Breaking News

News

ລູກນໍ້າ ທິດາລັດ ກັບລຸກຫວານໆ ນໍ້າຕານ 100 ໂລ!!!

ສາວ ລູກນໍ້າ ທິດາລັດ ດາລາ-ນັກສະແດງລາວ ຜູ້ທີ່ມີຄວາມສາມາດຫຼາກຫຼາຍ ແລະ ມີຜົນງານໃນວົງການບັນເທີງ ບໍ່ຈະເປັນການສະແດງຮູບເງົາ ທີ່ໄດ້ຮັບກະແສດີຈາກແຟນຄຣັບຈຳນວນຫຼາຍ ເຊັ່ນ: ຮູບເງົາ “ຫົງຫາມເຕົ່າ” ທີ່ສາວລູກນໍ້າ ໄດ້ຮັບບົດເປັນນາງເອກ ແລະ ຮູບເງົາ “ໄຂ່ຂວັນ ມື້ຮັກໝົດ (ໃຈ)” ຮັບບົດເປັນນາງເອກເຊັ່ນດຽວກັນ. ນອກຈາກນັ້ນ,​ ລູກນໍ້າ ຍັງໄດ້ຮ່ວມສະແດງລະຄອນຂອງປະເທດເພື່ອນບ້ານ ນັ້ນກໍຄື “ສິ້ນລາຍຫົງ” ທີ່ຮັບບົດເປັນໂຕປະກອບ ແລະ ກໍໄດ້ຮັບບົດເປັນເຖິງນາງເອກໃນ ລະຄອນ “ດອກຄູນສຽງແຄນ”, ດ້ວຍເຫດນີ້ ສາວລູກນໍ້າຈຶ່ງມີແຟນຄຣັບທັງໃນປະເທດ ແລະ ປະເທດເພື່ອນບ້ານ ທີ່ລົ້ນເຫຼືອ. ມື້ນີ້, ສາວລູກນໍ້າ ໄດ້ລຸກຂຶ້ນແຕ່ງໜ້າ,​ ເກົ້າຜົມ ເປັນສາວຫວານ ໃນຊຸດລາວເດີມສີບົວອ່ອນ ຈາກການແຕ່ງໜ້າປະກອບກັບຊຸດ ແລະ ໜ້າຕາອັນຫວານ ຂອງສາວລູກນໍ້າ ປານກັບວ່າຫອບເອົານໍ້າຕານມາເປັນ 100 ກິໂລ. ສົນໃຈລົງໂຄສະນາ ຫລື …

Read More »

ຂໍສະແດງຄວາມເສຍໃຈ ກັບການຈາກໄປຂອງ ທຸມ ປະທຸມວະດີ

ເປັນອີກໜຶ່ງຂ່າວທີ່ສະເທືອນໃຈຂອງວົງການບັນເທີງ ກັບການຈາກໄປຂອງ ແມ່ທຸມ ປະທຸມວະດີ ນັກຮ້ອງ-ນັກສະແດງ ຂອງປະເທດໄທ .​ ແມ່ທຸມ ປະທຸມວະດີ ຫຼືຊື່ແທ້ເອີ້ນວ່າ:​ ປະທຸມວະດີ ພຸ່ມສະຫວ່າງ ມີຜົນງານການສະແດງລະຄອນຫຼາຍເລື່ອງທີ່ເປັນທີ່ຮູ້ຈັກນ້ັ້ນກໍຄື: ລະຄອນເລື່ອງ ຍອດຄຸນລູກ,​ ຄົນຢູ່ວັດ ແລະ ພໍ່ດອກປຣະດູ່ ແມ່ທຸມ ​ເປັນ​ພັນ​ລະ​ຍາ​ຂອງ ພໍ່ຣອງ ເຄົ້າ​ມູນ​ຄະ​ດີ (เค้ามูลคดี ) ທີ່ມີຜົນງານໃນວົງການບັນເທີງຫຼາຍ ບໍ່ວ່າຈະເປັນການສະແດງລະຄອນ ແລະ ຮູບເງົາ. ແມ່ທຸມ ຈາກ​ໄປ​ດ້ວຍ​ໄວ 72 ປີ ຫຼັງ​ຕໍ່​ສູ້​ກັບ​ພະ​ຍາດ​ຮ້າຍ ALS (ກ້າມ​ເນື້ອ​ອ່ອນ​ແຮງ) ​ແລະ ໄທ​ລອຍ​ເປັນ​ພິດ​ມາ​ໄດ້ 8 ປີ. ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai …

Read More »

ບອຍ ພີຊເມກເກີຣ໌ ອັບເດດອາການຫຼັງເຂົ້າໂຮງໝໍ

ບອຍ ພີຊເມກເກີຣ໌ ອາຊີບ ນັກຮ້ອງ ຈາກປະເທດເພື່ອນບ້ານ ທີ່ໄດ້ມີຜົນງານຫຼາກຫຼາຍໃນຜ່ານມາ ເຊັ່ນຜົນງານເພງ: “ไม่ไหว บอกไหว” ທີ່ໄດ້ກັບການຕອບຮັບຈາກແຟນເພງເປັນຢ່າງດີ. ແຕ່ ວັນທີ 4 ກັນຍາ ໜຸ່ມບອຍ ໄດ້ ໂພສຮູບລົງໃນ IG ສ່ວນຕົວ ທີ່ກຳລັງນຸ່ງເຄື່ອງຄົນເຈັບ ພ້ອມສາຍນໍ້າທະເລ ໂດຍໄດ້ຂຽນແຄັບຊັ່ນຢອກພັນລະຍາ ປະມານວ່າ: ລັກມາທ່ຽວໂຮງໝໍແປັບໜຶ່ງ ບໍ່ດົນກໍກັບ ຢ່າບອກລາວເດີ ຕອນນີ້ລາວຍັງບໍ່ຮູ້ ໄລຍະນີ້ຖ່າຍລະຄອນໜັກ ໃຫ້ລາວພັກຜ່ອນໄປ “แอบภรรยามาเที่ยวโรงพยาบาลแพร้บนึง เดี๋ยวกลับ อย่าบอกเธอนะครับ ตอนนี้เธอยังไม่รู้ ช่วงนี้ถ่ายละครหนัก ให้เธอพักผ่อนไป” ເຊິ່ງເຮັດໃຫ້ແຟນຄຣັບຫຼາຍຄົນຕົກໃຈ ແລະ ສະແດງຄວາມຄິດເຫັນໃຫ້ກຳລັງໜຸ່ມບອຍຢ່າງລົ້ນເຫຼືອ. ຫຼ້າສຸດໃນວັນ ທີ 5 ກັນຍາ ໜຸ່ມບອຍໄດ້ໂພສຮູບຍົກສອງນີ້ວກັບໜ້າຕາທີ່ສົດໃສ ພ້ອມອັບເດດອາການເຈັບໃນ IG ວ່າ: ອາຫານເປັນພິດ ແລະ  ຕິດເຊື້ອໃນກະເພາະອາຫານ ແຕ່ຍັງໄຫວຢູ່ເດີ ຂອບໃຈທຸກຄວາມຫ່ວງໃຍທີ່ສົ່ງມາຫາກັນເດີ. ເຫັນແນວນີ້ແຟນຄຣັບຫຼາຍໆຄົນກໍໝົດຫ່ວງ …

Read More »

ຂ່າວຊັອກວົງການໜັງ ໂຣເບີດ ແພັດທິນສັນ ຕິດໂຄວິດ 19 ຖ່າຍ The Batman ຕ້ອງຢຸດ

ໂຣເບີດ ແພັດທິນສັນ ອາຊີບ ດາລາ-ນັກສະແດງ Hollywood ຜົນງານທີ່ເປັນທີ່ຮູ້ຈັກກັນດີ ກໍຄື ໜັງເລື່ອງ:​ “​Vampire Twilight” ທີ່ເຈົ້າໂຕໄດ້ຮັບບົດເປັນພະເອກ ເຊິ່ງໄດ້ຮັບການຕອບຮັບຈາກແຟນຄຣັບຢ່າງລົ້ນເຫຼືອ. ຫຼ້າສຸດພະເອກ ໂຣເບີດ ແພັດທິນສັນ ກຳລັງຖ່າຍທຳໜັງເລື່ອງ:​”The Batman” ທີ່ນຳມາສ້າງຄືນເປັນ Version ໃໝ່. ແຕ່ແລ້ວ ແຟນຄຣັບຂອງ ໂຣເບີດ ແພັດທິນສັນ ແລະ ແຟນໜັງ “The Batman” Version ຂອງຜູ້ກຳກັບ ແມັດ ຣີເວສ ໃໝ່ຕ້ອງຊັອກ ເມື່ອພົບວ່າພະເອກໜຸ່ມດັງ ຕິດໂຄວິດ-19 ເຮັດໃຫ້ກອງຖ່າຍຢຸດ, ເຊິ່ງກອງຖ່າຍທຳໜັງດັ່ງກ່າວ ຫາກໍກັບມາຖ່າຍທຳອີກຄັ້ງໃນປະເທດອັງກິດ. ທາງຄ່າຍ Warner Bros ໄດ້ອອກມາຖະແຫຼງວ່າ: “ມີໜຶ່ງໃນສະມາຊິກຂອງກອງໄດ້ກວດພົບໂຄວິດ-19 ແລະ ໃນຂະນະນີ້ ກຳລັງກັກຕົວຕາມກົດລະບຽບ ເຊິ່ງຈະຕ້ອງຢຸດການຖ່າຍທຳຊົ່ວຄາວ” ໂດຍທາງ ວາລະສານ Vanity …

Read More »

ຄອບຄົວ ພະເອກຊື່ດັງ Hollywood ຕິດໂຄວິດ-19 Mr Dwayne johnson

ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ໂຄວິດ-19 ກຳລັງລະບາດຢ່າງຮຸນແຮງໃນທົ່ວໂລກ ຫຼ້າສຸດ ເດວິດ ດັກລາສ ຈອນສັນ ອາຊີບ ດາລາ ແລະ ນັກສະແດງດັງ Hollywood ພ້ອມທັງເປັນນັກມວຍປໍ້າຂອງ WWE ມີເຊື້ອສາຍຊາມົວ ເຊິ່ງເປັນທີ່ຮູ້ຈັກດີໃນນາມ The Rock ສາຍາຫີນຍ່າງໄດ້. ເດວິດ ໄດ້ແຕ່ງງານກັບ ແດນນີ ກາເຊຍ(Dany Garcia) ແລະ ມີລູກ 2 ຄົນ. ແຕ່ສິ່ງທີ່ໜ້າຕົກໃຈກໍຄື ເຈົ້າຕົວໄດ້ເຜີຍແຜ່ຄຣິບວິດີໂອ ຜ່ານ IG ຂອງຕົວເອງວ່າເຄີຍຕິດເຊື້ອ ໂຄວິດ-19 ປັດຈຸບັນ ແມ່ນດີຂຶ້ນແລ້ວ, ແຕ່ວ່າພັນລະຍາ ແລະ ລູກສາວ 2 ຄົນ ໄດ້ຕິດເຊື້ອນັ້ນອີກຄັ້ງ ຕອນນີ້ພວກເຂົາກຳລັງຢູ່ໃນການປິ່ນປົວ ແລະ ເຮັດຕາມລະບຽບການວາງອອກຂອງເຈົ້າໜ້າທີ່ ແລະ ຂໍຂອບໃຈທຸກແຮງກຳລັງໃຈທີ່ສົ່ງກັນເຂົ້າມາ ຫວັງວ່າພວກເຮົາຈະຜ່ານພົ້ນວິກິດນີ້ໄປໂດຍໄວ. ແຟນຄຣັບແຫ່ກັນສະແດງຄວາມຄິດເຫັນຕໍ່ເລື່ອງດັ່ງກ່າວ ເພາະເປັນທີ່ຕົກໃຈຂອງຫຼາຍຄົນ, …

Read More »