ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ແຮງງານ ປະມານ 31 ລ້ານຄົນ ໃນຫວຽດນາມ ໄດ້ຮັບຜົນກະທົບທາງເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ – 19, ໃນຈຳນວນນີ້ມີຜູ້ວ່າງງານ 900.000 ຄົນ ແລະ ເກືອບ 18 ລ້ານຄົນ ມີລາຍໄດ້ຫຼຸດລົງ, ຫາກຍັງບໍ່ມີມາດຕະການເພື່ອກະຕຸ້ນເສດຖະກິດ ອາດສົ່ງຜົນໃຫ້ມີຜູ້ວ່າງງານເພີ່ມຂຶ້ນອີກ 5 ລ້ານຄົນ ພາຍໃນທ້າຍປີນີ້. ມາຮອດປັດຈຸບັນ ຫວຽດນາມ ມີຍອດຜູ້ຕິດເຊື້ອໂຄວິດ – 19 ສະສົມ 369 ຄົນ, ບໍ່ມີຜູ້ເສຍຊີວິດ ແລະ ຍັງບໍ່ພົບຜູ້ຕິດເຊື້ອລາຍໃໝ່ພາຍໃນປະເທດຕິດຕໍ່ກັນ 80 ກວ່າວັນ ເນື່ອງຈາກສາມາດຄວບຄຸມການແຜ່ລະບາດໂຄວິດ – 19 ໄດ້ເປັນຢ່າງດີ. ແນວໃດກໍຕາມ, ຫວຽດນາມ ຍັງຕ້ອງປະເຊີນກັບບັນຫາດ້ານເສດຖະກິດ ເນື່ອງຈາກອັດຕາການເຕີບໂຕທາງເສດຖະກິດໃນໄຕມາດ 2 ຂະຫຍາຍຕົວຕ່ຳສຸດໃນຮອບ 30 …
Read More »News
ຊົມເຊີຍ!!! ຫຼວງພະບາງ ຕິດອັນດັບ 1 ໃນ 15 ເມືອງທີ່ງົດງາມ ແລະ ໜ້າທ່ອງທ່ອຽວທີ່ສຸດໃນ ອາຊີ…
ວາລະສານ Travel + Leisure ທີ່ມີຊື່ສຽງ ຂອງປະເທດອັງກິດ ໄດ້ຈັດການສໍາຫຼວດ ຄວາມນິຍົມຂອງນັກທ່ອງທ່ຽວ ກ່ອນເກີດການລະບາດຂອງເຊື້ອ ໂຄວິດ-19 ແລະໄດ້ປິດຜົນການລົງຄະແນນ ໃນເດືອນມີນາ 2020. ຜົນປະກົດວ່າ ຫຼວງພະບາງ ເຂົ້າມາໃຫມ່ ຕິດອັນດັບທີ #5 ຊຶ່ງບໍ່ໄດ້ຕິດອັນດັບມາ ໃນປີ 2019 ! 15 ອັນດັບເມືອງ ໃນອາຊີ ທີ່ມີຜົນການໂຫວດສູງສຸດ ປະຈໍາປີ 2020 ປະກອບມີ: 1 Hoi An ປະເທດ ຫວຽດນາມ 2 Chiang Mai ປະເທດໄທ 3 Kyoto ປະເທດ ຢີ່ປຸ່ນ 4 Udaipur ປະເທດ ອິນເດຍ 5 Luang Prabang ປະເທດ …
Read More »ທໍາມະຊາດສຸດຟີນ ນາງແບບໜ້າຮັກ!!! ຂໍຈິ້ນໄດ້ບໍ່? ມີ່ມີ່ ສຸດທິດາ-ບາບີ່ ປິຍາມາດ ເຄມີເຂົ້າກັນຈົນຢາກຈິ້ນ…
