ພາແຟນໆໄປສ່ອງສາວນ້ອຍ ຟ້າໃສ ຈິນນາລີ ນໍລະສິງ ມິສແກຼນລາວ 2017 ທີ່ຫຼ້າສຸດໄປຮ່ວມງານ ບຸນມະໂຫລານຮູບເງົາ ຫຼວງພະບາງ 2017 (Luangprabang Film Festival) ພໍຈົບງານກໍຖືໂອກາດທ່ອງທ່ຽວພັກຜ່ອນຢ່ອນອາລົມ ທີ່ ແຂວງ ຫຼວງພະບາງ, ນ້ອງ ຟ້າໃສ ກໍມີໂອກາດໄດ້ເລາະທ່ຽວຊົມໃນຕົວເມືອງ ຫຼວງພະບາງ, ລຸກແຕ່ເຊົ້າເພື່ອເຮັດບຸນໃສບາດ ແລະ ຍັງມີໂອກາດໄດ້ໄປທ່ອງທ່ຽວນໍ້າຕົກຕາດ ກວາງຊີ ແລະ ໄດ້ເກັບຮູບພາບມາຝາກແຟນໆ ແຖມນາງຍັງມາໃນລຸກ ທຳມະດາ ບໍ່ແຕ່ງໜ້າ ໃສໆຕາມໄວອາຍຸ ເບິ່ງແລ້ວໜ້າຮັກຫຼາຍໆ… ໜ້າຮັກອີ່ຫລີໄດ໋…ມາເບິ່ງຮູບພາບ ຟ້າໃສ ໃນ ຫຼວງພະບາງ ກັນເບິ່ງເດີ້!!! ຮູບພາບ: Fasai Chinnaly Norasing
Read More »News
ຂຶ້ນແທ່ນສາວເຊັກຊີ່ ຈີ່ຈີ່ ພອຍໄພລິນ ເນັດໄອດໍ້ຕະຫຼອດການ!!!
ມາອັບເດດອີກໜຶ່ງສາວລາວຄົນງາມ ຈີ່ຈີ່ ພອຍໄພລິນ ສີວິໄລ ທີ່ນັບມື້ນາງກໍຍິ່ງງາມ ແລະ ມີຄວາມເຊັກຊີ່ຂຶ້ນເປັນກອງ ແຟນໆຫຼາຍຄົນອາດຈະເຄີຍຕິດຕາມສາວ ຈີ່ຈີ່ ຕັ້ງແຕ່ຕອນຮຽນ ມັດທະຍົມ ຈົນຫຼ້າສຸດນາງບິນໂກອິນເຕີໄປສຶກສາຕໍ່ທີ່ເມືອງຜູ້ດີ ປະເທດ ອັງກິດ ແຕ່ນາງກໍຍັງມີແຟນຄລິບຕິດຕາມນາງຢ່າງໜຽວແໜ້ນ. ຈະສັງເກດໄດ້ເລີຍວ່າ ຈີ່ຈີ່ ພອຍໄພລິນ ນັບມື້ຍິ່ງງາມ ປ່ຽນລຸກກາຍເປັນສາວໃຫ່ຍເຕັມໄວ ຂຶ້ນແທ່ນກາຍເປັນສາວເຊັກຊີ່ອີກໜຶ່ງຄົນຂອງວົງການໄປແລ້ວ!!! ຮູບພາບ: chichisvl
Read More »ອັບເດດ! ແຟຼຊັ່ນເທຣນສີຜົມປີ 2018 ບອກເລີຍປີນີຕ້ອງສີປະມານນີ້ເລີຍ!!!
