືເປັນອີກບາດກ້າວໜຶ່ງຮູບເງົາລາວ ຂອງວົງການບັນເທີງລາວ ເພາະຈະເຮັດໃຫ້ຊາວໂລກໄດ້ຮູ້ວ່າວົງການຮູບເງົາຂອງລາວເຮົາກໍນັບມື້ນັບພັດທະນາຂຶ້ນໄປເລື້ອຍໆ. #ແຊຣໄປໃຫ້ໂລກຮູ້ເຖິງສີມືຂອງຄົນລາວ ທີ່ມາ: Phoumsana Sirivongsa , Louknum …

Read More »

ອາການມັນຟ້ອງວ່າຊິລິໂຄນດັງອາດທະລຸ ຮີບເຊັກວິທີສັງເກດອາການກ່ອນທີ່ຈະສາຍເກີນແກ້!!!

ທຸກມື້ນີ້ປະຕິເສດບໍ່ໄດ້ເລີຍວ່າ ການເຮັດສັນຍະກຳ ດັງ ກາຍເປັນສັນຍະກຳຍອດຮິດ ແລະ ເປັນເລື່ອງທຳມາສຸດໆ ເຊິ່ງເຕັກນິກອັນດັບຕົ້ນໆຂອງການເຮັດສັນຍະກຳນັ້ນກໍຄືການໃຊ້ ຊິລິໂຄນ ແລະ ແນ່ນອນວ່າການນຳສິ່ງແປກປອມເຂົ້າໄປໃນຮ້າງກາຍ ອາດຈະເຮັດໃຫ້ມີຄວາມກັງວົນໃຈ ຫຼືບັນຫາຫຼາຍໆຢ່າງຕາມມາກໍເປັນໄດ້ ເຊິ່ງບັນຫາຫຼັກໆຂອງຄົນທີ່ເຮັດສັນຍຳກຳມັກພົບເຈິ ແລະ ເປັນກັນຫຼາຍເລີຍກໍຄື ອາການຂອງ ຊິລິໂຄນດັງທະລຸ ນັ່ນເອງ, ເນື່ອງມາຈາກຫຼາຍສາເຫດ ແລະ ຫຼາຍປັດໄຈເຊັ່ນ: ບໍ່ວ່າຈະເປັນຊີ້ນດັງໜ້ອຍ ແຕ່ຢາກເສີມໃຫ້ໂມ, ຊິລິໂຄນທີ່ບໍ່ໄດ້ມາດຕະຖານ, ການແກ້ດັງຫຼາຍໆຮອບ ເຮັດໃຫ້ຊີ້ນດັງບາງລົງ ຫຼື ເສີມດັງດົນໆໄປ ອາດເຮັດໃຫ້ຊີ້ນດັງເກີດອາການທະລຸໄດ້ເຊັ່ນດຽວກັນ ເຊິ່ງບັນຫາດັງທະລຸນີ້ ຖືໄດ້ວ່າເປັນເລື່ອງໃຫ່ຍ ແລະ ສຳຄັນຂອງຄົນທີ່ເຮັດສັນຍະກຳດັງເລີຍກໍວ່າໄດ້, ດັ່ງນັ້ນ ຖ້າໝູ່ເພື່ອນຄົນໃດບໍ່ຢາກເຈິບັນຫາສາຍເກີນແກ້ ລອງມາເບິ່ງວີທີສັງເກດອາການ ແລະ ສັນຍານເຕືອນຂອງດັງທະລຸເອົາໄວ້ກ່ອນຈະເປັນການດີທີ່ສຸດ ຫາກມີອາການດັ່ງນັ້ນຄວນຮີບຮ້ອນໃຈປຶກສາແພດເພື່ອຈະໄດ້ແກ້ໄຂໃຫ້ທັນເວລາ ແລະ ບໍ່ຕ້ອງມານັ່ງເສີຍໃຈພາຍຫຼັງ. ປາຍດັງສະທ້ອນແສງ ດັງສະທ້ອນແສງ ມັນວາວກວ່າປົກກະຕິ ຫຼືມີສີຂາວໆໃສໆ ສັງເກດງ່າຍໆໄດ້ທີ່ບໍລິເວນປານດັງ ຫາກມີອາການແບບນີ້ສະແດງວ່າເນື້ອທີ່ປາຍດັງເລີ່ມບາງລົງ ຈຶ່ງເປັນສາເຫດເຮັດໃຫ້ເບິ່ງເຫັນຜິວຂອງຊິລິໂຄນທີ່ຢູ່ໃຕ້ຜິວໜັງຂອງເຮົາສະທ້ອນອອກມາ 2. ລູບປາຍດັງແລ້ວຮູ້ສຶກສຽວໆ ເມື່ອຊິລິໂຄນເກີດການດັນອອກມາຢູ່ຜິວໜັງລາຍຈົນເກີນໄປ …

Read More »

ຄົນລາວເຮົາເກັ່ງຫຼາຍໆ! ສ້າງສຽງຮືຮາ ແຈັກກີ້ ໄຊປະເສີດ ຜ່ານເຂົ້າຮອບໃນລາຍການ  The Voice Thailand Season 6 (ມີຄລິບ)

ຄົນລາວເຮົາເກັ່ງຫຼາຍໆ!!! ກາຍເປັນທີ່ຮືຮາໃນຊ່ວງວັນພັກຍາວ ໃນວັນທີ 2 ທັນວາ 2017 ທີ່ຜ່ານມາ… ເຊື່ອວ່າແຟນໆຫຼາຍທ່ານຄົງຈະເປັນແຟນຄລັບຂອງລາຍການ The Voice Thailand ແລະ ກໍສ້າງເຊີໄພ້ໃຫ້ຄົນລາວບໍ່ແມ່ນໜ້ອຍ ເພາະມີນັກຮ້ອງສຽງດີຈາກລາວເຮົານັ້ນກໍຄື ໜຸ່ມ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ອາຍຸ 18 ປີ ໄປແຂ່ງຂັນໃນຮອບ Blind Audition ແລະ ຜ່ານເຂົ້າໃນຮອບຕໍ່ໄປຂອງລາຍການ (ວ້າວວວ!!! ຊົມເຊີຍເກັ່ງຫຼາຍໆ) , ແຈັກກີ້ ໃຊ້ບົດເພງ “ພູດທຳໄມ” ໃນການແຂ້ງຂັນໃນຮອບນີ້ ແລະ ຮ້ອງໄດ້ມ່ວນ ມີນໍ້າສຽງເປັນເອກະລັກສຸດໆ ຈົນເຮັດໃຫ້ກຳມະການກົດປຸ່ມເລືອກ ແລະ ປິ່ນມາ. ເຊິ່ງກຳມະການຜູ້ທີ່ເລືອກ ແຈັກກີ້ ໃນການແຂ່ງຂັນໃນເທື່ອນີ້ກໍຄື ສິງໂຕ ນຳໂຊກ ສິລະປິນຊື່ດັງອີກໜຶ່ງທ່ານຂອງປະເທດເພື່ອນບ້ານເຮົານີ້ເອງ. ສຳລັບ ແຈັກກີ້ ໄຊປະເສີດ ໜຸ່ມນ້ອຍຄົນນີ້ ມີດີກຼີເປັນເຖິງນັກຮ້ອງນຳວົງ “Yes” ແຫ່ງຄ້າຍເພງ “ອິນດີ້ ເຣັກຂອດ” …

Read More »

ເພື່ອເປັນແຮງບັນດານໃຈ! ມິເຄລ່າ ໂຮມເກັ້ນ ຄົນທຳອິດໃນປະຫວັດສາດ ຜູ້ປ່ວຍດາວຊິນໂດມຮ່ວມປະກວດນາງງາມ!!!

ຫຼັງຈາກທີ່ເຮົາໄດ້ຮູ້ຜົນການປະກວດ Miss Universe 2017 ກັນໄປແລ້ວ ເທື່ອນີ້ຂໍແວະມາເກາະຕິດຂອບເວທີ ມິສຢູເອສເອ ກັນແດ່ ເພາະເວທີນີ້ກໍສ້າງກະແສຮືຮາບໍ່ແມ່ນໜ້ອຍ ເຊິ່ງໃນປີນີ້ມີຜູ້ເຂົ້າປະກວດທີ່ເປັນ ດາວຊິນໂດມ (Down’s syndrome) ຫຼື ຄົນທີ່ມີສະຕິບໍ່ສົມປະກອບ ລົງສະໜາມຊິງມົງກຸດ ມິສຢູເອສເອ ເພື່ອສານຝັນໃຫ້ເປັນຈິງ ສາວງາມຜູ້ປ່ວຍ  ດາວຊິນໂດມ ຄົນນີ້ມີຊື່ວ່າ ມິເຄລ່າ ໂຮມເກັ້ນ ອາຍຸ 22 ປີ ເປັນຜູ້ປ່ວຍ  ດາວຊິນໂດມ ຄົນທຳອິດໃນປະຫວັດສາດທີ່ເຂົ້າປະກວດ ມິສຢູເອສເອ ລະດັບຣັດ ໂດຍກ່ອນໜ້ານີ້ ມິເຄລ່າ ເຄີຍປະກວດໃນເວທີນາງງາມລະດັບເຍົາວະຊົນ ແລະ ໄດ້ຕຳແໜ່ງ ມິສມິນນີ່ໂຊຕ້າ ຈູເນີຍ ແລະ ເປັນຕົວແທນຣັດເຂົ້າປະກວດມິສອະເມຊິ່ງລະດັບເຍົາວະຊົນທີ່ ລອສແອງເຈີລິສ ມາແລ້ວ… “ຂ້ອຍຕ້ອງການສະແດງຄວາມສາມາດໃຫ້ຄົນອື່ນເຫັນວ່າ ຂ້ອຍສາມາດເຮັດສິ່ງທີ່ຍາກໄດ້ ແລະສະແດງໃຫ້ເຫັນວ່າຄົນທີ່ເປັນ ດາວຊິນໂດມ ມີຄວາມສາມາດ ແລະ ສາມາດເຮັດຕາມຄວາມຝັນໄດ້” (ມິເຄລ່າ ໂຮມເກັ້ນ ກ່າວວວ) ເຊິ່ງທີ່ຜ່ານມາ ມິເຄລ່າ ບໍ່ເຄີຍຄິດວ່າຕົວເອງແຕກຕ່າງຈາກຄົນປົກກະຕິເພື່ອມາເປັນອຸປະສັກໃນການໃຊ້ຊີວິດແຕ່ຢ່າງໃດ …

Read More »