Breaking News

News

ແຟນຄຣັບລຸ້ນ!! ພີເຈ ນຸຖາ ຫວນຄືນສູ່ວົງານອີກຄັ້ງ ຫຼັງຫ່າງຫາຍໄປດົນເປັນປີ…

ໃນວົງການ MC ພິທີກອນ ຄົງບໍ່ມີໃຜບໍ່ຮູ້ຈັກ PJ ນຸຖາ ພິທີກອນສາວງາມທີ່ຫຼາກຫຼາຍຄວາມສາມາດ ແລະ ຢູ່ຄູ່ວົງການບັນເທີງລາວມາດົນ!! ແຕ່ຊ່ວງ 2 ປີກ່ອນ ສາວນຸຖາ ໄດ້ອອກມາປະກາດວ່າ ຕົນໄດ້ຜັນຕົວເອງອອກຈາກວົງການບັນເທີງແລ້ວ ພ້ອມມາກັບກະແສດຣາມ່າທີ່ຄ້ອນຂ້າງເປັນກະແສ ເຊິ່ງເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນຊ່ວງນັ້ນ ພ້ອມທັງຫາຍໜ້າຫາຍຕາໄປຈາກວົງການໄປ… ແຕ່ເມື່ອບໍ່ດົນມານີ້ ນຸຖາ ກໍໄດ້ອອກມາເຄື່ອນໄຫວໃນເຟສບຸກອີກຄັ້ງ ຈົນແຟນຄຣັບຫຼາຍຄົນລຸ້ນວ່າ ພິທີກອນສາວຄົນນີ້ຈະຫວນຄືນມາສູ່ວົງການອີກຄັ້ງ ຫຼືບໍ່? ແນວໃດກໍລຸ້ນກັນຕໍ່ໄປເນາະ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Pj Nutha ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ສະແດງຄວາມຍິນດີນໍາ!!! ເຈົ້າສາວປ້າຍແດງ ຈັກຈັ່ນ ອະຄໍາສິຣິ ນັກສະແດງຊື່ດັງ (ປະເທດໄທ) ຫຼັງນັກທຸລະກິດໜຸ່ມທີ່ຄົບກັນ 2 ປີ ຂໍແຕ່ງງານ…

ຖືວ່າເປັນອີກນັກສະແດງສາວງາມທີ່ຝືມືການສະແດງບໍ່ເປັນສອງຮອງໃຜເລີຍ ສໍາລັບສາວ ຈັກຈັ່ນ ອະຄໍາສິຣິ ສຸວັນນະຄຸດ ດາຣາສາວຊື່ດັງປະເທດໄທ ທີ່ເຖິງວ່າຊ່ວງນີ້ຫຼາຍຄົນອາດຈະບໍ່ຄ່ອຍເຫັນຜົນງານການສະແດງຜ່ານໜ້າຈໍພໍເທົ່າໃດ ແຕ່ຊີວິດຂອງສາວຈັກຈັ່ນກໍຢູ່ໃນຊ່ວງທີ່ແຮັບປີ່ທີ່ສຸດ!!! ໂດຍຫຼ້າສຸດ ສາວຈັກຈັ່ນ ກໍຫາກະໂພສຮູບ ເຄ ວັດທະນາ ແຟນໜຸ່ມນອກວົງການທີ່ຫາກໍຄົບກັນມາ 2 ປີ ສວມແຫວນແຕ່ງງານໄປແລ້ວເປັນທີ່ຮຽບຮ້ອຍ ເຊິ່ງຈັກຈັ່ນ ໄດ້ເຜີຍຮູບສຸດຫວານຜ່ານທາງ IG ພ້ອມລະບຸແຄັບຊັ່ນວ່າ “I do 21.08.2020 #jjkstories” ແລະ ງານນີ້ກໍມີບັນດາໝູ່ເພື່ອນພີ່ນ້ອງທັງໃນ ແລະ ນອກວົງການ ລວມເຖິງແຟນໆ ຕ່າງກໍເຂົ້າມາຮ່ວມສະແດງຄວາມຍິນດີກັບສາວຈັກຈັ່ນຢ່າງຫຼວງຫຼາຍ ສໍາລັບວ່າທີ່ເຈົ້າບ່າວສຸດຫຼໍ່ຂອງສາວຈັກຈັ່ນນັ້ນ ຖ້າໄດ້ຮູ້ເຖິງໂປຣຟາຍເປັນຕ້ອງຮ້ອງ ວ້າວ ກັນຢ່າງແນ່ນອນ ເຊິ່ງ ເຄ ວັດທະນາ ຈະເລີນສັກວັດທະນາ ເປັນທາຍາດລຸ່ນທີ່ 2 ຂອງທຸລະກິດອະສັງຫລິມມະຊັບຊື່ດັງປະເທດໄທ ຕອນນີ້ກໍຮັກສາຕໍາແໜ່ງເປັນເຖິງ ຮອງກໍາມາທິການຜູ້ຈັດການຂອງບໍລິສັດ… ເທົ່ານັ້ນຍັງບໍ່ພໍ ໜຸ່ມເຄ ຍັງມີທຸລະກິດສ່ວນຕົວຄື ໝູ່ບ້ານທະເລຣີສອດທີ່ເກາະສະເມັດ ແລະ Blanc Patisserie ເຊິ່ງເປັນບໍລິການຜະລິດເຂົ້າໜົມສໍາລັບຄາເຝ່ …

