ຫຼັງຈາກທີ່ເຕັມທີ່ກັບວຽກງານມາໃນໄລຍະໜຶ່ງ ພໍແຕ່ມີເວລາ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ກໍບໍ່ປ່ອຍໃຫ້ເວລາເສຍໄປລ້າໆ ຂໍຈັດ Tips ທ່ອງທ່ຽວເພື່ອຜ່ອນຄາຍກັນແດ່ ແຕ່ເທື່ອນີ້ນາງບໍ່ໄດ້ໄປໄກ ຂໍໄປທ່ອງທ່ຽວໃຊ້ຊິວິດດີໆ ທີ່ສີພັນວາ ຈັງຫວັດພູເກັດ (ປະເທດເພື່ອນບ້ານ) ແຖມເທື່ອນີ້ ຫຼິງຫຼິງ ກໍຂໍຈັດເຕັມໂດຍການໃສ່ສຸດລອຍນໍ້າ (One Piece) ສີຂາວໂຊຫຸ່ນສຸດເຊັກຊີ່ຢ່າງເຕັມທີ່ ພ້ອມໂພສທ່າຖ່າຍຮູບທີ່ທະເລເບິ່ງແລ້ວເປັນຕາອອນຊອນ ງານນີ້ບັນດາແຟນຄລັບຂອງສາວ ຫຼິງຫຼິງ ກົດໄລ້ ກົດແຊຣກັນສະໜັ່ນກັນເລີຍ. ລອງມາເບິ່ງວ່າເຊັກຊີ່ຊໍ່າໃດ… ທ່ານີ້ກໍກິນຂາດ!!! ທ່ານີ້ກໍເລີດໄປອີກ!!! ຮູບນີ້ ຫຼິງຫຼິງ ແລະ ແສງຕາເວັນຕົກ (ມີຄວາມ Art) ຮູບພາບ: Pitadar Lingling Inthavong
Read More »News
ສະເໜ່ຄວາມງາມຂອງສາວຊົນເຜົ່າມົ້ງບໍ່ໜ້ອຍໜ້າຊົນເຜົ່າອື່ນໆ
ວ້າວວວມາແລ້ວໆໆ…!! ມື້ນີ້ແອັດຈະພາມາເບິ່ງສາວງາມໃນຊຸດເຜົ່າມົ້ງນໍາກັນ ເຊິ່ງແຕ່ລະຄົນນັ້ນ ແອັດຂໍບອກໄດ້ເລີຍວ່າມີແຕ່ຄົນງາມໆ ງາມທັງຊຸດງາມທັງຄົນໃສ່…ສາວໆແຕ່ລະຄົນກໍມີສະເໜ່ຄວາມງົດງາມ ຄວາມໜັາຮັກທີ່ແຕກຕ່າງກັນໄປ ນອກຈາກງາມແລ້ວສາວໆເຜົ່າມົ້ງຍັງເກັ່ງ ແລະ ມີສີມືການຍິບປັກຖັກແສ່ວອັນປານີດ ເພື່ອຕົບແຕ່ງສີສັນລວດລາຍໃສ່ຊຸດຊົນເຜົ່າ ສ່ວນຫຼາຍແມ່ນເຮົາຈະເຫັນໄດ້ເຂົາເຈົ້າໃສ່ ໃນໄລຍະເທສະການບຸນປີໃໝ່ຂອງເຜົ່າມົ້ງ. ເຫັນແລ້ວເປັນຕາສະອອນກັບຄວາມງາມສາວມົ້ງກະໂປງລາຍເດ້ນໍ້!!! ຮູບພາບ: IGLAO
Read More »ແຂ້ວເປັນສະເໜ່ຢ່າງໜຶ່ງທີ່ສຳຄັນຫຼາຍ ຮູ້ໄວ້ບໍ່ເສຍຫາຍກັບການຟອກແຂ້ວຂາວດ້ວຍແສງ Zoom
ຟອກແຂ້ວຂາວງ່າຍໆ ດ້ວຍແສງZoom ເຄີຍເປັນບໍ່ ອຸກໃຈ ແຂ້ວບໍ່ຂາວ ບໍ່ງາມ … ທີມງານຂວັນໃຈ ເຂົ້າໃຈບັນຫາແຟນໆດີ ຈຶ່ງຈັດມາພິເສດ ສໍາລັບໃຜທີ່ກໍາລັງມີບັນຫາເລື່ອງແຂ້ວບໍ່ຂາວ ອ່ານທາງນີ້ເລີຍ ເພາະແຂ້ວນັ້ນເປັນສະເໜ່ຢ່າງໜຶ່ງ ທີ່ສຳຄັນຫຼາຍ ເປັນຈຸດດຶງດູດສາຍຕາເວລາເຮົາເວົ້າຈາກັບຄົນອື່ນ ຄົນທີ່ມີແຂ້ວຮຽງຕົວກັນງາມ ແຂ້ວຂາວສະອາດຖືວ່າເປັນໂຊກອັນດີ ເພາະຈະເຮັດໃຫ້ຜູ້ທີ່ໄດ້ລົມ ໄດ້ຢູ່ໃກ້ປະທັບໃຈໄດ້ງ່າຍ ສ່ວນໃຜທີ່ມີແຂ້ວຊ້ອນ ຫຼືງ່ຽງໄປງ່ຽງມາ ແຖມຍັງເຫຼືອງອີກ ເວລາຍິ້ມກໍຂາດຄວາມໝັ້ນໃຈ ອາດເຖິງຂັ້ນມິດບໍ່ຢາກເວົ້າກັບຄົນອື່ນ ສະນັ້ນ ການຟອກແຂ້ວຂາວດ້ວຍເລເຊີ Zoom ຟອກສີແຂ້ວຈຶ່ງເຂົ້າມາແກ້ໄຂບັນຫາສີຂອງແຂ້ວທີ່ເຫຼືອງໃຫ້ກັບທຸກຄົນໄດ້. ການຟອກແຂ້ວເລເຊີ Zoom ແມ່ນຫຍັງ? Zoom ເປັນນະວັດຕະກໍາການຟອກສີແຂ້ວໃນຮູບແບບໃໝ່ທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນການຟອກແຂ້ວດ້ວຍແສງ Zoom ແມ່ນການຍິງແສງ ໃສ່ແຂ້ວທີ່ເຄືອບດ້ວຍ gel ຟອກສີແຂ້ວ Zoom ແສງ ແລະ gel Zoom ຈະເຮັດວຽກຮ່ວມກັນ ດ້ວຍການອອກລິດຢ່າງອ່ອນໂຍນທີ່ສຸດໃນການສະລາຍຮອຍເປິະເປື້ອນທີ່ຕິດຢູ່ຜິວແຂ້ວ ແລະ ບໍ່ທໍາລາຍໂຄງສ້າງຂອງແຂ້ວ ເຮັດໃຫ້ແຂ້ວບໍ່ເສຍຮູບຮ່າງງາມແບບເປັນທໍາມະຊາດ ການຟອກແຂ້ວເລເຊີ Zoom …
Read More »(ເຊຍລາວ) ມາເບິ່ງ! ຊຸດປະຈຳຊາດທີ່ ຈ່ອນນີ້ ໄຊຍະສານ ໃຊ້ເຂົ້າໃນການປະກວດ “Mister Universal Ambassador”
ມາເບິ່ງ ຊຸດປະຈຳຊາດທີ່ຕົວແທນຈາກປະເທດລາວ ໜຸ່ມ ສິຣິວັນ ໄຊຍະສານ (ຈ່ອນນີ້) ໄດ້ສວມໃສ່ເຂົ້າໃນການປະກວດ “Mister Universal Ambassador” ທີ່ຈັດຂຶ້ນຢູ່ທີ່ປະເທດ ອິນໂດເນເຊຍ (Indonesia) ທີ່ຈະຕັດສິນກັນໃນວັນທີ 6 ຕຸລາ 2017 ທີ່ຈະມາເຖິງນີ້. ມາຮ່ວມກັນໂຫວດໃຫ້ ໜຸ່ມ ຈ່ອນນີ້ ຕົວແທນປະເທດລາວ ໂດຍເຂົ້າໄປທີ່ເພສ Mister Universal Ambassador ແລ້ວເຂົ້າໄປກົດໄລ້ ກົດແຊຣ ຈະຊ່ວຍໃຫ້ຕົວແທນຈາກປະເທດລາວມີຄະແນນສະສົມ. ຮູບພາບ: Johnny Xayyasan , Mister Universal Ambassador
Read More »ເຫັນແລ້ວຮູ້ສຶກຮ້ອນວູບວາບ! ໂປ້ ສຸພົນສາ ໜຸ່ມກ້າມໃຫ່ຍ ນິໃສດີ Profile ເລີດຂວັນໃຈສາວໆ!!!
ຊ່ວງຕົ້ນອາທິດແບບນີ້ມັນກໍຈະຫຍຸ້ງວຽກເຮັດໃຫ້ເພື່ອນໆຫຼາຍໆຄົນກໍຈະຮູ້ສຶກເບື່ອໆແດ່ ຄ້າຍໆກັບ ຊະນີIndy ທີ່ມີຄວາມເຊັງໆ ເລີຍບໍ່ຢູ່ລ້າ… ໄປຊອກຫາອາຫານຫູອາຫານຕາມາຝາກແຟນໆທຸກຄົນ, ມາຮູ້ຈັກກັບອີກໜຶ່ງໜຸ່ມສຸດເຈົ້າຊູ້ ໜຸ່ມນັກທຸລະກິດນ້ອງໃໝ່ໄຟແຮງ ລອງມາຮູ້ຈັກກັບທ້າວເບິ່ງຮັບຮອງຈາກທີ່ເຄີຍ ເມື່ອຍໆ ເບື່ອໆ ແຟນໆຕ້ອງກັບມາຫ້າວຫັນແນ່ນອນເພາະມີຄວາມດີຕໍ່ໃຈແທ້ໆ… ຂວັນໃຈ: ແນະນຳຕົນເອງ ໂປ້: ສະບາຍດີ! ແຟນໆ ຂວັນໃຈ ຂ້າພະເຈົ້າຊື່ ສຸພົນສາ ນິຍົມ ເອີ້ນງ່າຍໆວ່າ “ໂປ້” ອາຍຸ 29 ປີ ເປັນຜູ້ອໍານວຍການສະຖາບັນການເງິນຈຸລະພາກ ຈະເລີນຊັບ (ຖືວ່າເປັນສະຖາບັນນ້ອງໃໝ່ ຫາກໍເປີດດຳເນີນທຸລະກິດ . ໂປ້ ຈົບການສຶກສາລະດັບປະລິນຍາຕີ ສາຂາ ພົວພັນການຕ່າງປະເທດ ທີ່ມະຫາວິທະຍາໄລ Dai hoc ngoai giao ປະເທດຫວຽດນາມ ແລ້ວເຂົ້າເຮັດວຽກເປັນພະນັກງານ ພະແນກຄຸ້ມຄອງສິນເຊື່ອ ທະນາຄານ ຊາຄອມແບັງ (Sacom Bank) 3 ປີ ຫຼັງຈາກນັ້ນ, …
Read More »