ກໍາລັງໄດ້ຮັບຄວາມສົນໃຈຫຼາຍສໍາລັບສະຖານທີ່ທ່ອງທ່ຽວທໍາມະຊາດແຫ່ງໃໝ່ໃນລາວຄື ນໍ້າປຽນຢໍລະປາ ທີ່ຫາກໍປ່ອຍທີເຊີໂປຣໂມດອອກມາ (ຍັງບໍໄດ້ເປີດຢ່າງເປັນທາງການ) ກໍເຫັນວ່າປະຊາຊົນຕ່າງໃຫ້ຄວາມສົນໃຈ ສາເຫດໜຶ່ງກໍຍ້ອນກະແສການທ່ອງທ່ຽວທໍາມະຊາດກໍາລັງມາແຮງ ບວກກັບສະແສສົ່ງເສີມການທ່ອງທ່ຽວພາຍໃນປະເທດກໍາລັງໄດ້ຮັບຄວາມນິຍົມ ບວກກັບສະຖານທີ່ດັ່ງກ່າວຢູ່ບໍ່ໄກຈາກຕົວເມືອງ ພໍໄປພໍມາຮອດ (ເມືອງ ປາກງຶ່ມ ນະຄອນຫຼວງ) ແຕ່ທີ່ແອັດເອົາມາເວົ້າໃນມື້ນີ້ບໍ່ແມ່ນຈະມາໂປຣໂມດສະຖານທີ່ທ່ອງທ່ຽວແຕ່ຢ່າງໃດ ເພາະເຖິງບໍ່ໂປຣໂມດເຂົາກໍຮູ້ກັນທົ່ວບ້ານທົ່ວເມືອງແລ້ວ… ແຕ່ມື້ນີ້ຈະມາພາທຸກຄົນຈີ້ນໃນຄວາມໜ້າຮັກຂອງສອງສາວ ມີ່ມີ່ ສຸດທິດາ Miss Laos 2018 ແລະ ບາບີ່ ປິຍາມາດ Miss International Laos 2018 ກັບແຊັດຖ່າຍແບບທີ່ ນໍ້າປຽນຢໍລະປາ ທີ່ເຫັນແລ້ວຮູ້ສຶກວ່າເຄມີເຂົ້າກັນແຮງ ຈົນຢາກຈິ້ນນນພຸ້ນລະ ເຊິ່ງວ່າຈະຈິ້ນຈະຟີນຂະໜາດໃດນັ້ນລອງໄປເບິ່ງນໍາກັນເລີຍ… ແຖມຮູບພາບທໍາມະຊາດງາມໆມາໃຫ້ເບິ່ງພ້ອມ!!! ຮູບພາບຈາກ: Nampienyorlapa B’Bie Piyamarth Soutthida Anousinh
Read More »ງາມທັງກາຍ-ໃຈ!! ກາລະແມ ພິທີກອນຊື່ດັງ (ປະເທດໄທ) ເຮັດບຸນໃຫຍ່ບໍລິຈາກຄໍາ 53 ກິໂລ ມູນຄ່າ 94 ລ້ານບາດ ໃຫ້ກັບວັດພຣະທາດພະນົມ…
ເປັນອີກດາຣາ-ນັກສະແດງ-ພິທີກອນທີ່ຫຼາກຫຼາຍຄວາມສາມາດຄົນໜຶ່ງຂອງປະເທດໄທສໍາລັບສາວ ກາລະແມ ພັດສະຣະສິ ເບັນຈະມາດ ພິທີກອນຊື່ດັງປະຈໍາລາຍການ Take Me Out Thailand ແລະ ຜົນງານສະແດງອື່ນໆອີກທີ່ຄົນລາວເຮົາກໍຄົງຈະໄດ້ເຫັນຈົນຄຸ້ນໜ້າຄຸ້ນຕາກັນເປັນຢ່າງດີ… ແຕ່ນອກຈາກວຽກໃນວົງການບັນເທີງລາວ ກາລະແມ ຍັງມີທຸລະກິດສ່ວນຕົວຄື ທຸລະກິດອາຫານເສີມ ທີ່ປັດຈຸບັນກໍາລັງໄປໄດ້ດີ ຂາຍດີແບບຖະຫຼົ່ມຖະລາຍກັນເລີຍກໍວ່າໄດ້!!! ແລະ ເນື່ອງຈາກທຸລະກິດມີຄວາມປະສົບຜົນສໍາເລັດຕາມຄາດການ ນາງກໍເລີຍຖືໂອກາດນີ້ຊວນໝູ່ເພື່ອນ ແລະຍາດພີ່ນ້ອງມາຮ່ວມເຮັດບຸນໃຫຍ່ ໂດຍການບໍລິຈາກ ທອງຄໍາໜັກ 53 ກິໂລ ຕົກເປັນເງິນປະມານ 94 ລ້ານບາດ ຫຼືປະມານ 29.140.000.000 ກີບ… ຈົນເປັນຂ່າວດັງທີ່ຮືຮາກັນຫຼາຍໃນປະເທດໄທ ແຟນຄັບຕ່າງຮ່ວມສະແດງຄວາມຍິນດີ ແລະ ອະນຸໂມທະນາບຸນນໍາ ລວມທັງແຟນຄັບຊາວລາວກໍຂໍຮ່ວມອະນຸໂມທະນາບຸນນໍາ ສາວກາລະແມ ນໍາຫຼາຍເດີ້!!! ຮຽບຮຽງໂດຍ: Kuanjai Magazine
