Breaking News

News

ເຢ່… ເງິນເດືອນອອກແລ້ວ!! ແຕ່ດຽວກ່ອນ… ເຊັກລາຍຈ່າຍທີ່ຄວນເຂັ້ມງວດກ່ອນ ຖ້າບໍ່ຢາກໄສ້ແຫ້ງຕອນທ້າຍເດືອນ!!!

ກຳລັງມີບັນຫາກັບລາຍຈ່າຍທີ່ບໍ່ເປັນປະໂຫຍດຢູ່ແມ່ນບໍ່ ຫຼາຍຄົນກຳລັງຄິດໜັກເລື່ອງເງິນເດືອນບໍ່ພໍໃຊ້ ຮອດກາງເດືອນ ຫຼື ທ້າຍເດືອນຍາມໃດຮູ້ສຶກວ່າຈະກະເປົາແບນຕະຫຼອດ ສະນັ້ນ ລອງມາເບິ່ງວິທີຕັດລາຍຈ່າຍທີ່ບໍ່ເປັນປະໂຫຍດໃນຊີວິດປະຈຳວັນ ເພື່ອຈະໄດ້ມີເງິນພໍໃຊ້ແຖມມີຄວາມສຸກ ບໍ່ຕ້ອງມານັ່ງຄິດໜັກອີກຕໍ່ໄປ: ຄ່າ Shopping ສຳລັບສາວໆທີ່ມັກ Shopping ເປັນຊີວິດຈິດໃຈ ຄົງຈະປະຕິເສດບໍ່ໄດ້ເລີຍ ແລະອາດຈະຄວບຄຸມຄ່າໃຊ້ຈ່າຍຍາກສຸດໆ ໂດຍສະເພາະກັບສິນຄ້າເສື້ອຜ້າ ກະເປົ໋າ ເກີບ Collection ໃໝ່ໆ ເຊິ່ງຄ່າໃຊ້ຈ່າຍນີ້ຖືເປັນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແຖມຍັງເຮັດໃຫ້ເຮົາຕິດນິດໃສກາຍເປັນຄົນຟຸ່ມເຟືອຍ ວິທີແກ້ໄຂ ຫຼືຢາກຈະປະຢັດຄ່າໃຊ້ຈ່າຍໃນສ່ວນນີ້ ກໍບໍ່ມີຫຍັງຍາກເລີຍ ພຽງແຕ່ຄວບຄຸມຈິດໃຈ ຕັ້ງສະຕິໃຫ້ໄດ້ ແລະ ເລືອກຊື້ເຄື່ອງເທົ່າທີ່ຈຳເປັນເນາະ ຄ່າສິນຄ້າອຸປະໂພກ ບໍລິໂພກ ຂອງກິນຂອງໃຊ້ທີ່ຕ້ອງຊື້ໃນແຕ່ລະເດືອນ ຖ້າຈະຄິດໄລ່ແລ້ວຕ້ອງຍອມຮັບເລີຍວ່າຕົກເປັນເງິນຈຳນວນຫຼາຍແບບສຸດໆ ແຕ່ຖ້າເພື່ອນໆທ່ານໃດຕ້ອງການປະຢັດຄ່າໃຊ້ຈ່າຍໃນສ່ວນນີ້ ກໍພຽງແຕ່ເລືອກຊື້ຂອງໃຊ້ທີ່ຈຳເປັນເທົ່ານັ້ນ ຈົດລາຍການທີ່ຕ້ອງຊື້ທຸກເທື່ອ ເພື່ອກຳນົດແຜນການໃຊ້ຈ່າຍ, ແຕ່ຖ້າເປັນຂອງໃຊ້ທີ່ຈຳເປັນໃນທຸກໆມື້ເຊັ່ນ: ເຄື່ອງສຳອາງ, ຢາຖູແຂ້ວ, ຄຣີມກັນແດດ ຫຼື ອື່ນໆ ກໍຄວນເລືອກຊື້ສິນຄ້າທີ່ມີລາຄາ Sale ເພາະຈະຊ່ວຍ Save ຈໍານວນເງິນທີ່ຕ້ອງຈ່າຍໄດ້ ຄ່າໂທລະສັບ ໃນປັດຈຸບັນ …

