Breaking News

News

ຈັດໄປ! ຜູ້ບ່າວລາວ ເຂົ້າຮ່ວມປະກວດໃນລາຍການດັງ The Face Men Thailand

ຈັດໄປ!!! ຫຼ້າສຸດເປັນກະແສໂດ່ງດັງໄປແລ້ວ…. ເພາະໃນວັນທີ 2 ຕຸລາ 2018 ທາງເພສຫຼັກຂອງລາຍການດັງ The Face Men Thailand ໄດ້ອອກມາເປີດເຜີຍຊາຍໜຸ່ມທີ່ຜ່ານໃນຮອບ Audition ເຊິ່ງໜຶ່ງໃນນັ້ນມີໜຸ່ມຫຼໍ່ຈາກປະເທດລາວ ວັດທະນາ ສີສົມບັດ (ໂທມັດ) ອາຍຸ 18 ປີ ເປັນລູກຊອດ ລາວ-ຝຣັ່ງ ທີ່ຕັ້ງໃຈບິນໄປຮ່ວມແຂ່ງຂັນໃນ The Face Men Thailand 2 ໂດຍສະເພາະ. ສຳລັບການແຂ່ງຂັນ ໂທມັດ ສີສົມບັດ ແມ່ນເປັນໜຶ່ງໃນຜູ້ຜ່ານເຂົ້າຮອບ Audition  ເປັນທີ່ຮຽບຮ້ອຍ, ຢ່າງໃດຄົນລາວເຮົາກໍ່ບໍ່ຄວນພາດທີ່ຈະເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ແຟນ. ຮູບພາບ: FB/Thomas Sisombat, The Face Thailand

Read More »

ເຮັງ ເຮັງ ເຮັງ! ເປັນຂ່າວດັງ ໜຸ່ມລາວດວງເຮັງຖືກຫວຍທີ່ປະເທດໄທ 90ລ້ານບາດ!!! 

ບໍ່ເວົ້າເຖິງຄົງຈະບໍ່ໄດ້ ເປັນທີ່ຮືຮາ ແລະ ເປັນຂ່າວດັງ ຫຼ້າສຸດສື່ທຸກສຳນັກຂອງປະເທດເພື່ອນບ້ານ ໄດ້ອອກລາຍງານຂ່າວວ່າ ມີຜູ້ໂຊກດີຖືກຫວຍລາງວັນທີ 1 ທັງໝົດ 15 ໃບ ໃນງວດວັນທີ 1 ຕຸລາ 2018 ເປັນເງິນສູງເຖິງ 90 ລ້ານບາດ ເຊິ່ງຜູ້ໂຊກດີຄົນດັ່ງກ່າວເປັນປະຊາຊົນຈາກ ສປປ ລາວ. ເຊິ່ງຈາກການເປີດເຜີຍຂອງເຈົ້າຂອງແຜງຂາຍຫວຍ ຢູ່ທີ່ ຈັງຫວັດ ອຸດອນທານີ ໄດ້ຍືນຍັນກັບທາງສື່ຫຼາຍສຳນັກຂອງປະເທດເພື່ອນບ້ານວ່າ “ຄົນທີ່ຖືກຫວຍລາງວັນທີ 1 ທັງໝົດ15 ໃບ ຕົກເງິນສູງເຖິງ 90ລ້ານບາດ ໃນງວດຂອງວັນທີ 1 ຕຸລາ 2018 ທີ່ຜ່ານມາໄດ້ມາຊື້ຫວຍທີ່ຮ້ານຂອງຕົນ ເຊິ່ງຜູ້ທີ່ໂຊກດີນັ້ນເປັນຜູ້ຊາຍຈາກ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ຂັບລົດເບນສຼມາຊື້ໃນຮ້ານຕົນໃນມື້ນັ້ນ ແລະ ກໍ່ເປັນຂາປະຈຳອີກດ້ວຍ, ໂດຍຜູ້ໂຊກດີຊາວລາວລາຍນີ້ໄດ້ຊື້ໄປຫຼາຍຊຸດ ໂດຍສະເພາະໝາຍເລກ 452643 ທີ່ເຂົາຊື້ໄປ 15 ໃບ ແລະ ຊື້ເລກຊຸດລາງວັນຂ້າງຄຽງຄື  …

Read More »

ສິ່ງທີ່ເຮົາເບິ່ງຂ້າມ! ອາການ ເຈັບທ້ອງ ບອກພະຍາດ!!!