ປີໃໝ່ນີ້ສາວໆທີ່ຢາກປ່ຽນແປງຕົວເອງ ລອງເລີ່ມຈາກການປ່ຽນສີຜົມຮັບຮອງວ່າຕ້ອງງາມ ເດັ່ນ ຈົນໝູ່ຄູ່ທ້ວງພຸ້ນລະ ສຳລັບແຟຼຊັ່ນເທຣນສີຜົມໃນປີ 2018 ກໍຈັດວ່າຈະມີຫຼາກຫຼາຍໂທນສີທີ່ຮິດ ແລະ ຕິດກະແສ ມີໃຫ້ເລືອກຫຼາຍສີເລີຍເຊັ່ນ: ບອນ, ນໍ້າຕານ, ສີແດງ ແລະ ອື່ນໆ ດັ່ງນັ້ນລອງມາເບິ່ງເທຣນສີຜົມຂອງປີ 2018 ນີ້ ຮັບຮອງຖືກໃຈໝູ່ເພື່ອນແນ່ນອນ!!! 1.Golden Ombré ສີຜົມ Ombre (ອອມເບຣ) ເປັນການໄລ່ສີຜົມຈາກອ່ອນໄປເຂັ້ມ ເຊິ່ງໂທນສີທອງສາວໆກໍສາມາດໄລ່ຈາກໂຄນຜົມສີນໍ້າຕານເຂັ້ມໄປທີ່ປາຍຜົມສີທອງ ສາວໆຄົນໃດທີ່ເຮັດຜົມສີນີ້ກໍຈະຊ່ວຍໃຫ້ໜ້າຂອງເຮົາເບິ່ງສົດໃສຂຶ້ນ 2.Salt and Pepper ໂທນສີຂາວ ເທົາ ດຳ ພໍໄລ່ສີອອກມາກໍຈະກາຍເປັນໂທນສີໃໝ່ບໍ່ຊໍ້າກັບໃຜແນ່ນອນ 3.Burnt Orange ຜົມສີສົ້ມເຂັ້ມໆ ອົມສີແດງເລັກໜ້ອຍ ສີຜົມຄ້າຍກັບເຈົ້າຍິງ ເມີຣິດາ ໃນກາຕູນເລື່ອງ Brave ເລີຍໄດ໋ ງາມໆເນາະ 4.Bleach-Toned ໂທນສີຂາວ ໃຜທີ່ຢາກເຮັດສີຜົມສີນີ້ບອກໄວ້ກ່ອນເລີຍວ່າມັນຂ້ອນຂ້າງເບິ່ງແຍງ ແລະ ຈັດຊົງຍາກແດ່ ແຕ່ກໍບໍ່ເປັນຫຍັງຖ້າສາວໆຄົນໃດມັກກໍຈັດເລີຍ… …
Read More »ສະເທືອນໃຈ! ເກີດເຫດບໍ່ຄາດຄິດກັບອາສາກູ້ໄພ ອາການສາຫັດ!!!
ຫົວໃຈຈະວາຍ! ອາສາກູ້ໄພນະຄອນຫລວງ 1624 ເກີດອຸບັດຕິເຫດໃນເວລາປະຕິບັດໜ້າທີ່!!! ໃນຄືນວັນທີ 12 ທັນວາ 2017 ເກີດເຫດບໍ່ຄາດຄິດອາສາກູ້ໄພນະຄອນຫຼວງ 1624 ທີ່ໄປຊ່ວຍຄົນເຈັບທີ່ເກີດອຸບັດຕິເຫດລົດຈັກລົ້ມເອງ ຫຼື ວ່າມີລົດມາຕຳເອົາແລ້ວໜີກໍຍັງບໍ່ຮູ້ສາເຫດທີ່ແນ່ຊັດ ຜູ້ປະສົບເຫດບາດເຈັບສົມຄວນດັ່ງນັ້ນໜ່ວຍກູ້ໄພນະຄອນຫລວງຈື່ງປະຖົມພະຍາບານເບື້ອງຕົ້ນແລ້ວນໍາສົ່ງໂຮງໝໍ 150ຕຽງ. ແລະ ທີ່ເຮັດສະເທືອນໃຈຫຼາຍທີ່ສຸດໃນເວລານັ້ນ ອາສາອີກຈຳນວນໜື່ງແມ່ນຢູ່ທີ່ເກີດເຫດເພາະຢ້ານລົດຜູ້ບາດເຈັບເສຍ ຫຼື ຈະເກີດອຸບັດຕິເຫດຊໍ້າຊ້ອນ ສະນັ້ນອາສາກູ້ໄພຈຶ່ງໄດ້ເອົາຟົດໄມ້ໄປວາງກັນໄວ້ຫ່າງຈາກລົດລົ້ມປະມານ 