Read More »

ຄົນດີຕ້ອງຍົກຍ່ອງ!! ກໍາປູເຈຍ ຍົກຍ່ອງໃຫ້ ນາຍົກລັດຖະມົນຕີ ຮຸນ ເຊນ ເປັນຮີໂຣ່ນໍາພາປະເທດໃຫ້ລອດພົ້ນຈາກໂຄວິດ-19 ໂດຍປາສະຈາກຜູ້ເສຍຊີວິດ…

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 27 ພຶດສະພາ 2020 ວ່າ ທ່ານເປົາ ສົກ ຫນື່ງໃນທີ່ປຶກສາຂອງສົມເດັດຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ ແລະຍັງເປັນຫນື່ງໃນສະມາຊິກສະມາຄົມນັກຂຽນຂະເເມ (ເຄດັບເບິລຢູເອ) ເປີດເຜີຍເມື່ອວັນອັງຄານວ່າທີມທີ່ປຶກສາຂອງຜູ້ນຳກຳປູເຈຍ ແລະສະມາຊິກອີກຫລາຍຄົນຂອງເຄດັບເບິລຢູເອກຳລັງຮ່ວມກັນຂຽນຫນັງສືບອກເລົ່າພາລະກິດຂອງສົມເດັດຮຸນ ເຊັນ ໃນການນຳບ້ານເມືອງພົ້ນໄພວິກິດໂລກລະບາດໂຄວິດ-19 ທັງນີ້ ຫນັງສືເລື່ອງດັ່ງກ່າວຫນ້າຈະຕີພິມ ແລະວາງຈຳຫນ່າຍໄດ້ໄວທີ່ສຸດທ້າຍເດືອນມິຖຸນານີ້ ຫລືບໍ່ເກີນຕົ້ນເດືອນກໍລະກົດ ມີຄວາມຍາວ 270 ຫນ້າ ແລະຊື່ເລື່ອງທີ່ເປັນພາສາຂະເເມຊື່ງເມື່ອແປເປັນພາສາອັງກິດກົງຕົວໄດ້ຄວາມວ່າ ຮຸນເຊນ ຮີໂຣ່ຮູບງາມຜູ້ຝ່າຟັນກະແສໃນການຕໍ່ສູ້ກັບໂຄວິດ-19 ( Hun Sen : The Handsome Hero Who Went Against the Current to Fight COVID-19 ) ທ່ານເປົາ ສົກ ກ່າວຕໍ່ໄປວ່າ ຄະນະຜູ້ຈັດເຮັດຫນັງສືເຫຼັ້ມນີ້ຕ້ອງການບັນທຶກຊ່ວງເວລານີ້ໄວ້ເປັນ ປະຫວັດສາດ ວ່າກຳປູເຈຍສາມາດຕໍ່ສູ້ກັບພະຍາດຮ້າຍໄດ້ຢ່າງມີປະສິດທິພາບ ແລະຄວບຄຸມສະຖານະການໄດ້ຍອດຍ້ຽມກວ່າອີກຫລາຍປະເທດ …

Read More »

ເລດີ້ ກາກ້າ ອອກມາໃຫ້ກໍາລັງໃຈຄົນຜິວສີ ແລະ ກ່າວໂຈມຕີ ທຣັ້ມ ທ່າມກາງສະຖານະການປະທ້ວງໜັກໃນ ສ.ອາເມຣິກາ… “ເຖິງເວລາທີ່ເຮົາຕ້ອງສະແດງຄວາມຮັກຕໍ່ຄົນຜິວສີ”

ໃນຕອນບ່າຍຂອງ ວັນອາທິດທີ່ຜ່ານມາ ນັກຮ້ອງສາວ ເລດີ້ ກາກ້າ ໄດ້ອອກມາໂພສຂໍ້ຄວາມຜ່ານ Social Media ຂອງຕົວເອງກ່ຽວກັບສະຖານະການ ຕໍ່ຕ້ານການຢຽດຫຍາມສີຜິວໃນ ສ.ອາເມຣິກາ ທີ່ສົ່ງຜົນໃຫ້ມີການປະທ້ວງເຖິງ 25 ເມືອງ ໃນ 16 ລັດ ເຫດການດັ່ງກ່າວແມ່ນເກີດຂຶ້ນຈາກ ເຫດການທີ່ ຈອສ ຟລອຍ ຊາຍໜຸ່ມຜິວສີທີ່ຖືກອະດີດເຈົ້າໜ້າທີ່ຕໍາຫຼວດຄົນຜິວຂາວ ໃນເມືອງ ມິນນີແອໂປລີສ ໃຊ້ກໍາລັງຈົນເຮັດໃຫ້ລາວເສຍຊີວິດ… ໂດຍໃນໂພສຂອງ ສາວກາກ້າ ໄດ້ລະບຸຍາວ ເຊິ່ງແປເປັນພາສາລາວວ່າ “ຂ້ອຍມີຫຼາຍຢ່າງທີ່ຢາກຈະເວົ້າກ່ຽວກັບປະເດັນນີ້ ແຕ່ກໍຢ້ານວ່າຈະໄປສ້າງຄວາມໂກດແຄ້ນຫຼາຍຂຶ້ນ ຂ້ອຍບໍ່ຢາກເພີ່ມຄວາມຮຸນແຮງ ແຕ່ຢາກຊ່ວຍຫາທາງອອກ ຂ້ອຍເຈັບແຄ້ນກັບການເສຍຊີວິດຂອງ ຈອສ ຟລອຍ ຄືກັນກັບທີ່ເກີດຂຶ້ນກັບຄົນຜິວສີອີກຫຼາຍຄົນໃນຊ່ວງ 100 ກວ່າປີທີ່ຜ່ານມາ ເຊິ່ງສິ່ງນີ້ເກີດຂຶ້ນມາຍ້ອນການຢຽດຫຍາມສີຜິວແບບ Systemic Racism ແລະ ລະບົບຄໍຣັບຊັ່ນ ທີ່ສະໜັບສະໜູນໃຫ້ເກີດຂຶ້ນ” “ສຽງຂອງກຸ່ມຄົນຜິວສີຖືກປົກປິດມາດົນຫຼາຍ ເຊິ່ງຄວາມມິດນີ້ກໍມີຜົນລັບທີ່ຮ້າຍແຮງສະເໝີ ແລະ ເຖິງວ່າພວກເຂົາຈະປະທ້ວງຈັກເທື່ອ ພວກເຂົາກໍຍັງບໍ່ໄດ້ຮັບການສະໜັບສະໜູນຈາກຜູ້ນໍາເທົ່າທີ່ຄວນ …

Read More »

ຕ້ອນຮັບວັນເດັກນ້ອຍສາກົນ 1 ມີຖຸນາ!! ພາສ່ອງ… ຄວາມສົດໄສໃນໄວລະອ່ອນຂອງຄົນບັນເທີງລາວ ແຕ່ລະຄົນມາໄກຂະໜາດໃດ???

ສະບາຍດີວັນເດັກນ້ອຍສາກົນ 1 ມີຖຸນາ 2020 ສາວໆໂພສຮູບລໍາລຶກຄວາມຫຼັງໃນໄວເດັກກັນແລ້ວບໍ່?? ຖ້າຍັງກໍເອົາມາໂຊໃນຄອມເມັ້ນໃຫ້ເບິ່ງກັນແດ່ເດີ້… ແຕ່ກ່ອນທີ່ຈະເອົາຮູບໄວເດັກມາອວດກັນ ແອັດກໍມີຮູບພາບໃນໄວເດັກຂອງບັນດາຄົນບັນເທີງລາວມາໃຫ້ເບິ່ງກ່ອນ ຈະມີໃຜແດ່ ແລະ ແຕ່ລະຄົນຈະປ່ຽນໄປຂະໜາດໃດເຮົາມາເບິ່ງນໍາກັນເລີຍ… ເລີ່ມຕົ້ນດ້ວຍ ຄຣິສຕີນ່າ ລາດສະສິມມາ ເມື່ອ 10 ປີກ່ອນ… ໜ້າງາມຕັ້ງແຕ່ນ້ອຍ… ຕ້ອງຍົກໃຫ້ນາງ ປັດຈຸບັນໜ້າເປະ ຫຸ່ນເປະ ປັງແຮງງງ ຕໍ່ດ້ວຍສາວງາມໃຈບຸນ ທີ່ຫຼາກຫຼາຍຄວາມສາມາດຄື: ໝໍແນ່ງ ຈັນດາລີ ສິດພະໄຊ… ງາມ-ສົດໄສ ສົມໄວ… ແລ້ວປັດຈຸບັນຊິບໍ່ໃຫ້ງາມ ໃຫ້ເປະໄດ້ແນວໃດ??? ເບິ່ງແວບແລກຫຼາຍຄົນອາດຈະບໍ່ຮູ້ວ່ານີ້ຄື ສາວນຸ້ຍ ສຸພາພອນ ນາງເອກສາວທີ່ກໍາລັງມາແຮງທັງລາວ-ໄທ ຢູ່ຕອນນີ້… ຍອມແລ້ວ… ປັດຈຸບັນຫັນຕົວເອງມາເປັນນັກສະແດງ ແລະ ເປັນນາງເອກທີ່ຕີບົດແຕກທຸກບົດ!! ປັງແຮງເດີ້ ມີໃຜເຄີຍເຫັນແດ່ ແມ່ໄກ່ ນາງພະຍາແຫ່ງວົງການບັນເທີງລາວເຮົາເອງ ຮູບເມື່ອ 10 ກວ່າປີກ່ອນ. ແລະ ຕອນນີ້ ບໍ່ເວົ້າຫຍັງຫຼາຍ… …

Read More »

ເຕືອນເປັນອຸທານຫອນ ສໍາລັບຄົນທີ່ມັກຫຼິ້ນຫວຍ Online… ລູກມືແຈ້ງຈັບແມ່ຫວຍ Online ຕົ້ມຕຸ໋ນເງິນຫຼາຍກວ່າ 1.5 ຕື້ກີບ!!!

ໃນວັນທີ 28 ພຶດສະພາ 2020 ນີ້ ພັທ ສອນເພັດ ວິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຈາກປະຊາຊົນຈໍານວນໜຶ່ງ ເລື່ອງການສໍ້ໂກງຊັບຂອງພົນລະເມືອງ ຈາກນັ້ນ ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ກວດກາ ແລະ ເກັບກໍາຂໍ້ມູນຫຼັກຖານ ເຊິ່ງເຫັນວ່າຄົບອົງປະກອບໃນການດຳເນີນຄະດີ ຈຶ່ງໄດ້ກັກຕົວນາງ ລັດສະນິພອນ ຫຼື ເຈີ້ນ, ອາຍຸ 30 ປີ, ອາຊີບຄ້າຂາຍ ຢູ່ບ້ານ ໂພນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມາດໍາເນີນການສືບສວນ. ນາງ ລັດສະນີພອນ ໄດ້ໃຫ້ການຍອມຮັບສາລະພາບວ່າ: ໄດ້ສໍ້ໂກງຊັບຂອງພົນລະເມືອງແທ້ ໂດຍໄດ້ເລີ່ມໂຄສະນາໂພດການຫຼິ້ນຫວຍທາງອອນລາຍລົງເຟດບຸກມາແຕ່ຕົ້ນເດືອນ ພະຈິກ 2019; ເຊິ່ງຂໍ້ຄວາມທີ່ໂພດລົງນັ້ນແມ່ນໄດ້ບອກກ່ຽວກັບການເຂົ້າຫຼິ້ນຫວຍ ແລະ ໃຫ້ດອກເບ້ຍສູງເພື່ອ ດຶງດູດຈິດໃຈຄົນມາຫຼີ້ນ ນັບແຕ່ 25 ລ້ານກີບ, 50 ລ້ານກີບ ແລະ …

Read More »