Breaking News

News

ຄວາມໃນໃຈ ຂອງ ອາລີຍາ ສີຣິໂສພາ ຫຼັງຈາກປະກວດ Miss international Queen 2020 …

ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວສໍາລັບການປະກວດ Miss international Queen 2020  ທີ່ຈັດຂຶ້ນຢູ່ ບາງກອກ ປະະເທດໄທ ໃນວັນທີ 7 ມີນາ 2020 ທີ່ຜ່ານທີ່ມາ   ແລະ ສາວງາມທີ່ຄວ້າມົງໄປຄອງແມ່ນ ສາວງາມ Valentina Fluchaire ຕົວແທນຈາກປະເທດ Mexico ,  ຮອງອັນດັບ 1 ແມ່ນ Ruethaipreeya Nuanglee ຕົວແທນຈາກປະເທດ  Thailand  , ຮອງອັນດັບ 2 ແມ່ນ Ariella Moura  ຕົວແທນຈາກປະເທດ Brazil… ສ່ວນປະເທດລາວເຮົາ ອາລິຍາ ສິຣິໂສພາ Miss international Queen Laos 2020 ຕົວແທນສາວງາມຈາກປະເທດລາວ  ເຖິງວ່າຈະບໍ່ສາມາດຄວ້າລາງວັນ ແຕ່ ຕຸບີ່ ກໍຕິດທ໋ອບ 12 ສາວງາມ ໃນການເຜີຍແຜ່ຄວາມງາມ, ວັດທະນະທໍາຂອງປະເທດລາວໃຫ້ສາກົນໄດ້ຮັບຮູ້!!! …

Read More »

ພົບກໍລະນີສົງໄສ ຕິດເຊື້ອໂຄວິດ-19 ຈຳນວນ 53 ຄົນ ຢູ່ ສປປ ລາວ…

ພະຍາດ COVID -19 ເກີດຂຶ້ນຢູ່ ສປ ຈີນ ແລະ ມີການລາຍງານຈາກຄະນະກໍາມະການຮັກສາສຸຂະພາບຂອງ ສປ ຈີນ ຢ່າງເປັນທາງການ ໃນວັນທີ 7 ທັນວາ 2019. ພະຍາດດັ່ງກ່າວໄດ້ລະບາດຢ່າງໄວວາ ແລະ ແຜ່ລາມເປັນວົງກວ້າງໄປທົ່ວປະເທດຈີນ ແລະ ມາຮອດປັດຈຸບັນ ກໍ່ມີການລະບາດຢູ່ຫລາຍປະເທດ, ຮອດເວລາ 6 ໂມງເຊົ້າວັນທີ 4 ມີນາ 2020, ທົ່ວໂລກມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID -19 ແລ້ວຈໍານວນ 95.308 ກໍລະນີ, ເສຍຊີວິດ 3.285 ກໍລະນີ, ໃນນັ້ນຫລາຍກວ່າໝູ່ແມ່ນຢູ່ ສປ ຈີນ 80.409 ກໍລະນີ, ເສຍຊີວິດ 3.012 ກໍລະນີ. ສະເພາຢູ່ ສປປ ລາວ ຜ່ານມາ ໄດ້ພົບກໍລະນີສົງໄສທັງໝົດ 53 …

Read More »

ຮ່ວມສົ່ງໃຈເຊຍ!! ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດໄທ…

ເຮົາມາເອົາໃຈຊ່ວຍ ເອົາໃຈເຊຍ ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ກັນເທາະ! ເພາະວ່າ ມື້ອື່ນ ວັນທີ 7  ມີນາ ສາວ ຕຸບີ່ ຂອງເຮົາກໍຈະໄດ້ຂຶ້ນສູ່ເວທີການປະກວດ Miss International Queen 2020 ຢູ່ທີ່ ປະເທດໄທ ແລ້ວ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ ສາວ ຕຸບີ່ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ… ສ່ວນແອັດມິນເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່!  ເຖິງວ່າຈະໄດ້ລາງວັນ ຫຼືບໍ່ໄດ້ກັບມານັ້ນ ຂໍໃຫ້ ຕຸບີ່ ເຮັດໜ້າທີ່ຂອງຕົວເອງຢ່າງເຕັມທີ່, ສະແດງສັກກາຍາພາບຄວາມສາມາດ ແລະ ຄວາມເປັນລາວອອກສູ່ສາຍຕາຕ່າງຊາດໃຫ້ໄດ້ຫຼາຍທີ່ສຸດກໍພໍແລ້ວ… #ສູ້ໆເດີ້!!! ຂອບໃຈຮູບພາບຈາກ: aliya sirisopha

Read More »

ສະຖານະການນ່າເປັນຫ່ວງ!! ເກົາຫລີໃຕ້ປະກາດສູ້ກັບພະຍາດລະບາດ ໂຄວິດ-19 ຫຼັງມີຜູ້ຕິດເຊື້ອຫຼາຍກວ່າ 5,000 ຄົນ…

