Breaking News

News

ຍິນດີນໍາ!!! ເຊຍມາແຕ່ດົນຄູ່ຮັກໄວລຸ້ນດາລາ-ນັກສະແດງໄທ ໂທນີ່ ລາກແກ່ນ Surprise ຂໍສາວແກ້ວ FFK ແຕ່ງງານແລ້ວ…

ເປັນອີກ 1 ຄູ່ຮັກດາລາທີ່ແຟນຄຣັບເຊຍມາໂດຍຕະຫຼອດ ສໍາລັບຄູ່ໜຸ່ມ ໂທນີ່ ລາກແກ່ນ ລູກຊາຍຫົວແກ້ວຫົວແຫວນຂອງນັກຮ້ອງລູກທົ່ງໃນຕໍານານຄື ແມ່ບານເຢັນ ລາກແກ່ນ ທີ່ແຟນເພງຄົນລາວ (ລຸ້ນແມ່) ຄືຈະຮູ້ຈັກກັນດີ ກັບສາວແກ້ວ FFK ຫຼືແກ້ວ ເຟຍ ຟາງ ແກ້ວ ທີ່ເຮົາຮູ້ຈັກກັນດີໃນນາມນັກຮ້ອງດັງອີກ 1 ວົງຂອງອະດີດຄ່າຍເພງຊື່ດັງຂອງປະເທດໄທຄື ກາມິກກາເຊ່ ທີ່ຫຼັງຈາກເປີດຕົວວ່າຄົບກັນ ທັງແຟນຄຣັບ ແລະ ຄອບຄົວທັງສອງຝ່າຍຕ່າງກໍເຫັນດີ ແລະ ສະໜັບສະໜູນເຕັມທີ່ ໄລຍະຫຼັງມານີ້ ກໍມີຫຼາຍຄົນເຊຍອີກວ່າຢາກໃຫ້ທັງສອງແຕ່ງງານກັນ ລວມທັງເອຶ້ອຍຂອງໜຸ່ມໂທນີ່ ຄືສາວແຄນດີ່ ລາກແກ່ນ ກໍໄດ້ອອກມາໃຫ້ສໍາພາດວ່າ ນ້ອງທັງສອງໜ້າຮັກດີ ຕັ້ງແຕ່ຄົບກັບແກ້ວມາ ໂທນີ່ ປ່ຽນເປັນຜູ້ໃຫຍ່ຂຶ້ນຫຼາຍ ເຊື່ອວ່ານ້ອງຊາຍອາດຈະພົບຄົນທີ່ແມ່ນສໍາລັບລາວແລ້ວ ສ່ວນເລື່ອງການແຕ່ງງານກໍຢາກໃຫ້ນ້ອງເປັນຄົນຕັດສິນໃຈເອງ ສ່ວນຕົວ ແລະຄອບຄົວໃຫ້ອິດສະຫຼະແກ່ນ້ອງຢູ່ແລ້ວ…. ຈົນໃນທີ່ສຸດ ມື້ວານນີ້ ໜຸ່ມໂທນີ່ ກໍໄດ້ຈັດ Surprise ພ້ອມທັງຂໍສາວແກ້ວແຕ່ງງານ ທ່າມກາງໝູ່ເພື່ອນ ແລະ …

Read More »

ເກີດຫຍັງຂຶ້ນ!! ເມື່ອກະຊວງການເງິນ ອອກຂໍ້ຕົກລົງ ແຕ່ງຕັ້ງຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ…

ເປັນປະເດັນໂຕ້ຖຽງກັນມາໄດ້ໄລຍະໜຶ່ງແລ້ວກ່ຽວກັບບໍລິສັດຍັກໃຫຍ່ຂອງປະເທດລາວຄື ລັດວິສາຫະກິດ ໄຟຟ້າລາວ ທີ່ໃນໄລຍະການລະບາດຂອງໂຄວິດ-19 ທາງໄຟຟ້າລາວກໍໄດ້ອອກມາແຈ້ງການຫຼຸດຄ່ານໍາໃຊ້ໄຟຟ້າໃຫ້ປະຊາຊົນເພື່ອເປັນການຊ່ວຍເຫຼືອຄົນລາວໃນຊ່ວງວິກິດ… ແຕ່ຜົນປາກົດວ່າ ປະຊາຊົນສ່ວນຫຼາຍອອກມາຮຽກຮ້ອງ ແລະ ໂຈມຕີຄ່າໄຟຟ້າບໍ່ໄດ້ຫຼຸດລົງແຖມເພີ່ມຂຶ້ນອີກຕ່າງຫາກ!!! ຈົນເຮັດໃຫ້ເປັນກະແສວິພາກວິຈານ ພ້ອມທັງຮຽກຮ້ອງໃຫ້ລັດຖະບານອອກມາແກ້ໄຂໃນຈຸດນີ້… ເມື່ອບໍ່ດົນມາ ທາງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ກໍໄດ້ອອກມາແຈ້ງວ່າຈະຊ່ວຍເລັ່ງແກ້ໄຂກ່ຽວກັບບັນຫາດັ່ງກ່າວໃຫ້ໄວທີ່ສຸດ. ຈົນມາຮອດວັນທີ 8 ມີຖຸນາ ຜ່ານມານີ້ ກະຊວງການເງິນໄດ້ອອກຂໍ້ຕົກລົງ ເລກທີ 1439/ກງ ລົງວັນທີ 8 ມີຖຸນາ 2020 ວ່າດ້ວຍການແຕ່ງຕັ້ງຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ໂດຍມີຂໍ້ຕົກລົງດັ່ງນີ້: 1. ແຕ່ງຕັ້ງທ່ານຈັນທະບູນ ສຸກອາລຸນ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງພະລັງງານ ແລະບໍ່ແຮ່ ເປັນຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ. 2. ທ່ານທີ່ຖືກແຕ່ງຕັ້ງຕ້ອງປະຕິບັດພາລະ,​ ບົດບາດ,​ ໜ້າທີ່,​ ຂອບເຂດສິດ ແລະຄວາມຮັບຜິດຊອບຢ່າງຖືກຕ້ອງກັບກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຂອງ …

Read More »

Congratulations… ແຮນນ່າ ໂຣເຊັນບູ້ມ Miss Asia 2019 ນາງເອກຂວັນໃຈໄວໜຸ່ມ ສໍາເລັດການສຶກສາແລ້ວ!!!

ຫຼັງຈາກໄປສ້າງຊື່ສຽງໃຫ້ກັບປະເທດລາວ ເທິງເວທີນາງງາມ Miss Asia 2019 ໄດ້ສໍາເລັດ ກັບຕໍາແໜ່ງ Miss social media ສໍາລັບສາວນ້ອຍໄວ 19 ປີ ທີ່ຫຼາກຫຼາຍຄວາມສາມາດຄື ແຮນນ່າ ໂຣເຊັນບູ້ມ ໄພວັນ ເຊິ່ງກໍຖືໄດ້ວ່າເປັນການສ້າງປະຫວດສາດໃຫ້ກັບວົງການນາງງາມ ເທີງເວທີສາກົນອີກຄົນໜຶ່ງ ຫຼັງຈາກນັ້ນກໍມີຜົນງານອອກມາໃຫ້ເຫັນຢ່າງເປັນປະຈໍາ ແລະ ເມື່ອບໍ່ດົນມານີ້ກໍໄດ້ມີຂ່າວຄາວອອກມາອີກວ່າ ສາວແຮນນ່າ ຈະໄປຮ່ວມແຂ່ງຂັນໃນລາຍການ Girl Group RapStar ທີ່ປະເທດໄທ ໃນໄວໆນີ້ອີກດ້ວຍ. ເຊິ່ງແຟນຄຣັບກໍຕັ້ງໃຈຖ້າເບິ່ງຢ່າງໃຈຈົດໃຈຈໍ່ ເພາະດ້ວຍຄວາມສາມາດລະດັບນີ້ແລ້ວ ເຊື່ອວ່າ ນາງອາດຈະໄປສ້າງປະຫວັດສາດເທິງເວທີດັ່ງກ່າວກໍເປັນໄດ້… ແຕ່ທັງໝົດທັງມວນທີ່ເວົ້າມານັ້ນ ກໍພຽງຢາກໃຫ້ເຫັນເຖິງຄວາມສາມາດຂອງ ສາວນ້ອຍ ໂຕນ້ອຍໆ ຄົນນີ້ ເຊິ່ງກໍເປັນແມ່ຍິງລາວ ແລະ ເປັນຄວາມພາກພູູມໃຈຂອງຄົນລາວອີກຄົນໜຶ່ງ!! ສິ່ງສໍາຄັນທີ່ແອັດມາເລົ່າເຖິງ ແຮນນ່າ ໃນມື້ນີ້ ກໍພຽງຢາກຈະພາແຟນໆມາຮ່ວມສະແດງຄວາມຍິນດີ ກັບນາງໃນມື້ສໍາເລັດການສຶກສານັ້ນເອງ… ຂວັນໃຈ ແລະ ແຟນໆທຸກຄົນຂໍສະແດງຄວາມຍິນດີກັບ ແຮນນ່າ ກັບການປະສົບຄວາມສໍາເລັດດ້ານການສຶກສາຂັ້ນທໍາອິດ …

