Breaking News

News

ເອົາໃຈໜຸ່ມໆ!!! ທໍາຄວາມຮູ້ຈັກກັບ 10 ເລື່ອງເລິກໆ ຂອງນ້ອງວົງສາ ວ່າທີ່ນາງເອກ 100 ລ້ານວິວຈາກເພງ ຢາກເປັນລູກເຂີຍ… (ແຕ່ໜຸ່ມໆຫຼາຍຄົນຮ້ອງຢາກເປັນນ້ອງເຂີຍ ລຸງໂສພະນາ 555+++)

ຖ້າເວົ້າເຖິງເພງ ຢາກເປັນລູກເຂີຍ ນາທີນີ້ຄົງບໍ່ມີໃຜທີ່ບໍ່ຮູ້ຈັກກັນແມ່ນບໍ່? ເພາະຫຼັງຈາກປ່ອຍຕົວມາ 2 ເດືອນປາຍຍອດວິວກໍພຸ່ງສູງຈົນຕອນນີ້ເກືອບ 80 ລ້ານວິວແລ້ວ ແລະ ເຊື່ອວ່າອີກບໍ່ດົນຄົງຈະໄປເຖິງ 100 ລ້ານວິວຢ່າງແນ່ນອນ!!! ເວົ້າເລື່ອງນັກຮ້ອງໜຸ່ມ 3 ຄົນຫຼາຍໆຄົນຄົງຮູ້ຈັກກັນດີແລ້ວບໍ່ວ່າຈະເປັນເຈົ້າຂອງເພງຄື ໂສພະນາ ຜູ້ແຕ່ງ-ຮ້ອງຄື ເຈມ ຢູໂນ ແລະ ຜູ້ຮ່ວມຟິດທະຣິ່ງຄື ບິກໃຫຍ່ ຫຼືແບກຶ. ແຕ່ທີ່ຫຼາຍຄົນຍັງບໍ່ຮູ້ຈັກດີຄືນາງເອກສາວຂອງເຮົາ ເຊິ່ງກ່ອນໜ້ານີ້ ຂວັນໃຈ ກໍໄດ້ພາໜຸ່ມໆໄປເປີດວາບມາແລ້ວ ແຕ່ກໍຍັງບໍ່ທັນຮູ້ລາຍລະອຽດເທື່ອ ແຕ່ມື້ນີ້ ແອັດຈະມາພາທຸກຄົນໄປທໍາຄວາມຮູ້ຈັກກັບສາວຄົນນີ້ຫຼາຍຂຶ້ນ ຜ່ານ 10 ເລື່ອງແບບເຈາະເລິ!!! ຊື່ ນາມສະກຸນ: ນ. ວົງສາ ແສງທອງ ຢູ່ບ້ານ ກາງ ເມືອງ ປາກເຊ  ແຂວງ ຈຳປາສັກ 2. ປັດຈຸບັນອາຍຸ 20 ປີ. 3. ເປັນນ້ອງສາວແທ້ໆຂອງ …

Read More »

ສ່ອງແມ່ລູກອ່ອນສຸດແຊ໊ບ!!! ແອັບເປິ່ນ ສີສະຫງຽນ ຫາກໍເກີດລູກບໍ່ຮອດປີ ແຕ່ຫຸ່ນດີຈົນຜູ້ສາວຍັງອາຍ…

