ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ ໃນຕອນແລງຂອງວັນທີ 6 ທັນວາ 2017 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ. ພາຍໃນງານຕົກແຕ່ງດ້ວຍຕົ້ນ ຄຣິດສມາດສໃຫຍ່ ທ່ປະດັບປະດາຢ່າງສວຍງາມ ແລະເຮືອນເຂົ້າໜົມປັງຍັກ ງານດັ່ງກ່າວໄດ້ສ້າງຄວາມຮູ້ສຶກອົບອຸ່ນ ໄດ້ບັນຍາກາດຂອງວັນຄຣິດສມາດສ ໃຫ້ກັບແຂກພາຍໃນໂຮງແຮມ ແລະແຂກທີ່ເຂົ້າຮ່ວມໃນງານໄດ້ມ່ວນຊື່ນກັບການຮ້ອງເພງ ຄຣິດສມາດສ ຂອງນ້ອງນ້ອຍນັກຮຽນຈາກໂຮງຮຽນ ປະຖົມສົມບູນ ພະໄຊ. ນອກນັ້ນບັນດາແຂກທີ່ເຂົ້າຮ່ວມໃນງານຍັງໄດ້ເພີດເພີນກັບການທົດລອງຊີມເມນູອາຫານພິເສດຂອງ Magical Christmas Eve ທີ່ພ້ອທໃຫ້ທ່ານສໍາພັດໄດ້ໃນວັນທີ 24 ທັນວາ 2017 ທີ່ຈະມາເຖິງນີ້!
Read More »News
ສ່ອງ! ຄວາມງາມຫວານປານນໍ້າເຜິ້ງຂອງ ບີ່ໂບ້ ດວງພະໄທ ເຈົ້າຂອງຕຳແໜ່ງ Miss Laos 2017
ມາສ່ອງສາວງາມອີກ 1 ເວທີກັນແດ່ນັ້ນກໍຄຶເວທີ ນາງສາວລາວ (Miss Laos 2017) ທີ່ໄດ້ຮູ້ກັນໄປໃນໄລຍະໜຶ່ງແລ້ວວ່າສາວງາມທີ່ສາມາດຄວ້າຕຳແໜ່ງອັນຊົງກຽດນີ້ໄປໄດ້ນັ້ນກໍຄື ດວງພະໄທ ເມກສີທອງ ຫຼື ບີ່ໂບ້ ສາວນ້ອຍອາຍຸ 19 ປີ ທີ່ມີຄວາມງາມພຽບພ້ອມ ເຂົ້າຕຳລາໃນແບບສະບັບ ນາງສາວລາວ. ແຟນໆຫຼາຍຄົນພາກັນເວົ້າເປັນສຽງດຽວກັນວ່າ ນ້ອງ ບີ່ໂບ້ ດວງພະໄທ Miss Laos 2017 ນາງມີຄວາມເໝາະສົມໃນຕຳແໜ່ງນີ້ຫຼາຍ ເພາະຍິ່ງເບິ່ງແລ້ວຍິ່ງງາມ ເປັນສາວນ້ອຍໜ້າຫວານ ບໍ່ວ່າຈະເບິ່ງມຸມໃດກໍງາມໄປໝົດ ແຖມຍັງມີພິບໄຫວດີເອົາຊະນະໃຈກຳມະການໃນການຕອບຄຳຖາມມາແລ້ວ. ບີ່ໂບ້ ດວງພະໄທ ຈະມີຄວາມງາມ ແລະ ໜ້າຮັກ ພຽງໃດ ແຟນໆລອງເບິ່ງເອົາເອງເລີຍສະເນາະ!!! ຮູບພາບ: Bibo Duangphathai
Read More »ຊົມເຊີຍຜູ້ຊາຍທີ່ບໍ່ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ
ບົດເພງ “ຊົມເຊີຍຜູ້ຊາຍທີ່ບໍ່ໃຊ້ຄວາມຮຸນແຮງ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 2013 ທີ່ຈັດຂຶ້ນໂດຍ ສະຫະພັນແມ່ຍິງນະຄອນຫຼວງ ຮ່ວມກັບອົງການແຄນາໆຊາດ ປະຈຳລາວ. ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ
Read More »So sweet! ອັບເດດຄວາມໜ້າຮັກຂອງຄູ່ ແອັບເປີ້ນ-ຟຸກ ຫຼັງຈາກແຕ່ງດອງ ງານນີ້ຄົນໂສດມີອິດສາ!!!
ມາອັບເດດຄວາມໜ້າຮັກຂອງຄູ່ຮັກສາວລາວ-ບ່າວໄທ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ທີ່ໄດ້ມີພິທີສົມຣົດໄປໃນຊ່ວງເດືອນ ພະຈິກ ທີ່ຜ່ານມາ ແລະ ປັດຈຸບັນກຳລັງຢູ່ໃນຊ່ວງຫວານ ຫຼື ຈະເອີ້ນແບບລາວໆເຮົາກໍແມ່ນ ເຂົ້າໃໝ່ປາມັນ ນັ້ນລະ, ຫຼ້າສຸດ ແອັບເປີ້ນ ກໍໄດ້ໂພສຄລິບທີ່ ຟຸກ ຈິຣະ ນຳເຂົ້າໜົມມາປ້ອນຮອດຕຽງ… ແບບວ່າຈັ່ງແມ່ນຫວານກັນແທ້ເດ ຂໍບອກເລີຍງານນີ້ຄົນໂສດຕ້ອງມີອິດສາແນ່ນອນ. ເອົ້າໆ!! ລອງມາເບິ່ງເອງເລີຍເດີ້ວ່າ ແອັບເປີ້ນ ແລະ ຟຸກ ຄູ່ຮັກສາວລາວ-ບ່າວໄທ ຫວານກັນຊໍ່າໄດ… สาน่ารักกก เอาคุกกี้มาเสีพถึงเตียง 555 อยากกินเองหรืออยากให้พันยากิน? บอกม๊า @fluke_jira #flukeapple Appleminiberryさんの投稿 2017年12月4日(月) ບອກເລີຍວ່າ ຫວານເວີ້… ຢ່າງໃດກໍຂໍໃຫ້ ແອັບເປີ້ນ ແລະ ຟຸກ ມີເບບີ້ໂຕນ້ອຍໆມາໃຫ້ແຟນຄລັບໄດ້ເຫັນກັນໄວໆເດີ້. ຮູບພາບ: Appleminiberry
Read More »ສາທຸ! “ໃຫ້ເລືອດ ໃຫ້ຊີວິດ” ກິດຈະກຳ ບໍລິຈາກເລືອດ ທີ່ນຳໃຊ້ເຂົ້າໃນການປິ່ນປົວ ແລະ ກອບກູ້ຊີວິດຂອງຄົນເຈັບ!!!
“ຂໍຂອບໃຈ ຜູ້ຮ່ວມບໍລິຈາກເລືອດທຸກທ່ານ ບໍລິສັດ ນິວຈິບເຊັງ ຈຳກັດ ແລະ ຮ້ານຕົວແທນ ຈຳໜ່າຍ ລົດຈັກຮອນດ້າ 3s ທົ່ວປະເທດ ຮ່ວມກັບ ອົງການກະແດງລາວ ຍອດລວມທັງໝົດ 609 ຖົງ” ນະຄອນຫຼວງວຽງຈັນ ວັນທີ 6 ທັນວາ 2017 ໄດ້ມີພິທີຖະແຫຼງຂ່າວ ກິດຈະກຳ ບໍລິຈາກເລືອດ ຈັດຂຶ້ນໂດຍ ກຸ່ມບໍລິສັດ ນິວຈິບເຊັງ ຮ່ວມກັບ ອົງການກາແດງລາວ ເຊິ່ງກິດຈະກຳດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 15 ເຖິງ 30 ພະຈິກ 2017 ທີ່ຜ່ານມາ, ໃຫ້ກຽດເປັນປະທານ ໂດຍທ່ານ ດຣ ຈັນໄຊ ກຽດສີທະນາກອນ (ປະທານກຸ່ມ ບໍລິສັດ ນິວຈິບເຊັງ ຈຳກັດ), ທ່ານ ສະເໜີ ຈຸນລະມະນີ (ຮອງປະທານ ກຸ່ມ …
Read More »