Breaking News

News

ເຜີຍພາບສຸດຫວານ! ເຈົ້າຊາຍ ແຮລີ່&ເມແກຼນ ເນື່ອງໃນໂອກາດໝັ້ນໝາຍຢ່າງເປັນທາງການ

ສຳນັກງານພະລາດຊະວົງຂອງອັງກິດ ເປີດເຜີຍພາບວິວາສຸດຫວານ ເນື່ອງໃນໂອກາດທີ່ ເຈົ້າຊາຍ ແຮລີ່ ແລະ ເມແກຼນ ມາຣເຄີ ໄດ້ໝັ້ນໝາຍກັນຢ່າງເປັນທາງການ ນັບເປັນພາບທີ່ສຸດປະທັບໃຈ ແລະ ເຕັມໄປດ້ວຍຄວາມຮັກ ວັນທີ 21 ທັນວາ 2017 ເວັບໄຊ້ເດິກາຣດ້ຽນ ໄດ້ລາຍງານ ສຳນັກພະລາດຊະວົງ ເຄນຊິງຕັນ ໄດ້ເປີດເຜີຍຮູບພາບໝັ້ນຢ່າງເປັນທາງການຂອງ ເຈົ້າຊາຍ ແຮລີ່ ແຫ່ງເວວ ລັດຊະທາຍາດລຳດັບທີ 5 ຂອງລາດຊະວົງອັງກິດ ແລະ ເມແກຼນ ມາຣເຄີ ພະຄູ່ໝັ້ນ ໂດຍຮູບພາບຊຸດນີ້ຖ່າຍໂດຍ ອະເລັກຊີ່ ລູໂບມຽນສະກີ້ (Alexi Lubomirski) ຊ່າງພາບຊື່ດັງຜູ້ມີຜົນງານຖ່າຍພາບແຟຼຊັ່ນລະດັບສູງ ລວມທັງການຖ່າຍພາບຄົນດັງມາແລ້ວຢ່າງຫຼວງຫຼາຍ ຮູບພາບທີ່ທາງພະລາດຊະວົງໄດ້ເປີດເຜີຍມານີ້ ມີທັງໝົດ 3 ຮູບພາບ ໂດຍຮູບພາບຊຸດນີ້ຖ່າຍທີ່ບໍລິເວນປາສາດຟ໋ອກມໍຣ ພາຍໃນພະລາດຊະວັງວິນເຊີ ປະເທດ ອັງກິດ ແຕ່ລະຮູບພາບເຜີຍໃຫ້ເຫັນຄວາມຫວານຊື່ນລະຫວ່າງເຈົ້າຊາຍ ແຮລີ່ ແລະ ເມແກຼນ …

Read More »

ຄັກຫຼາຍ! ສອງໜຸ່ມນັກສະແດງໜ້າໃສຈາກລາວ ຮ່ວມບວງສວງຮູບເງົາແນວສະຫຍອງຂວັນທີ່ປະເທດເພື່ອນບ້ານ!!!

ຄັກຫຼາຍ! ສອງໜຸ່ມນັກສະແດງໜ້າໃສຈາກລາວເຮົາ ໜຸ່ມ ກູ່ ແລະ ໜຸ່ມ ອ້າຍ ຮ່ວມບວງສວງຮູບເງົາແນວສະຫຍອງຂວັນເລື່ອງ “ສາບ ເຊື່ອງ ສົບ” ທີ່ປະເທດ ໄທ, ເຊິ່ງພິທິບວງສວງຮູບເງົາໄດ້ຈັດຂຶ້ນໃນວັນທີ 19 ທັນວາ 2017 ທີ່ຜ່ານມາ ແລະ ງານນີ້ສອງໜຸ່ມນັກສະແດງຈາກລາວຂອງເຮົາຍັງຈະໄດ້ສະແດງຮ່ວມກັບນັກສະແດງ ໄທ ອີກຫຼາຍທ່ານທີ່ມີຊື່ສຽງໂດ່ງດັງ ແລະ ຄວາມສາມາດອັດແໜ້ນ. ສຳລັບ ຮູບເງົາເລື່ອງ ສາບ ເຊື່ອງ ສົບ ເປັນຮູບເງົາແນວສະທ້ອນສັງຄົມ ບວກກັບຄວາມເຊື່ອເລື່ອງເໜືອທຳມະຊາດ ໜຸ່ມ ກູ່ ຮັບບົດສະແດງ ເປັນຄຳແພງ ແລະ ໜຸ່ມອ້າຍ ຮັບບົດສະແດງ ເປັນຄຳປັ່ນ ທັງ2 ຮັບບົດເປັນນັກທ່ອງທ່ຽວໜຸ່ມລາວ ທີ່ເຂົ້າໄປທ່ອງທ່ຽວໃນໄທ ແລ້ວພົບເຈິກັບເຫດການໂລກຈິດຂ້າສົບໄປເຊືອງ (ປະໂທ້!!! ພ໋ອດເລື່ອງຍັງເປັນຕາໜ້າຕິດຕາມແລ້ວວ່າບໍ່ແຟນໆ?) ຢ່າງໃດກໍຂໍກຳລັງໃຈຈາກຄົນລາວ ຕິດຕາມຜົນງານ ແລະ ໃຫ້ກຳລັງໃຈນັກສະແດງຈາກລາວເຮົາແດ່ເດີ້!!!   ທີ່ມາ: Tonkham modeling

