ເຮົາມັກຈະໄດ້ຍິນວ່າ ພໍ່ແມ່ບັງຄັບໃຫ້ແມ່ຍິງແຕ່ງດອງ ກັບຄົນທີ່ບໍ່ມັກ ຫຼື ຄອບຄົວບໍ່ຍອມໃຫ້ແມ່ຍິງ ຢ່າຮ້າງ ຈາກຜົວທີ່ບໍ່ຊື່ສັດ ຫຼືຫຼິ້ນສາວ ຍ້ອນຢ້ານອັບອາຍ ເສື່ອມເສຍສັກສີ ບໍ່ຢາກໃຫ້ເປັນແມ່ຮ້າງ ແຕ່ຮູ້ບໍ່ວ່າ ການກະທຳເຫຼົ່ານີ້ ແມ່ນລະເມີດຕໍ່ສິດທິໃນການເລືອກ ແລະຕັດສິນໃຈຂອງຕົວແມ່ຍິງເອງ ລວມທັງຖືວ່າເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງນຳອີກໃດ ອີງຕາມກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ມາດຕາ 79 ມາດຕະການທາງອາຍາ ຂໍ້ທີ 3 ໄດ້ກ່າວເຖິງການລົງໂທດ ບຸກຄົນທີ່ກະທຳຄວາມຮຸນແຮງຕໍ່ແມ່ຍິງ ກ່ຽວກັບ ການບັງຄັບ ແລະກີດກັນ ການແຕ່ງດອງ ຫຼືຢ່າຮ້າງ ຂອງແມ່ຍິງໄວ້ວ່າ: “ບຸກຄົນທີ່ໄດ້ບັງຄັບແມ່ຍິງ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ແຕ່ງດອງ, ຢ່າຮ້າງ ຫຼືກີດກັນ ການແຕ່ງດອງ ຫຼືຢ່າຮ້າງ ຈະຖືກລົງໂທດຕັດອິດສະລະດາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 300,000 …
Read More »News
ງານເທສະການດົນຕີ VangVieng Music Fest ຕ້ອງຈັດທີ່ ມ. ວັງວຽງ ເທົ່ານັ້ນ, ຢ່າລືມມາລະເບີດຄວາມມັນ 15-16 ທັນວາ 2017 ນີ້!!!
ໃກ້ມື້ເຂົ້າມາແລ້ວກັບງານໃຫ່ຍລະດັບປະເທດ VangVieng Music Fest 2017 ທີ່ຈັດຂຶ້ນໂດຍ ບໍລິສັດ ສາມາດ ຈຳກັດ ຈະຈັດຂຶ້ນໃນວັນທີ 15-16 ທັນວາ 2017 ນີ້, ເຊິ່ງແຟນໆຫຼາຍຄົນທີ່ເປັນສາວົກຂອງງານ ວັງວຽງ ມິວສິກ ເຟສ ຕົວຈິງສຽງຈິງກໍຈະຮູ້ ແລະ ຕິດຕາມຄວາມເຄື່ອນໄຫວຂອງງານກັນຢ່າງໜຽວແໜ້ນ ແຕ່ສຳລັບແຟນໆທ່ານໃດທີ່ຍັງບໍ່ແນ່ໃຈວ່າລາຍລະອຽດຂອງງານນັ້ນມີແນວໃດແທ້? ມາໆ…ນຳ ຊະນີIndy ມາຕິດໆ ເພາະຈະມີລາຍລະອຽດ ແລະ ຈຸດປະສົງຂອງການຈັດງານ VangVieng Music Fest 2017 ມາຝາກກັນດັ່ງຕໍ່ໄປນີ້: ງານເທສະການດົນຕີ VangVieng Music Fest 2017 ສະຖານທີ່ ແມ່ນຈັດຢູ່ ຖໍ້າລົມ ມ. ວັງວຽງ ເຊິ່ງເປັນຈຸດກຳເນີດຂອງງານ ແລະ ຍັງຈະດຳເນີນສືບຕໍ່ຈັດງານເທສະການດົນຕີໃຫ້ແຟນໆໄດ້ ມ່ວນ ມັນ ກັບສຽງດົນຕີ ແລະ ສຳຜັັດກັບບັນຍາກາດດີໆຂອງ ມ. …
Read More »ບົດເພງ “ສຽງຈາກສຕີຣ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ບົດເພງ “ສຽງຈາກສຕີຣ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 2013 ທີ່ຈັດຂຶ້ນໂດຍ ສະຫະພັນແມ່ຍິງນະຄອນຫຼວງ ຮ່ວມກັບອົງການແຄນາໆຊາດ ປະຈຳລາວ.
