Breaking News

News

ດ່ວນ! ຜູ້ຈັດງານ VangVieng Fest ອອກມາຊີ້ແຈງແລ້ວກ່ຽວກັບກໍລະນີຂີ້ເຫຍື້ອທີ່ ຖໍ້າລົມ ວັງວຽງ!!!

ກາຍເປັນກະແສດຮ່າມ່າ Talk of the town ສຳລັບງານເທສະການດົນຕີລະດັບປະເທດ Vangvieng Fest 2017 ໃນວັນທີ 15-16 ທັນວາ ທີ່ຜ່ານມາ, ຫຼັງຈາກແລ້ວງານກະແສກໍຍັງບໍ່ໝົດໄປ ເພາະມີມືດີປ່ອຍພາບກອງຂີ້ເຫຍື້ອຂະໜາດມະຫຶມາຢູ່ທີ່ງານ ເຮັດໃຫ້ເສື່ອມເສຍພາບລັກຂອງສະຖານທີ່ກໍຄື ຖໍ້າລົມ ສະຖານທີ່ຈັດງານ ຈົນຜູ້ຈັດ ກໍຄື ທ່ານ ອະນຸລັກ ປະຖຳມະວົງ ຫຼື (ອ້າຍ ເປັດ) ຜູ້ອຳນວຍການຈັດງານ Vangvieng Fest ກໍໄດ້ອອກມາໂພສເພື່ອຊີ້ແຈງໃຫ້ທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈດັ່ງນີ້: (ຮູບພາບແລ້ວງານ Vangvieng Fest 2017 ບໍ່ພໍເທົ່າໃດຊົ່ວໂມງ) “ຂໍຂອບໃຈຜູ້ຫວັງດີ?? ທີ່ເພີ່ນຕັ້ງໃຈຕື່ນແຕ່ເຊົ້າໄປຖ່າຍຮູບຂີ້ເຫຍື້ອຫລັງງານພວກເຮົາມາລົງເພື່ອ ? ໂດຍບໍ່ຖາມຫນ້າຖາມຫລັງວ່າພວກມີແຜນກຳຈັດແລະເມື້ອຍຂີ້ເຫຍືອແນວໃດ? 1. ພວກເຮົາມີການຈັດການມ້ຽນທຸກມື້ຢູ່ແລ້ວ ເພາະພວກເຮົາເຮັດ2ມື້ 2. ພວກເຮົາໄດ້ເຊົ່າສະຖານທີ່ສ່ວນບຸກຄົນໃນການຈັດງານນີ້ເຊິ່ງເປັນສະຖານທີ່ປິດ 3. ພວກເຮົາໄດ້ເຮັດບົດບັນທຶກວ່າຈ້າງເຈົ້າຂອງສະຖານທີ່ໃຫ້ເປັນຝ່າຍມ້ຽນຂີ້ເຫຍື້ອ 4. ການມ້ຽນອາດແກ່ຍາວເປັນ1~2ມື້ ແຕ່ພວກເຮົາຄິດວ່າຄືສິບໍ່ມີບັນຫາຫຍັງເພາະເປັນສະຖານທີ່ປິດ 5. …

Read More »

ຈາກທີ່ເຄີຍຖືກດູຖູກ! ນັກບິນສາວອິນເດຍ ສ້າງປະຫວັດສາດ ເປັນກັບຕັນຍິງອາຍຸນ້ອຍທີ່ສຸດ ຂັບໂບອິ້ງ 777