Read More »

ລວມພາບຄວາມໜາວເຢັນຈົນເປັນນໍ້າແຂງ ໄລຍະນີ້ປະເທດລາວໜາວຫຼາຍ!!!

ເກັບຕົກຮູບພາບຄວາມໜາວເຢັນໃນໄລຍະນີ້ ປະເທດລາວ ເຮົາກຳລັງຢູ່ໃນຊ່ວງອຸນຫະພູມຫຼຸດລົງ ບາງແຂວງຫຼຸດລົງຫຼາຍເຖິງ 0 ອົງສາ ໂດຍສະເພາະຢູ່ຫຼາຍແຂວງທາງພາກເໜືອ ທີ່ຫຼຽວໄປທາງໃດກໍຈະເຈິແຕ່ນໍ້າໝອກ ນໍ້າຄ້າງ ພືດຜັກກາຍເປັນນໍ້າແຂງ ທັງສັດລ້ຽງກໍໜາວ ພໍ່ແມ່ປະຊາຊົນອີ່ດູຕົນກໍໄດ້ຫາເອົາຜ້າເອົາແພມາຕູ້ມໃຫ້ສັດລ້ຽງພໍຄາຍໜາວ. ຢ່າງໃດ ຂວັນໃຈ ເຮົາຂໍສະແດງຄວາມເປັນຫວ່ງໄປຫາພໍ່ແມ່ປະຊາຊົນຫຼາຍໆເດີ້ ຮັກສາສຸຂະພາບກັນແດ່!!! ທີ່ມາຮູບພາບ: Support Prime Minister Thongloun Sisoulith  

Read More »

ເຍັນໆໜາວໆ! ຟັງເພງໃຫ້ເຂົ້າກັບບັນຍາກາດຕ້ອງເພງ “ຕື່ມເຕັມຄວມຮັກ” Black eyes

“ຕື່ມເຕັມຄວາມຮັກ” ເພງ ທີ່ ໂອລາ Black eyes ເພິ່ນແຕ່ງຂຶ້ນມາໃຫ້ກັບຄົນຮັກ  ແລະ ເຮົາກໍຄົງຈະຮູ້ລະເນາະວ່າແມ່ນໃຜ? … ແລະ ອາກາດໜາວໆແບບນີ້ໄດ້ຟັງເພງນີ້ລະເຮັດໃຫ້ຄິດຮອດຄົນຮັກຂຶ້ນມາທັນທີທັນໃດ ຄົນມີຄູ່ ຟັງແລ້ວກໍຄືຈະອົບອຸ່ນໃຈດີ ແລະ ຖ້າໃຜຍັງບໍ່ມີຄູ່ຮັກກະໃຫ້ຟ້າວຊອກຫາເດີ! ເພື່ອຈະໄດ້ອົບອຸ່ນໃນຢາມໜາວແບບນີ້. ເຮົາມາຟັງເພງພ້ອມໆກັນເລີຍ. ຟັງແລ້ວໆ ເນື້ອໃນເພງກໍມ່ວນໆ ມີຄວາມໝາຍ ຊຶ້ງໆ ກິນໃຈ  ແຕ່ເຮັາຍັງມີຮູບຫວານໆ ໜ້າຮັກໆ ຂອງໂອລາ ກັບ ກະຕ່າຍ ມາໃຫ້ທຸກຄົນໄດ້ເບິ່ງໄດ້ອິດສາກັນ.  