ສາຍາແມ່ລູກອ່ອນສຸດແຊ໊ບ ນາທີນີ້ຕ້ອງຍົກໃຫ້ນາງໄປເລີຍແຫຼະຈ່າ… ແອັບເປິ່ນ ສີສະຫງຽນ ພັນລະຍາຄົນງາມຂອງໜຸ່ມ ຟຣຸກ ຈີຣະ ອະດີດນັກຮ້ອງວົງບອຍແບນຊື່ດັງຂອງປະເທດໄທ ທີ່ຫາກໍໃຫ້ກໍາເນີດລູກສາວສຸດໜ້າຮັກ ນ້ອງຈູ່ນີ່ ໄດ້ຍັງບໍ່ຮອດປີ ເຊິ່ງຕອນນີ້ກໍກໍາລັງໜ້າຮັກໜ້າຊັງຈົນມີແຟນຄຣັບຂອງທັງພໍ່ ແລະ ແມ່ມາເປັນແຟນຄຣັບ ຂອງນ້ອງຈູ່ນີ້ຫຼາກຫຼາຍ… ແຕ່ມື້ນີ້ເຮົາຈະພັກເລື່ອງຂອງນ້ອງຈູນີ່ພຽງເທົ່ານີ້ ແຕ່ຈະມາພາ Focus ທີ່ຮູບຮ່າງຂອງແມ່ແອັບເປິ່ນກັນ ເພາະມັນອົດບໍ່ໄດ້ອີ່ຫຼີທີ່ຈະທ້ວງ ນີ້ຫວາ? ຄົນທີ່ຫາກໍເກີດລູກໄດ້ 9 ເດືອນ!!! ເຂົ້າໃຈວ່າ ແອັບເປິ່ນ ນາງຫຸ່ນດີມາແຕ່ໃດແລ້ວ ແຕ່ຄົນທີ່ຫາເກີດລູກໃໝ່ ຍັງບໍ່ວິດຊ່ວງເປັນແມ່ລູກອ່ອນຊໍ້າ ແຕ່ສາມາດປັ້ນຫຸ່ນໄດ້ແຊ໊ບຂະໜາດນີ້ ບອກໄດ້ຄໍາດຽວເລີີຍວ່າຍອມມມມມມຈ່າແມ່…. ວ່າແລ້ວເຮົາໄປສ່ອງເບິ່ງແມ່ລູກອ່ອນສຸດແຊ໊ບຄູ່ນີ້ກັນເລີຍຈ່າ… ແມ່ກະຢາກຊິວລູກກະຫິວນົມ #ວິຖີແມ່ລູກອ່ອນຢາກແຊ໊ບ ກາບຫຸ່ນເລີຍຈ່າາາາ ອ່ອຍເບົາໆ ແມ່ລູກຫຸ່ນດີຄືແມ່ແມ່ນບໍ່555 ຈູ່ນີ່… ແຊ໊ບໄດ້ເພາະຜົວອະນຸຍາດແລ້ວ… ງາມ-ຫຸ່ນດີ ທັງເອຶ້ອຍ ແລະ ນ້ອງ ແມ່ແຮັບປີ່ ຈູນີ່ແຮັບປີ່ ບອກໄດ້ຄໍາດຽວວ່າ ຍອມມມມມ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ …

Read More »

ຕື່ນເຕັ້ນປານນະເດດຈະມາຂໍ!!! ນະເດດ-ຢາຢ່າ ນັກສະແດງຊື່ດັງ (ໄທ) ຈາກຄູ່ຈີ້ນ ສູ່ຄູ່ຮັກ ແລະ ກຽມຈະເປັນຄູ່ຊີວິດໃນໄວໆນີ້…

