Breaking News

News

“ມະຍຸລີ ຊູຕັນນຸວົງ” ອອກມາສະແດງຄໍາຂອບໃຈ ຫຼັງໄດ້ຮັບແຕ່ງຕັ້ງເປັນ Miss Teen Laos 2020…

ເນື່ອງຈາກ ການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຢ່າງມີການປ່ຽນແປງໄປ ບໍ່ສາມາດດໍາເນີນການໄດ້ເປັນປົກກະຕິ ລວມໄປເຖິງວົງການ ນາງງາມ ເອງກໍໄດ້ຮັບຜົນກະທົບ ຫຼາຍໆເວທີທັງລະດັບສາກົນ ແລະ ພາກພື້ນຕ້ອງຍຸຕິການປະກວດລົງ ແລ້ວລົງນາມກັນແຕ່ງຕັ້ງສາວງາມຂຶ້ນມາຮັບຕໍາແໜ່ງ ບາງເວທີກໍໃຫ້ຜູ້ເກົ່າຮັບຕໍາແໜ່ງໄປແບບ 2 ປີຊ້ອນກັນເລີຍ… ຫຼ້າສຸດ ເວທີນາງງາມລາວທີ່ຫາກໍຈັດຂຶ້ນເປັນປີທໍາອິດໃນປີກາຍຄື ເວທີ Miss Teen Laos ມີສທີນລາວ ກໍໄດ້ອອກມາແຈ້ງຢ່າງເປັນທາງການແລ້ວວ່າ ບໍ່ສາມາດຈັດການປະກວດໃນປີ 2020 ນີ້ໄດ້.  ດັ່ງນັ້ນ,  ເມື່ອວັນທີ8 ມິຖຸນາ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈໍາກັດ ໃນນາມເຈົ້າຂອງລິຂະສິດ ແລະ ເປັນຜູ້ຈັດການປະກວດ Miss Teen Laos ໄດ້ແຕ່ງຕັ້ງ ຮອງອັນດັບ 1 Miss Teen Laos 2019 ນາງ ມະຍຸລີ ຊູຕັນນຸວົງ ຂຶ້ນຮັບຕຳແໜ່ງ ແລະ ປະຕິບັດໜ້າທີ່ເປັນ Miss Teen Laos …

Read More »

ສິ້ນສຸດການລໍຄອຍ!!! ປະເທດລາວປອດໄພຈາກໂຄວິດ-19… ເກືອບ 2 ເດືອນບໍ່ພົບຜູ້ຕິດເຊື້ອເພີ່ມ-ຜູ້ຕິດເຊື້ອເກົ່າອອກໂຮງໝໍໝົດແລ້ວ

ເປັນຂ່າວດີທີ່ປະຊາຊົນລາວທົ່ວປະເທດລໍຄອຍ ມື້ນີ້ ວັນທີ 9 ມີຖຸນາ 2019 ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ອອກມາແຈ້ງຂ່າວ່າ #ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ. ໂດຍປັດຈຸບັນປະເທດລາວເຮົາແມ່ນບໍ່ພົບຜູ້ຕິດເຊື້ອໃໝ່ມາເປັນເວລາເກືອບ 2 ເດືອນແລ້ວ ແລະຜູ້ປ່ວຍສະສົມຈໍານວນ 19 ຄົນ ກໍໄດ້ອອກໂຮງໝໍທັງໝົດແລ້ວ ນັ້ນສະແດງຄວາມ ປະເທດເຮົາຫຼຸດພົ້ນອອກຈາກພະຍາດຮ້າຍ ໂຄວິດ-19 ແລ້ວນັ້ນເອງ… ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for …

Read More »

ຊົມເຊີຍ!! New Zealand ປະກາດສາມາດຄວບຄຸມການແຜ່ລະບາດຂອງ​​ໂຄ​ວິດ-19 ​ແລະ ຈະ​ຍົກ​ເລີກມາດ​ຕະການ​ Lock down ​ທັງ​ໝົດ ເປັນປະເທດທໍາອິດ…

ສໍານັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ Jarinda da Modern ນາຍົກລັດຖະມົນຕີ ປະເທດນິວຊີແລນ ປະກາດ​ວ່າ: ນິວຊີແລນ ສາມາດ ຄວບຄຸມການແຜ່ລະບາດ ຂອງ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ພາຍໃນ​ປະ​ເທ​ດ​ຂອງຕົນໄດ້​ແລ້ວ ​ໂດ​ຍນັບ​ເປັນ​ ປະ​ເທດ​ທຳ​ອິດ​ ທີ່​ເຮັດ​ໄດ້​ສຳ​ເລັດ ​ແລະ ຈະ​ຍົກ​ເລີກມາດ​ຕະການ​ Lock down ​ທັງ​ໝົດ ​ເຫລືອ​ໄວ້​ພຽງ ການ​ປິດ​ຊາຍ​ແດນ.  ຫລັງ​ຈາກນີ້ ລັດຖະບານ ຈະ​ຫລຸດຜ່ອນ​ມາດ​ຕະການ​ເຝົ້າລະວັງ ຈາກ​ລະດັບ ສອງ ລົງ​ມາ​ເປັນ​ລະດັບ​ໜຶ່ງ ຄື​ຍົກ​ເລີກ​ ການ​ເວັ້ນ ​ໄລຍະ​ຫ່າງ ທາງ​ສັງຄົມ ​ຕັ້ງ​ແຕ່​ຕອນ​ທ່ຽງ​ຄືນ ວັນ​ທີ 8ມິຖຸນາ​ 2020 ຈາກ​ນີ້​ເປັນຕົ້ນ​ໄປ ກິດຈະກຳ​ສ່ວນ​ຕົວ ​ແລະ ສາທາລະນະ, ການ​ຄ້າ​ຍ່ອຍ ​ແລະ ທຸລະ​ກິດ​ບໍລິການ ລວມ​ເຖິງ ການ​ຂົນ​ສົ່ງ ສາທາລະນະ​ທັງ​ໝົດ ຈະ​ສາມາດ ​ກັບ​ມາ​ໃຫ້​ບໍລິການ​ໄດ້ ໂດຍ​ບໍ່​ຕ້ອງ​ເວັ້ນ ​ໄລຍະ​ຫ່າງ …

Read More »

ທັງງາມທັງເກັ່ງ!! ໝໍແນ່ງ ສໍາເລັດອີກບາດກ້າວໜຶ່ງ ສາມາດຍາດທຶນໄປຮຽນຕໍ່ກັບອົງການອະນາໄມໂລກໄດ້ ພ້ອມສັນຍາຈະເຮັດໃຫ້ບັນລຸປະສິດທິຜົນສູງສຸດ…

ເອີ້ນໄດ້ວ່າເກັ່ງແບບຄົບເຄື່ອງ ແລະ ມີປະສິດທິພາບອີ່ຫຼີສໍາລັບສາວໜ້າຫວານ ນາງເອກ ເບີຕົ້ນໆຂອງລາວຄົນນີ້ ໝໍແນ່ງ ຈັນດາລີ ສິດພະໄຊ ບໍ່ວ່າຈະເປັນວຽກໃນວົງການບັນເທີງ ເປັນຕົ້ນແມ່ນ ວຽກການເປັນນັກສະແດງ ທີ່ໝໍແນ່ງນັ້ນ ສາມາດຕີບົດແຕກທຸກບົດ ຈົນໄດ້ຮັບຄວາມຍ້ອງຍໍ ແລະ ຊື່ນຊົມຈາກແຟນໆເປັນຈໍານວນຫຼວງຫຼາຍ; ວຽກຫຼັກຄືການເປັນ ແພດ ໝໍແນ່ງກໍບໍ່ໄດ້ລະເລີຍ ເຮັດໜ້າທີ່ຕົນເອງຢ່າງຕັ້ງໃຈ ບໍ່ວ່າຈະມີວຽກງານອາສາສ່ຽງຢູ່ໃສຖ້າມີລາຍຊື່ ໝໍແນ່ງກໍພ້ອມລຸຍ ຕົວຢ່າງເຫດການເຂື່ອນແຕກນໍ້າຖ້ວມໜັກຢູ່ພາກໃຕ້ ແລະ ເຫດການການລະບາດພະຍາດໂຄວິດຊ່ວງນີ້ ສາວຄົນນີ້ກໍມີໜ້າເຂົ້າຮ່ວມເປັນກອງໜ້າເພື່ອປະຊາຊົນທັງໝົດ; ນອກຈາກນັ້ນ ໝໍແນ່ງ ຍັງເຮັດວຽກເປັນຈິດອາສາຊ່ວຍເຫຼືອສັງຄົມຢູ່ສະເໝີ ເຊິ່ງຂ່າວຄາວຕ່າງໆ ຂວັນໃຈ ກໍໄດ້ນໍາສະເໜີຢູ່ເປັນປະຈໍານັ້ນເອງ!!! ແລະ ຫຼ້າສຸດກໍມາອີກແລ້ວ ສໍາລັບສິ່ງກາລັນຕີຄວາມສາມາດຂອງ ໝໍແນ່ງ ໂພສນາງໄດ້ໂພສ ຂໍ້ຄວາມຜ່ານ Facebook ສ່ວນຕົວກ່ຽວກັບຄວາມສໍາເລັດອີກບາດກ້າວໜຶ່ງໃນຊີວິດ ໂດຍມີລາຍລະອຽດດັ່ງນີ້: ທັງງາມທັງເກັ່ງ… ບໍ່ໃຫ້ຫຼົງຮັກຊິໄປໃສ? ງາມທີ່ສຸດ!!! ສາວລາວເຮົາເອງ ຫຼົງຮັກ… ໜ້າຫວານນນ ຍິ້ມຫວານນ ໜ້າເດັກແຮງງງງ ຮູບພາບຈາກ: Chandaly …

Read More »

ຂໍເປັນກໍາລັງໃຈໃຫ້!!! ເມຍ ກິດາວເພັດ ໂພສສຸດທໍລະມານໃຈ ສາມີເສຍຍັງທໍາໃຈບໍ່ໄດ້ ລູກຊາຍ (ນ້ອງບອຍ) ມາປ່ວຍອີກຄົນຈົນຕ້ອງຜ່າຕັດ…

ຂ່າວຄາວການສູນເສຍນັກຮ້ອງລູກທົ່ງຊື່ດັງ ອາຈານ ກິດາວເພັດ ໜູຫ່ວງ ຍັງບໍ່ຊາ ຄອບຄົວກໍຍັງທໍາໃຈບໍ່ໄດ້ ໂດຍສະເພະຜູ້ເປັນເມຍ ຄືເອຶ້ອຍ ຄໍາພຸດ ໜູຫ່ວງ ທີ່ແອັດຫາກໍນໍາສະເໜີໄປວ່າງອາທິດແລ້ວນີ້ ກ່ຽວກັບສະພາບຈິດໃຈແມ່ນ ຍັງໜັກໜ່ວງພໍສົມຄວນ… ແຕ່ຫຼ້າສຸດມື້ວານນີ້ກໍເຫັນມີການໂພສເສົ້າອີກຮອບ ຫຼັງຈາກນ້ອງ ບອຍ ສິນາວຸດ ໜູຫ່ວງ ລູກຊາຍກົກປ່ວຍກະທັບຫັນ (ຍັງບໍ່ແນ່ໃຈອາການປ່ວຍ) ຈົນຕ້ອງໄດ້ເຂົ້າຮັບການຜ່າຕັດ ເຊິ່ງຫຼັງຈາກໂພສດັ່ງກ່າວເຜີຍແຜ່ອອກມາ ແຟນເພງ ແລະ ຊາວເນັດກໍໄດ້ເຂົ້າໄປຄອມເມັ້ນໃຫ້ກໍາລັງເປັນຈໍານວນຫຼວງຫຼາຍ ລວມທັງແອັດມິ້ນເອງທີ່ອ່ານ ຂໍ້ຄວາມຂອງເອຶ້ອຍເພິ່ນແລ້ວ ທັງຮູ້ສຶກເສົ້າໂສກ ສົງສານ ແບບບອກບໍ່ຖືກ ເຂົ້າໃຈເຖິງຫົວອົກຄວາມເປັນເມຍທີ່ຫາກໍສູນເສຍສາມີອັນເປັນທີ່ຮັກໄປບໍ່ດົນ ຫົວອົກຄວາມເປັນແມ່ທີ່ເປັນຫ່ວງລູກສຸດຫົວໃຈ… ຈັ່ງໃດ ຂວັນໃຈ ກໍຂໍເປັນອີກໜຶ່ງກໍາລັງໃຈສົ່ງໄປໃຫ້ເອຶ້ອຍຈົ່ງເຂັ້ມແຂງຕໍ່ສູ້ກັບອຸປະສັກຕ່າງໆ ເປັນກໍາລັງໃຈໃຫ້ ນ້ອງບອຍ ເຊົາໄວໆກັບມາເປັນກໍາລັງໃຈໃຫ້ແມ່ເດີ້!!! ໂພສເສົ້າ… ຂໍໃຫ້ປອດໄພ ກັບມາເປັນກໍາລັງໃຈໃຫ້ແມ່ເດີ້ນ້ອງບອຍ ຮູບພາບຈາກ: Boyz Sinavoth Nouhuang

Read More »