Breaking News

News

5 ເຫດຜົນທີ່ແມ່ຍິງ ຂໍຢູ່ເປັນ “ໂສດ” ໃຫ້ຜູ້ຊາຍເສຍດາຍກັນຖ້ວນໜ້າ!!!

ເຄີຍສົງໃສບໍ່ວ່າ ເອື້ອຍ ໝູ່ ຫຼື ຄົນທີ່ຮູ້ຈັກທີ່ງາມ ເກັ່ງ ໂປຟາຍເລີດ ມີຄວາມສະຫຼາດ ໄຫວພິບດີ ເປັນແມ່ຍິງຍຸກໃໝ່ ມີຄວາມປະສົບຜົນສຳເລັດໃນໜ້າທີ່ການງານ ເປັນຫຍັງສາວໆເຫຼົ່ານັ້ນຄືຍັງຄອງຕົວເປັນ “ໂສດ” ບໍ່ມີແຟນຈັກເທື່ອ? ເປັນຄຳຖາມທີ່ຄ້າງຄາໃຈໃຜຫຼາຍໆຄົນ, ດັ່ງນັ້ນຈຶ່ງມີການວິໄຈ ເຮັດບົດສະຫຼຸບ ແລະ ຄາດວ່າ 5 ຂໍ້ດັ່ງຕໍ່ໄປນີ້ແມ່ນເຫດຜົນຂອງບັນດາສາວໂສດທັງຫຼາຍ… ນາງໃຫ່ຍກວ່າທີ່ຈະ ອອກເດດເພື່ອຫາຄູ່ ແມ່ຍິງເຫຼົ່ານີ້ຈະບໍ່ເສຍເວລາ ຫຼຶ ພະລັງງານໃຫ້ກັບຜູ້ຊາຍທີ່ເບິ່ງບໍ່ເຫັນອະນາຄົດ ແຕ່ບໍ່ໄດ້ໝາຍວ່າພວກນາງບໍ່ໄດ້ສົນໃຈເລື່ອງການອອກເດດ ແຕ່ແຄ່ບໍ່ສົນໃຈການອອກເດດແບບສວຍໂອກາດ ສູ້ເອົາເວລາໄປອອກກຳລັງກາຍ ເບິ່ງແຍງໂຕເອງໃຫ້ງາມໆ ກວ່າຕ້ອງອອກເດດກັບຜູ້ຊາຍທີ່ນາງຮູ້ສຶກວ່າບໍ່ແມ່ນ ແຕ່ຖ້າມີຄົນທີ່ຮູ້ສຶກວ່າແມ່ນຜ່ານເຂົ້າມາ ນາງກໍພ້ອມໄປອອກເດດກັບຜູ້ຊາຍຄົນນັ້ນດ້ວຍຄວາມຕື່ນເຕັ້ນ 2. ນາງບໍ່ມັກເພດສຳພັນທີ່ໄຮ້ຄວາມໝາຍ ເຖິງແມ່ນວ່າສັງຄົມສະໄໝນີ້ຈະບໍ່ຊີຣຽດກັບເລື່ອງເຊັກສ໌ ແຕ່ສຳລັບພວກນາງແລ້ວ ຈະບໍ່ມີວັນຫຼຸດຄ່າຂອງຕົວເອງໄປກ່ຽວກັບຜູ້ຊາຍທີ່ຫວັງພຽງຮ່າງກາຍ ຫຼື ມີເພດສຳພັນພຽງຂ້າມຄືນເດັດຂາດ ເພາະເຊັກສ໌ຕ້ອງເກີດຈາກຄວາມຮັກ ແລະ ເຂົ້າໃຈກັນເທົ່ານັ້ນ 3. ນາງບໍ່ໄດ້ເບິ່ງຫາໃຜເພື່ອມາເຕີມເຕັມໃຫ້ຊີວິດ ນາງຈະບໍ່ຍອມຈຳນົນຕໍ່ອາການເຈັບປວດຂອງພາວະສິ້ນຫວັງໃນການອອກເດດ ນາງມີຄວາມງາມ ມີວຽກວຸ້ນໆທີ່ກອງເພື່ອໃຫ້ສະສາງ ແລະ ມີຄວາມສຸກກັບຊີວິດທີ່ເປັນຢູ່ …

Read More »

ລະວັງ! ລູກນໍ້າ ທິດາລັດ ອອກມາໂພສເຕືຶອນຄົນທີ່ໄປຍ່າງແຄມຂອງ ເພາະນ້ອງຊາຍຖືກຕີ ຍິບໄປ 2 ເຂັມ!!!