Read More »So Sexy! ນຸ້ຍ ສຸພາພອນ Miss Universe Laos ທ່ອງທ່ຽວ USA ຫຼັງປະກວດ!!!
ມາອັບເດດຄວາມເຄື່ອນໄຫວຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ທີ່ຫາແຕ່ເຮັດໜ້າທີ່ຕາງໜ້າແມ່ຍິງລາວໄປປະກວດ Miss Universe 2017 ທີ່ ລາສເວກັດ (USA) ໃນຊ່ວງທ້າຍເດືອນ ພະຈິກ ທີ່ຜ່ານມາ, ຫຼ້າສຸດ ນຸ້ຍ ສຸພາພອນ ກໍຍັງບໍ່ໄດ້ກັບມາ ປະເທດລາວ ແຕ່ຍັງທ່ອງທ່ຽວພັກຜ່ອນກັບຄອບຄົວ ແລະ ເຮັດວຽກຖ່າຍແບບ ທີ່ USA, ຫຼັງຈາກທີ່ປະກວດ ແລະ ເຮັດພາລະກິດຢ່າງໜັກໃນເວທີ ນາງງາມຈັກກະວານ. ຫຼັງຈາກປະກວດໃນເວທີ Miss Universe 2017 ແລ້ວ ນຸ້ຍ ສຸພາພອນ ສັງເກດຢ່າງເຫັນໄດ້ຈະແຈ້ງວ່ານາງມີຄວາມງາມ ເຊັກຊີ່ ແລະ ມີຄວາມໝັ້ນໃຈຫຼາຍຂຶ້ນ, ລອງມາເບິ່ງຮູບພາບແຕ່ລະຮູບຂອງສາວງາມຄົນນີ້ລອງເບິ່ງຂໍບອກເລີຍວ່າ … Wow! So Sexy girl!!! ຮູບພາບ: Nui Souphaphone
Read More »ປະໂທະ! ຍອມໃຈໃນຫຸ່ນຂອງນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ (ຫຸ່ນແບບນີ້ມີຂາຍບໍ່?)
ທ້າຍອາທິດແບບນີ້ ມາເບິ່ງຫຍັງທີ່ມັນຜ່ອນຄາຍກັນແດ່ເນາະ!!! ຢາກຈະບອກວ່າຫຼັງຈາກ ທີ່ເວັບໃຊ້ ຂວັນໃຈ ເຮົາໄດ້ນຳສະເໜີຂ່າວຂອງສາວ ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ) ໃນຊ່ວງເດືອນ ພະຈິກ ທີ່ຜ່ານມາ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນສ້າງສຽງຮືຮາໃຫ້ວົງການນັກກິລາລາວ ແຖມເປັນແມ່ຍິງລາວ ຈົນເປັນທີ່ໜ້າຍິນດີມາແລ້ວ. ຫຼ້າສຸດ ຂວັນໃຈ ເຮົາກໍຍັງຢາກຈະອັບເດດເລື່ອງລາວຂອງສາວຄົນນີ້ມາໃຫ້ແຟນໆໄດ້ຕິດຕາມກັນຕື່ມ ແລະ ຈະເປັນຫຍັງບໍ່ໄດ້ເລີຍ ເພາະເວົ້າເຖິງ ນັກກິລາກໍຄົງຈະໜີບໍ່ພົ້ນເລື່ອງຫຸ່ນ ແບບວ່າຫຸ່ນຂອງນາງນິນະ ປະໂທະ!!! ດີຫຼາຍໆ ຢາກຈະຮ້ອງອອກໄປດັງໆເລີຍວ່າ ຫຸ່ນແບບນີ້ມີຂາຍບໍ່? (555) ເອົ້າໆ!!! ດຽວຈະຫາວ່າເວົ້າເກີນເຫດ ລອງເບິ່ງຫຸ່ນຂອງ ກິນນະລອນ …
Read More »