Breaking News

News

ສ່ອງແຟນສາວ!!! ເຈມ ຢູໂນ ຜູ້ແຕ່ງເພງດັງເກືອບ 100 ລ້ານວິວ… ບໍ່ທໍາມະດາມີດີກຣີເປັນເຖິງນາງແບບ!!!

ກະແສເພງດັງຫຼາຍເພງທີ່ ເຈມ ຢູໂນ ແຕ່ງກໍາລັງມາແຮງບໍ່ວ່າຈະເປັນເພງ ຢາກເປັນລູກເຂີຍ ໃສ່ໃຈໄດ້ແຕ່ມອງ ລວມທັງເພງທີ່ຮ້ອງເອງຄື ຜູ້ບ່າວລົດໄຖ ເຊິ່ງລະເພງນັ້ນຂຶ້ນຕິດຊ໊າດອັນດັບເພງດັງທີ່ມາແຮງທີ່ສຸດໃນປັດຈຸບັນທັງໃນລາວ ແລະບັນດາປະເທດເພື່ອນບ້ານ ຈົນຫຼ້າສຸດ ນ້ອງເຈມ ຄົນເກັ່ງຂອງເຮົາກໍຊື້ລົດຄັນງາມເປັນຂອງຂວັນໃຫ້ກັບຄວາມສໍາເລັດຂອງຕົວເອງ ແລະຄອບຄົວໄປເປັນທີ່ຮຽບຮ້ອຍ… ແຕ່ມື້ນີ້ຂໍເອົາກະແສເພງໄວ້ກ່ອນ ເພາະກ່ອນໜ້າທີ່ ນ້ອງເຈມ ໄດ້ຂຶ້ນສະຖານະກັບສາວງາມຄົນໜຶ່ງວ່າ ກັບລັງຄົບກັນເປັນແຟນ ງານນີ້ເຮັດໃຫສາວໆອົກຮັກກັນເປັນແຖວໆ ໄປເລີຍຈ່າາາາ ແຕ່ແນວໃດກໍໃຫ້ອະໄພໄດ້ເພາະສາວທີ່ນ້ອງຂຶ້ນສະຖານະນໍານັ້ນໜ້າຕາໜ້າຮັກຈິ້ມລິ້ມພໍສົມຄວນ ແລະມື້ນີ້ ແອັດກໍຈະພາໄປສ່ອງນາງກັນຈ່າ!!! ຢາກຮູ້ກໍນໍາເລີຍ… ນ້ອຍແຕ່ໂຕ ຄວາມສາມາດບໍ່ໜ້ອຍ… ສໍາລັບແຟນສາວຂອງ ເຈມ ຢູໂນ ນັ້ນ ມີຊື່ວ່າ ນ້ອງເດຍນ່າ ຈ່າ ເປັັນນາງແບບອິດສະຫຼະ ຮັບທັງງານເດີນແບບ ຖ່າຍແບບ ເຊິ່ງຖ້າໃຜທີ່ຕິດຕາມນາງຢູ່ກໍຈະເຫັນວ່າຝືມີການຖ່າຍແບບນີ້ບໍ່ທໍາມະດາເລີຍຈ່າ… ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Tulavanh Diana ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 …

Read More »

ນີ້ແຫຼະຄູ່ຊີວິດ!!! ສັກ ເຊວ ເຜີຍຊີວິດຄູ່ເກືອບໄປບໍ່ລອດ ເຄີຍອອກປາກຢາກປະ ແຕ່ສຸດທ້າຍຄິດໄດ້ ເລິກໆໃນໃຈຄືຮັກຫຼາຍ ແລະ ບໍ່ຢາກເສຍກັນໄປ…

