Breaking News

News

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ?

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ? 💳 ໃນກໍລະນີທີ່ບັດ ATM ຂອງທ່ານ ຖືກຕູ້ກືນ ທ່ານຄວນປະຕິບັດ ຕາມຂັ້ນຕອນລຸ່ມນີ້: 1️⃣ ໂທຫາພະນັກງານ ຕາມເບີສາຍດ່ວນທີ່ຕິດໜ້າຕູ້ ATM: ແຈ້ງຊື່-ນາມສະກຸນ ແລະ ເບີໂທລະສັບ ຂອງເຈົ້າຂອງບັດ;ເລກລະຫັດຕູ້ ATM;ວັນທີ ທີ່ໃຊ້ຕູ້ ATM. 2️⃣ ລໍຖ້າພະນັກງານ ຕິດຕໍ່ຫາທ່ານ: ເພື່ອນັດໝາຍວັນເວລາ ໃຫ້ລູກຄ້າມາຮັບເອົາບັດ ATM ຄືນ. 3️⃣ ຫຼັງຈາກທ່ານໄດ້ຮັບແຈ້ງຈາກ ທພລ ທ່ານສາມາດໄປຮັບບັດ ATM ທີ່ຈຸດບໍລິການທີ່ທ່ານໄດ້ໂທແຈ້ງໄປເບື້ອງຕົ້ນ: ພ້ອມດ້ວຍເອກະສານຢັ້ງຢືນຕົວຕົນ ເຊັ່ນ: ບັດປະຈຳຕົວ ຫຼື ພາສປອດ ຫຼື ສຳມະໂນຄົວ.

Read More »

#ເຕືອນໄພ‼️ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳມາເປັນຂອງຕົນເອງ ດ້ວຍການໃຊ້ຊ່ອງທາງ Social Media

#ເຕືອນໄພໃນປັດຈຸບັນ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳມາເປັນຂອງຕົນເອງ ດ້ວຍການໃຊ້ຊ່ອງທາງ Social Media ມາເປັນເຄື່ອງມື ໃນການຫຼອກລວງປະຊາຊົນ ດັ່ງນັ້ນ, ເພື່ອ ມີສະຕິ ແລະ ຮູ້ທັນກົນລະຍຸດ ຂອງມິດສາຊີບ ທ່ານສາມາດ ສຶກສາຂໍ້ມູນ ຢູ່ໃນໂພສດ້ານລຸ່ມນີ້ໄດ້ ເພື່ອກຽມພ້ອມຮັບມືໄດ້ທັນເຫດການ

Read More »

ເຄີຍແຈກຫຼາຍແບບໃດ ກໍຍິ່ງແຈກຫຼາຍກວ່າເກົ່າ ກັບ M-150 ໃຫ້ໂຊກ2ຊັ້ນ

ເຄີຍແຈກຫຼາຍແບບໃດ ກໍຍິ່ງແຈກຫຼາຍກວ່າເກົ່າ ກັບ M-150 ໃຫ້ໂຊກ2ຊັ້ນ ເຊິ່ງຜ່ານມາບໍ່ດົນນີ້ມີຜູ້ໂຊກດີຈາກແຂວງສະຫວັນນະເຂດ ເປັນຄົນທຳອິດທີ່ໄດ້ຮັບລາງວັນລົດຈັກອີກດ້ວຍ ບອກເລີຍວ່າ ເຂົາບໍ່ໄດ້ແຈກພຽງແຕ່ຄັນດຽວເດີ້ ຢ່າຊ້າ ຮີບຟ້າວໄປຫາຊື້ມາດື່ມ ພິກເບິ່ງກ້ອງຝາ ພົບລາງວັນໃດ ຮັບເລີຍທັນທີ ແລະສົ່ງລະຫັດມາຮ່ວມໂຊກຊັ້ນສອງໄດ້ທີ່ www.m150.la ຜູ້ໂຊກດີຄົນຕໍ່ໄປ ອາດເປັນທ່ານ M150LAOS #ບໍ່ມີລີມິດດ້ວຍພະລັງM150 #M150ໃຫ້ໂຊກ2ຊັ້ນ #ແຕ້ມເອັມລາວ

Read More »

