ຂວັນໃຈຂອງທຸກຄົນ “ໜ້າກາກຊາກຸລະ” ຫຼື ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ນັກຮ້ອງສາວຊື່ດັງຫຼາກຫຼາຍຄວາມສາມາດຈາກລາວເຮົາ ຫຼັງຈາກໄດ້ໄປອອກລາຍການ The mask single3 ເພື່ອໂຊຄວາມສາມາດ ນິດໃສ ໃນຫຼາຍໆດ້ານທີ່ຫຼາຍໆຄົນຍັງບໍ່ຮູ້ພາຍໃຕ້ໜ້າກາກ, ໃນລາຍການ ໜ້າກາກຊາກຸລະ ກໍຮ້ອງທັງໝົດ 2 ເພງຄື “Dangerous woman” ແລະ “ຄິດຮອດ” ແຕ່ກໍເສຍດາຍທີ່ເສຍໃຫ້ “ໜ້າກາກແອັບເປີ້ນ” ແລະ ໄດ້ຖອດໜ້າກາກໃນທີ່ສຸດ, ຫຼ້າສຸດຫຼັງຈາກທີ່ຖອດໜ້າກາກແລ້ວ ອາເລັກແຊນດຼ້າ ຈາກທີ່ເຄີຍດັງຢູ່ແລ້ວ ກໍຍິ່ງດັງເຂົ້າໄປອີກເພາະມີແຟນຄລັບໃຫ້ຄວາມສົນໃຈ ແລະຕິດຕາມກັນຢ່າງຫຼວງຫຼາຍ ທັງຍັງຊົມເຊີຍໃນຄວາມສາມາດສະເພາະຕົວຂອງນາງ ແລະ ໃນໄວໆນີ້ ອາເລັກແຊນດ້າ ກຳລັງຈະມີຜົນງານຜ່ານລາຍການ “ໄມທອງຄຳ” ໂດຍນາງໄດ້ໄປໂຊໂຕທັງຮ້ອງເພງ ແລະ ຫຼິ້ນໄວໂອລີນ ແຖມຍັງໃສ່ຊຸດໄໝລາວງາມໆໄປອີກດ້ວຍ ແຕ່ລາຍການຍັງບໍ່ໄດ້ອອນແອ, ດັ່ງນັ້ນ Kuanjai ເຮົາກໍບໍ່ພາດທີ່ຈະເອົາຮູບຂອງ ຊຸບເປີສະຕາ ສາວຄົນນີ້ມາຝາກເປັນນໍ້າຈິ້ມໄປກ່ອນ ສ່ວນວ່າລາຍການອອກອາກາດມື້ໃດນັ້ນ ສັນຍາເລີຍວ່າຈະເອົາມາຝາກແຟນໆແນ່ນອນ!!! #ໃຜເປັນແຟນຄລັບໜ້າກາກຊາກຸລະຢ່າລືມແຊຣໄປເປັນກຳລັງໃຈນາງແດ່ ຮູບພາບ: Alexandra …
Read More »News
ພິທີມອບລາງວັນ ໃຫ້ທີມຊະນະເລີດການແຂ່ງຂັນວິດີໂອສັ້ນ ຊາວໜຸ່ມອາຊຽນ
ໃນວັນທີ 21 ກັນຍາ 2017, ທີ່ ກະຊວງການຕ່າງປະເທດ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປເທດ, ຜູ້ຕາງໜ້າຂອງ ສປປ ລາວ ປະຈໍາຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (AICHR) ໄດ້ເປັນປະທານ ໃນພິທີມອບລາງວັນ ແຂ່ງຂັນວິດີໂອສັ້ນຊາວໜຸ່ມອາຊຽນ ລະດັບປະເທດ ພາຍໃຕ້ຫົວຂໍ້: “ອາຊຽນຕ້ານການຄ້າມະນຸດ: ມະນຸດບໍ່ໄດ້ມີເພື່ອຂາຍ”,ໂດຍການເຂົ້າຮ່ວມ ຂອງຄະນະກົມອາຊຽນ, ບັນດາຄະນະກຳມະການ ຕັດສິນການແຂ່ງຂັນ, ຕາງໜ້າຈາກກະຊວງ ປ້ອງກັນຄວາມສະຫງົບ, ສູນກາງສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງ. ທີມທີ່ໄດ້ຮັບລາງວັນຊະນະເລີດອັນດັບ 1 ໃນການແຂ່ງຂັນໃນຄັ້ງນີ້, ໄດ້ແກ່ທີມ “Me-O” ໄດ້ຮັບລາງວັນເປັນເງິນສົດ ຈາກ ຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ …
Read More »ງາມຫຼາຍ! ລູກນໍ້າ ທິດາລັດ ໄປໂຊຄວາມເປັນລາວທີ່ ປະເທດ ຍີ່ປຸ່ນ
ງາມເດ!!! ລູກນໍ້າ ທິດາລັດ ວົງສິລິ ດາລາ-ນັກສະແດງຈາກລາວເຮົາ ເດີນທາງຮ່ວມງານ “Tourism EXPO Japan 2017” ທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງງານດັ່ງກ່າວເປັນມະຫາກໍາທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ ແລະ ໃຫຍ່ທີ່ສຸດຂອງອາຊີ ພາຍໃນງານກໍຈະມີບັນດາບູດການທ່ອງທ່ຽວທົ່ວປະເທດຍີ່ປຸ່ນຂອງແຕ່ລະແຂວງ ແລະ ຍັງມີບັນດາບູດຂອງຕົວແທນແຕ່ລະປະເທດໃນທົ່ວໂລກອີກດ້ວຍ . ໂດຍສາວ ລູກນໍ້າ ກໍໄດ້ນຸ່ງຊຸດໄໝລາວປະຍຸກທີ່ມີຄວາມລຽບຫຼູ ເບິ່ງແລ້ວງາມຫຼາຍ ແລະ ລູກນໍ້າຍັງໄດ້ນຸ່ງຊຸດປະຍຸກ ເຈົ້າຍິງຊົນເຜົ່າໄທແດງ ຈົນເຮັດໃຫ້ຜູ້ທີ່ມາຮ່ວມງານຈາກທົ່ວໂລກໃຫ້ຄວາມສົນໃຈ ແລະ ຂໍຖ່າຍຮູບຢ່າງຫຼວງຫຼາຍ. ນອກຈາກນັ້ນ ລູກນໍ້າ ຍັງມີການຈັດງານ Meet and greet ໃຫ້ແຟນຄລັບທັງຊາວລາວ ແລະ ຍີ່ປຸ່ນ ໄດ້ຮ່ວມໃກ້ຊິດອີກດ້ວຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມເປັນລາວ ລູກນໍ້າ ກັບແຟນຄລັບ ໜ້າຮັກຫຼາຍໆ ທີ່ມາ: Louknum Vongsili
Read More »ມັກໃຈສຸດ! ແບບບໍ່ມີປິດບັງ ຄົນດັງຂອງລາວທີ່ໄປເຮັດສັນຍະກຳມາແລ້ວງາມຂຶ້ນ ມີໃຜແດ່ມາເບິ່ງ!!!
ມາເບິ່ງ! ຄົນດັງຂອງບ້ານເຮົາ ຈະມີຄົນໃດແດ່ທີ່ໄປເຮັດສັນຍະກຳ ເຖິງແຕ່ກ່ອນຈະເປັນຄົນງາມຢູ່ແລ້ວແຕ່ກໍຍັງໄປເຮັດສັນຍະກຳເພີ່ມເຕີມຄວາມງາມ ພໍແຕ່ເຮັດມາຍິ່ງງາມ ຍິ່ງເລີດ ເຮັດມາແລ້ວມີວຽກແໜ້ນຈົນລົ້ນມື ເອົາລະບໍ່ເວົ້າຍາວມາເບິ່ງກັນໃຫ້ເຫັນກັບຕາກັນເລີຍ ເປີດເຜີຍທີ່ນີ້ທີ່ດຽວ ເບິ່ງແລ້ວໃຜທີ່ຢາກໄປເຮັດງາມຕາມຄົນດັງເຫຼົ່ານີ້ກໍບໍ່ວ່າຫຍັງເດີ້!!! ກຸ້ງນາງ (FB: mkkoungnangplk / IG: MissKoungnang) ສາວກຸ້ງນາງ ເປັນທັງພິທີກອນ ແລະ ດີເຈ ນອກຈາກຈະມີຄວາມສາມາດທັງເບື້ອງໜ້າ ແລະ ເບື້ອງຫຼັງ, ກຸ້ງນາງກໍບໍ່ພາດທີ່ຈະໄປເພີ່ມຄວາມງາມ ໂດຍການເຮັດຕາສອງຊັ້ນທີ່ ປະເທດເພື່ອນບ້ານ ເຮັດມາແລ້ວງາມ ໜ້າຮັກຫຼາຍໆ ເບິ່ງແລ້ວດວງຕາສົດໃສເປັນປະກາຍສຸດໆ. (ຫຼັງເຮັດ) (ກ່ອນເຮັດ ຫຼັງເຮັດ) ສຸດາ ວັນທອງທິບ (FB: soudavanthongthip / IG: souda_vanthongthip) ນ້ອງ ດາ ຫຼື ນ້ອງ ສຸດາ ເນັດໄອດໍ້ ທີ່ບອກເລີຍວ່າໃນໂລກອອນລາຍບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະນາງມີຄວາມໜ້າຮັກ ຍິ້ມຫວານມີສະເໜ່ ສຸດາ ມີທັງຜົນງານຖ່າຍແບບ …
Read More »ຖອດແລ້ວ! ອາເລັກແຊນດຼ້າ ທິດາວັນ ແມ່ນ “ໜ້າກາກຊາກຸລະ” ໃນ The Mask Singer3 (ເປັນໄປຕາມທີ່ແຟນໆທວາຍໄວ້ບໍ່ມີຜິດ)
ລຸ້ນໃຈຈົດໃຈຈໍ່ກັນເລີຍສຳລັບລາຍການແຂ່ງຂັນເພງຂອງປະເທດເພື່ອນບ້ານ The Mask Singer3 ທີ່ມີກະແສຮືຮາໄປທົ່ວຫຼັງຈາກເທບທຳອິດຂອງລາຍການເປີດໂຕມາມີຫຼາຍໆໜ້າກາກ ແຕ່ມີໜ້າກາກໜຶ່ງທີ່ມີຜູ້ຄົນໃຫ້ຄວາາມສົນໃຈຫຼາຍກໍຄື “ໜ້າກາກຊາກຸລະ” ທີ່ແຟນໆທັງລາວ ແລະ ໄທ ຕ່າງກໍທວາຍໄວ້ວ່າຕ້ອງເປັນ ນັກຮ້ອງສາວສຽງຫວານຈາກ ສປປ ລາວ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ແນ່ນອນ. ໃນວັນທີ 21 ກັນຍາ 2017 ລາຍການ The Mask Singer3 ກໍເຮັດການແຂ່ງຂັນອີກຄັ້ງຈົນຮູ້ແລ້ວວ່າທີ່ແທ້ຈິງ ໜ້າກາກຊາກຸລະ ທີ່ຫຼາຍໆຄົນຕ່າງລຸ້ນກັນວ່າຈະເປັນສິລະປິນທີ່ຕົວເອງທວາຍໄວ້ຫຼືບໍ່ກໍຖືກຖອດໜ້າກາກແລ້ວ. ໃນການແຂ່ງຂັນ ໜ້າກາກຊາກຸລະ ໄດ້ເຮັດການແຂ່ງຂັນກັບ ໜ້າກາກແອັບເປີ້ນ ເຊິ່ງຜູ້ທີ່ຊະນະກໍ່ແມ່ນຝ່າຍ ໜ້າກາກແອັບເປີ້ນທີ່ໄດ້ຜ່ານເຂົ້າຮອບຕໍ່ໄປ ແລະ ແນ່ນອນເລີຍວ່າໜ້າກາກທີ່ເປັນຝ່າຍເສຍກໍຕ້ອງໄດ້ຖອດ ພໍແຕ່ຖອດມາເທົ່ານັ້ນແຟນໆທີ່ກຳລັງລຸ້ນກໍຕ້ອງຮ້ອງດ້ວຍຄວາມດີໃຈ ເພາະເປັນໃຜບໍ່ໄດ້ເລີຍນອກຈາກ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ກໍແນວວ່າສຽງຫວານເປັນເອກະລັກປານນັ້ນ ເປັນໃຜກໍຈະບໍ່ຈື່ວ່າບໍ່ (ອິອິ). #ກຳລັງເປັນກະແສແຊຣໄປ ຮູບພາບ ແລະ ຄລິບ: WorkpointOfficial , Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ
Read More »