Read More »

ໜ້າຮັກຄູນສາມໄປເລີຍ!!! ເມື່ອ ສາວຢາຢ່າ-ນ້ອງສາຍຟ້າ-ພາຍຸ ມາຖ່າຍຮູບນໍາກັນ…

ໂອ່ຍ… ລາລາຍແລ້ວ!!! ກັບຄວາມໜ້າຮັກຂອງ ສາວຢາຢ່າ ນາງເອກອັນດັບຕົ້ນໆຂອງປະເທດໄທ ທີ່ຖ່າຍຮູບທໍາມະດາທົ່ວໄປກໍໜ້າຮັກຈົນອົດຫຼົງຮັກບໍ່ໄດ້ແລ້ວ ທີ່ຊ່ວງຫຼັງມາຍິ່ງມີກະແສທີ່ເປັນ ທ໊ອກອອຟເດິທາວ ກ່ຽວກັບເທຣນຕົ້ນໄມ້ ທີ່ລາຄາສູງຂຶ້ນຍ້ອນສາວຄົນນີ້… ເພາະເວລາຖ່າຍຮູບຄູ່ກັບຫຍັງກໍຈະເຮັດໃຫ້ເປັນລາໄປໝົດ!! ຈົນຊາວເນັດຕ້ອງອອກມາຂໍຮ້ອງໃຫ້ຢາຢ່າຢຸດຖ່າຍຮູບຄູ່ສິ່ງຂອງຕ່າງໆໄລຍະໜຶ່ງ ເພາະຊື້ບໍ່ໄຫວແລ້ວ 555+++ ແຕ່ຫຼ້າສຸດ ສາວຢາຢ່າ ກໍໄດ້ໂພສຮູບທີ່ເຮັດໃຫ້ຊາວເນັດລະລາຍອີກຄັ້ງ ເມື່ອໄປຮ່ວມລາຍການທີ່ສາວຊົມພູ່ ນາງເອກຊຸບຕາເບີ 1 ຂອງໄທເປັນພິທີກອນ ແລະ ຕອນນີ້ນາງກໍມີລູກຊາຍຝາແຝດທີ່ແສນຈະໜ້າຮັກຄື ນ້ອງສາຍຟ້າ-ນ້ອງພາຍຸ ຈົນຕອນນີ້ມີປ້າໆນ້າຫຼົງຮັກໄປແລ້ວຫຼວງຫຼາຍທັງພາຍໃນ ແລະ ຕ່າງປະເທດ… ງານນີ້ເມື່ອທັງ 3 ມາຖ່າຍຮູບຮ່ວມກັນ ບໍ່ຕ້ອງບັນຍາຍເຖິງຄວາມໜ້າຮັກເລີຍຈ່າ!!! ເພາະໜ້າຮັກຢ່າງດຽວບໍ່ພໍ ຕ້ອງບອກວ່າໜ້າຮັກຄູນສາມໄປເລີຍ… ຮຽບຮຽວໂດຍ: Kuanjai Magazine ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຈື່ໄດ້ບໍ່?? ນ້ອງເນີຍ Live ຂາຍເຄື່ອງແຕ່ຖືກບູລີ່ໜ້າຕາບໍ່ງາມ ລຸກຂຶ້ນແຕ່ງໜ້າແຕ່ງຕົວ ງາມລະດັບດາຣາ…