Read More »

ອົກຫັກບໍ່ຕາຍດອກ… ເສົ້າດົນໄປເຮັດຫຍັງ? ມາເບິ່ງເລື່ອງລາວດີໆທີ່ເຈົ້າຈະໄດ້ພົບຫຼັງຈາກ “ອົກຫັກ”

ເກີດມາເປັນຄົນທັງທີເຊື່ອວ່າໝູ່ເພື່ອນກໍຄົງຈະເຄີຍມີຄວາມຮັກ ບາງຄົນກໍມີຄວາມຮັກທີ່ຫວານຊື່ນ ກໍຂໍສະແດງຄວາມຍິນດີນຳຫຼາຍໆ ແຕ່ວ່າບາງຄົນກໍເຈິຮັກທີ່ບໍ່ຄ່ອຍສົມຫວັງ ຮັກພັງຊໍ້າໆຊາກໆ ທັງໆທີ່ບໍ່ຢາກໃຫ້ເປັນແຕ່ມັນກໍເກີດຂຶ້ນເລື້ອຍໆ ແຕ່ຈະເຮັດແນວໃດໄດ້ນໍ້ແນວຄົນມັນບໍ່ແມ່ນກໍຄືບໍ່ແມ່ນ, ດັ່ງນັ້ນ ໃນມື້ນີ້ເອົາໃຈໝູ່ເພື່ອນທີ່ມັກ ອົກຫັກ ຕະຫຼອດ… ເຜີແປັບດຽວອົກຫັກເປັນວ່າຫຼິ້ນ ອາການຂອງຄົນອົກຫັກແນ່ນອນເລີຍວ່າ ຕ້ອງມີຄວາມເສຍໃຈ ເສົ້າໃຈ ຮູ້ສຶກໝົດອາໄລຕາຍຢາກ ບໍ່ເປັນອັນກິນອັນນອນ ຈະເຮັດຫຍັງກໍຄິດຫາແຕ່ຄົນຮັກທີ່ເຂົາບໍ່ມີແມ້ແຕ່ຈະຫຼຽວກັບມາສົນໃຈເຮົາ, ໂອ່ຍ!!! ບໍ່ຕ້ອງເສຍໃຈໄປເດີ້ ມັນກໍເປັນເລື່ອງທຳມະດາຂອງຊີວິດມະນຸດເຮົາ ໃຫ້ຄິດສະວ່າມັນເປັນເກມຊີວິດເດີ້ ຊີວິດເຮົາຈະໄດ້ມີລົດຊາດຂຶ້ນ ລອງປັບຄວາມຄິດ ແລະ ເປີດໃຈຮັບສິ່ງໃໝ່ເຂົ້າມາ ແລະ ເຈົ້າຈະໄດ້ຮູ້ວ່າແທ້ໆແລ້ວ ຄວາມສຸກທີ່ແທ້ຈິງຢູ່ບໍ່ໄກຈາກເຮົາ 1. ຮັກຕົວເອງໃຫ້ເຕັມທີ່ ໄດ້ເວລາປ່ຽນແປງຕົວເອງອີກຄັ້ງ ຄົນເຮົາຄວນມີພັດທະນາການທີ່ດີຂຶ້ນເລື້ອຍໆ ໃນທຸກໆມື້ ບໍ່ວ່າຈະເປັນເລື່ອງຫຍັງກໍແລ້ວແຕ່ ຍິ່ງເມື່ອທີ່ເຮົາອົກຫັກ ການປ່ອຍໃຫ້ຕົວເອງຈົມຢູ່ກັບອະດີດທີ່ເຈັບປວດ ບໍ່ໄດ້ເຮັດໃຫ້ຫຍັງດີຂຶ້ນມາເລີຍ ແຕ່ການລຸກຂຶ້ນມາພົບເຈິກັບຄວາມເປັນຈິງຕ່າງຫາກລະທີ່ເຮັດໃຫ້ເຮົາດີຂຶ້ນ ຊ່ວງເວລານີ້ເປັນຊ່ວງທີ່ເໝາະສົມທີ່ສຸດທີ່ເຮົາຄວນຫັນກັບມາຮັກຕົວເອງ ຫຼື ຈະຊອກຫາຄວາມຮູ້ເພີ່ມເຕີມເຊັ່ນໄປຊອກຮຽນພາສາ ຮຽນຄອສອອນລາຍເພື່ອຕໍ່ຍອດເຮັດທຸລະກິດ ຫຼຶຈະຫາກິດຈະກຳເຮັດເຊັ່ນ ອອກກຳລັງກາຍ ຮ້ອງເພງ ເຕັ້ນ ຫຼຶ ເຮັດສິ່ງທີ່ເຮົາມັກໃຫ້ເຕັມທີ່ໄປເລີຍ 2. …

Read More »