ເປັນເຫດໃຫ້ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງໄດ້ອອກມາໂພສເຕືອນທຸກໆຄົນເຖິງສິ່ງທີ່ບໍ່ໜ້າເກີດຂຶ້ນກັບສະຖານທີ່ສາທາລະນະ ເປັນບ່ອນທີ່ໃຜໆກໍເຄີຍໄປ ແຄມຂອງ ນະຄອນຫຼວງວຽງຈັນ ໃນວັນທີ 17 ທັນວາ 2017 ນ້ອງຊາຍຂອງນາງໄດ້ເກີດເຫດບໍ່ຄາດຄິດ ເພາະຖືກໜຶ່ງໃນກຸ່ມໄວໝຸ່ມ ທີ່ລວມຕົວກັນຢູ່ໃນສະຖານທີ່ດັ່ງກ່າວຈຳນວນ 15-20 ຄົນ ທຳຮ້າຍຈາກການເອົາເຫຼັກຕີຈາກດ້ານຫຼັງ ຈົນເຮັດໃຫ້ໄດ້ຮັບບາດເຈັບ ຈົນເຖິງຂັ້ນຍິບທີ່ບໍລິເວນຫູເຖິງ 2 ເຂັມ.   ເປັນແນວໃກກໍວອນໃຫ້ເຈົ້າໜ້າທີ່ເຂົ້າໄປກຳກັບ ແລະ ເບິ່ງເລື່ອງຄວາມປອດໄພຂອງພໍ່ແມ່ປະຊາຊົນ ຫຼື ນັກທ່ອງທ່ຽວທີ່ໄປທ່ຽວຫຼິ້ນທີ່ບໍລິເວນ ແຄມຂອງ ກັນແດ່ເດີ້!!! ທີ່ມາ: Louknum Vongsili

Read More »

ມາເບິ່ງ! ລັກສະນະຂອງແມ່ຍິງທີ່ມັກປະສົບຜົນສຳເລັດ ເບິ່ງໄວ້ ແລ້ວລົງມືຶເຮັດ!!!

ຍຸກສະໄໝນີ້ປ່ຽນໄປແລ້ວ ບໍ່ຈຳເປັນທີ່ແມ່ຍິງຈະເປັນຊ້າງຕີນຫຼັງ ລໍຖ້າຍ່າງນຳກົ້ນຜຸ້ຊາຍ ຫຼື ຢູ່ໃນໂອວາດ ແຕ່ເຮົາຢູ່ໃນຍຸກທີ່ບໍ່ວ່າແມ່ຍິງ ຫຼື ຜູ້ຊາຍກໍມີສິດທິທີ່ເທົ່າທຽມກັນ ເຮົາສາມາດຍ່າງໄປພ້ອມໆກັນໄດ້ ໂດຍທີ່ຕ່າງຄົນຕ່າງສະໜັບສະໜູນເຊິ່ງກັນ ແລະ ກັນ ແລ້ວຖ້າຫາກວ່າຢາກຈະເປັນແມ່ຍິງທີ່ປະສົບຜົນສຳເລັດ ຕ້ອງມີລັກສະນະ 5 ຢ່າງດັ່ງນີ້: 1.  ຮູ້ຈັກຍອມຮັບຄວາມຈິງ ບໍ່ໄດ້ບອກວ່າຈະຕ້ອງຍິ້ມສົດໃສ ຫົວດີໃຈໃນເວລາທີ່ຢູ່ໃນບັນຫາ ເຮົາທຸກຄົນຂຶ້ນຊື່ວ່າເປັນມະນຸດ ຍ່ອມມີສິດທີ່ຈະເສຍໃຈ ຫຼື ບໍ່ພໍໃຈກັບບັນຫາຕ່າງໆ ແຕ່ສິ່ງທີ່ຈະເຮັດໃຫ້ແຕກຕ່າງອອກໄປ ຄືການຍອມຮັບຄວາມຈິງ ຍອມຮັບວ່າບັນຫາໄດ້ເກີດຂຶ້ນແລ້ວ ແລະ ພະຍາຍາມແກ້ໄຂບັນຫາຢ່າງສຸດຄວາມສາມາດ ບໍ່ປ່ອຍໃຫ້ຕົວເອງຈົມຢູ່ກັບຄວາມທຸກ ຈົນບໍ່ເປັນອັນເຮັດຫຍັງ 2. ຮຽນຮູ້ແລະພັດທະນາຕົວເອງຢູ່ສະເໝີ ບໍ່ວ່າຕອນນີ້ເຈົ້າຈະອາຍຸເທົ່າໃດ ຜ່ານປະສົບການໃນຊີວິດຫຼາຍ ຫຼື ໜ້ອຍເທົ່າໃດ ຈະຖືກສັງຄົມມອບໂລ່ລາງວັນຍົກຍ້ອງວ່າເປັນແມ່ຍິງເກັ່ງ ປະສົບຄວາມສຳເລັດໃນດ້ານຕ່າງໆມາຫຼາຍ ແຕ່ແທ້ທີ່ຈິງແລ້ວສິ່ງທີ່ຈຳເປັນທີ່ສຸດຄືຕ້ອງເດີນໜ້າຮຽນຮູ້ຕໍ່ໄປ ຄົນທີ່ປະສົບຄວາມສຳເລັດ ຈະບໍ່ຢຸດພັດທະນາ ໂລກມີການປ່ຽນແປງຢູ່ຕະຫຼອດເວລາ ຖ້າຢຸດນັ້ນກໍໝາຍຄວາມວ່າ ກຳລັງຖອຍຫຼັງໄປເລື້ອຍໆ 3. ແບ່ງເວລາເຮັດວຽກ ແລະ ຊີວິດສ່ວນຕົວເປັນສັດສ່ວນ ເຮັດຄວາມເຂົ້າໃຈກັນກ່ອນວ່າ …

Read More »

Star Wars: The Last Jedi ຖະຫຼົ່ມລາຍໄດ້ ເຂົ້າສາຍທິດທຳອິດກວດລາຍໄດ້ມະຫາສານ ບຽດ Coco ຕົກອັນດັບ!!!

ຫຼັງຈາກ Box Ofiice ໃນ ອາເມລິກາ ບໍ່ເຄື່ອນໄຫວມາເປັນສອງອາທິດ ຫຼ້າສຸດກໍກັບມາຄຶກຄື້ນອີກຄັ້ງ ເມື່ອໄດ້ສອງຮູບເງົາເຂົ້າໃໝ່ມາໂກຍລາຍໄດ້, ເລີ່ມຕົ້ນດ້ວຍຮູບເງົາຈາກຄ້າຍດິສນີ່ພິກຊາຣ (disney pixar) Coco ວັນອົນລະວົນ ວິນຍານອົນລະເອງ ທີ່ຕົກຈາກອັນດັບທີ່ 1 ເປັນທີ່ຮຽບຮ້ອຍ… ເລື່ອງລາວຂອງເດັກໜຸ່ມທີ່ໄຝ່ຝັນຢາກເປັນນັກດົນຕີ ຈົນມີມື້ໜຶ່ງໄດ້ຫຼຸດເຂົ້າໄປໃນດິນແດນແຫ່ງຄວາມຕາຍ ແລະໄດ້ຮູ້ຈັກຄວາມໝາຍຂອງຊີວິດແລະຄອບຄົວ ຮູບເງົາເຮັດລາຍໄດ້ໄປອີກ 10 ລ້ານໂດລ້າ ແລະ ເຮັດລາຍໄດ້ຈາກທົ່ວໂລກໄປກວ່າ 448.2 ລ້ານໂດລ້າ ຕໍ່ດ້ວຍຮູຍເງົາແນວອະນິເມຊັ່ນເຂົ້າໃໝ່ເອົາໃຈນ້ອງໆ ຈາກຄ່າຍດຣີມເວີກ Ferdinand ເປັນອະນິເມຊັ່ນທີ່ຖ່າຍທອດເລື່ອງລາວຂອງ ເຟີນິນານ ກະທິງຍັກໃຈດີ ທີ່ດັນຖືກມະນຸດເຂົ້າໃຈຜິດວ່າເປັນສັດອັນຕະລາຍ ຈົນຖືກຈັບຕົວໄປ ເຮັດໃຫ້ມັນພັດພາກຈາກຄອບຄົວ ການຜະຈົນໄພເພື່ອເດີນທາງກັບບ້ານພ້ອມບັນດາໝູ່ເພື່ອນໃນລະຫວ່າງທາງຈຶ່ງເລີ່ມຕົ້ນຂຶ້ນ ຮູບເງົາເຂົ້າສາຍໃນອາທິດທຳອິດໄປໄດ້ 13.3 ລ້ານໂດລ້າ ແລະ ກວດລາຍໄດ້ຈາກທົ່ວໂລກໄປແລ້ວກວ່າ 19.5 ລ້ານໂດລ້າ ປິດທ້າຍດ້ວຍຮູບເງົາທີ່ແຟນໆ ທົ່ວໂລກລໍຖ້າເບິ່ງ ການກັບມາອີກເທື່ອຂອງສົງຄາມແຫ່ງດວງດາວ Star Wars: The Last Jedi ປັດສິມມະບົດແຫ່ງເຈໄດ ກຳລັງເດີນທາງມາເຖິງພາກຕໍ່ທີ …

Read More »

ເຊັກຊີ່ຂຶ້ນຫຼາຍ! ວັນໃໝ່ ທຳມະວົງ ສາວປະເພດສອງ!!!

ວ້າວວວ!!! ເຊັກຊີ່ຂຶ້ນເປັນກອງສຳລັບ ນ້ອງ ວັນໃໝ່ ທຳມະວົງ ສາວປະສອງແຖວໜ້າຂອງບ້ານເຮົາ ທີ່ດຽວນີ້ເຫັນໄດ້ຢ່າງຈະແຈ້ງເລີຍວ່າງາມ ໜ້າຮັກ ແລະ ທີ່ສຳຄັນມີຄວາມເຊັກຊີ່ເວີ້… ສາວແທ້ເປັນຕ້ອງຍອມໃຫ້ນາງໄປເລີຍພຸ້ນລະ, ຫຼ້າສຸດ ວັນໃໝ່ ນາງກໍຈັດເຕັມໃສ່ຊຸດລອຍນໍ້າໂຊຫຸ່ນດີໆ ຜິວຂາວໆນຽນໆມາໃຫ້ແຟນໆໄດ້ ວ້າວວວ ໄປຕາມໆກັນ… ງາມໆ…ເນາະວ່າບໍ່? ເກີດມາຂ້າແມ່ຍິງແທ້ໆ ຍອມໆ (555) ຮູບພາບ: Wanmai Thammavong

Read More »