Breaking News

News

ບົດຄວາມດີໆທີ່ຢາກໃຫ້ອ່ານ!!! ເລືອກສາຍການຮຽນແນວໃດບໍ່ໃຫ້ຜິດຫວັງ…

ບົດຄວາມດີໆທີ່ຢາກໃຫ້ອ່ານ… ບັງເອີນເລື່ອນໄປເຫັນບົດຄວາມທີ່ໜ້າສົນໃຈທີ່ເຈົ້າຂອງ Facebook ຊື່ Tommy Philavong ໄດ້ໂພສລົງ ໂດຍໃຫ້ຫົວຂໍ້ວ່າ 3Tips ເລືອກສາຍການຮຽນແນວໃດບໍ່ໃຫ້ຜິດຫວັງ by:ລຸງທອມມີ້ ແລະ ກໍອົດບໍ່ໄດ້ທີ່ຈະນໍາມາແຊຣໃຫ້ທຸກຄົນໄດ້ອ່ານນໍາກັນ!!! ກ່ອນອື່ນຫມົດຕ້ອງບອກກ່ອນວ່າ ທອມມີ້ເປັນຄົນທີ່ບໍ່ໄດ້ຮຽນເກັ່ງ ບໍ່ໄດ້ດີເລີດປະເສີດສີມາແຕ່ດາວເນັບຈູນ ແຕ່ວ່າທອມມີ້ເລືອກສາຍການຮຽນດ້ວຍຄວາມມັກ ແລະ ຄິດແລ້ວຄິດອີກ ເພື່ອຈະໄດ້ຄຳຕອບທີ່ຕົນເອງຕ້ອງການ ຕ້ອງໄດ້ຜ່ານຫລາຍອັນຫລາຍແນວກວ່າຈະຮູ້ວ່າໂຕເອງມັກຫຍັງແລະ ຢາກເຮັດຫຍັງ (ບາງເທື່ອກະຍັງຖາມຕົນເອງ ມາຖືກທາງບໍ່ວະ 555) ຢ່າງໃດກໍດີ ນີ້ແມ່ນປະສົບການ ແລະ ວິທີທີ່ທອມທີ້ໃຊ້ເວລາຈະເລືອກສາຍຮຽນ ເພາະເຂົ້າໃຈວ່າ ກ່ອນຈະເລືອກກົດປຸ່ມເສັງ ສາຍ A B ຫລື C ມັນບໍ່ເເມ່ນຂອງງ່າຍ ກ່ອນຈະເລືອກພາກໄດ້ ບາງເທື່ອກໍຕ້ອງຕີລັງກາຫລັງ3ຕະຫລົບ ກະຄິດບໍ່ອອກ ສະນັ້ນ ຈົ່ງເລີ່ມຄົ້ນຫາຕົນເອງ ຕັ້ງແຕ່ເນີ້ນໆເດີ້ ອະຝອຍຫລາຍເເລ້ວ ມາຮູ້ເທັກນິກນຳກັນເລີຍ~ 1.#ສຶກສາຂໍ້ມູນໃຫ້ຖີ່ຖ້ວນ. ການຊອກຫາຂໍ້ມູນເລື່ອງສາຍການຮຽນດຽວນີ້ ສາມາດຊອກຫາໄດ້ຢູ່ຫລາຍໆບ່ອນ ທັງວິທີການສະໝັກສາຍນັ້ນໆ ຮຽນແລ້ວເຮັດຫຍັງໄດ້ແນ່ …

Read More »

ປະຫວັດສາດ!! Netflix ທໍາລາຍສະຖິຕິ ມີຊື່ເຂົ້າຊິງ Primetime Emmy Awards ຫຼາຍທີ່ສຸດ 160 ສາຂາ ຂະນະທີ່ HBO ເຈົ້າຂອງສະຖິຕິເກົ່າມີພຽງ 107 ສາຂາ….

ກາຍເປັນອີກໜຶ່ງທີ່ປີທີ່ຄ່າຍ ສະຕຣີມມິ່ງຍັກໃຫຍ່ Netflix ໄດ້ສະແດງສັກກາຍະພາບ ແລະ ຄວາມນິຍົມກັບການໄດ້ເຂົ້າຊິງລາງວັນ Primetime Emmy Awards ຄັ້ງທີ 72 ສູງເຖິງ 160 ສາຂາ ໃນຂະນະທີ່ຄູ່ແຂ່ງສໍາຄັນໃນທຸກປີຄື HBO ໄດ້ໄປພຽງ 107 ສາຂາ ພ້ອມຍັງສ້າງປະຫວັດສາດເປັນຄ່າຍທີ່ໄດ້ເຂົ້າຊິງຫຼາຍທີ່ສຸດໃນ 1 ປີ. ໂດຍເອົາຊະນະສະຖິຕິຂອງ HBO ທີ່ເຮັດໄວ້ເມື່ອປີ 2019 ທີ່ 137 ສາຂາ. ແຕ່ເຖິງ Netflix ຈະຢູ່ໃນອັນດັບໜຶ່ງດ້ານຈໍານວນສາຂາທັງໝົດລວມກັນ HBO ກໍຍັງສາມາດສະຫຼອງໄດ້ ເພາະມິນິຊີຣີ່ເລື່ອງ Watchmen ທີ່ນໍາສະແດງໂດຍ ເຣິຈິນາ ຄິງ ແລະ ດັດແປງຈາກກາຕູນ ຊຸບເປີຮີໂຣ່ຂອງ DC Comics ກໍເປັນລາຍການທີ່ໄດ້ຮັບການສະເໜີຊື່ເຂົ້າຊິງຫຼາຍທີ່ສຸດເຖິງ 26 ສາຂາ ສ່ວນຊີຣີ່ Succession ຂອງ …

