Breaking News

News

ເສີມດັງທັງທີຕ້ອງອິນເທຣນ ຂວັນໃຈອັບເດດເທຣນເສີມດັງຊົງເກົາຫລີຍອດຮິດ ປີ 2022

ເວົ້າເຖິງເລື່ອງການສັນຍະກໍານາທີນີ້ຕ້ອງຍົກໃຫ້ເກົາຫລີ ແລະ ເທຣນແບບສາວເກົາຫລີກໍເປັນທີ່ນິຍົມ ແລະ ໄດ້ເຂົ້າມາມີອິດທິພົນຢູ່ບ້ານເຮົາບໍ່ແມ່ນໜ້ອຍ ທັງນີ້ການສັນຍະກໍາເສີມດັງຢູ່ເກົາຫຼີນັ້ນກໍມັກຈະມີເທຣນປະຈໍາປີ ຫຼືເທັກນິກການຜ່າຕັດໃໝ່ໆອັບເດດຢູ່ຕະຫລອດເວລາ ມື້ນີ້ຂວັນໃຈນໍາເອົາຂໍ້ມູນກ່ຽວກັບເທຣນ ຊົງດັງ ສະໄຕລເກົາຫລີຍອດນິຍົມປະຈໍາປີ 2022 ມາຝາກ ເພື່ອເປັນຂໍ້ມູນປະກອບການຕັດສິນໃຈສໍາລັບສາວໆ ທີ່ກໍາລັງມີແຜນຈະເສີມດັງ ໄປເບິ່ງເລີຍວ່າຈະມີແບບໃດແນ່ 1.ຊົງດັງປາຍຢົດນໍ້າ ເປັນເທຣນມາໃໝ່ທີ່ບໍນ້ອຍໜ້າໄປກວ່າ ຊົງດັງຢົດນໍ້າ ດັງລັກສະນະນີ້ຄືການເນັ້ນແກ້ໄຂບໍລິເວນປາຍດັງເປັນຫລັກ ຊ່ວຍໃຫ້ໜ້າຄົມ ແລະ ມີສະໄຕລຍິ່ງຂຶ້ນ ເໝາະສໍາລັບສາວໝັ້ນ ປາຍດັງບໍ່ງຸ້ມລົງມາແມ່ນແຕ່ເວລາຍິ້ມ ຫຼືສະແດງອາລົມຕ່າງໆ 2.ຊົງດັງປາຍເຊີດ ເປັນຊົງດັງ ສະໄຕລເກົາຫລີທີ່ໄດ້ຮັບຄວາມນິຍົມມາຢ່າງຕໍ່ເນື່ອງໃນທຸກຍຸກສໄຫມ ເໝາະສໍາລັບສາວທີ່ມີຊົງດັງສັ້ນ ການຕັດແຕ່ງບໍລິເວນປາຍດັງຈະຊ່ວຍເສີມໃຫ້ດັງເບິ່ງຍາວຂຶ້ນ ລວມໄປເຖິງມີສ່ວນຊ່ວຍໃຫ້ໃບໜ້າຍາວຂຶ້ນດ້ວຍ ນອກຈາກນີ້ຫາກສາວໆຄົນໃດທີ່ມີປີກດັງກວ້າງ ການເຮັດດັງຢົດນໍ້າກໍຈະຊ່ວຍໃຫ້ດັງເບິ່ງສົມດຸນ ຫລຸດປັນຫາປີກດັງກວ້າງໄດ້ອີກດ້ວຍ 3.ຊົງດັງບາບີ້ໄລ້ ສໍາລັບພາບລວມຂອງດັງຊົງນີ້ຄືການເສີມໃຫ້ໂດ່ງແບບເປັນທໍາມະຊາດ ຊ່ວຍເສີມພາບລັກໃຫ້ສາວໆເບິ່ງເປັນສາວງາມອາລົມດີ ສົມກັບຊື່ຊົງດັງແບບບາບີ້ ແຕ່ສໍາລັບສາວໆທີມີແກ້ມ, ໜ້າກົມ ຢາກເຮັດຊົງນີ້ຄວນປຶກສາແພດໃຫ້ດີກ່ອນເພາະແກ້ມອາດຈະໄປບັງຊົງດັງໃຫ້ເບິ່ງແຄບລົງ ເຮັດໃຫ້ໜ້າເສຍສົມດຸນໄດ້.

Read More »

ບັນຍາກາດດີ ພາກິນບິງຊູແຊບ

ອາກາດດີແບບນີ້ ມານັ່ງກິນບິງຊູຫວານໆແຊບໆ ກິນເຂົ້າໄປແລ້ວເຢັນສົດຊື່ນ ຟິນກັນໄປຍາວໆ ອິ່ມກາຍສະບາຍໃຈກັບບິງຊູ ຮ້ານ Bingsu Tree ບິງຊູທຣີ ຊະນິດທີ່ວ່າສາວໆສາຍຂອງຫວານພາດບໍ່ໄດ້ທີ່ຈະໄປລອງ! ຈະໄປກິນບິງຊູທັງທີ ບັນຍາກາດຮ້ານຕ້ອງດີພ້ອມ ກັບການຕົບແຕ່ງຮ້ານເຂົ້າທາງໄວລຸ້ນ ສີສັນສົດໃສ ແຖມມີບ່ອນໃຫ້ໄດ້ເຊວຟີ້ງາມໆ ແບບນີ້ແຫຼະທີ່ໃຈຕ້ອງການ! ເມນູຂອງຮ້ານມີໃຫ້ເລືອກຫຼາກຫຼາຍລົດຊາດ ຫຼາກຫຼາຍທ໋ອບປິ້ງເລືອກໄດ້ແບບບໍ່ອັ້ນບໍ່ໜ້າເບື່ອແນ່ນອນ ສ່ວນເມນູແນະນໍາທີ່ໄປແລ້ວຕ້ອງໄດ້ສັ່ງນີ້ເລີຍ ບິງຊູ chocolate ແລະ ບິງຊູແຄນຕາລູບ ເພາະເປັນໂຕເດັດຂອງຮ້ານ ແອັດມິນປັກໝຸດໃຫ້ ມາຕາມນີ້ໄດ້ເລີຍ… Bingsu trees ມີ 2 ສາຂາ ສາຂາ1 ນາໄຊ ທີ່ຕັ້ງ: ໜ້າປໍ້າ ສາມແຍກ ປຕທ ນາໄຊ ເປີດວັນ: ຈັນ-ອາທິດ ເວລາ: 09:00-20:00 ຕິດຕໍ່ສອບຖາມ: ໂທ: 78880800 ສາຂາ2 ສີຫອມ ທີ່ຕັ້ງ: ຢູ່ສີຫອມ ໜ້າຮ້ານອາຫານລ່ຽງຊ່ຽງ …

Read More »

5 ພິກັດຟິດເນັດ ນະຄອນຫຼວງວຽງຈັນ ທີ່ຄົບເຄື່ອງເລື່ອງອອກກໍາລັງກາຍ

ໃນປັດຈຸບັນເທຣນຮັກສຸຂະພາບກໍາລັງມາແຮງ ຫຼາຍໆຄົນທີ່ເລີ່ມໃຫ້ຄວາມສົນໃຈກ່ຽວກັບສຸຂະພາບ ການເຂົ້າຟິດເນັດເລີຍກາຍເປັນໂຕເລືອກທໍາອິດທີ່ສໍາຄັນ ເພາະສະດວກສະບາຍ ມີອຸປະກອນຕ່າງໆໃຫ້ບໍລິຫານຄົບທຸກສ່ວນຂອງຮ່າງກາຍ ແຕ່ການເລືອກຟິດເນັດທີ່ຈະໃຊ້ນັ້ນກໍຕ້ອງເລືອກໃຫ້ດີ ເຮົາຄວນເລືອກຟິດເນັດທີ່ໃຊ້ແລ້ວຄຸ້ມຄ່າກັບເງິນທີ່ເສຍໄປໃຫ້ໄດ້ຫຼາຍທີ່ສຸດ ມື້ນີ້ຂວັນໃຈຈະມາແນະນໍາ 5 ພິກັດຟິດເນັດ ນະຄອນຫຼວງວຽງຈັນ ທີ່ຄົບເຄື່ອງເລື່ອງອຸປະກອນການອອກກໍາລັງກາຍ ຈະມີຟິດເນັດໃດແນ່ຕາມຂວັນໃຈມາເລີຍ…! K33 Fitness Studio Laos ສູນອອກກໍາລັງກາຍຄົບວົງຈອນ ອຸປະກອນນໍາເຂົາຈາກ USA ທັນສະໄໝ ແລະ ໄດ້ມາດຕະຖານ ທີ່ຕັ້ງ: ບ້ານ ໂພນສີນວນ (ຮ່ອມ 7), ເມືອງ ໄຊເສດຖາ ຕິດຕໍ່ສອບຖາມ: ໂທ: 030 2883311 2. sengdara fitness ສູນອອກກຳລັງກາຍທີ່ໃຫຍ່ ຄົບວົງຈອນທີ່ສຸດ ອັດແໜ້ນໄປດ້ວຍຄຸນນະພາບ ທັນສະໄໝ, ຄົບວົງຈອນ, ມາດຕະຖານສາກົນລະດັບໂລກເຮົາມີປະສົບການດ້ານທຸລະກິດຟິດເນັດຍາວນານກ່ວາ 25ປີ ມີ 2 ສາຂາ  ແສງດາລາ ສາຂາຫຼັກ 6 …

Read More »