Read More »

ຊົມເຊີຍ!! ອອນອານົງ Miss Universe Laos 2018 ຜູ້ຄວ້າຊຸດຈໍາປະຈໍາຊາດດີເດັ່ນຈາກເວທີສາກົນ ສູ່ນັກຊຸກຍູ້ການທ່ອງທ່ຽວແບບຍືນຍົງ…

ຖ້າເວົ້າເຖິງຊື່ ອອນອານົງ ຫອມສົມບັດ ຫຼາຍຄົນອາດຈະເຄີຍຄຸ້ນຫູກັນຢູ່ແມ່ນບໍ່ ຫຼືບາງຄົນອາດຈະຮູ້ຈັກເປັນຢ່າງດີໃນນາມ Miss Universe Laos 2018 ທີ່ສາມາດໄປຄວ້າລາງວັນຊຸດປະຈໍາຊາດຈາກເວທີນາງງາມລະດັບໂລກຄື Miss Universe 2018 ທີ່ຈັດຂຶ້ນຢູ່ທີ່ປະເທດໄທ ໃນປີ 2018 ທີ່ຜ່ານມາ… ແຕ່ຫຼັງຈາກທີ່ໄດ້ສິ້ນສຸດວາລະການເປັນ Miss Universe Laos ແລ້ວ ສາວອອນຂອງເຮົາກໍໄດ້ຫາຍໜ້າຫາຍຕາໄປຈາກວົງການນາງງາມ ແລະ ວົງການບັນເທີງ ຈົນເກືອບວ່າບໍ່ມີສື່ໃດອອກຂ່າວຄາວກ່ຽວກັບສາວອອນເລີຍ!!! ຈົນຫຼ້າສຸດ ແອັດມິ້ນ ກໍເປັນຄົນໜຶ່ງທີ່ເຄີຍສໍາພາດສາວອອນ (ສະໄໝຍັງບໍ່ໄດ້ຕໍາແໜ່ງ) ດ້ວຍມັກໃນຄວາມຄິດຂອງນາງ (ໃນນາມ FC) ຈຶ່ງໄດ້ໄປສ່ອງ F.B ສ່ວນຕົວຂອງສາວອອນເພື່ອເບິ່ງການເຄື່ອນໄຫວຕ່າງ… ກໍໄດ້ຮູ້ວ່າສາເຫດທີ່ສາວອອນຫ່າງຫາຍຈາກວົງການບັນເທີງນັ້ນ ເປັນຍ້ອນວ່າ ນາງໄດ້ຫັນໄປທຸ່ມເທເອົາໃຈໃສ່ກັບວຽກສັງຄົມຢ່າງຈິງຈັງ ນາງເຮັດໜ້າທີ່ເປັນ Public figure ໃນຖານະນາງງາມ; ເປັນພະນັກງານດ້ານການສື່ສານໃຫ້ກັບອົງກອນ NGO ແຫ່ງໜຶ່ງ ຍ້ອນຄວາມມຸ່ງມັ້ນທີ່ຈະເຊື່ອມຕໍ່ໃຫ້ຄົນໃກ້ກັນຫຼາຍຂຶ້ນຜ່ານທຸລະກິດການທ່ອງທ່ຽວນັ້ນເອງ… ວ້າວ… ຮູ້ແບບນີ້ແລ້ວບອກໄດ້ຄໍາດຽວວ່າ ສຸດຍອດຫຼາຍ ເປັນນາງງາມທີ່ງາມທັງໜ້າຕາ ແລະ …

