Breaking News

News

ສຸດຍອດເກັ່ງຫຼາຍ!!! ແຮນນ່າ ສາວລາວ 1 ດຽວເທິງເວທີແຂ່ງຂັນເພື່ອເປັນ Girl Group Star (ປະເທດໄທ) ຜ່ານເຂົ້າຮອບ Team Audition ແລ້ວ…

ເລື່ອງຄວາມເກັ່ງບໍ່ເປັນສອງຮອງໃຜສໍາລັບ ສາວນ້ອຍ ແຮນນ່າ ໂຣເຊັ້ນບູ້ມ ໄພວັນ ຈາກນາງາມ ສູ່ການເປັນນັກສະແດງ ແລະ ຈາກນັກສະແດງສູ່ການແຂ່ງຂັນເພື່ອເຂົ້າເປັນ Girl Group Star ທີ່ປະເທດໄທ ໂດຍໃນນັ້ນ ແຮນນ່າ ເປັນສາວລາວ 1 ດຽວເທິງເວທີການແຂ່ງຂັນ ສໍາລັບຄືນວານທີ່ຜ່ານມານີ້ ແມ່ນສາວໆທັງໝົດ 20 ຄົນ ໄດ້ມີການແຂ່ງຂັນເພື່ອຜ່ານເຂົ້າຮອບ Team Audition 3 ທີມ ທີມລະ 6 ຄົນ ລວມເປັນ 18 ຄົນ ໝາຍຄວາມວ່າຮອບນີ້ມີ 2 ຄົນທີ່ຖືກຄັດອອກ ເຊິ່ງຮອບນີ້ ສາວແຮນນ່າ ຂອງເຮົາກໍໄດ້ຜ່ານເຂົ້າຮອບອີກແລ້ວຈ່າາາາ ໂດຍ ແຮນນ່າ ແມ່ນໄດ້ຢູ່ທີມຂອງ Unicorn ແນວໃດ ແຟນໆຊາວລາວ ແລະແອັດມິ້ນກໍຂໍສະແດງຄວາມຍິນດີນໍາ ແຮນນ່າ ຫຼາຍໆ ແລະ ຈະເປັນກໍາລັງໃຈໃຫ້ນ້ອງສູ້ຕໍ່ໄປຜ່ານເຂົ້າຮອບເລິກ …

Read More »

ດຣາມ່າບໍ່ຈົບງ່າຍ!!! ກຸ້ງມັງກອນຮ້ານຕູບ ແລະ ເມນູບໍ່ໄດ້ສັ່ງແຕ່ຢາກໄດ້ຕູບນັ່ງຕ້ອງໄດ້ເອົາ…