ທຶນການສຶກສາສໍາລັບຄົນມີຝັນຢາກສຶກສາຢູ້ Hungary

ມື້ນີ້ຂວັນໃຈ ມາແບ່ງປັນຂໍ້ມູນ ຄວາມຮູ້ສໍາລັບໄວໜຸ່ມຍຸກໃຫມ່ຜູ້ມີຄວາມຝັນຢາກໄປສຶກສາຕ່າງປະເທດ ກັບການຂໍທຶນປະເທດລາວ ສູ່ການຮຽນປະເທດ Hungary ເຊິ່ງເປັນອີກ 1 ປະເທດ ຍອດນິຍົມຂອງນັກສຶກສາລາວ ມີໃຫ້ເລືອກຫຼາຍສາຂາການຮຽນຮູ້ ແອັດມິນມາອັບເດດເພຈ ທີ່ຄວນກົດຕິດຕາມໄວ້ ມີທຸກການອັບເດດທັນເຫດການ ມີການແຊປະສົບການ ຂອງຄົນທີ່ປະສົບຄວາມສໍາເລັດ 1 The Laos-Hungary Alumni Clubເປັນເພຈທີ່ຈະຊ່ວຍໃຫ້ຜູ້ສົນໃຈຢາກສະໝັກທຶນຮຽນຕໍ່ Hungary ໄດ້ຮັບຮູ້ຂໍ້ມູນຕ່າງໆກ່ຽວກັບທຶນຫຼາຍຂຶ້ນ, ມີການອັບເດດເວລາການເປີດຮັບສະໝັກ, ວິທີການກະກຽມກ່ອນສະໝັກທຶນ ແລະ ຍັງມີການແຊປະສົບການການໃຊ້ຊີວິດທີ່ Hungary ຈາກບັນດາອະດີດນັກສຶກສາທີ່ຮວມໂຕກັນ ໂດຍຕັ້ງເປັນ Club house ເພື່ອສົນທະນາແລກປ່ຽນ ພ້ອມທັງເປີດໂອກາດໃຫ້ຜູ້ສົນໃຈໄດ້ຕິດຕໍ່ກັບລູ້ນເອື້ອຍອ້າຍໄດ້ງ່າຍຂຶ້ນ ມີການແບ່ງປັນຄວາມຮູ້ໃນ Clubhouse ຢູ່ເລື້ອຍໆ https://www.facebook.com/LaoHunAlumni 2 Lao Students Association in Hungaryອີກເພຈໜຶ່ງທີ່ຈະໃຫ້ຄວາມຮູ້ກ່ຽວກັບທຶນຮຽນຕໍ່ປະເທດ Hungary ໂດຍສະເພາະແມ່ນທຶນ Stipendium Hungaricum ຈະບອກທັງເຄັດລັບ ແລະ …

Read More »

ແຊເກັບໄວ້ເລີຍ!!! 10 ໄອເດຍເຮັດເຂົ້າໜົມແບບບໍ່ງໍ້ເຕົາອົບ

ມີໃຜເປັນແນ່? ຢາກເຮັດເຂົ້າໜົມແຕ່ບໍ່ມີເຄື່ອງມືອຸປະກອນຄົບ ໃສຊິແມ່ນເຕົາອົບ, ບ່ວງກະຕວງຕ່າງໆ… ແລ້ວຈະເຮັດແນວໃດດີ? ມື້ນີ້ແອັດມີ 10 ໄອເດຍ ເຮັດເຂົ້າໜົມຫວານທີ່ເຮັດເອງໄດ້ງ່າຍໆແບບບໍ່ຕ້ອງງໍ້ເຕົາອົບຫຼືເຄື່ອງມືຕ່າງໆໃຫ້ຫຍຸ້ງຍາກ ແຖມເປັນຕາກິນພ້ອມ ຫຼືຈະເຮັດເປັນຂວັນໃຫ້ກັບຄົນຮັກກໍໜ້າຮັກໄປອີກແບບ! ສະແດງເຖິງຄວາມເອົາໃຈໃສ່ຄົນຮັກພ້ອມ ຕາມແອັດມາເບິ່ງເລີຍດີກວ່າວ່າຈະມີຫຍັງແນ່… ວິທີການເຮັດແບບລະອຽດຄິກເຂົ້າລິ້ງໄດ້ເລີຍຈາ… 1 ທຣິບເປີ້ຊ໋ອກໂກແລັດບາວນີ້ (by : food52) https://food52.com/recipes/22219-no-bake-triple-chocolate-brownies 2 ຊີສເຄັກ Red Velvet (by : jellytoastblog) https://www.jeab.com/life/cooking/18-no-bake-desserts 3 ຊ໋ອກໂກແລັດເຄັກແບບບໍເຂົ້າເຕົາອົບ(by : 101cookbooks) An Incredible No Bake Chocolate Cake 4 ຊີສເຄັກໂຢເກີດລາດຊ໋ອດທັບທິມ (by : bonappetit) https://www.bonappetit.com/recipe/greek-yogurt-cheesecake-with-pomegranate-syrup 5 ໄວ້ຊ໋ອກໂກແລັດຮູບຫົວໃຈ (by : number-2-pencil) umber-2-pencil.com/valentines-day-white-chocolate-bark-bites-5/ …

Read More »