Read More »ໄດ້ແລ້ວ!!! Miss Heavy Queen Laos ຂອງໂຄງການປະກວດນາງງາມເພື່ອສ້າງຄວາມໝັ້ນໃຈໃຫ້ກັບສາວອວບ…
ຈົບໄປແລ້ວສໍາລັບການປະກວດ Heavy Queen Laos 2020 ທີ່ຈັດຂຶ້ນເປັນປີທໍາອິດກໍຄືປີນີ້ ເຊິ່ງແນ່ນອນວ່າ ພວກເຮົາກໍໄດ້ຕົວແທນສາວງາມຈາກເວທີນີ້ມາເປັນທີ່ຮຽບຮ້ອຍແລ້ວ ເຊິ່ງມື້ນີ້ ຂວັນໃຈ ກໍຈະພາມາທໍາຄວາມຮູ້ຈັກກັບບັນດາສາວງາມຜູ້ທີ່ໄດ້ຕໍາແໜ່ງກັນ (ມີທັງໝົດ 3 ຕໍາແໜ່ງ) ແຕ່ກ່ອນທີ່ຈະໄປທໍາຄວາມຮູ້ຈັກກັບສາວງາມທັງ 3 ຄົນນັ້ນ ແອັດຢາກນໍາສະເໜີ Concept ຂອງງານເພິ່ນໃຫ້ຮູ້ຈັກກັນໜ້ອຍໜຶ່ງເພາະຮູ້ສຶກວ່າມີຄວາມໜ້າສົນໃຈຫຼາຍ… ສໍາລັບຈຸດປະສົງຫລັກຂອງໂຄງການປະກວດແມ່ນ: 1. ສ້າງແຮງບັນດານໃຈໃຫ້ແກ່ສາວຜູ້ທີ່ມີຮູບຮ່າງອວບໃຫຍ່ໄດ້ມີຈຸດຢືນໃນສັງຄົມ, ເຮັດໃຫ້ເຂົາກ້າຄິດກ້າສະແດງອອກ, ກ້າເຮັດໃນສິ່ງທີ່ຮັກມັກໂດຍບໍ່ໃຫ້ມີແນວຄວາມຄິດໃນດ້ານຂອງຮູບຮ່າງທີ່ເປັນອຸປະສັກ, ໃຫ້ເຂົາເຈົ້າໃຊ້ຊີວິດດຳລົງຊີວິດຄືກັນກັບສາວຜູ້ທີ່ມີຮູບຮ່າງໂດຍທົ່ວໄປ…2. ເລືອກເຝັ້ນຫາຕົວແທນຂອງໂຄງການລົງພື້ນທີ່ເຮັດກິດຈະກຳເພື່ອສັງຄົມ ຊ່ວຍເຫລືອສັງຄົມຢ່າງແທ້ຈິງເຊັ່ນ:-ວັນທີ 03/7/2020 ລົງພື້ນທີ່ບໍລິຈາກເລືອດທີ່ອົງການກາແດງລາວ-ວັນທີ 07/7/2020 ໂຄງການຮ່ວມກັບສູນກາງສະຫະພັນແມ່ຍິງ,ອົງການກາແດງຮ່ວມກິດຈະກຳບໍລິຈາກເລືອດທີ່ວຽງຈັນເຊັນເຕີ-ວັນທີ 10/7/2020 ຮ່ວມບໍລິຈາກເລືອດທີ່ອົງການກາແດງລາວ-ວັນທີ 16/7/2020 ຈະລົງພື້ນທີ່ຕ່າງແຂວງມອບເງີນສ້າງໂຮງຮຽນປະຖົມທີ່ບ້ານນໍ້າຈິງ,ເມືອງທ່າພະບາດ, ແຂວງບໍລິຄຳໄຊ ຮູ້ຈັກກັບສາວງາມຜູ້ທີ່ໄດ້ຕໍາແໜ່ງ Miss Heavy Queen Laos Women 2020 ຄົນທໍາອິດຂອງລາວໄດ້ແກ່: ທ່ານ ນາງ ຄຳມົນ ສີຫາລາດ ອາຍຸ …
Read More »