ກໍາລັງຕົກເປັນກະແສວິພາກວິຈານ ແລະ ຫາງສຽງຈົ່ມຈາກສັງຄົມ ກ່ຽວກັບການຕະຫຼາດຂອງຮ້ານອາຫານຕູບ ທີ່ເປັນແບບສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ. ກ່ຽວກັບລາຄາຫານທີ່ຄ້ອນຂ້າງສູງ ແລະ ການຕະຫຼາດແບບງົງໆ… ເຊິ່ງຫຼາຍມີຄົນໂພສທາງ Facebook ກ່ຽວກັບປະເດັນດັ່ງກ່າວວ່າ: ລູກຄ້າທີ່ເຈີ ເຊິ່ງຈາກຫາງສຽງສັງຄົມເວົ້າເປັນສຽງດຽວກັນວ່າ ເວລາໄປຮ້ານດັ່ງກ່າວຈະນັ່ງຕູບພະນັກງານກໍ່ບອກວ່າເຕັມແລ້ວມີຄົນຈອງໝົດແລ້ວ ຫາກຈະເອົາແມ່ນທາງຮ້ານຈະປ່ອຍໃຫ້ ແຕ່ຕ້ອງໄດ້ເອົາເມນູອາຫານທີ່ພະນັກງານບອກວ່າຄົນທີ່ຈອງຫັນສັ່ງໄວ້ກ່ອນແລ້ວ ຫາກຈະເອົາຕູບກໍ່ຕ້ອງໄດ້ເອົາອາຫານຕາມທີ່ເຂົາສັ່ງໄວ້ຫັນອີກດ້ວຍ!!! ຫາງສຽງຈາກສັງຄົມ ເຊິ່ງຫຼາຍຄົນກໍ່ຍອມເອົາຍ້ອນຢາກນັ່ງ ແຕ່ບາດບິນມາຫຼາຍຄົນກໍ່ບອກວ່າເມນູບໍ່ໄດ້ສັ່ງກໍ່ມີ ແລະ ແລ້ວກໍ່ມີຫຼາຍຕູບທີ່ຖືກແບບນັ້ນເວລາເຂົາຍ່າງໄປຖາມກັນມີຫຼາຍຕູບຖືກຄືກັນໝົດ ບາງຄົນກໍ່ໜັກຍ້ອນວ່າເມນູຖືກຊໍ້າກັນກໍ່ມີ. ຄົນທີ່ເຈີ ເຊິ່ງຄວາມຈິງເປັນແນວໃດນັ້ນ ວອນໃຫ້ພາກສ່ວນກ່ຽວຂ້ອງລົງໄປກວດສອບເບິ່ງ ຫາກເປັນຄວາມຈິງກໍເທົ່າກັບເອົາປຽບປະຊາຊົນ ແລະ ຖ້າຫາກມີການເຂົ້າໃຈຜິດກັນລະຫວ່າງລູກຄ້າ ແລະ ທາງຮ້ານກໍຫວັງວ່າທາງຮ້ານຈະອອກມາຊີ້ແຈງ. ບິນລາຄາ ບິນທີ່ລູກຄ້າ ທີ່ມາ: Laos 360

Read More »

ສຸດສະເທືອນໃຈ!!! ຄູສາອາໂພສ “ເຮັດວຽກມາ 6 ປີ ເຮັດດ້ວຍຄວາມລໍາບາກເງິນເດືອນບໍ່ມີ ພໍ່-ແມ່ຕາຍຈາກ ອາຊີບທີ່ຮັກກໍໄປບໍ່ເຖິງຝັນ” ພ້ອມກ່າວອໍາລາອາຊີບ…

ຮູ້ສຶກວ່າໄລຍະນີ້ຈະມີຂ່າວຄາວເລື່ອງການລາອອກຂອງຄູອາສາຫຼາຍຄົນ ເຊິ່ງແຕ່ລະຄົນນັ້ນກໍໃຊ້ເວລາກັບອາຊີບນີ້ດົນພໍສົມຄວນບໍ່ຕໍ່າກວ່າ 5-6 ປີ ຜົນສຸດທ້າຍຫຼາຍຄົນກໍເວົ້າເປັນສຽງດຽວກັນຄື ອຸດົມການບໍ່ສາມາດຊ່ວຍໃຫ້ຊີວິດຢູ່ລອດໄດ້ ແນ່ນອນວ່າ ນັ້ນກໍຄື ເງິນ ເພາະມັນໝາຍເຖິງຄວາມສາມາດໃນການລ້ຽງດູຕົວເອງ ແລະ ຄອບຄົວ… ເລື່ອງລາວຂອງຄູອາສາຄົນນີ້ກໍເຊັ່ນດຽວກັນ ທີ່ເພິ່ນໄດ້ໂພສຜ່ານ Facebook ສ່ວນຕົວທີ່ຊື່ວ່າ P’Nutnoy Phommaharn ເລົ່າເຖິງຄວາມລໍາບາກໃນການຕັດສິນໃຈຍຸຕິອາຊີບ ຄູອາສາ ທີ່ເຮັດມາໄດ້ 6 ປີ ເຂົ້າປີທີ 7 ແລ້ວແຕ່ກໍຍັງບໍ່ມີວີ່ແວວ ຈຶ່ງຕັດສິນໃຈລາອອກໃນທີ່ສຸດ ໂດຍມີລາຍລະອຽດວ່າ: “ມາຮອດມື້ນີ້ຈົນໄດ້ ມື້ທີ່ເຮົາຕ້ອງອຳລາ ຈາກການເປັນຄູອາສາ ເຮັດວຽກມາ6ປີ ເຮັດມາດ້ວຍຄວາມລຳບາກ ແຕ່ບໍ່ມີຫຍັງເກີດຂື້ນເລີຍ ເງີນເດືອນກະບໍ່ໄດ້ ທາງບ້ານພໍ່ແມ່ກະເສຍເບີດແລ້ວ ຢູ່ໂຕຄົນດຽວ ສິເຮັດຫຍັງກະຢາກຫວັງເພີ່ງອາຊີບຄູເຮົາກະໄປບໍ່ເຖີງຝັນ ທາງທີຢ່າງມາມັນຕັນແລ້ວເຮົາກະຕ້ອງຖອຍອອກມາ ສຸດທ້າຍນີ້ກະຂໍຂອບໃຈເອື້ອຍອ້າຍຄູ.ທີ່ຢູ່ໂຮງຮຽນມໍຕົ້ນເວີນຄຳເມືອງແກ່ນທ້າວແຂວງໄຊຍະບູລີທຸກຄົນທີ່ໃຫ້ຄວາມຊ່ວຍເຫຼືອ.ຕະຫລອດຮອດພໍ່ແມ່ອ້າຍເອື້ອຍນ້ອງເບີດທຸກຄົນທີ່ຄອຍໃຫ້ຄວາມຊ່ວຍເຫຼືອຕະຫລອດມາ #ລ່າກ່ອນຊີວິດຄູອາສາ(ຍ້ອນເຮົາເສັງບໍ່ໄດ້)” ຫຼັງຈາກທີ່ໂພສດັ່ງກ່າວຖືກເຜີຍແຜ່ອອກມາ ກໍໄດ້ມີໝູ່ເພື່ອນ ແລະ ຊາວເນັດເຂົ້າໄປສະແດງຄວາມຄິດເຫັນເປັນຈໍານວນຫຼວງຫຼາຍ ລວມເຖິງໃຫ້ກໍາລັງໃຈ ແລະ ແນະນໍາວຽກໃຫ້… ເຊິ່ງອ່ານແລ້ວກໍຮູ້ສຶກເສົ້າໄປນໍາ ແນວໃດແອັດກໍຂໍເປັນກໍາລັງໃຈໃຫ້ …