ເຮືອນຫຼັງນ້ອຍ ຮ້ອຍຄວາມສຸກ

ເຮືອນຫລັງນ້ອຍສີຂາວ ທີ່ສະດຸດຕາຕັ້ງແຕ່ໄດ້ເຫັນ ແອັດເລີຍຢາກເອົາມາແບ່ງປັນທຸກຄົນເພື່ອທີ່ຈະໄດ້ນໍາໄປເປັນໄອເດຍ ສໍາລັບຜູ້ທີ່ມັກເຮືອນສະໄຕລນີ້! ເປັນເຮືອນຫຼັງນ້ອຍໆກະທັດຮັດ ຕົບແຕ່ງສະໄຕລ Minimal ໃຫ້ຄວາມເປັນຄອບຄົວທີ່ອົບອຸ່ນ ພື້ນທີ່ໃນເຮືອນເຖິງຈະມີພື້ນທີ່ໃຊ້ສອຍໜ້ອຍ ແຕ່ບອກໄດ້ເລີຍວ່າມີຄົບທຸກຄວາມຕ້ອງການ ພື້ນທີ່ທາງນອກເຮືອນມີຊານພັກແບບມີຫຼັງຄາເຮັດໃຫ້ສາມາດອອກມານັ່ງພັກຜ່ອນຊິວໆ ອອກມານັ່ງສູດອາກາດອັນສົດຊື່ນຍາມເຊົ້າໄດ້ຟິວສຸດໆ ຫຼືຈະປ່ຽນບັນຍາກາດອອກມາຮັບປະທານອາຫານດ້ານນອກກໍຄັກ! ຮູບພາບ: husverket ຕິດຕາມ Kuanjai Magazine Online ເພີ່ມຕື່ມໄດ້ທີ່ Website:https://kuanjailao.com/wp-admin/ IG:kuanjai_magazine_

Read More »

Adidas ອອກ “ເກີບສໍາລັບສາຍມັກແລ່ນ Ultraboost 22” ສີໃໝ່ ຊົງພະລັງ ເນັ້ນຄວາມປອດໄພ

Adidas ເປີດໂຕເກີບສໍາລັບແລ່ນ Ultraboost 22 ສີໃໝ່ ສະແດງເຖິງພະລັງງານ ແລະ ຍັງແຝງໄປດ້ວຍກິ່ນອາຍແຫ່ງກາຍຜ່ອນຄາຍໃນລະດູຮ້ອນເກີບລຸ້ນນີ້ຖືກອອກແບບໂດຍນັກອອກແບບ ແລະ ນັກພັດທະນາຜະລິດຕະພັນຍິງລ້ວນທີ່ເຮັດວຽກກັບກຸ່ມນັກແລ່ນຍິງຂອງ Adidas ຢ່າງໃກ້ຊິດ ແລະ ມີການໃຊ້ຖານຂໍ້ມູນກາຍວິພາກແບບອອນໄລ ສະແກນຮູບຕີນຫຼາຍກວ່າ 1.2 ລ້ານຄັ້ງ ຈົນໄດ້ອອກມາເປັນ ເກີບ Ultraboost 22 ມີຄຸນສົມບັດພິເສດໃນການຄືນພະລັງງານໃຫ້ກັບນັກແລ່ນໄດ້ຫຼາຍກວ່າ 4% ເມື່ອທຽບກັບລຸ້ນ Ultraboost 21 ນອກຈາກເປີດໂຕ Ultraboost 22 ສີໃໝ່ ແລ້ວ adidas Running ຍັງໄດ້ຮ່ວມມືກັບ White Ribbon ອົງກອນການກຸສົນລະດັບໂລກທີ່ໃຫ້ຄວາມສໍາຄັນກັບການຢຸດຄວາມຮຸນແຮງຕໍ່ຜູ້ຍິງ ແລະ Amanda Sussman ຜູ້ຂຽນໜັງສື ແລະ ປົກປ້ອງສິດທິມະນຸດ ໃນການອອກແບບແຜນການຮຽນຮູ້ທີ່ມີເປົ້າໝາຍໃນການມອບຄວາມປອດໄພໃຫ້ກັບຜູ້ຍິງໃນຂະນະອອກໄປແລ່ນຕາມສະຖານທີ່ຕ່າງໆ. . ປັບຮູບແບບຂອງ PRIMEKNIT+ ໃນບໍລິວານ forged zones. …

Read More »