ອາການ ເຈັບທ້ອງ ເປັນອາການທີ່ພົບໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການປວດເຫຼົ່ານີ້ ເປັນຍ້ອນສາເຫດໃດ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ ແລະ ຖົງນໍ້າດີ ແລະ ມ້າມ ເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ ປວດບໍລິເວນບັ້ນເອວຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ ໄຕ ແລະ ລຳໃສ້ໃຫ່ຍ ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ ເຈັບບໍລິເວນທ້ອງນ້ອຍຂວາ ເປັນຕຳແໜ່ງ ໃສ້ຕິ່ງ ທໍ່ໄຕ ແລະ ປີກມົດລູກ ເຈັບບໍລິເວນທ້ອງນ້ອຍບ່ອນກາງ ເປັນຕຳແໜ່ງຂອງທໍ່ປັດສາວະ ແລະ ມົດລູກ ປວດບໍລິເວນທ້ອງນ້ອຍເບຶ້ອງຊ້າຍ ເປັນຕຳແໜ່ງຂອງປີກມົດລູກ ແລະ ທໍ່ໄຕ ອາການ ເຈັບທ້ອງແບບໃດທີ່ຕ້ອງໄປພົບແພດທັນທີ!!! ເຈັບມາຫຼາຍກວ່າ 6 ຊົ່ວໂມງ ແຕ່ຍັງບໍ່ເຊົາ …

Read More »

ໄດ້ແລ້ວ! Miss Universe Colombia 2018 ອີກໜຶ່ງດາວເດັ່ນໃນເວທີ Miss Universe 2018

ເວົ້າເຖິງເລື່ອງນາງງາມ ປະເທດ ໂຄລຳເບຍ (Colombia) ກໍ່ເປັນອີກປະເທດໜຶ່ງທີ່ຂຶ້ນຊື່ສຸດໆ ແຖມຍັງເປັນອີກໜຶ່ງປະເທດທີ່ມີນາງງາມດາວເດັ່ນເຂົ້າຊິງທີ່ເວທີ Miss Universe ໃນທຸກໆປີ ເນື່ອງຈາກສາວງາມຈາກປະເທດ Colombia ມັກມີໂອກາດໄດ້ເຂົ້າຮອບເລິກໆມາຫຼາຍປີ ແລະ  ໃນປີ 2017 ທີ່ຜ່ານມາກໍ່ສາມາດເຂົ້າໄດ້ເຖິງຮອບ 5 ຄົນສຸດທ້າຍ. ຫຼ້າສຸດ, ເມື່ອບໍ່ດົນມານີ້ທາງປະເທດໂຄລຳເບຍກໍ່ໄດ້ແຂ່ງຂັນ ພ້ອມກັບໄດ້ສາວງາມຜູ້ມີຄຸນນະສົມບັດຄົບຖ້ວນເພື່ອເປັນ Miss Universe Colombia 2018 ເປັນທີ່ຮຽບຮ້ອຍ ເຊິ່ງສາວງາມທີ່ຊະນະເລີດໃນປີນີ້ກໍ່ຄື Valeria Morales Delgado. Valeria Morales Delgado Miss Universe Colombia 2018  ອາຍຸ 20 ປີ ລວງສູງ 173 ກຳລັງສຶກສາໃນສາຂາ Social Communication ທີ່ Broward College, ກ່ອນໜ້າໄດ້ຕຳແໜ່ງ Valeria ໄດ້ເປັນນາງແບບມືອາຊີບ ເຊິ່ງນາງສາມາດໂຊທັກສະໃນການຍ່າງເທິງເວທີ ໂດຍໃນຮອບຊຸດລອຍນໍ້າ ແລະ ຊຸດລາຕີນາງກໍ່ໄດ້ຄະແນນມາບໍ່ໜ້ອຍ …

