Breaking News

News

ຮ່ວມໂຫວດນາງແບບປະຕິທິນ ຮ້ານຄໍາສີດາ ລາດຊະວົງ ປະຈໍາປີ 2018

    ເມື່ອ ວັນທີ 16 ກັນຍາ 2017 ຜ່ານມາ ທີ່ຮ້ານຄໍາ ສີດາ ລາດຊະວົງ ຕະຫຼາດຊ໊ອບປິງມໍ ຊັ້ນ 2 ຮ້ານຄໍາ ສີດາ ລາດຊະວົງ ໄດ້ຈັດກິດຈະກໍາໃຫ້ນາງສາວງາມ ຈາກໂຄງການ “ຄົ້ນຫານາງແບບປະຕິທິນ” ຮ້ານ ຄໍາສີດາ ລາດຊະວົງ ປະຈໍາປີ 2018 ມາຢ້ຽມຊົມພາຍໃນຮ້ານ, ມີການໃສ່ຊຸດຄໍາງາມໆທີ່ຈະໃສ່ຖ່າຍແບບ ປະຕິທິນປະຈໍາປີ 2018 ແລະ ຍັງມີການມອບຂອງທີລະນຶກໃຫ້ແກ່ນາງສາວທັງໝົດ 15 ນາງສາວ ທີ່ຜ່ານເຂົ້າຮອບສຸດທ້າຍ.ໂຄງການຄົ້ນຫານາງແບບປະຕິທິນ ຮ້ານ ຄໍາສີດາ ລາດຊະວົງ ປະຈໍາປີ 2018 ແມ່ນເລີ່ມຕົ້ນມາແຕ່ ກາງເດືອນ ສິງຫາ ປີ 2017 ໂດຍຈະມີການປິດໂຫວດໃນວັນທີ 24 ກັນຍາ ແລະ ຈະປະກາດຜົນໃນວັນທີ 30 …

Read More »

ວັນໃໝ່ ທຳມະວົງ ຮ່ວມເສີດສາຍ ໂຊຝີມືດ້ານການເດີນແບບໃນງານ (Lao Fashion Week 2017)

ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງສຸດຮ໋ອດ ກໍບໍ່ພາດທີ່ຈະຮ່ວມເສີດສາຍ ໂຊຝີມືດ້ານການເດີນແບບໃນງານ Lao Fashion Week 2017 ທີ່ຈັດຂຶ້ນໃນຊ່ວງອາທິດກ່ອນ, ງານນີ້ຖືວ່າ ນ້ອງ ວັນໃໝ່ ກໍຫອບເອົາຄວາມໝັ້ນໃຈມາຢ່າງເຕັມທີ່ ເດີນແບບໄດ້ຢ່າງສະຫງ່າງາມ ເປັນທີ່ຍອມຮັບຂອງຄົນພາຍໃນງານ ແລະ ບັນດາແຟນຄລັບກັນຖ້ວນໜ້າ. ວັນໃໝ່ ມົນຈຳປາ ທຳມະວົງ  ອາຍຸ 21 ປີ, ໂດ່ງດັງ ແລະ ເປັນທີ່ຮູ້ຈັກຈາກການປະກວດ Miss International Queen 2016 ແລະ ຍັງໄດ້ລາງວັນມາຝາກພີ່ນ້ອງຊາວລາວແມ່ນ “ລາງວັນຊຸດປະຈຳຊາດດີເດັ່ນ”, ປັດຈຸບັນ ວັນໃໝ່ ກໍເລີ່ມມີບົດບາດໃນວົງການບັນເທິງເຊັ່ນ ຖ່າຍແບບ ເດີນແບບ ເປັນພີເຊັນເຕີ້ ເປັນນາງເອກເອັມວີ ແລະ ລວມທັງງານໃຫ່ຍໆລະດັບປະເທດກໍບໍ່ພາດທີ່ຈະມີວັນໃໝ່ຮ່ວມເປັນໜຶ່ງນັ້ນອີກດ້ວຍ. #ສາວປະເພດສອງລາວທັງງາມທັງເກັ່ງແຊຣໄປໃຫ້ໂລກຮູ້ ຮູບພາບ: Wanmai Thammavong

Read More »

ສຸດຫວານ! ແອັບເປີ້ນ-ຟຸກ (ຄູ່ຮັກສາວລາວບ່າວໄທ) ປ່ອຍພາບ Pre-Wedding ໃນແບບປະເພນີລາວ ມາໃຫ້ແຟນໆໄດ້ຈິກໝອນ ງານນີ້ມີອິດສາໃນຄວາມຫວານກັນເປັນແຖວ!!!

ປ່ອຍຮູບພາບ Pre-Wedding ໃນແບບປະເພນີລາວ ມາໃຫ້ແຟນໆໄດ້ເຊີຍຊົມຮູບພາບຄູ່ສຳລັບເຈົ້າບ່າວເຈົ້າສາວປ້າຍແດງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວ-ບ່າວໄທ ທີ່ທັງສອງກໍຄົບຫາເບິ່ງໃຈກັນມາດົນເຖິງ 10 ປີ ຜ່ານຜ່າອຸປະສັກ ຜ່ານຮ້ອນຜ່ານໜາວ ດັ່ງພົມລິຂິດ ຈົນໃນທີ່ສຸດກໍຕົກລົງປົງໃຈທີ່ຈະໃຊ້ຊີວິດຮ່ວມກັນ ແລະ ຈະມີພິທີມົງຄຸນສົມລົດໃນຕົ້ນເດືອນ ພະຈິກ ແບບຈັດໜັກ ຈັດເຕັມ ສະຫຼອງກັນເຖິງ 3 ມື້ 3 ຄືນ ໃນແບບປະເພນີ ລາວ, ໄທ ແລະ ຈີນ. ຫຼ້າສຸດແຟນຄັບຕ້ອງໄດ້ອິນໄປຕາມໆກັນກັບຮູບພາບ Pre-Wedding ໃນແບບປະເພນີລາວ ທີ່ທັງສອງຖ່າຍອອກມາໄດ້ຫວານ ຈົນບໍ່ມີຄຳບັນຍາຍ ເປັນຮູບພາບພີເວດດິ້ງທີ່ຖ່າຍໃນສະຖານທີ່ເຊິ່ງເປັນບ່ອນທີ່ທັງສອງເຈິກັນ ແລະ ອອກເດດກັນເປັນເທື່ອທຳອິດ ແລະ ເບິ່ງແລ້ວເປັນຮູບພາບພີເວດດິ້ງທີ່ສະບາຍຕາ ເປັນທຳມະຊາດ ແຕ່ເຕັມໄປດ້ວຍຄວາມຫວານ ງານນີ້ບອກເລີຍໃຜທີ່ໄດ້ເບິ່ງຮູບພາບກໍຕ້ອງເບິ່ງໄປຍິ້ມໄປ ຈິກໝອນໄປ ແຖມງານນີ້ມີອິດສາໃນຄວາມຫວານ ໜ້າຮັກ ຂອງຄູ່ນີ້ເປັນແຖວແນ່ນອນ!!! ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວ ແອັບເປີ້ນ ແລະ ໜຸ່ມ ຟຸກ …

Read More »

ເຈ້ຍ ປາຊິຟິກ ແລະ ໂຕໂນ່ ພາຄິນ ຮ່ວມເຟມຖ່າຍຮູບ ແຟນຄລັບເວົ້າກວນ… ເບິ່ງໄປເບິ່ງມາຄິດວ່າແຝດ!!!

