Breaking News

News

ຊາວເນັດຮືຮາ!! ອາບນໍ້າແຊ່ຄໍາຮັບຂວັນລູກສາເກີດໃໝ່ ຈົນກາຍເປັນທີ່ມາ “ເກີດມາເທິງກອງເງິນກອງທອງ”

ເກີດມາເທິງກອງເງິນກອງທອງ ພໍ່ແມ່ອາບນໍ້າຄໍາຮັບຂວັນລູກສາວ… ເປັນພາບທີ່ສ້າງຄວາມຮືຮາໃຫ້ສື່Online ເປັນວົງກວ້າງ ສໍາລັບເລື່ອງລາວການອາບນໍ້າຄໍາຮັບຂວັນລູກສາວ ໂດຍຜູ້ໃຊ້ Facebook: ເບເບ້ ຊະນະໄວ ໄດ້ໂພສພາບລູກສາວໃນໄວແຮກເກີດ ພ້ອມຂໍ້ຄວາມລະບຸວ່າ “ອາບນ້ຳຄຳໃຫ້ລູກສາວ ຂໍໃຫ້ລູກສາວທັງສອງຂອງອີ່ແມ່ Bayrin &Bayron ໃຫຍ່ມາເປັນຄົນຄຳຮູ້ເປັນທີ່ຮັກຂອງພີ່ນ້ອງ, ໃຫຍ່ມາຂໍໃຫ້ລູກຈະເລີນກ້າວໜ້າໃນທຸກໆດ້ານເດີ້” ຫຼັງຈາກໂພສດັ່ງກ່າວເມື່ອຖືກເຜີຍແຜ່ລົງສື່ອອນລາຍກໍ່ຖືກແຊອອກໄປຢ່າງຫຼວງຫຼາຍ ແລະ ກໍ່ມີຊາວເນັດຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນເຖິງຄວາມມັ່ງມີສີສຸກຂອງຄອບຄົວນີ້ ພ້ອມອວຍພອນໃຫ້ນ້ອງເກີດໃໝ່ທັງສອງເຕີບໂຕມາເປັນຄົນຮູ້ຜູ້ດີຂອງພໍ່ແມ່ ໃຫ້ສົມກັບຄວາມຮັກທີ່ພໍ່ແມ່ມອບໃຫ້…

Read More »

ງາມຈາກພາຍໃນສູ່ພາຍນອກ!! ໄນຍາຄິມ ນາງແບບຜິວສີເຈົ້າຂອງສະຖິຕິນາງແບບຜິວເຂັ້ມທີ່ສຸດໃນໂລກ ຜູ້ຈຸດປະກາຍຊາວຜິວສີໃຫ້ມີບ່ອນຢືນໃນສັງຄົມ…

ທ່າມກາງກະແສຮຽກຮ້ອງຄວາມເທົ່າທຽມໃນເລື່ອງຂອງເຊື້ອຊາດ ແລະ ສີຜິວ ກໍໄດ້ມີນາງແບບສາວຄົນນີ້ທີ່ຂໍອອກມາປ່ຽນທັດສະນະຄະຕິດ້ານລົບທັງຫຼາຍ ໃຫ້ກາຍເປັນສິ່ງທີ່ຍອມຮັບໄດ້ໃນທີ່ສຸດ… ໄນຍາຄິມ ແກດເວຄ ນາງແບບສາວຜູ້ທີ່ເປັນເຈົ້າຂອງສີຜິວທີ່ດຳເຂັ້ມທີ່ສຸດໃນໂລກ ຈົນໄດ້ຮັບການບັນທຶກລົງໃນ ກິເນສບຸກ ພ້ອມທັງເປັນທີ່ຍອມຮັບກັນໃນວົງການ Fashion ລະດັບໂລກອີກດ້ວຍ… ໄນຍາຄິມ ປັດຈຸບັນອາຍຸ 27 ປີ ເປັນສາວຊາວອາເມລິກາ ເຊື້ອສາຍຊູດານໃຕ້ ເກິດທີ່ເມືອງແກມເບລາ ເອທິໂອເປຍ ເປັນທີ່ຮູ້ຈັກໃນແວດວົງນາງແບບ ແລະ ເປັນຜູ້ເຮັດໃຫ້ວົງການນາງແບບຕ້ອງສະເທືອນກັບການມາແລ້ວ… ໄນຍາຄິມ ໄດ້ເປິດໃຈວ່າ ລາວບໍ່ເຄີຍໜີພົ້ນເລື່ອງການຍຽດສີຜິວຄືກັນກັບທີ່ຊາວຜິວສີຫຼາຍຄົນເຄີຍພົບຢ່າງໜ້ອຍໜຶ່ງເທື່ອ ແຕ່ລາວພະຍາຍາມເບິ່ງເລື່ອງນີ້ໃຫ້ເປັນໃນທາງບວກໄວ້ ແລະ ຕອບກັບໄປຢ່າງເຈັບໆສະເຫມີ… ໄນຍາຄິມ ເຄີຍເລົ່າໃຫ້ຟັງວ່າ ຄັ້ງຫນຶ່ງລາວເຄີຍນັ່ງອູເບີ້ເພື່ອເດີນທາງໄປບ່ອນໃດບ່ອນໜຶ່ງ ແລະ ຢູ່ໆຄົນຂັບລົດກໍ່ເອີຍປາກຖາມລາວວ່າ ຖ້າມີຄົນໃຫ້ເງິນປະມານ 10. 000 ຫຼຽນ (ປະມານ 90.000.000 ກີບ) ໃຫ້ໄປກັດສີຜິວໃຫ້ຂາວຂຶ້ນ ລາວຈະຍອມເຮັດບໍ? ແທນທີ່ນາງຈະໃຈຮ້າຍເປັນຟືນໄຟ ໄນຍາຄິມ ກັບຫົວຂື້ນສຽງດັງ ແລະ ຕອບກັບໄປວ່າບໍ່ມີທາງ ເປັນຫຍັງຂ້ອຍຕ້ອງຢາກຈະກັດສີຜິວ …

Read More »

ບໍ່ແມ່ນຈັດກຸ່ມປະທ້ວງ!!! ບັນດາແຟນຄຣັບ Liverpool ຈັດຄາລາວານສະເຫຼີມສະຫຼອງຄວາມສໍາເລັດ ຄວ້າແຊັມ ພີເມຍລີກ ໃນຮອບ 30 ປີ…

ເປັນພາບທີ່ງົດງາມຫຼາຍ… ແຕ່ເຫັນແວັບແລກກະຄິດວ່າພາກັນຈັດກຸ່ມປະທ້ວງຫຍັງ ແຕ່ເບິ່ງດີໆແມ່ນ ບັນດາແຟນບານລາວທີ່ເປັນແຟນຄຣັບ Liverpool ພາກັນຈັດຄາລະວານສະເຫຼີມສະຫຼອງທີ່ Liverpool ໄດ້ແຊັມບານເຕະ ພີເມຍລີກ ມາຄອງໃນຮອບ 30 ປີ ນັ້ນເອງ… ສໍາລັບເຫດການດັ່ງກ່າວ ຖືວ່າເປັນພາບທີ່ໜ້າປະທັບໃຈຂອງແຟນບານ ທີ່ມີຄວາມມັກ-ຮັກໃນທີມເຕະບານລະດັບໂລກ ໂດຍສະເພາະທີມ Liverpool ບໍ່ໄດ້ຄອງແຊັມມາດົນ ຈົນປະສົບຄວາມສໍາເລັດໃນປີ 2020 ນີ້!!! FC Liverpool in Laos… ຮູບພາບຈາກ: ຈ້ອຍ

Read More »

ເປີດວາບ!! ນາງເອກ MV ເພງດັງ 45 ລ້ານວິວ ໜ້າຮັກສົດໃສຈົນໜຸ່ມໆຕ້ອງຮ້ອງ “ຢາກເປັນລູກເຂີຍ”