Read More »

ອະລັງການ! ມາເບິ່ງຊຸດປະຈຳຊາດຂອງ ມາລີ ນົບພະລັດ  ທີ່ຈະໃຊ້ເຂົ້າໃນປະກວດເວທີລະດັບໂລກ Miss Grand International 2018.

Hello ແຟນໆທຸກໆຄົນເລີ່ມຕົ້ນເດືອນ ຕຸລາ ປະຈຳປີ 2018 ໃນວັນຈັນ ຕົ້ນອາທິດ ແນ່ນອນແຟນໆຫຼາຍໆຄົນກໍ່ຄົງຈະມີພາລະກິດໃນການເຮັດວຽກ ການຮຽນ ຕ່າງໆນາໆກໍ່ວ່າກັນໄປ ແຕ່ຢ່າໄປຊີຣຽດຫຼາຍເດີ້ ເຮັດໃຈໃຫ້ສະບາຍແລ້ວມາອັບເດດຂ່າວສານກັບ ຊະນີIndy ຈະດີກວ່າ, ໃນມື້ນີ້ຈະພາແຟນໆມາອັບເດດຂ່າວສານເລື່ອງລາວຂອງວົງການນາງງາມ ໃນເວທີ ມິສແກຣນ ທີ່ປະເທດລາວເຮົາກໍ່ບໍ່ດ້ອຍໜ້າ ກຽມສົ່ງ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ໄປເປັນຕົວແທນແຂ່ງຂັນເອົາມົງກຸດອັນຊົງກຽດທີ່ເວທີລະດັບໂລກ Miss Grand International 2018. ນອກຈາກຈະມີສາວງາມຕົວແທນປະເທດລາວແລ້ວ ແນ່ນອນວ່າເຮົາກໍ່ຕ້ອງມີ ຊຸດທີ່ເປັນເອກະລັກຂອງປະເທດລາວໄປເຜີຍແຜ່ໃນເວລາດຽວກັນ ນັ້ນກໍ່ຄືຊຸດປະຈຳຊາດ ແລະ ຫຼ້າສຸດເພິ່ນກໍ່ໄດ້ເປີດເຜີຍມາແລ້ວວ່າຊຸດທີ່ສາວງາມຈະສວມໃສ່ໃນປີນີ້ກໍ່ຄື “ຊຸດນາງສັງຂານລາວ “ຊຸດນີ້ໄດ້ແຮງບັນດານໃຈມາຈາກປະເພນີວັນສຳຄັນ ກໍຄືວັນຂຶ້ນປີໃໝ່ລາວ, ເຊິ່ງເປັນປະເພນີທີ່ມີຊື່ສຽງໂດ່ງດັ່ງໄປທົ່ວໂລກ ທີ່ສາມາດດຶງດູດນັກທ່ອງທ່ຽວຈາກຫລາຍປະເທດໃຫ້ເຂົ້າມາຢ້ຽມຢາມປະເທດລາວ ໂດຍສະເພາະແມ່ນຢູ່ ນະຄອນຫລວງພະບາງ ທີ່ມີການປະກວດນາງສັງຂານໃນແຕ່ລະປີ. ດັ່ງນັ້ນ, ຊຸດນີ້ຈຶ່ງດຶງເອົາເອກະລັກຄວາມໂດດເດັ່ນຂອງ “ນາງ ມະໂຫທອນເທວີ” ມາດັດແປງເປັນຊຸດປະຈຳຊາດ, ດຶງເອົານົກຍູງທີ່ມີຄວາມສະຫງ່າງາມມາເປັນສ່ວນໜຶ່ງຂອງຊຸດ …

Read More »