30 ກວ່າແມັດສອງຈຸດພ້ອມມີລົດສຸກເສີນທີ່ເປີດໄຟອຳນາດໄວ້ຢູ່ ແຕ່ໃນເວລານັ້ນເກີດເຫດບໍ່ຄາດຄິດຂື້ນມີລົດໃຫ່ຍມາດ້ວຍຄວາມໄວແລ່ນພ່າຕຳເອົາຟົດໄມ້ເຂົ້າມາຕຳເອົາອາສາທີ່ກຳລັງປະຕິບັດໜ້າທີ່ຢູ່ຈຸດເກີດເຫດເຮັດໃຫ້ຜູ້ກ່ຽວຕຳໃສ່ໜ້າລົດແລ້ວຟົ້ງຂື້ນເທິງຟ້າປະມານ 2 ແມັດ ແລະ ຕົກລົງໜ້າລົດໃນເວລານັ້ນລົດຍັງບໍ່ຢຸດເຮັດໃຫ້ຜູ້ກ່ຽວຢູ່ກ້ອງລົດລາກໄປປະມານ 20 ກ່ວາແມັດ ເລີຍເຮັດໃຫ້ອາສາໜ່ວຍກູ້ໄພນະຄອນຫລວງເຈັບສາຫັດມີອາກາດເຈັບຟົກຊຳ້ແຕ່ຫົວຮອດຕີນ ແລະ ກະດູກມີດຫັກນອນຮັກສາໂຕຢູ່ໃນປະຈຸດບັນນີ້. ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 162
Read More »ຫຼົງຮັກປະເທດລາວເຂົ້າແລ້ວ! ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງຊື່ດັງຕ້ອງມົນສະເໜ່ ແຂວງ ຫຼວງພະບາງ!!!
ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງ-ພິທີກອນຊື່ດັງ ຈາກປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມປະເທດລາວ ໂດຍທັງ 2 ໄດ້ເດີນທາງໄປທີ່ ແຂວງ ຫຼວງພະບາງ ໃນວັນທີ 15 ພະຈິກ 2017 ທີ່ຜ່ານມາ ແລະ ຍັງມີໂອກາດໄດທ່ອງທ່ຽວພາຍໃນຕົວເມືອງ ຫຼວງພະບາງ ເລາະກິນອາຫານພື້ນເມືອງ ພ້ອມຍັງໃສ່ຊຸດໄໝລາວ ອັນເປັນເຊິ່ງເອກະລັກປະເພນີຂອງລາວ ແລະ ຍັງໄຫວ້ພະຂໍພອນຕາມວັດວາທີ່ສັກສິດ ແລະ ຍັງມີໂອກາດໄດ້ເຮັດບຸນຕັກບາດທີ່ແຂວງຫຼວງພະບາງ ແລະ ຍັງໄດ້ໄປນໍ້າຕົກຕາດກວາງຊີ ທີ່ມີຄວາມງາມຈົນເຮັດໃຫ້ນັກສະແດງທັງສອງຫຼົງຮັກ ແລະ ປະທັບໃຈໃນ ແຂວງ ຫຼວງພະບາງ ປະເທດລາວ ເຮົາເປັນທີ່ສຸດ. ການມາປະເທດລາວໃນເທື່ອນີ້ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ແມ່ນໄດ້ມາຖ່າຍທຳລາຍການກ່ຽວກັບອາຫານທີ່ທັງສອງໄດ້ເປັນພິທີກອນ ມີຄລິບລາຍການມາຝາກແຟນໆນຳເດີ້!!! #ແຊຣໄປໃຫ້ໂລກຮູ້ວ່າໃຜໆກໍຢາກມາປະເທດລາວ ?????? ທີ່ມາ: เปรี้ยวปาก – Preawpak
Read More »