ແຮງບໍ່ສຸດຢຸດບໍ່ຢູ່ອີ່ຫຼີ ສໍາລັບເພງສຸດຮ໋ອດແຫ່ງປີຄືເພງ ຢາກເປັນລູກເຂີຍ ຂອງ ໂສພະນາ ທີເຈ ຢູ່ໂນ ແລະ ບິກໃຫຍ່ ຫຼືແບກຶ ທີ່ຕອນນີ້ປ່ອຍອອກມາໄດ້ 1 ເດືອນ ກໍມີຍອດວິວສູງເຖິງ 45 ລ້ານວິວໄປເປັນທີ່ຮຽບຮ້ອຍແລ້ວ…. ວ້າວໆ ສຸດຍອດເລີຍຈ່າ!!! ມື້ນີ້ ຂວັນໃຈ ເລີຍຈະພາໜຸ່ມມາເປີດວາບ ນາງເອກ MV ເພງຮ໋ອດແຫ່ງປີນີ້ກັນ… ສໍາລັບນາງເອກຂອງເຮົານັ້ນມີຊື່ວ່າ ນ້ອງວົງ ວົງສາ Facebook: Vong Vongsa ເຜືອກມາໄດ້ສໍ່ານີ້ແຫຼະ ໃຜສົນໃຈຢາກເປັນລູກເຂີຍພໍ່ແມ່ນ້ອງວົງ ກໍໄປເຜືອກຕໍ່ຕາມ ເຟສເລີຍຈ່າ… ແຕ່ຖ້າວ່ານ້ອງມີແຟນແລ້ວກໍຢ່າມາໂທດແອັດກະແລ້ວກັນເດີ້!!! ໄປເບິ່ງຮູບກັນກ່ອນ… ຮູບພາບຈາກ: Vong Vongsa

Read More »

ເກືອບຈື່ບໍ່ໄດ້!! ຊາຄຣິດ ຫຼືເປັນຕໍ່ ກັບບົດ ຂຸນຊ້າງ ໃນພາບພະຍົນຟອມຍັກ ວັນທອງ…

ກໍາລັງເປັນກະແສສໍາລັບຮູບເງົາຟອມຍັກຂອງປະເທດເພື່ອນບ້ານເຮົາ (ປະເທດໄທ) ກັບການນໍາເອົາບົດເລື່ອງຈາກຕໍານານ ຂຸນຊ້າງ-ຂຸນແຜນ ມາສ້າງໃໝ່ໃນຮູບແບບພາບພະຍົນ ໂດຍມີຊື່ວ່າ ວັນທອງ ແລະງານນີ້ກໍດາລາດັງຫຼາຍຄົນຮ່ວມສະແດງ ທີ່ເຊື່ອວ່າແຟນຄຣັບບ້ານເຮົາກໍຄົງຮູ້ຈັກກັນດີ… ໂດຍສະເພາະ ໜຸ່ມປ້ອງ ນະວັດ ຜູ້ຮັບບົດເປັນ ຂຸນແຜນ ແລະ ໜຸ່ມ ຊາຄຣິດ ແຍ້ມນາມ ທີ່ຮັບບົດເປັນ ຂຸນຊ້າງ!!ນອກຈາກນັ້ນກໍມີ ສາວໃໝ່ ດາວິກາ, ເມ ເຟື່ງອາຣົມ, ເຊີເບລ… ຫຼັງຈາກເປີດຕົວນັກສະແດງອອກມາ ກໍເຮັດໃຫ້ແຟນຄຣັບກຣີດກາດພໍສົມຄວນກັບນັກສະແດງແຕ່ລະຄົນ ແຕ່ທີ່ຄົນທີ່ຈະຖືກເວົ້າເຖິງຫຼາຍທີ່ສຸດກໍຄົງຈະແມ່ນ ຂຸນຊ້າງຂອງເຮົາ ຫຼືຫຼາຍຄົນອາດຈະຄຸ້ນພາບຄວາມເຈົ້າຊູ້ມາຈາກ ເປັນຕໍ່ ເຊິ່ງມັນເປັນການຂ້າພາບຄວາມເປັນ ເປັນຕໍ່ ຢ່າງສະໜິດດ້ວຍ ພາບເຖົ້າ ຫົວໂລ້ນ ແລະ ມີຂີ່ໂຜ່ນ ຈົນເຮັດໃຫ້ແຟນຄຣັບຫຼາຍຄົນເກືອບຈື່ບໍ່ໄດ້… ໝົດເລີຍ ເປັນຕໍ່ ຜົວແຫ່ງຊາດ ແຕ່ກະຍັງຫຼໍ່ຢູ່ເດີ້!!! ຂຸນແຜນ-ຂຸນຊ້າງ ທັງໝົດນັ້ນກໍຄືການສະແດງ… ຕົວຈິງ ຊາຄຣິດ ມີຄອບຄົວທີ່ອົບອຸ່ນ ແລະໜ້າຮັກກັບສາວແອນ-ນ້ອງບັກໂພ ທີ່ສໍາຄັນຍັງຫຼໍ່ຄືເກົ່າຈ່າ!!! …

Read More »