Read More »

ຊົມເຊີຍໃນຄວາມສາມາດ ແລະ ກ້າສະແດງອອກ!!! ສອງອ້າຍນ້ອງເຈມ-ກູດ ຈາກເດັກນ້ອຍບ້ານນອກ ສູ່ນັກຮ້ອງດັງ 40 ລ້ານວິວ ກາຍເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດ…

ເປັນເລື່ອງທີ່ໜ້າຍິນດີຫຼາຍ ສໍາລັບປາກົດການກະແສຄວາມນິຍົມເພງລາວ ທີ່ກໍາລັງມາແຮງໃນໄລຍະນີ້!! ດັ່ງທີ່ເຄີຍນໍາສະເໜີເພງດັງຈາກ You Tuber ຊື່ດັງໄປແລ້ວ ຫຼັງປ່ອຍເພງ ຢາກເປັນລູກເຂີຍ ອອກໄປໄດ້ບໍ່ດົນ ກໍມີຍອດຄົນເບິ່ງເຖິງ 40 ປາຍລ້ານວິວ. ຄຽງຄູ່ກັບເພງ ຢາກເປັນລູກເຂີຍ ທີ່ມາແຮງຢູ່ໃນຕອນນີ້ ກໍຍັງມີເພງ ໃສ່ໃຈໄດ້ແຕ່ມອງ ຂອງນ້ອງກູດ ທີ່ປັດຈຸບັນກໍມີຍອດວິວແລ້ວເຖິງ 40 ປາຍລ້ານວິວເຊັ່ນກັນ… ລວມໄປເຖິງເພງ ຜູ້ບ່າວລົດໄຖ ຂອງນ້ອງເຈມ ຫຼື ທີເຈມ ຢູໂນ ທີ່ໄດ້ຮ່ວມຮ້ອງເພງ ຢາກເປັນລູກເຂີຍ ກໍກໍາລັງມາແຮງທີ່ສຸດໃນຕອນນີ້!!! ມື້ນີ້ ແອັດຈະພາມາເປີດວາບ 2 ອ້າຍນ້ອງ ນ້ອງເຈມ ແລະ ນ້ອງກູດນໍາກັນ!! ແຕ່ກ່ອນອື່ນໝົດແອັດກໍມີເພງມາໃຫ້ຟັງກ່ອນ… ເພງ ໃສ່ໃຈໄດ້ແຕ່ມອງ ຂອງນ້ອງກູດ ເພງ ຜູ້ບ່າວລົດໄຖ ຂອງນ້ອງເຈມ ສໍາລັບນ້ອງສອງຄົນທີ່ກໍາລັງຖືກເວົ້າເຖິງຢ່າງຫຼວງຫຼາຍໃນຕອນນີ້ ທັງສອງແມ່ນເປັນອ້າຍນ້ອງກັນ ເປັນເດັກນ້ອຍບ້ານໆ ທີ່ມີຄວາມມັກຮັກໃນດົນຕີ ຈົນມີເພງເປັນຂອງຕົວເອງ …