Read More »

ງາມ-ເກັ່ງ-ໃຈບຸນ!! ລູກນໍ້າ ທິດາລັດ ຊຸບຕາເບີ 1 ຂອງລາວ ຖືກແຕ່ງຕັ້ງເປັນ 1 ໃນຄະນະບໍລິຫານໂຄງການ ຊ່ວຍເຫຼືອຄົນທຸກຍາກ ແລະ ດ້ອຍໂອກາດ…

ໄດ້ຮັບສາຍານາງງາມ-ດາຣາໃຈບຸນມາໂດຍຕະຫຼອດສໍາລັບ ຊຸບຕາເບີ 1 ຂອງລາວເຮົາຄື ສາວລູກນໍ້າ ທິດາລັດ ຕະຫຼອດໄລຍະທີ່ເຮັດວຽກໃນວົງການບັນເທິງມາເກືອບ 10 ປີ ເລີ່ມຈາກການກ້າວເຂົ້າມາຢຽບວົງການບັນເທີງຍ້ອນຊະນະການປະກວດ Miss Laos 2011 ຫຼັງຈາກນັ້ນກໍໄດ້ມີຜົນງານມາໂດຍຕະຫຼອດທັງພາຍໃນ ແລະ ຕ່າງປະເທດ (ປະເທດໄທ) ຈາກຜົນງານຫຼາກຫຼາຍ ທັງນາງແບບ-ການສະແດງ ຈົນເຮັດໃຫ້ລູກນໍ້າກ້າວຂຶ້ນມາເປັນ ຊຸບຕາເບີ 1 ຂອງປະເທດລາວ ທັງມີຖານແຟນຄຣັບຕິດຕາມຢ່າງໜາແໜ້ນ… ແລະ ໄລຍະຫຼັງໆມານີ້ເຮົາກໍເຫັນວ່າ ສາວລູກນໍ້າ ຂອງເຮົາເດີນໜ້າຊ່ວຍເຫຼືອຜູ້ທີ່ໄດ້ຮັບຄວາມເດືອດຮ້ອນຫຼາຍໆເຄສ ທັງການລະດົມທຶນສ້າງໂຮງຮຽນໃຫ້ເດັກນ້ອຍທີ່ຢູ່ເຂດຊົນນະບົດ… ຈົນໄດ້ຮັບສາຍາຊຸບຕາໃຈບຸນໄປອີກຄົນໜຶ່ງ… ແລະ ໃນຕອນບ່າຍຂອງມື້ນີ້ Facebook ຂອງ ສາວລູກນໍ້າ ກໍໄດ້ອອກມາໂພສຂ່າວທີ່ເຮັດໃຫ້ຫຼາຍຄົນຍົກນິ້ວໃຫ້ຄື ລູກນໍ້າອອກມາແຈ້ງວ່າ ຕົນເອງໄດ້ຖືກຄັດເລືອກໃຫ້ເປັນ 1 ໃນຜູ້ບໍລິຫານໂຄງການ ຊ່ວຍເຫຼືອຄົນທຸກຍາກ ແລະ ດ້ອຍໂອກາດ ໃນ ສປປ ລາວ ເຫດຜົນກໍອາດຈະມາຈາກການເດີນສາຍຊ່ວຍເຫຼືອຄົນທີ່ດ້ອຍໂອກາດມາໂດຍຕະຫຼອດນັ້ນເອງ… ແນວໃດແອັດກໍຕ້ອງຂໍສະແດງຄວາມຊົມເຊີຍ ແລະ ຍ້ອງຍໍ …

Read More »

ເປັນແບບຢ່າງທີ່ດີ!!! ເຈ້ຍ ປາຊີຟິກ ຜູ້ກໍາກັບພັນລ້ານໂພສຊຶ້ງມອບຂອງຂວັນໃຫ້ເມຍ ຕອບແທນຄວາມຮັກ ແລະ ຄວາມເຊື່ອໝັ້ນຕະຫຼອດ 20 ກວ່າປີ… ກຽມເປີດທຸລະກິດຄອບຄົວ.

ເປັນອີກເລື່ອງລາວດີໆ ໜ້າປະທັບໃຈ ແລະ ເປັນແຮງບັນດານໃຈໃຫ້ຫຼາຍໆຄົນ ສໍາລັບຜູ້ກໍາກັບພັນລ້ານຂອງລາວເຮົາຄື ອ້າຍເຈ້ຍ ປາຊີຟິກ ສາມີຄົນເກັ່ງ ຂອງສາວໄຊ ທະວີໄຊ ທີ່ໄດ້ອອກມາໂພສຂໍ້ຄວາມສຸດຊຶ້ງພ້ອມມອບລົດຄັນງາມໃຫ້ພັນລະຍາຄົນງາມ ໂດຍອ້າຍເຈ້ຍໄດ້ກ່າວຂອບໃຈ ພັນລະຍາທີ່ຊີ້ທາງສະຫວ່າງໃຫ້ຕົນເອງ ຈົນກາຍມາເປັນຜູ້ປະສົບຄວາມສໍາເລັດໃນທຸກມື້ນີ້… ໂພສຂອງອ້າຍເຈ້ຍ “ຂໍມອບລົດຄັນນີ້ ເປັນຂອງຂວັນໃຫ້ ເມຍ ສຸດທີ່ຮັກເພື່ອຕອບແທນ ຄວາມຮັກ ແລະ ຄວາມຫມັ້ນໃຈ ທີ່ ໄຊ ມີໃຫ້ໃນໂຕ ເຈ້ຍຂໍເລົ່າສັ້ນໆ ຖ້າບໍມີຜູ້ຍິງຄົນນີ້ ຂ້ອຍຄົງຈະບໍມາຢືນຮອດຈຸດນີ້ ຜູ້ຍິງຄົນນີ້ເປັນຄົນ ຍົວະຂ້ອຍອອກຈາກ ອົງກອນສາກົນ ເງີນເດືອນ 800$ ໃນ 10ປີກ່ອນ ຖ້າທຽບໃສ່ຕອນນັ້ນ ມັນເປັນເງີນເດືອນທີດີຫລາຍ ລາວບອກຂ້ອຍວ່າ ຖ້າເຈົ້າເຮັດວຽກກີນເງີນເດືອນ ເຈົ້າຫມັ້ນຄົງກັບລາຍຮັບແຕ່ລະເດືອນ ແລະ ເງີນເດືອນເຈົ້າກໍ່ຈະໄດ້ສະຫມໍ່າສະເຫມີ ແຕ່ເຈົ້າຈະໄດ້ເຮັດວຽກໃຫ້ພໍໃຈຫົວຫນ້າເຈົ້າ ຕື່ນທຸກເຊົ້າເພື່ອໄປຫ້ອງການ ລົດຕິດຢູ່ຫົນທາງທັງໄປທັງກັບ ແຕ່ຖ້າເຈົ້າອອກໄປເຮັດທຸລະກິດເປັນຂອງໂຕເອງ ເຈົ້າຈະເມື່ອຍຫລາຍກ່ອນເກົ່າ ເງີນເດືອນຫມັ້ນຄົງເຈົ້າບໍມີ ເຈົ້າບໍມີຫັຍງມາຄໍ້າປະກັນວ່າມັນຈະປະສົບຜົນສໍາເລັດຫລືບໍ ເຈົ້າຈະໂດດດຽວກັບການຕັດສິນໃຈຫລາຍຢ່າງ …

Read More »

Happy Birthday Ola Blackeyes… ໂມເມັ້ນຫວານ ສະຫຼອງວັນເກີດພ້ອມຂອງຂວັນສຸດພິເສດ ພັນລະຍາຄົນງາມຖືພາແລ້ວຫຼັງແຕ່ງງານ 4 ປີ!!!

ເປັນໂມເມັ້ນຫວານ ແລະ ໜ້າຍິນດີນໍາຫຼາຍ ສໍາລັບໜຸ່ມ ໂອລ່າ ນັກຮ້ອງນໍາວົງ Blackeyes ທີ່ອອກມາໂພສໂມເມັ້ນສະຫຼອງວັນເກີດລ່ວງໜ້າຮ່ວມກັບຄອບຄົວ ພ້ອມທັງປະກາດຢ່າງເປັນເປັນທາງການວ່າ ພັນລະຍາຄົນງາມຄື ສາວກະຕ່າຍ ມີນ້ອງໃຫ້ແລ້ວ ຫຼັງແຕ່ງງານກັນມາດົນເຖິງ 4 ປີ ຫຼັງຈາກນີ້ກຽມຕົວເປັນພໍ່ຄົນຢ່າງເຕັມຕົວ ສ່ວນທາງດ້ານ ສາວກະຕ່າຍ ກໍໄດ້ອອກມາໂພສອວຍພອນວັນເກີດສາມີ ພ້ອມມອບຂອງຂວັນພິເສດໃຫ້ຄື Baby ນ້ອຍສົມໃຈທັງສອງ… ແນວໃດກໍຂໍອວຍພອນໃຫ້ທັງສອງມີແຕ່ຄວາມສຸກ ພ້ອມເລີ່ມຕົ້ນຊີວິດຄອບຄົວທີ່ສົມບູນແບບພໍ່-ແມ່-ລູກ ແລະ Happy Birthday ເດີ້ໜຸ່ມໂອລ່າ… ໂພສຈາກໜຸ່ມໂອລ່າ ໂພສຈາກ ສາວກະຕ່າຍ ພັນລະຍາຄົນງາມ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »