Breaking News

News

ສ່ອງພາບນາງສາວລາວ 2019 ທີ່ມາໃນຊຸດຊົນເຜົ່າ

ສ່ອງຄວາມງົດງາມຂອງ Miss LAOS ນາງສາວລາວ 2019 ທັງ 5 ຄົນ ທີ່ອອກມາແຕ່ງໜ້າເກົ້າຜົມຈັດເຕັມໃນຊຸດຊົນເຜົ່າໂດຍມີ ທັງ 5 ຊົນເຜົ່າ. ເລີ່ມຕົ້ນທີ່ນ້ອງ ວິນະດາ ພິສາລາດ (ນ້ອງ), ນາງສາວລາວ 2019 ສາວໜ້າຫວານຜິວສີແທນ ມາໃນຊຸດຊົນເຜົ່າກຶມມຸ ທີ່ງາມເປະ ພ້ອມຮອຍຍິ້ມອັນສົດໃສ. ຊົນເຜົ່າໄທແດງ ມີເຄົ້າກຳເນີດດຽວກັນກັບໄທດຳ ເຊິ່ງຈະມີການແຕ່ງກາຍກ້ຳກຶ່ງຄືກັນ, ຕ່າງແຕ່ວ່າ ຊົນເຜົ່າໄທແດງໂດຍທົ່ວໄປຈະແຕ່ງກາຍດ້ວຍເສື້ອສີຟ້າແກ່ ແລະປະດັບກາຍ ເຄື່ອງນຸ່ງຫົ່ມ, ຜ້າໂພກຫົວ, ລວມໄປເຖິງຜືນສິ້ນ ແມ່ນຈະທໍແຊກດ້ວຍສີແດງເລືອດນົກອັ່ນເປັນສີມຸງຄຸນແລະສະດຸດສາຍຕາ. ໂຈແອນ ໂພທິວັດ (ໂຈ), ຮອງອັນດັບໜຶ່ງນາງສາວລາວ 2019 ໃນຊຸດຊົນເຜົ່າເມີ້ຍ ຊົນເຜົ່າຜູ້ໄທ ເປັນຊົນເຜົ່າໜຶ່ງທີ່ມີເອກະລັກການດຳລົງຊີວິດນັ້ນກໍ່ຄື ການເຮັດໄຮ່ ເຮັດນາ ແລະ ເຮັດສວນເພື່ອປູກເຂົ້າ ພືດທາດແປ້ງ, ເຜືອກ,ມັນ ແລະ ອື່ນໆ, ແລະ ຍັງໄດ້ມີການລ້ຽງສັດ …

Read More »

ຂໍສະແດງຄວາມຍິນດີກັບ ທິບປະສົງ ອັກຄະມຸນຕີ ສາມາດຍາດເອົາທຶນທີ່ມີການແຂ່ງຂັນທົ່ວໂລກ

ຖືໄດວ່າເປັບບົດບາດ ແລະ ບາດກ້າວອັນສຳຄັນຂອງແມ່ຍິງລາວ ເພາະນີ້ເປັນເທື່ອທໍາອິດ ທີ່ຜູ້ສະໝັກຄົນລາວໄດ້ຮັບທຶນການສຶກສາລະດັບປະລິນຍາໂທ (Erasmus Mundus Joint Master) ນັບຕັ້ງແຕ່ທຶນດັ່ງກ່າວໄດ້ເປີດໃຫ້ສະໝັກໃນ ປີ 2015 ໂດຍ ນ.ທິບປະສົງ ອັກຄະມຸນຕີ ສາມາດໄດ້ຍາດເອົາທຶນທີ່ມີການແຂ່ງຂັນທົ່ວໂລກ (ທຶນບໍ່ມີໂຄຕ້າໃຫ້ສະເພາະຄົນລາວ) ເປັນຄວາມພູມໃຈຂອງຄົນລາວແທ້ໆເລີຍ ທີ່ມີຄົນທີ່ມີຄວາມຮູ້,​ ຄວາມສາມາດ ແລະ ມີສະໜອງລະດັບ 5G ສາມາດຮຽນຮູ້ ແລະ ສຶກສາທຽບເທົ່າລະດັບສາກົນ. ເຊິ່ງວ່າ ທິບປະສົງ ຈະໄປສຶກສາໃນຫົວຂໍ້ Advanced Development in Social Work ເປັນໄລຍະ 2 ປີ ໃນ 4 ປະເທດ (ເດນມາກ, ຝຣັ່ງ, ອັງກິດ ແລະ ປອກຕຸຍການ). ສຸດທ້າຍນີ້ ຂວັນໃຈຂໍອວຍພອນ ແລະ ເປັນກຳລັງໃຈໃຫ້ ທິບປະສົງ …