ເລື່ອງຂອງຊີວິດຄູ່ ຫຼືຄູ່ຊີວິດນັ້ນ ເຊື່ອວ່າບໍ່ມີຄູ່ໃດທີ່ຈະລາບລື່ນ ໂຮຍດ້ວຍກີບກຸຫຼາບຄືກັບມື້ແຕ່ງທໍາອິດໄດ້ຕະຫຼອດດອກ (ແອັດກະຍັງບໍ່ຜ່ານສະຖາບັນນີ້ເທື່ອແຕ່ຄິດວ່າໜ້າຈະເປັນແບບນັ້ນ 555) ຄືກັບເລື່ອງລາວຂອງນັກຮ້ອງຄົນດັງຕະຫຼອດການ ອ້າຍສັກ ວົງ Cell ທີ່ໄດ້ອອກມາໂພສ Facebook ສ່ວນຕົວໃນມື້ຄືນທີ່ຜ່ານມານີ້ ກ່ຽວກັບຊີວິດຄູ່ທີ່ຜ່ານມາ… ໂດຍອ້າຍສັກໄດ້ໂພສຮູບຕົວຮູ້ກັບພັນລະຍາ ພ້ອມຂຶ້ນຕົ້ນມາດ້ວຍຄໍາວ່າ #ພວກຂ້ອຍເກືອບບໍ່ລອດ… ເຊິ່ງໄດ້ອ່ານພຽງເທົ່ານີ້ ກໍຮູ້ແລ້ວວ່າອ້າຍສັກຕ້ອງມີຫຍັງມາແບ່ງປັນກັບພວກເຮົາແນນ່ອນ ເຊິ່ງລາຍລະອຽດຈະເປັນແນວໃດນັ້ນ ມາເບິ່ງກັນເລີຍ!! #ພວກຂ້ອຍເກືອບບໍ່ລອດ ການໃຊ້ຊີວິດຄູ່ຄືການ ປັບໂຕ ຜ່ານເວລາຫຼາຍປີ ທີ່ ພະຍາຍາມປັບ… ແຕ່ບໍ່ຖືກທາງ ເພາະໄປວົນ ປັບເມຍໃຫ້ຄິດຄືໂຕ ຫຼື ປັບໂຕໃຫ້ຄິດຄືເມຍສຸດທ້າຍມີແຕ່ຜິດກັນ ເພາະການເຮັດແບບນັ້ນມັນຂັດໃຈໂຕເອງ(ຜິດຕໍ່ສັນດານດ້ານເລິກຂອງໂຕ)… ເວລາຜ່ານໄປໄລຍະນຶ່ງ3-5ປີທຳອິດ ຊີວິດຄູ່ ເຕັມໄປດ້ວຍຄວາມອຸກອັ່ງ ຄວາມຄຽດ ຄວາມນ້ອຍໃຈ ຕ້ອງກັນເລັກ ແຕະກັນໜ້ອຍ ກະລະເບີດໂລດ……ຫຼາຍຄັ້ງຍອມພ່າຍແພ້ ອອກປາກ ຢາກປະຢາກເລີກກັນ… ແຕ່ສຸດທ້າຍກະຫາທາງອອກໄດ້ ເພາະໃນໃຈເລິກໆ ແມ່ນຮັກຫຼາຍ ແລະ ບໍ່ຢາກເສຍກັນໄປ ມາຄິດໃໝ່ປັບໃໝ່ກະຄື ບໍ່ຕ້ອງປັບສັນດານຫັຍງກັນ …

Read More »

ເຮັດແບບນີ້ຂໍແຕ່ງງານ ຫຼືບໍ່? ລຸ້ນງານແຕ່ງ ບ່າວລາວສາວໄທ!!! ທັນວາ-ກຣີນ ນັກສະແດງຊື່ດັງປະເທດໄທ….

ສຶກສາເບິ່ງໃຈກັນມາເກືອບ 5 ປີແລ້ວ ສໍາລັບຄວາມຮັກຂອງຄູ່ຫວານຂອງພະເອກໜຸ່ມ ທັນວາ ສຸລິຍະຈັກ (ໜຸ່ມສັນຊາດລາວ ເຊື້ອສາຍໄທ-ຫວຽດນາມ-ຈີນ ແລະ ຟຣັ່ງ ແຕ່ໄປໂດງດັງຢູ່ທີ່ປະເທດໄທ) ແລະ ນາງເອກສາວໄທ ກຣີນ ອັດສະຖາພອນ ທີ່ຈັບມືກັນຜ່ານເລື່ອງລາວຕ່າງໆ ທັງສຸກ ແລະ ທຸກ ລວມເຖິງການລົງທຶນຮ່ວມຫຸ້ນເປີດຮ້ານອາຫານຍີ່ປຸ່ນທີ່ ຈັງຫວັດຊຽງໃໝ່ ປະເທດໄທ ແລະ ອີກຫຼາຍທຸລະກິດ… ເຊິ່ງກ່ອນໜ້ານີ້ພະເອກໜຸ່ມຂອງເຮົາກໍເຄີຍເວົ້າວ່າ ຄິດເຖິງເລື່ອງແຕ່ງງານແດ່ແລ້ວ ແຕ່ຂໍເກັບເງິນສ້າງຮາກຖານໃຫ້ແນ່ນອນກ່ອນ!!! ຫຼາສຸດ (ວັນທີ 9​ ສິງຫາທີ່ຜ່ານມາ) ໃນ IG ຂອງສາວກຣີນ ໄດ້ລົງຮູບທີ່ຕົວເອງກັບແຟນໜຸ່ມຄວງກັນໄປດິນເນີ່ ແຕ່ງານນີ້ພັດພົບເຊີໄພຣ້ດ້ວຍການທີ່ ໜຸ່ມທັນວາກອບດອກໄມ້ຊໍ້ໃຫຍ່ມາມອບໃຫ້ ພ້ອມແຄັບຊັ່ນລຸ້ນອີກວ່າ ກຣີ໊ດ!! ມາແບບບໍ່ທັນຕັ້ງຕົວ ຂອບໃຈເດີ້ ໃນຂະນະທີ່ທາງຝ່າຍຊາຍກໍໄດ້ລົງຮູບທີ່ຕົວເອງກໍາລັງຄຸກເຄົ່າມອບຊໍ່ດອກໄມ້ພ້ອມລະບຸວ່າ Thank you for everything ເຫັນແບບນີ້ແລ້ວເຮັດໃຫ້ໝູ່ເພື່ອນໃນວົງການແຫ່ເຂົ້າມາຄອມເມັ້ນຮ່ວມນຍິນດີກັນຢ່າງລົ້ນຫຼາມ ແລະ ຍັງຖາມອີກວ່າ ໄດ້ເລິກງາມຍາມດີແຕ່ງມື້ໃດ? …

Read More »

ແຟນຄຣັບແຫ່ເຊຍ!!! ຄຣິສຕີນ່າ ລາດສະສິມມາ ຮັບມຸງກຸດ Miss Universe Laos 2020 ຫຼັງໄປຮ່ວມງານຖະແຫຼງຂ່າວ Miss Universe Thailand 2020…

ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງສໍາລັບສາວຄົນນີ້ ຄຣິສຕີນ່າ ລາດສະສິມມາ ທີ່ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງນາງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 ທີ່ຜ່ານມາ!!! ຫຼ້າສຸດ ສາວຕີນ່າ ກໍໄດ້ເດີນທາງໄປຮ່ວມງານຖະແຫຼງ Miss Universe Thailand 2020 ທີ່ຈັດຂຶ້ນໃນວັນທີ 5 ສິງຫາ ທີ່ຜ່ານມາ ເຊິ່ງພາບເທິງເວທີຄືມີຄວາມໂດດເດັ່ນແຮງ ຈົນແຟນຄຣັບພາກັນເຊຍ ຢາກໃຫ້ ຕີນ່າ ຮັບມຸງກຸດ Miss Universe Laos 2020 ເພື່ອເຮັດໜ້າທີ່ຕົວແທນປະເທດລາວໄປປະກວດເທິງເວທີລະດັບສາກົນຄື Miss Universe ເຊິ່ງງານນີ້ ກໍເອົາໄວ້ໃຫ້ແຟນຄຣັບມາຕໍ່ນໍາກັນມ່ວນໆ…. ແຕ່ບໍ່ວ່າ Miss Universe Laos 2020 ຈະແມ່ນໃຜ ແຟນນາງງາມລາວຂອງພວກເຮົາກໍຍັງຈະສະໜັບໜູນເຊຍຄືເກົ່າເນາະ!!! …

Read More »

ຫວານລະມຸນດັ່ງເຈົ້າຍິງ!!! ສ່ອງໝໍແນ່ງ ຈັນດາລີ ກັບແຊັດຖ່າຍແບບຊຸດນີ້… ຫວານລະມູນຈົນດອກໄມ້ຍັງອາຍ.

ໂອ່ຍ… ນັບມື້ຍິ່ງເຮັດໃຫ້ຫຼົງຮັກອີ່ຫຼີສໍາລັບສາວຄົນນີ້ ໝໍແນ່ງ ຈັນດາລີ ສິດພະໄຊ ທີ່ບໍ່ວ່າຈະເຮັດຫຍັງກໍເຮັດໄດ້ດີສະເໝີ ເມື່ອບໍ່ດົນມານີ້ກໍອອກມາໂພສຂ່າວດີໄດ້ທຶນສຶກສາຕໍ່ທາງດ້ານການແພດກັບອົງການ ອະນາໄມໂລກ ເຮັດໃຫ້ແຟນຄຣັບປື້ມປິ່ມກັບຄວາມເກັ່ງຂອງສາວລາວເຮົາ; ສ່ວນທາງດ້ານວົງການບັນເທີງ ສາວແນ່ງ ກໍເດີນສາຍຮັບງານຈົນບໍ່ມີເວລາວ່າງ ບໍ່ວ່າຈະງານໂຄສະນາ ຖ່າຍແບບຕ່າງໆ ໂອ່ຍຍຍ ເຕັມໄປໝົດ!!! ແຕ່ທີໄປສະດຸດຕາແຮງ ກໍຄືແຊັດການຖ່າຍແບບຫຼ້າສຸດຂອງນາງ ທີ່ມີຄວາມຫວານລະມຸນດັ່ງເຈົ້າຍິງ ຈາກໜ້າທີ່ຫວານຢູ່ແລ້ວ ໄປບວກກັບຊຸດສີຂາວຫວານໆອີກ ອ່ອຍຍ ແບບນີ້ບໍ່ຫຼົງບໍ່ໄຫວແລ້ວ… ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Chandaly Ningnang Sitpraxay ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »