Breaking News

News

ສຸດຍອດຫຼາຍ! ເອ Aezy Red ສາວລາວ ໄວ 19 Show Skill ການຮ້ອງເພງ Rap ເທິງເວທີ The Rapper “Civil War” 2020 ທີ່ປະເທດໄທ …

The rapper 2020 ເປັນອີກໜື່ງເວທີການປະກວດເພງ  “ແຣັບ”  ອີກລາຍການໜື່ງ ທີ່ເປີດໂອກາດໃຫ້ຄົນທີ່ມີຄວາມມັກຮັກໃນການຮ້ອງເພງ ແຣັບ ໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນເອງເທິງເວທີນີ້…  ພ້ອມກັນນັ້ນ The rapper ຍັງເປັນອີກໜື່ງລາຍການ ທີ່ມີຄົນຕິດຕາມ ແລະ ເປັນທີ່ນິຍົມອັນດັບຕົ້ນໆຂອງທາງ ປະເທດໄທ ເຊິ່ງອອກອາກາດ ຜ່ານທາງຊ່ອງ Work point ! ເຊິ່ງຫຼ້າສຸດກໍມີຄົນລາວຄົນໜື່ງ ທີ່ຮັກມັກໃນການ ແຣັບ ກໍເຂົ້າຮ່ວມປະກວດລາຍການນີ້ເຊັ່ນກັນ ນັ້ນກໍຄື ສາວ ເອ ສຸດາ ເດດວົງສາ ອາຍຸ 19 ປີ ຫຼື Aezy Red  ແລະ ຮອບທໍາອິດກໍສາມາດຜ່ານເຂົ້າໄປໄດ້ແບບສະບາຍ ດ້ວຍສາມາດທີ່ບໍ່ທໍາມະດາອີຫຼີເລີຍກໍວ່າໄດ້  ເຊິ່ງໄດ້ເປັນລູກທີມຂອງ ປູຈ່ານ ລອງໄມ!!! ຮອບນີ້ Aezy Red ເຮັດຜົນງານໄດ້ດີ ແລະ ປະທັບໃຈຕໍ່ກໍາມະການຫຼາຍ ຈົນເຮັດໃຫ້ໄດ້ມວກທອງຈາກໂປດິວເຊີໄປເຂົ້າຮອບໂດຍອັດຕະໂນມັດ…ທີ່ພິເສດໄປກວ່ານັ້ນ Aezy Red ກໍໄດ້ເອົາເພງ ເຈົ້າບໍ່ແມ່ນອາກາດ …

Read More »

ຊົມເຊີຍ!! ລັດດາພອນ ພົມສຸວັນ Miss Crystal Angel International 2019 ມອບທຶນການສຶກສາ-ອຸປະກອນການຮຽນໃຫ້ນ້ອງໆ ທີ່ບ້ານເກີດຕົນເອງ…

ລັດດາພອນ ພົມສຸວັນ ເປັນນາງງາມຄົນທໍາອິດທີ່ສ້າງປະຫວັດສາດໃຫ້ກັບປະເທດລາວ ແລະ ວົງການນາງາມລາວ ໃນການຄວ້າມົງກຸດຈາກເວທີນາງງາມລະດັບໂລກ ຢ່າງເວທີ Miss Crystal Angel International 2019 ເປັນເວທີຕ້ານ ແລະ ສະກັດກັດຄວາມຮຸນແຮງແມ່ຍິງ ແລະ ເດັກນ້ອຍ ທີ່ຈັດຂຶ້ນປະເທດມຽນມາໃນປີ 2019 ທີ່ຜ່ານມາ. ຫຼັງຈາກທີ່ ລັດດາພອນ ພົມສຸວັນ  ໄດ້ຮັບຕໍາແໜ່ງ ກໍໄດ້ປະຕິບັດໜ້າທີ່ນາງງາມ ໃນງານສໍາຄັນຕ່າງໆ ລວມທັງຊ່ວຍເຫຼືອເດັກນ້ອຍ ແລະ ຜູ້ດ້ອຍໂອກາດຕະຫຼອດມາ… ເຊິ່ງຫຼ້າສຸດ ໃນວັນທີ 2 ມີນາ 2020  ລັດດາພອນ ພົມສຸວັນ ໄດ້ມີໂອກາດໄປຢ້ຽມຍາມບ້ານແມ່ ທີ່ກາສີ ແຂວງ ວຽງຈັນ ຈຶ່ງຖືໂອກາດນີ້ມອບທຶນການສຶກສາ, ອຸປະກອນການຮຽນໃຫ້ເດັກນ້ອຍ ທີ່ຢູ່ເຂດຫ່າງໄກ… ໂດຍໄດ້ໂພສຜ່ານ Facebook ສ່ວນຕົວວ່າ “ມີໂອກາດໄດ້ໄປຢ້ຽມຢາມບ້ານແມ່ ເລີຍຖືວາລະໂອກາດນີ້ໄປມອບທຶນການສຶກສາ, ອຸປະກອນການຮຽນ ແລະ ອຸປະກອນກິລາໃຫ້ແກ່ …

Read More »

ຮູ້ແລ້ວບໍ! ປະຫວັດຄວາມເປັນມາຂອງວັນສໍາຄັນ ທີ 8 ມີນາ ວັນແມ່ຍິງສາກົນ…

ອີກບໍ່ດົນກໍໃກ້ຈະເຖິງວັນສໍາຄັນຂອງແມ່ຍິງທົ່ວໂລກແລ້ວ ລວມທັງປະເທດລາວເຮົາ ນັ້ນກໍຄືວັນທີ 8 ມີນາ ເຊິ່ງເປັນວັນແມ່ຍິງສາກົນມານັບຕັ້ງແຕ່ປີ 1910 ເປັນຕົ້ນມາ, ເຊິ່ງທີ່ຜ່ານມາຫຼາຍໆຄົນມັກເຂົ້າໃຈວ່າວັນທີ 8 ມີນາເປັນວັນແມ່ ອັນທີ່ຈິງແລ້ວເປັນການເຂົ້າໃຈຜິດ ວັນດັ່ງກ່າວເປັນວັນແຫ່ງໄຊຊະນະ ໃນການປົດປ່ອຍການກົດຂີ່ຂົ່ມເຫັງແຮງງານແມ່ຍິງຈາກນາຍທຶນຕ່າງຫາກ ແລະ ມາຮອດປີ 2020 ນີ້ກໍ່ບັນຈົບຄົບຮອບ 110 ປີ. ເຮົາມາຮູ້ປະຫວັດຂອງວັນແມ່ຍິງສາກົນກັນເລີຍ…ໂດຍອີງຕາມຂໍ້ມູນຈາກ wikipedia.org ໃຫ້ຮູ້ວ່າ ວັນແມ່ຍິງສາກົນ ເກີດຂຶ້ນຈາກກຳມະກອນຍິງ ໃນໂຮງງານຜະລິດແຜ່ນແພ ຢູ່ນິວຢອກ, ອາເມລິກາ, ລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ສຸດທ້າຍແມ່ຍິງ 119 ຄົນໄດ້ເສຍຊີວິດຈາກເຫດໄຟໄໝ້ຂອງໂຮງງານບ່ອນທີ່ພວກເຂົາຢູ່ຮ່ວມກັນໃນ ວັນທີ 8 ມີນາ 1857. ຫຼັງຈາກນັ້ນ ໃນປີ 1907, ແມ່ຍິງເຮັດວຽກໃນໂຮງງານຜະລິດແຜ່ນແພ ຊິຄາໂກ ສະຫະລັດອາເມລິກາ ບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວກເຂົາຄືທາດ. ແມ່ຍິງເຫຼົ່ານີ້ເຮັດວຽກໜັກຫຼາຍມື້ລະ 16–17 ຊົ່ວໂມງຕໍ່ມື້ໂດຍບໍ່ມີວັນຢຸດ, …

Read More »

