Breaking News

News

ຊົມເຊີຍ! ສາວງາມຈາກ ຄ່າຍ ອັອກຊີໂມ​ລາ Modelling ນໍາທີມໂດຍ ລັດດາພອນ Miss Crystal Angel International 2019 ແລະ ແຈນນີ່ Miss Grand Laos 2019 ມອບອຸປະກອນຊ່ວຍແພດໃຫ້ໂຮງໝໍມິດຕະພາບ

ປັດຈຸບັນນີ້ເຫັນໄດ້ວ່າສັງຄົມລາວທຸກທົ່ວໜ້າລ້ວນເຫັນໃຈ ແລະ ໃຫ້ຄວາມຊ່ວຍເຫຼືອ, ຊຸກຍູ້ແພດໝໍໃນການປະຕິບັດໜ້າທີ່ຢູ່ຕະຫຼອດ ເຊິ່ງມັນກາຍເປັນສິ່ງໜຶ່ງທີ່ກະຕຸ້ນ ຫຼື ກະຕຸກຊຸກຍູ້ເປັນກໍາລັງໃຈໃຫ້ແກ່ທີມແພດໝໍບຸກບືນ ເປັນນັກຮົບເສື້ອຂາວ  ໂດຍສະເພາະກໍແມ່ນໂຮງໝໍສູນກາງທີ່ຮັບປິ່ນປົວຄົນເຈັບ, ຜູ້ຕິດເຊື້ອ, ຜູ້ຕ້ອງສົງໄສຈາກເຊື້ອພະຍາດໂຄວິດ 19 ທີ່ແຜ່ລະບາດຢູ່ຂະນະນີ້ ຍິ່ງຕ້ອງມີເຄື່ອງມືອຸປະກອນຈຳເປັນຕ່າງໆເຂົ້າໃນການປະຕິບັດໜ້າທີ່ ແລະ ກໍມີຫຼາຍໆພາກສ່ວນໃຫ້ການຊ່ວຍເຫຼືອ ທັງເປັນ ທຶນຮອນ ອຸປະກອນ ຫຼື ອາຫານການກິນ ເພື່ອໃຫ້ກຳລັງໃຈ, ຊຸກຍູ້ການປະຕິບັດໜ້າທີ່ຂອງແພດໝໍ ດັ່ງ 3 ສາວງາມ ຈາກ 3 ເວທີ ສາວ ລັດ ລັດດາພອນ ວົງສຸວັນ Miss Crystal Angel International 2019, ເຈນ ມາໄລລັກ ພະຈັນ Miss Grand Laos 2019, ປານິດາ ບຸບຜາ ຮອງອັນດັບ1 Miss World …

Read More »

ກຸ່ມກໍ່ການຮ້າຍມຽນມາຍິງລົດ UN ໃນລະຫວ່າງນຳເຊື້ອ ໂຄວິດ-19 ໄປກວດ ເຈົ້າໜ້າທີ່ເສຍຊີວິດ 1 ຄົນ…

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 21 ເມສາ ນີ້ວ່າ ເກີດເຫດກຸ່ມກໍ່ການຮ້າຍໃຊ້ອາວຸດສົງຄາມກາດຍິງໃສ່ລົດຂອງເຈົ້າໜ້າທີ່ UNHCR ເຊິ່ງເປັນລົດສາຂາຂອງ WHO ອົງການອະນາໄມໂລກ ໃນເສັ້ນທາງຫຼວງຂອງ ເມືອງ ມິນບີຍາ ເຂດລັດຍະໄຂ່ ລະຫວ່າງເດີນທາງໄປນະຄອນເນປິດ ເພື່ອນຳຕົວຢ່າງເຊື້ອຂອງຜູ້ຕ້ອງສົງໃສ 19 ຄົນທີ່ຄາດວ່າຈະໃກ້ກັບຜູ້ຕິດເຊື້ອໂຄວິດ-19 ສົ່ງຕໍ່ມາທີ່ນະຄອນຢາງກຸ້ງ ເພື່ອກວດຫາເຊື້ອ. ເຫດການກາດຍິງໃສ່ລົດອົງການອະນາໄມໂລກໃນຄັ້ງນີ້ ໄດ້ເຮັດໃຫ້ເຈົ້າໜ້າທີ່ UN ຈຳນວນ 2 ຄົນ ທີ່ເປັນຊາວມຽນມາຖືກຍິງຈົນໄດ້ຮັບບາດເຈັບ ຈົນຕ້ອງນຳສົ່ງໂຮງໝໍ ແລະ ເສຍຊີວິດໃນເວລາຕໍ່ມາ 1 ຄົນ. ປັດຈຸບັນ,​ ທາງລັດຖະບານມຽນມາໄດ້ອອກມາປະນາມການກະທຳດັ່ງກ່າວຂອງກຸ່ມທີ່ກໍ່ເຫດໃນຄັ້ງນີ້ ໂດຍລະບຸວ່າ ເປັນກຸ່ມກໍ່ການຮ້າຍອາຣາກັນ ຫຼື ກຸ່ມນາຍທຶນ ມຽດ ໜ່າຍ ຜູ້ນຳກອງທັບອາຣາກັນ (ULA/AA) ລົງມືປະຕິບັດການ. ຮຽບຮຽງຂ່າວ: ພຸດສະດີ