Read More »

ແປກແຕ່ແທ້!! ເດັກຍິງສະໝອງອັດສະລິຍະ ຈົບປະຖົມຂ້າມໄປມະຫາໄລ ແລະກາຍເປັນນັກວິສະວະລະດັບໂລກໃນໄວ 13 ປີ… ເປົ້າໝາຍຈະຮຽນໃຫ້ຈົບ ປ.ເອກ ພາຍໃນອາຍຸ 20 ປີ.

ເປີດ​ເຜີຍ​ເລື່ອງ​ລາວ​ຂອງ​ເດັກ​ຍິງ​ຄົນ​ໜຶ່ງ (ປະເທດໄທ) ທີ່ອາຍຸ 11 ປີ ຮຽນຈົບ ປ.6 ແຕ່ສາມາດເສັງຕິດເຂົ້າມະຫາວິທະຍາໄລໄດ້ໂດຍບໍ່ຕ້ອງຮຽນໃນລະດັບມັດທະຍົມສືກສາ ອີກທັງຍັງມີລາງວັນລະດັບໂລກຮັບປະກັນຄວາມສາມາດແລ້ວຫຼວງຫຼາຍອີກ, ຍິງ​ຄົນ​ນີ້​ຊື່ ອິ້ງ ພັດສະລາ ຈັນໂຊດສະຖຽນ ປັດ​ຈຸ​ບັນອາ​ຍຸ 15 ປີ ແລະ​ ຮຽນຢູ່ປີທີ 2 ສາຂາວິສະວະກໍາຄອມພິວເຕີ ສະຖາບັນເຕັກໂນໂລຊີນານາຊາດສິຣິນທອນ (SIIT) ມະຫາວິທະຍາໄລທໍາມະສາດ ແລະ ລາວໄດ້ວາງແຜນການສືກສາໄວ້ວ່າ ລາວຈະຕ້ອງສໍາເລັດການສືກສາໃນລະດັບປະລິນຍາເອກ ພາຍໃນອາຍຸ 20 ຕົ້ນໆ ອິ້ງ ບອກວ່າ ພໍ່ກັບແມ່ລ້ຽງ​ຕົນ​ພຽງແຮກເກີດໄດ້ພຽງສາມເດືອນ ​ແມ່​ກໍຫາເຄື່ອງຫຼິ້ນເສີມພັດທະນາການຂອງເດັກນ້ອຍເກີນໄວ 6 ເດືອນມາໃຫ້ຫຼິ້ນ ພໍອາຍຸເຂົ້າ 6 ເດືອນ ແມ່ກໍ່ຈັດຫາຂອງຫຼິ້ນຂອງເດັກໄວ 9 ເດືອນມາໃຫ້ໂດຍທີ່ແມ່ບໍ່ໄດ້ຖ້າໃຫ້ອາຍຸລາວຮອດຕາມເກນ ດຣ. ພີຣະພອນ ຈັນໂຊດສະຖຽນ ແມ່ຂອງອິ້ງໄວ 51 ປີ ໄດ້ກ່າວຕື່ມວ່າ ເມື່ອລູກເຂົ້າອະນຸບານ ລູກມີຄວາມຮູ້ລະດັບຂັ້ນອະນຸບານທັງໝົດແລ້ວລູກຈື່ງຮຽນຂອງເດັກໄວປະຖົມ …

Read More »