ເອີ້ນໄດ້ວ່າເປັນຄູ່ຮັກທີ່ຫຼາຍຄົນລຸ້ນ ແລະ ເຊຍມາໂດຍຕະຫຼອດສໍາລັບ ຄູ່ພະເອກ-ນາງເອກ ຊື່ດັງຈາກປະເທດໄທຄູ່ນີ້… ພະເອກໜຸ່ມ ນະເດດ ຄຸຄິມິຍະ-ນາງເອກສາວ ຢາຢ່າ ອຸຣັສຍາ ທີ່ແຟນໆນັ້ນຈີ້ນແຮງຕັ້ງແຕ່ສະແດງໜັງນໍາກັນ ແລະ ເປັນໄປໃສມາໃສນໍາກັນຕະຫຼອດ ແຫ່ງລຸ້ນຢາກໃຫ້ເປັນແຟນກັນແທ້ໆ ແລະ ໃນທີ່ສຸດກໍຕ້ານກະແສຈີ້ນບໍ່ໄຫວ ທັງສອງຈຶ່ງອອກມາເປີດຕົວວ່າ ຄົບຫາເບິ່ງໃຈ ເປັນແຟນກັນມາໄດ້ໄລຍະໜຶ່ງແລ້ວ… ເຊິ່ງກໍເຮັດໃຫ້ແຟນໆນັ້ນຟີນໜັກເຂົ້າໄປອີກ ແຕ່ທີ່ໜ້າອິດສາຕາຮ້ອນ ຢາຢ່າຄື ນອກຈາກຈະມີແຟນເປັນ ໜຸ່ມສຸດຫລໍ່ ສາມີແຫ່ງຊາດແລ້ວ ຫຼັງຈາກເປີດຕົວວ່າຄົບກັນ ນະເດດ ເຖິງຂັ້ນເປີດ IG ມາເພື່ອວອດແຟນໂດຍສະເພາະເລີຍຈ່າ… ອ່ອຍຍຍຍ ແອັດກະຢາກມີແບບນີ້ເດ໊ະເນາະ ແຕ່ບໍ່ແມ່ນຢາຢ່າ ເລີຍໄດ້ແຕ່ຝັນ 555!!! ແຕ່ຄວາມຟີນຍັງບໍ່ໝົດສໍໍາລັບຄູ່ນີ້ ເພາະໄລຍະຜ່ານມານີ້ ຫຼັງຈາກກັກຕົວຊ່ວງໂຄວິດແລ້ວ ທັງສອງກໍໄດ້ອອກງານເປັນປົກກະຕິ ຈົນມີນັກຂ່າວນາງໜຶ່ງໄປຖາມເຖິງຄວາມສໍາພັນທັງສອງກັບຢາຢ່າ ວ່າປານໃດຈະມີຂ່າວດີ ສາວຢາຢ່າ ກໍບໍ່ລໍຊ້າຕອບແບບໝັ້ນໃຈວ່າ ຖ້າໃຫ້ນະເດດມາຂໍຢູ່ ສ່ວນທາງໜຸ່ມນະເດດ ກໍໄດ້ອອກມາໃຫ້ສໍາພາດ ແລະ ໄດ້ຕອບປະເດັນທີ່ນັກຂ່າວເຄີຍຖາມຢາຢ່າໄວ້ ທາງນີ້ກໍເລີຍບອກວ່າ ແນວໃດກໍເປັນຄົນນີ້ແຫຼະ …

Read More »

ງາມກິນກັນບໍ່ລົງ!!! ເມື່ອ 3 ຊຸບຕາ ອັນດັບຕົ້ນໆຂອງປະເທດລາວ ລູກນໍ້າ-ນຸ້ຍ-ເຈນນີ່ ມາປະຊັນກັນເທິງເວທີດຽວກັນ… “ເດີນແບບເພື່ອການກຸສົນໂດຍບໍ່ເອົາຄ່າຕົວ”

ເປັນປາກົດການທີ່ຊອກເບິ່ງໄດ້ຍາກອີ່ຫຼີ ກັບໂອກາດທີ່ຈະໄດ້ເຫັນ 3 ຊຸບຕາອັນດັບຕົ້ນຂອງປະເທດ ອະດີດນາງງາມຕ່າງເວທີ ຄື: ລຸກນໍ້າ ທິດາລັດ ວົງສິລິ Miss Laos 2009 ນຸ້ຍ ສຸພາພອນ ວົງວິຈິດ Miss Universe Laos 2017 ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss World Laos 2017 ມາປະທະຄວາມງາມກັນເທິງເວທີ!!! ແຕ່ປາກົດການນີ້ກໍເກີດຂຶ້ນແລ້ວ ເກີດຂຶ້ນຍ້ອນຄວາມໃຈບຸນຂອງທັງ 3 ຄົນ ທີ່ຈັບມືກັນມາຮ່ວມເດີນແບບເພື່ອການກຸສົນໃຈງານ Fashion Show Charity ຂອງໂຄງການ ຮ່ວມປັນຮັກ Better Together ງານສົບທົບທຶນທີ່ຈະນໍາເງິນໄປສ້າງໂຮງຮຽນປະຖົມສົມບູນໃຫ້ນ້ອງໆ ທີ່ຢູ່ບ້ານ ຫ້ວຍຕັ້ງນາຍ ເມືອງ ກາສີ ແຂວງ ວຽງຈັນ…. ວ້າວ!! ສຸດຍອດເລີຍຈ່າາາ ເພາະງານນີ້ນອກຈາກເຮົາຈະໄດ້ເຫັນ 3 …

Read More »

ເກັ່ງ-ກະຕັນຍູ!!! ນ້ອງເຈມ-ນ້ອງກູດ ເຈົ້າຂອງເພງດັງ “ໃສ່ໃຈໄດ້ແຕ່ມອງ” ຊື້ລົດເປັນຂອງຂວັນໃຫ້ຕົວເອງ ແລະ ຄອບຄົວຈາກນໍ້າເຫື່ອນໍ້າແຮງຂອງຕົນເອງ…

ເປັນອີກຄູ່ອ້າຍນ້ອງທີ່ໜ້າຕິດຕາມ ແລະ ເອົາເປັນແບບຢ່າງຫຼາຍສໍາລັບ ຄູ່ນ້ອງເຈມ-ນ້ອງກູດ ເຈົ້າຂອງເພງດັງ ໃສ່ໃຈໄດ້ແຕ່ມອງ ອ້າຍແຕ່ງ ນ້ອງຊາຍຮ້ອງ ແລະ ເພງ ຜູ້ບ່າວລົດໄຖ ທີ່ນ້ອງເຈມເປັນຄົນແຕ່ງ-ຮ້ອງ ລວມທັງເພງທີ່ບໍ່ມີໃຜທີ່ບໍ່ຮູ້ຈັກ ຢາກເປັນລູກເຂີຍ ທີ່ນ້ອງເຈມໄດ້ຮ່ວມເປັນຜູ້ແຕ່ງ ແລະ ຮ່ວມຮ້ອງນໍາ!!! ເຊິ່ງຕອນນີ້ນ້ອງຊາຍທັງສອງມີຍອດຜູ້ຕິດຕາມຢ່າງໜາແໜ້ນ ແລະ ຫຼ້າສຸດທັງສອງນ້ອງອ້າຍກໍໄດ້ລວມເງິນທີ່ຫາມາໄດ້ຈາກນໍ້າເຫື່ອນໍ້າແຮງຂອງຕົວເອງ ຊື້ລົດໃຫຍ່ຄັນງາມ ເພື່ອເປັນຂອງຂວັນໃຫ້ກັບຄວາມສໍາເລັດຂອງຕົວເອງ ແລະ ຄອບຄົວ ໂດຍນ້ອງເຈມ (ອ້າຍ) ໄດ້ໂພສວ່າ JaMe UnoP’Good Tsltໄດ້ຫລາຍໆກວ່າຈັ່ງເອົາຄັນງາມໆນໍ ຈອ່ຍ ເທບສຸລິນທອນ ແລະກໍໄດ້ມີແຟນຄຣັບເຂົ້າໄປສະແດງຄວາມຍິນດີ ແລະ ຊົມເຊີຍເປັນຈໍານວນຫຼວງຫຼາຍ… ສໍາລັບນ້ອງເຈມ-ນ້ອງກູດນັ້ນ ທັງສອງອາຍຸພຽງແຕ່ 18-19 ປີ ແຕ່ເປັນເດັກນ້ອຍທີ່ມີຄວາມສາມາດ ສ້າງຊື່ສຽງໃຫ້ຕົນເອງ ແລະ ສ້າງຄວາມພາກພູມໃຈໃຫ້ກັບຄອບຄົວໄດ້ຂະໜາດນີ້ ກໍຖືວ່າເກັ່ງຫຼາຍແລ້ວ ແນວໃດກໍຂໍໃຫ້ນ້ອງໆທັງສອງເປັນແບບຢ່າງທີ່ດີໃຫ້ກັບໝູ່ເພື່ອນແບບນີ້ຕະຫຼອດໄປ ພ້ອມທັງສ້າງສັນຜົນງານໃໝ່ໆອອກມາໃຫ້ແຟນໆໄດ້ຕິດຕາມຢ່າງຕໍ່ເນື່ອງເດີ້!!! ຄວາມພູມໃຈຂອງພໍ່-ແມ່ ຮຽບຮຽງໂດຍ: Kuanjai Magazine …

Read More »