ນິສສັນ ນາວາຣ່າ ນະວັດຕະກຳດີໆ ທີ່ທ່ານ ຄວນຮູ້…

ສະບາຍດີ! ຫລາຍໆຄົນກໍຮູ້ຈັກກັນດີກັບລົດກະບະຍອດນິຍົມຂອງນິສສັນ ມື້ນີ້ເຮົາມາຮູ້ຈັກກັນກັບລົດ ນິສສັນ ນາວາຣ່າ ວ່າພີມຽ້ມມັນມີດີຫລາຍຢ່າງທີ່ທ່ານຄວນຮູ້ ເຮົາຈະພາທ່ານມາຮູ້ຈັກກັນເລີຍ!!! ອັນດັບຫນື່ງ ຮູບຊົງດ້ານໜ້າ ຂອງລົດນິສສັນນາວາຣ່າພີມ້ຽມ ກະຄື ໄຟຕາ ໄຟຕາໜ້າເປັນ ໄຟແບບ LED ແລະ ເປັນລອດ  projector ມັນຈະເຮັດໃຫ້ແຈ້ງແລະເຫັນທາງດີຂື້ນ ແມ້ກະທັ່ງຕອນຝົນຕົກທ່ານກໍ່ສາມາດເຫັນໄດ້ຊັດເຈນ ຊຶ່ງມີຄວາມປອດໄພໃນການຂັບຂີ່ ແລະ ໄຟເຍືອງທາງຕອນກາງເວັນ ກໍໂດດເດ່ນທັນສະໄຫມເຮັດໃຫ້ເຮົາເບິ່ງເຫັນລົດກົງກັນຂ້າມໄດ້ງ່າຍຂຶ້ນເພື່ອຫລີກລ້ຽງອຸບັດຕິເຫດ ແລະ ຄວາມປອດໄພ… ອັນດັບ 2 ແມ່ນຈັກ ຂອງນາວາຣ່າ ພີມ້ຽມ (NAVARA premium) ເປັນ – ຈັກ2.5L Inter-Cooler Turbo Engine – ແຮງມ້າ 190Ps & ແຮງບິດ 450Nm – ມາພ້ອມກັບ 190 ແຮງມ້າ and …

Read More »

ພະເອກໜຸ່ມສຸດຮອດ ອໍ້າ ອະທິຊາດ ຮ່ວມໃສ່ບາດ ພຣະສົງ 108 ອົງ ທີ່ວັດອົງຕື້…

ອໍ້າ ອະທິຊາດ ຖືວ່າເປັນ ດາລາ ນັກສະແດງໜຸ່ມສຸດຮອດແຖວໜ້າຄົນໜື່ງ  ຈາກປະເທດໄທ ທີ່ຄົນລາວທຸກຄົນຮູ້ຈັກກັນດີຜ່ານຜົນງານລະຄອນ-ຮູບເງົາຕ່າງໆຜ່ານຈໍໂທລະພາບຢູ່ຫຼາຍເລື່ອງ  ເປັນຕົ້ນແມ່ນ ລະຄອນ “ໜຶ່ງດ້າວຟ້າດຽວ” ທາງຊ່ອງ 3,  ລະຄອນເລື່ອງ “ເພີງນາຄາ” ທາງຊ່ອງ 3 ລະຄອນເລື່ອງ “ສາຍຮຸ້ງ” ທາງຊ່ອງ gmm 25 ແລະ ຜົນງານອື່ນໆອີກ ແລະ ພະເອກໜຸ່ມສຸດຫຼໍ່ຄົນນີ້ບໍ່ມີດີພຽງແຕ່ໜ້າຕາ ແຕ່ຍັງຜົນງານການສະແດງທີ່ໂດ່ງດັງມາຫຼາຍເລື່ອງ  ມີທັງງານພີເຊັນເຕີ ເດີນແບບຕ່າງໆ ເອີ້ນໄດ້ວ່າຄວາມສາມາດຂອງພະເອກຄົນນີ້ບໍ່ທໍາມະດາອີຫຼີ!!! ເຊິ່ງຫຼ້າສຸດ ວັນທີ 28 ກຸມພາ 2020 ໜຸ່ມອໍ້າ ກໍໄດ້ເດີນທາງມາຮ່ວມເຮັດບຸນທີ່ ວັດອົງຕື້ ມະຫາວິຫານ ນະຄອນຫຼວງວຽງຈັນ ໃນງານບຸນຫຼໍ່ພະເຈົ້າໃຫ່ຍອົງຕື້ຈໍາລອງ, ສະຫຼອງພຸດທະສິມມາ, ໃນຕອນເຊົ້າ ໜຸ່ມອໍ້າໄດ້ຮ່ວມໃສ່ບາດແດ່ພຣະສົງ 108 ອົງ. ນອກຈາກນີ້,​ ຍັງໄດ້ຮ່ວມຖ່າຍຮູບກັບແຟນຄັບຊາວລາວຢ່າງເປັນກັນເອງອີກດ້ວຍ. ອໍ້າ ອະທິຊາດ  ເປັນນັກສະແດງໄທອີກຄົນໜຶ່ງທີ່ທັງຫຼໍ່ …

Read More »