ເຮັດວຽກໝົດມື້ ຮຽນໝົດມື້ແລ້ວ ມາພັກສະໜອງກັບເລື່ອງລາວໜ້າຮັກຂອງບັນດາຄົນດັງກັນແດ່ ເຊິ່ງໃນມື້ນີ້ ອ້າຍ ເຈ້ຍ ປາຊິຟິກ ຜູ້ກຳກັບຄົນເກັ່ງຂອງບ້ານເຮົາກໍມີໂອກາດໄດ້ຮ່ວມເຟມຖ່າຍຮູບກັບ ໂຕໂນ່ ພາຄິນ ນັກຮ້ອງ-ນັກສະແດງຂອງປະເທດເພື່ອນບ້ານ ໂດຍຮູບພາບດັ່ງກ່າວຖຶກໂພສເຜີຍແຜ່ໂດຍ ອ້າຍ ເຈ້ຍ ປາຊິຟິກ ແຖມອ້າຍເຈ້ຍ ຍັງຂຽນແຄັບຊັ່ນຕິດຕະຫຼົກອີກວ່າ “ໂຕໂນ້ ກັບ ເຮົາ ຄິດວ່າແຝດ”, ພໍແຕ່ໂພສບໍ່ຮອດຊົ່ວໂມງ ບັນດາແຟນຄລັບຂອງເພິ່ນ ລວມທັງເພື່ອນພ້ອງໃນວົງການກໍເຂົ້າມາໄລ້ ແຊຣ ແຖມຍັງສະແດງຄວາມຄິດເຫັນວ່າ ເຫັນດີທີ່ວ່າທັງສອງເປັນຝາແຝດກັນ ບາງຄົນກໍວ່າແຝດຄົນລະຝາ ເຊິ່ງເປັນການເວົ້າຍອກໄຍກັນໄປມາ. ກໍແນວວ່າ ທັງສອງໜຸ່ມ ຈາກສອງຝັ່ງຂອງ ມີຄວາມໜ້າຮັກ ແຖມຕະຫຼົກເຮຮາ ໜ້າຕາກໍເຈົ້າຊູ້… ບໍ່ໃຫ້ແຟນຄລັບຄິດວ່າເປັນຝາແຝດກັນກໍບໍ່ຮູ້ສິວ່າແນວໃດແລ້ວວ່າບໍ່ (ອິອິ). ຂໍຂອບໃຈຮູບພາບ:Phoumsana Jear Pacific , mootono29

Read More »

ຊົມ​ເຊີຍ​ຜູ້ທີ່ໄດ້ຮັບລາງວັນ​ ວັນນະ​ກໍາ “ ແມ່​ນໍ້າຂອງ” ຄັ້ງ​ທີ 8! ຊ່ວຍກັນສົ່ງເສີມວົງການນັກປະພັນລາວໃຫ້ຢູ່ຄູ່ສັງຄົມລາວຕະຫຼອດໄປ…

ຕອນ​ບາຍ​ຂອງ​ວັນ​ທີ 13 ກັນຍາ 2017 ກະຊວງ​ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ທີ່​ຫ້ອງ​ປະຊຸມ​ຊັ້ນ 4 ( ຕຶກ​ທ່ອງ​ທ່ຽວ ) ​ໄດ້​ພິທີ​ຈັດ​ງານ​ຊົມ​ເຊີຍ​ຜົນ​ສໍາ​ເລັດ​ໃນ​ການ​ມອບ​-ຮັບລາງວັນ ວັນນະ​ກໍາ  “​ ​ແມ່​ນໍ້າຂອງ ” ຄັ້ງ​ທີ 8 ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ໃບ ​ໂພທິ​ສານ ຫົວໜ້າກົມ​ມໍລະດົກ ທັງ​​ເປັນ​ປະທານ​ສະມາຄົມ​ນັກ​ປະພັນ​ລາວ, ທ່ານ ນາງ ສົມ​ພອນ ທຸມມາ​ວົງ ຮອງຫົວໜ້າອຳນວຍການ ວາລະສານວັນນະສິນ, ຫົວໜ້າຫ້ອງ ການສະມາຄົມນັກປະພັນລາວ ​ທັງເປັນ​ຜູ້​ຈັດ​ງານ​ຊົມ​ເຊີຍ​ລາງວັນ ວັນນະ​ກໍາ ​ແມ່​ນໍ້າຂອງ ຄັ້ງ​ທີ 8, ທ່ານ ນາງ ດາ​ລີວັນ ສິດ​ພະ​ໄຊ ( ຜູ້​ທີ່​ໄດ້​ຮັບ​ລາງວັນ​ທີ 1 ປະເພດບົດເລື່ອງສັ້ນ ) ​ແລະ ທ່ານ ​ແກ້ວ​ບຸນ​ທັນ …

Read More »