Read More »

ນາທີປະທະເດືອດ!! ນັກການເມືອງຊື່ດັງ (ປະເທດໄທ) ເອ໋ ປາຣີນາ VS ນັກສະແດງຊື່ດັງ ບຸ໋ມ ປະນັດາ ໃນລາຍການ “ແສ” ປະເດັນຮ້ອນດາລາຫຼາຍຜົວ

ກໍາລັງເປັນກະແສດຸເດືອດຫຼາຍໃນໂລກ Online ປະເທດໄທ ແລະ ຊາວເນັດໃຫ້ຄວາມສົນໃຈຫຼາຍພໍສົມຄວນ ສໍາລັບປະເດັນຮ້ອນ ລະຫວ່າງ ບຸ໋ມ ປະນັດດາ ວົງຜູ້ດີ ກັບ ເອ໋ ປາຣີນາ ໄກຄຸປ ທີ່ເກີດການຖົກຖຽງກັນຜ່ານທາງ Social ຫຼັງມີປະເດັນກ່ຽວກັບກົດໝາຍ (ໄທ) ຈົນນໍາມາເຊິ່ງການພິພາກວິຈານເຖິງເລື່ອງສ່ວນຕົວ ແລະ ອາຊີບ ໂຕ້ຕອບກັນໄປກັນມາ ຈົນເຖິງຂັ້ນເກີດການຟ້ອງຮ້ອງກັນເລີຍ… ຫຼ້າສຸດ ເມື່ອວັນທີ 10 ມີຖຸນາ 2020 ທີ່ຜ່ານມາ ໃນລານການ “ແສ” ທາງຊ່ອງ GMM25 ໂດຍມີພິທີກອນປາກກ້າຄື ມົດດໍາ… ທີ່ນໍາເອົາຄູ່ກໍລະນີທັງສອງມາໂອ້ລົມກັນແບບຕໍ່ໜ້າກັນກາງລາຍການ ເພື່ອເຄຣຍປະເດັນທີ່ເກີດຂຶ້ນ. ເຊິ່ງງານນີ້ ກໍມີຊາວເນັດຈໍານວນຫຼາຍທີ່ຈັບຕາເບິ່ງການປະທະກັນຄັ້ງນີ້ ແລະ ຄັດເອົາຊ໊ອດເດັດໃນລາຍການມາສົ່ງຕໍ່ໆກັນເພື່ອໃຫ້ສະແດງຄວາມຄິດເຫັນ ເຖິງກໍລະນີດັ່ງກ່າວ ເຊິ່ງກໍເປັນການໄຂຂໍ້ຂ້ອງໃຈຂອງປະຊາຊົນໄທໃນຫຼາຍໆເລື່ອງ ເຊັ່ນ ເລື່ອງໂພລຈາກປະຊາຊົນວ່າ ຢູ່ຝັ່ງໃດ ແລ້ວຮູ້ສຶກແນວໃດ?? ລອງໄປເບິ່ງບາງຕອນລອງລາຍການດັ່ງກ່າວ… [LIVE] แฉ วันพุธที่ 10 …

Read More »