ຍັງຈື່ກັນບໍ່ກັບ ນ້ອງເນີຍ ສາວນ້ອຍ (ປະເທດໄທ) ທີ່ອອກມາ Live ຂາຍເຄື່ອງ ຫາເງິນຊ່ວຍພໍ່ແມ່ ແຕ່ຖືກຊາວເນັດຄອມເມັ້ນບູລີ່ດ້ວຍຖ້ອຍຄໍາບໍ່ສຸພາບປະມານວ່າ ໜ້າຕາບໍ່ງາມ ຜິວດໍາ ກ້າມາຂາຍເຄື່ອງສໍາອາງໄດ້ແນວໃດ? ຈົນນ້ອງກັ້ນນໍ້າຕາໄວ້ບໍ່ຢູ່ ແຕ່ກໍຍັງ Live ຕໍ່ຈົນຈົບ… ຈົນກາຍເປັນກະແສທີ່ໄດ້ຮັບຄວາມສົນໃຈໄປຫຼາຍພໍສົມຄວນໃນໄລຍະນັ້ນ… ແຕ່ຫຼ້າສຸດເຟສບຸກສ່ວນຕົວຂອງນ້ອງຊື່ວ່າ Kenika Siri(เนย) ໄດ້ໂພສພາບຫຼັງຊ່າງແຕ່ງໜ້າ Makeup ໃຫ້ແບບເປ໊ະແລ້ວ ເຊິ່ງຕ້ອງບອກເລີຍວ່າ ງາມບໍ່ທໍາມະດາ ລະດັບດາຣາ ເລີຍຈ່າ… ເຊິ່ງມື້ນີ້ ຂວັນໃຈກໍໄດ້ນໍາພາບດັ່ງກ່າວມາຕ້ອນນໍາ ໄປເບິ່ງກັນເລີຍ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Kenika Siri(เนย) #KuanjaiMagazine#WorkingWomenສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ແຟນຄຣັບແຫ່ແຊຣ໌!!! ລູກນໍ້າ ໂພສ “ແມ່ຍິງທີ່ເຮັດວຽກ ອາດຈະເບິ່ງຄອບຄົວບໍ່ໄດ້ດີ ແມ່ຍິງທີ່ດູແລຄອບຄົວໄດ້ດີ ອາດຈະຫາເງິນບໍ່ເກັ່ງ”

ແມ່ຍິງທຸກຄົນຕ້ອງເຄີຍຜ່ານຈຸດນີ້ ບໍ່ວ່າຈະເປັນເລື່ອງການເຮັດວຽກ ແລະ ການເປັນແມ່ບ້ານແມ່ເຮືອນ ເປັນຜູ້ດູແລຄອບຄົວພໍ່-ແມ່ ເມື່ອແຕ່ງງານໄປກໍຍັງມີໜ້າທີ່ ທີ່ຕ້ອງເບິ່ງແຍງລູກ-ຜົວອີກ ເມື່ອເຮັດບໍ່ໄດ້ກໍອາດຈະມີຫາງສຽງມາວ່າ ມີຄວາມບົກຜ່ອງ… ມື້ນີ້ ຂວັນໃຈຢາກໃຫ້ມາອ່ານ ຂໍ້ຄວາມຈາກ ສາວລູກນໍ້າ ທິດາລັດ ຊຸບຕາອັນດັບຕົ້ນໆຂອງລາວເຮົາ ທີ່ໂພສໄວ້ໃນ Facebook ສ່ວນຕົວ ລັກນະເປັນການບອກຄວາມໃນໃຈແທນແມ່ຍິງຫຼາຍຄົນ ຈົນແຟນຄຣັບແຫ່ແຊຣ໌ ເປັນຈໍາຫຼວງຫຼາຍວ່າ… ຜູ້ຍິງ, ເຮັດວຽກ… ອາດຈະດູແລຄອບຄົວໃຫ້ສົມບູນບໍ່ໄດ້. ຜູ້ຍິງ, ທີ່ດູແລຄອບຄົວໃຫ້ສົມບູນໄດ້…ອາດຈະຫາເງິນບໍ່ເກັ່ງ. ຜູ້ຍິງ, ທີ່ເຊື່ອຟັງ…ອາດຈະອ່ອນແອ ບໍ່ກ້າສູ້ພຽງລຳພັງ ຕ້ອງການທີ່ເພິ່ງ. ຜູ້ຍິງ, ທີ່ກ້າຫານ… ອາດຈະມີຄວາມຄິດເປັນຂອງໂຕເອງ. ຜູ້ຍິງ, ທີ່ງາມ… ອາດຈະໃຊ້ຈ່າຍໂດຍບໍ່ເສຍດາຍເງິນ. ຜູ້ຍິງ, ທີ່ປະຫຍັດ… ອາດຈະບໍ່ທັນສະໄໝ. ຜູ້ຍິງ, ທີ່ມີຄວາມສາມາດ… ອາດຈະເອົາແຕ່ໃຈໂຕເອງ ບໍ່ຟັງເຫດຜົນ. ຜູ້ຍິງ, ທີ່ສະຫລາດ… ອາດຈະບໍ່ມັກເພິ່ງໃຜ ມີຄວາມຄິດເປັນຂອງໂຕເອງ ມີຄວາມເປັນຜູ້ນຳສູງ. ຜູ້ຍິງທີ່ພຽບພ້ອມ ແລະ …

Read More »