Read More »

ລອງຊຸດເຈົ້າສາວແລ້ວ ກ້ອຍ ລັດສະວິນ ກຽມໂຕເປັນເຈົ້າສາວປ້າຍແດງ

ກ້ອຍ ລັດຊະວິນ ອາຊີບນັກສະແດງ-ດາລາ ໂດຍມີຜົນງານຫຼາກຫຼາຍໃນວົງການບັນເທີງ ບໍ່ວ່າຈະເປັນການສະແດງລະຄອນ, ຮູບເງົາ, ສະແດງ MV ເພງ ແລະ ອື່ນໆ ເຊິ່ງເປັນແຟນສາວຂອງ ຕູນ ບໍດີສະແລັມ ອາຊີບນັກຮ້ອງ ທີ່ປ່ອຍຜົນງານເພງດັງຫຼາຍເພງ ເຊື່ອວ່າຫຼາຍຄົນຄົງຮູ້ຈັກ ເຊິ່ງກ່ອນໜ້ານີ້ ຕູນ ບໍດີສະແລັມ ໄດ້ມີການ surprise ຂໍກ້ອຍແຕ່ງງານ ເຊິ່ງໄດ້ມີການຖ່າຍຄຣິບວີດີໂອລົງ Social ເຮັດໃຫ້ແຟນຄຣັບ ຂອງທັງສອງຕ່າງກໍຮ່ວມສະແດງຄວາມຍິນດີ ຈົນເປັນກະແສດັງ ເພາະທັງຄູ່ຄົບຫາກັນເປັນເວລາ 10 ປີແລ້ວ ແລະ ເມື່ອບໍ່ດົນມານີ້ພວກເຂົາໄດ້ສະຫຼອງວັນຄົບຮອບ 10 ປີ ທີ່ຄົບກັນ ໃນວັນທີ 1 ກັນຍາ. ຫຼ້າສຸດ ມີຜູ້ໃຊ້ IG Polpatasava ຫຼືເປັນທີ່ຮູ້ຈັກກັນດີຄື ໝູ ວິຊາວາ ເປັນເຖິງ ນັກອອກແບບຊື່ດັງຂອງປະເທດໄທ ຜູ້ທີ່ມີຜົນງານຫຼາກຫຼາຍເຊັ່ນ: ການອອກແບບຊຸດປະຈຳຊາດໃຫ້ແກ່ການປະກວດເວທີນາງງາມ …

Read More »

ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charity 2020 ຮ່ວມປັນຮັກ Better Together

ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charityo 2020 ຮ່ວມປັນຮັກ Better Togetherເພື່ອສົມທົບທືນສ້າງໂຮງຮຽນໃນເຂດເມືອງກາສີ ຈັດຂຶ້ນໃນ ວັນທີ 29 -30 ສິງຫາ 2020 ທີ່ໂຮງແຮມ Laotel Hotel & Resort Vientiane ໂດຍມີທ່ານເຈົ້າເມືອງກາສີ, ແຂກຮັບເຊີນຈາກຫຼາຍພາກສ່ວນ, ນັກທຸລະກິດ, ຫ້ອງເສື້ອຜ້າໄໝລາວ, ດາລານັກສະແດງ, ສື່ມວນຊົນ ແລະ ບັນດາພໍ່ແມ່ປະຊາຊົນເຂົ້າຮ່ວມ.

Read More »

ດວງປະຈຳວັນທີ 2 ກັນຍາ 2020

ມື້ນີ້ແອັດມິນ ນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາໃຫ້ທຸກຄົນເບິ່ງ ມີຄົບທຸກວັນເກີດຕັ້ງແຕ່ ວັນຈັນ-ວັນອາທິດ ມາເບິ່ງນຳກັນວ່າດວງຂອງວັນທີ 2 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ ດວງສຳລັບຄົນເກີດວັນອາທິດ ວຽກງານ: ຈະພົບອຸປະສັກ ຫຼືມີບັນຫາທາງດ້ານ ທຸລະກິດ ການເງິນ:​ ຢູ່ໃນເກນໝັ້ນຄົງ ບໍ່ມີຄວວາມກັງວົນໃຈເລື່ອງເງິນ ຄວາມຮັກ: ຈະພົບກັບຄົນລັກສະນະໃຈດີ ແລະ ມີສະເໜ່ທີ່ສຸດ ດວງສຳລັບຄົນເກີດວັນຈັນ ວຽກງານ: ມີຂໍ້ຕົກລົງທີ່ດີຮ່ວມກັນໃນການເຮັດທຸລະກິດ ການເງິນ:​ ບໍ່ທັນມີຄວາມເດືອດຮ້ອນ,​ ເງິນທີ່ທ້ອນສະສົມມາມີພຽງພໍສຳລັບການໃຊ້ຈ່າຍ ຄວາມຮັກ: ເກີດມີບັນຫາດ້ານຄວາມສຳພັນລະຫວ່າວທ່ານກັບລາວ ເນື່ອງຈາກຄວາມໃຈຮ້ອນ,​ ງຸດຫງິດງ່າຍ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ອາດເກີດການປ່ຽນແປງທາງດ້ານວຽກງານເຊັ່ນ: ການຍ້າຍໜ້າທີ່ຕຳແໜ່ງ ຫຼືໜ້າທີ່ວຽກງານ ການເງິນ:​ ຕ້ອງລະວັງເພາະອາດຈະມີເລື່ອງທີ່ເຮັດໃຫ້ທ່ານເສຍເງິນແບບບໍ່ຄາດຄິດ ຄວາມຮັກ: ຫາກມີການເດີນທາງໄກ ມີໂອກາດທີ່ທ່ານຈະໄດ້ພົບກັບຄົນຮັກໃໝ່ ດວງສຳລັບຄົນເກີດວັນພຸດ ວຽກງານ: ການເຮັດທຸລະກິດຈະປະສົບຜົນສົມເລັດ ແລະ ໄດ້ກຳໄລດີ ບໍ່ວ່າຈະດ້ານໃດ ການເງິນ:​ ຈະໄດ້ເງິນເຂົ້າມາຈຳນວນຫຼາຍດ້ວຍຄວາມສາມາດຂອງຕົນເອງ ຄວາມຮັກ: ໃຫ້ລະວັງການໃຊ້ຄຳເວົ້າທີ່ຮຸນແຮງ ຫຼືຄຳເວົ້າສຽດສີ ເພາະອາດຈະເຮັດໃຫ້ຄວາມສຳພັນຂອງທ່ານມີບັນຫາ. ດວງສຳລັບຄົນເກີດວັນພະຫັດ ວຽກງານ: ການເຮັດທຸລະກິດ ດ້ານການຄ້າຈະໄດ້ຮັບຜົນກຳໄລດີ ການເງິນ:​ ຄອບຄົວຈະອຸປະຖໍາດ້ານການເງິນ …

Read More »