ຫາກຄິດວ່າຕົວເອງບໍ່ມີຄວາມສາມາດ ແລະ ກຳລັງຈະຍອມແພ້ໃນການເຮັດຄວາມຝັນ ມື້ນີ້ ຂວັນໃຈ ເຮົາມີເລື່ອງລາວຂອງ ກັບຕັນຍິງ  Anny Divya ສາວທັງງາມ ທັງເກັ່ງ ສັນຊາດ ອິນເດຍ ທີ່ສາມາດລົບຄຳປະມາດ ແລະ ສຽງເຍີ້ຍຫຍັນ ທີ່ວ່ານາງເວົ້າພາສາອັງກິດອອກສຳນຽງໄດ້ບໍ່ດີ ດ້ວຍການຕັ້ງໃຈເຝິກຝົນທັກສະພາສາອັງກິດໄດ້ຄ່ອງແຄ້ວ ແລະ ມຸ່ງໝັ້ນໃນການຮຽນ ຈົນເປັນນັກບິນຕາມຄວາມຝັນໄດ້ສຳເລັດ ແລະ ມາເປັນອີກແຮງບັນດານໃຈໃຫ້ທຸກຄົນໄດ້ເດີນທາງຕາມຄວາມຝັນກັນຕໍ່… Anny Divya ອາຍຸ 30 ປີ ກັບຕັນຍິງ ຈາກ ປະເທດ ອິນເດຍ ນາງຄືຄົນທີ່ສ້າງປະຫວັດສາດ ເປັນແມ່ຍິງທີ່ມີອາຍຸນ້ອຍທີ່ສຸດທີ່ໄດ້ເປັນກັບຕັນຍົນ ໂບອິ້ງ 777 ແຕ່ວ່າຄວາມຝັນຂອງນາງກໍບໍ່ແມ່ນເລື່ອງງ່າຍດາຍ Anny Divya ເລົ່າວ່າ ນາງມີຄວາມຝັນຢາກເປັນນັກບິນມາຕັ້ງແຕ່ຕອນເປັນເດັກນ້ອຍ ເມື່ອອາຍຸຄົບ 17 ປີ ນາງຈຶ່ງເຂົ້າຮຽນການບິນທີ່ໂຮງຮຽນການບິນ ແລະ ໂຊກດີທີ່ພໍ່ແມ່ຂອງລາວກໍໃຫ້ການສະໜັບສະໜຸນເປັນຢ່າງດີ ແຕ່ບັນດາສະມາຊິກໃນຄອບຄົວຄົນອື່ນໆ ກັບບໍ່ເຫັນດີກັບອາຊີບທີ່ນາງເລືອກ ແລະ ຍັງຖືກໝູ່ຄູ່ ແລະ …

Read More »

ເປີດຮູບພາບວັນວານຂອງ ຈົງຮະຢອນ ສະມາຊິກວົງ SHINee

ສ້າງຄວາມເສຍໃຈໃຫ້ແຟນເພງ K-POP ທັງໃນ ເກົາຫລີ ແລະ ຕ່າງປະເທດ ສຳລັບການຈາກໄປຂອງ ຄິມ ຈົງຮະຢອນ ນັກຮ້ອງໜຸ່ມສຽງດີ ຈາກບອຍແບຼນຊື່ດັງວົງ SHINee ໃນວັນທີ 18 ທັນວາ 2017 ທີ່ຜ່ານມາ, ດັ່ງນັ້ນໃນມື້ນີ້ມາເປີດຮູບພາບເພື່ອຍ້ອນວັນວານຂອງ ຄິມ ຈົງຮະຢອນ ມີຄວາມຫຼໍ່ ໜ້າຮັກ ຂວັນໃຈສາວໆ ເສຍດາຍທີ່ຈາກແຟນຄລັບໄປໄວເຫຼືອເກີນ ຢ່າງໃດກໍຂໍໃຫ້ດວງວິນຍານໄປສູ່ສຸຂະຕິ. ທີ່ມາ: https://world.kapook.com/pin/5a388d614d265a08e58b4567

Read More »

ເພື່ອນສະມາຊິກວົງ SHINee ຮ່ວມເປັນເຈົ້າພາບງານສົບ ຈົງຮະຢອນ, ແຟນຄລັບແຫ່ໄວ້ອາໄລ!!!