Read More »

ພາບບັນຍາກາດ ອອກໂຮງໝໍ ຂອງຜູ້ຕິດເຊື້ອ ໂຄວິດ-19 ທີ່ປົວດີ 2 ຄົນ ທີ່ ໂຮງໝໍແຂວງຫຼວງພະບາງ…

ຖືວ່າເປັນຂ່າວດີອີກໜື່ງຂ່າວ ຫຼ້າສຸດມື້ວານນີ້ວັນທີ 22 ເມສາ 2020 ສປປ ລາວ ສາມາດປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວອີກ 2 ຄົນທີ່ ແຂວງຫຼວງພະບາງ ເອົາເປັນວ່າມື້ນີ້ຂວັນໃຈໄດ້ນໍາເອົາພາບບັນຍາກາດທີ່ 2 ຜູ້ຕິດເຊື້ອໄດ້ຫາຍດີ ແລະ ອອກຈາກໂຮງໝໍມາຝາກ ທ່າມກາງຄວາມຍິນດີຂອງແພດໝໍ ແລະ ຍາດພີ່ນ້ອງ…  

Read More »

ຊົມເຊີຍ! ຫມໍແນ່ ສືບຕໍ່ສະໜັບສະໜູນອາຫານໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ

ຕໍ່ເນື່ອງກັບສະພາວະການແຜ່ລະບາດຂອງພະຍາດໄວຣັສ ໂຄວິດ-19 ໃນ ສ ປປລາວ ເຊິ່ງມີຈໍານວນຜູ້ຕິດເຊື້ອ 19 ຄົນ ແລະ ຕອນນີ້ປົວຫາຍດີແລ້ວ 4 ຄົນ ປັດຈຸບັນນີ້ຍັງມີຜູ້ຕິດເຊື້ອກຳລັງຮັກສາຕົວ 15 ຄົນ ແລະ ເຈົ້າໜ້າທີແພດໝໍຂອງເຮົາກຳລັງປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ໃນສະຖານະການບ້ານເມືອງວິກິດແບບນີ້  ກໍມີຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອສັງຄົມເຮົາ ຫຼ້າສຸດ ໝໍແນ່ງ ເຮົາຍັງສືບຕໍ່ແບ່ງປັນອາຫານຈໍານວນໜື່ງໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ  ໃນຂະນະທີ່ກຳລັງປະຕິບັດໜ້າທີ່… “ຍັງສືບຕໍ່ແບ່ງປັນ ມີຫນ້ອຍໃຫ້ຫນ້ອຍ ຕາມສະພາບນະນິ່ງແນ່ງກ່ອນເນີ້ ໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ ສູ້ສູ້ເນີ້ ດຽວເຮົາກະຜ່ານໄດ້ແລ້ວ? ເຂົ້າປຸ້ນ 30 ຖົງ + ເຂົ້າຈືນໃສ້ກອກ 60 ກ່ອງ” ຂວັນໃຈຂໍຊົມເຊີຍໝໍແນ່ງ ນາງຟ້າຂອງຄົນລາວ ທີ່ຄອຍໃຫ້ການ …

Read More »

ຂ່າວດີ! ກະຊວງອຸດສາຫະກຳ ແລະ ການຄ້າປະກາດປັບລາຄານໍ້າມັນລົງ 400 ກີບ ທົ່ວປະເທດ ເລີ່ມປະຕິບັດ 24 ເມສາ…

ກະຊວງອຸດສາຫະກໍາ ແລະ ການຄ້າ ປະກາດ ປັບລາຄານໍ້າມັນເຊື້ອໄຟລົງ 400 ກີບທຸກຊະນິດ ເລີ່ມປະຕິບັດແຕ່ວັນທີ 24 ເມສາ 2020 ເຮັດໃຫ້ນໍ້າມັນແອັດຊັງຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ7.680 ກີບຕໍ່ລິດ ແລະ ກາຊວນລົງມາຢູ່ທີ່7.040ກີບຕໍ່ລິດ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0423/ອຄ.ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 23 ເມສາ 2020 ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ້ດ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ  ເລື່ອງ ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃໝ່ຄັ້ງນີ້ ແມ່ນເລີ່ມປະຕິບັດໃນວັນທີ24 ເມສາ 2020  ເລລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ500 ກີບທຸກຊະນິດ ແລະປັບລົງລາຄານໍ້າມັນເຊື້ອໄຟ 400ກີບທຸກຊະນິດ.  ການຄິດໄລ່ເສຍພັນທະ ແລະ …

Read More »