ເພື່ອນສະມາຊິກວົງ SHINee ຮ່ວມເປັນເຈົ້າພາບງານສົບ ຈົງຮະຢອນ ສະມາຊິກວົງ SHINee ດ້ານ SM Entertainment ຕົ້ນສັງກັດໄດ້ເປີດໃຫ້ແຟນຄລັບຮ່ວມເຄົາລົບສົບສິລະປິນໃນດວງໃນເປັນຄັ້ງສຸດທ້າຍ ຈາກຂ່າວການຈາກໄປກະທັນຫັນຂອງ ຈົງຮະຢອນ ສະມາຊິກວົງ SHINee ທີ່ທາງສື່ຂອງ ເກົາຫລີ ໄດ້ອອກມາລາຍງານວ່າໄດ້ເສຍຊີວິດເມື່ອຊ່ວງຄໍ່າຂອງວັນທີ 18 ທັນວາ 2017 ທ່າມກາງຄວາມສັບສົນຂອງແຟນຄລັບ ກ່ອນທີ່ຕົ້ນສັງກັັດ ຈະອອກມາຢືນຍັນວ່າຂ່າວເປັນຄວາມຈິງ ໂດຍໃນວັນທີ 19 ທັນວາ 2017 SM Entertainment ຄ້າຍຕົ້ນສັງກັດຂອງ ຈົງຮະຢອນ ຈະເຄື່ອນຍ້າຍຮ່າງຂອງ ຈົງຮະຢອນ ໄປທີ່ Asan Medical Center Funeral Hall  ເພື່ອຈັດພິທີງານສົບ ເຊິ່ງໝູ່ສະມາຊິກທີ່ເຫຼືອອີກ 4 ຄົນຄື: ມິນໂຮ, ອົນຍູ, ຄຣີ ແລະ ແທມິນ ຈະເປັນເຈົ້າພາບງານຮ່ວມກັບຄອບຄົວຂອງ ຈົງຮະຢອນ ທັງນີ້ຕົ້ນສັງກັດໄດ້ຂໍໃຫ້ທາງໂຮງໝໍຈັດສະຖານທີ່ເພື່ອໃຫ້ແຟນໆໄດ້ສາມາດມາເຄົາລົບສົບ ຈົງຮະຢອນ ເປັນເທື່ອສຸດທ້າຍ ເຊິ່ງເລີ່ມຕັ້ງແຕ່ຊ່ວງບ່າຍຂອງມື້ນີ້. (ຂໍສະແດງຄວາມເສຍໃຈ ແລະ …

Read More »

ຫວານເວີ້! ນູ່ນີ່-ອັອຟ ໂຊຄວາມຫວານຂ້າຄົນໂສດທີ່ ຊຽງລາຍ!!!

ອາກາດເຢັນໆເໝາະກັບການທ່ອງທ່ຽວແບບເປັນຄູ່ ມາອັບເດດຄວາມຫວານຂອງຄູ່ຮັກໄອດໍ້ ນູ່ນີ່ ກຸມພົນພັກດີ ແລະ ອັອຟ ລາຍພາງ ທີ່ຫຼ້າສຸດມີໂອກາດຈັບມືກັນໄປທ່ຽວທີ່ ຈັງຫວັດ ຊຽງລາຍ (ປະເທດ ໄທ) ພ້ອມດ້ວຍບັນດາໝູ່ຂອງທັງສອງ ແລະ ກໍມີໂອກາດໄດ້ເກັບຮູບພາບບັນຍາກາດດີໆ ທຳມະຊາດງາມໆ ແລະ ທີ່ຂາດບໍ່ໄດ້ເລີຍຄືຄວາມໜ້າຮັກ ແລະ ຫວານຂອງທັງສອງ ບໍ່ວ່າຈະເປັນຮູບພາບຈິບນໍ້າຊາ ຮູບພາບທີ່ໜຸ່ມອັອຟອຸ້ມສາວນູ່ນີ່ ແລະ ອີກຫຼາຍໆຮູບພາບ ຂໍບອກເດີ້ເບິ່ງແລ້ວໜ້າຮັກເວີ້… ແຕ່ອາດຈະແທງໃຈດຳຄົນທີ່ບໍ່ມີຄູ່ກັນແດ່ຈັກໜ້ອຍ (555) ເອົ້າໆໆ!!! ຫວານເວີ້ອີ່ຫລີງານນີ້ ລອງມາເບິ່ງເອົາເອງສະເນາະວ່າຈະມີຄວາມຫວານ ຂ້າຄົນໂສດປານໃດ? ທີ່ມາ: ช่างภาพบ้านนอก – โยชิกะ หัวใจโสถิ่ม‘ 

Read More »