ປັດຈຸບັນ ພະຍາດລະບາດ ໂຄວິດ-19 ກຳລັງແຜ່ລະບາດໄປທົ່ວທຸກມຸມໂລກ ລວມທັງປະເທດເກົາຫລີໃຕ້ກໍໄດ້ຮັບເຊື້ອໄວຣັສນີ້ເຊັ່ນກັນ ແລະ ເບິ່ງສະຖານະການກໍເພີ່ມຄວາມຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດ ລັດຖະບານ​ເກົາ​ຫລີກໍໄດ້​ທຸ່ມ​ງົບ​ປະ​ມານ​ແສນ​ລ້ານ​ສູ້​ກັບ​ໂຄ​ວິດ​-19 ດ້ານ​ແຮງ​ງານ​ຜິດ​ກົດໝາຍ​ໃນ​ເກົາຫລີ​ໃຕ້​ຕ່າງ​ເຂົ້າ​ລາຍ​ງານ​ຕົວ​ເພື່ອ​ສະແດງ​ຄວາມ​ຈຳ​ນົງ​ກັບ​ປະເທດ ໂດຍ​ສະເພາະ​ເ​ເຮງ​ງານ​ຈາກ​ຈີນ​ ແລະ ​ໄທ ຫຼັງ​ໂຄ​ວິດ​-19 ລະ​ບາດ…   ມຸນ​ແຈ​ອິນ ປະ​ທາ​ນາ​ທິບໍ​ດີ​ເກົາ​ຫລີໃຕ້ກ່າວ​ວ່າ ຕອນ​ນີ້​ເກົາ​ຫລີ​ໃຕ້​ຢູ່ໃນ​ສະພາ​ວະ​ ຕໍ່ສູ້ກັບ​ເຊື້ອ​ໄວ​ຣັສ​ໂຄ​ວິດ​-19 ຫຼັງ​ຈາກ​ລັດຖະບານ​ປະ​ກາດ​ມາ​ດຕະການ​ການ​ປ້ອງ​ກັນ​ຂັ້ນ​ສູງ​ສຸດ ເພື່ອ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັສ ທັງ​ນີ້​ລັດຖະບານ​ເກົາ​ຫລີ​ໃຕ້ຍັງ​ໄດ້​ອ​ະນຸ​ມັດ​ ງົ​ບ​ປະ​ມານ​ກວ່າ 30 ​ລ້ານ​ວອນ ເປັນ​ ງົບ​ປະ​ມານ​ທີ່​ໃຊ້​ໃນ​ການ​ຄວບ​ຄຸມ​ການ​ແພ່​ລະ​ບາດ​ຂອງ​ໂຄ​ວິດ​-19 ​ປະ​ທາ​ນາ​ທິບໍດີ​ເກົາ​ຫລີ​ໃຕ້​ ປະ​ກາດ​ໃຫ້​ໜ່ວຍ​ງານ​ຂອງ​ລັດ​ທຸກ​ໜ່ວຍງານ ​ກຽມ​ພ້ອມ​ຮັບ​ມື​ກັບ​ສະຖານະການ​ສຸກ​ເສີນ 24 ຊົ່ວໂມງ. ທາງ​ການ​ເກົາ​ຫລີ​ໃຕ້​ລາຍ​ງານ​ວ່າ​ເມື່ອ​ວັນທີ 3 ມີນາ 2020 ທີ່ຜ່ານມາພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ອີກ 477 ຄົນ ເຮັດໃຫ້​ມີຍອດ​ຜູ້​ຕິດ​ເຊື້ອທັງໝົດ​ໃນ​ປະເທດ​ແລ້ວ 4,812 ຄົນ ຂະນະ​ທີ່​ຈຳນວນ​ຜູ້​ເສຍຊີວິດ​ເພີ່ມ​ຂຶ້ນ​ເປັນ 28 ຄົນ. ກະ​ຊວງ​ສາທາລະນະສຸກ​ ແລະ ​ສະຫ​ວັດ​ດິ​ການ​ສັງຄົມ​ລະ​ບຸ​ວ່າ ຜູ້​ຕິດ​ເຊື້ອ​ກວ່າ 3,600 …

Read More »

ຊົມເຊີຍ! ພະເອກໜຸ່ມສຸດຮ໋ອດ “ລີມິນໂຮ” ທຸ່ມເງິນບໍລິຈາກຫຼາຍກວ່າ 2.340.000.000 ກີບ ໃຫ້ປະຊາຊົນເກົາຫລີໃຕ້ ເພື່ອຕໍ່ສູ້ກັບພະຍາດ ໂຄວິດ-19…

ປັດຈຸບັນ ພະຍາດລະບາດ ໂຄວິດ-19 ກຳລັງແຜ່ລະບາດໄປທົ່ວທຸກມຸມໂລກ ລວມທັງປະເທດເກົາຫຼີໃຕ້ກໍໄດ້ຮັບເຊື້ອໄວຣັສນີ້ເຊັ່ນກັນ ແລະ ເບິ່ງສະຖານະການກໍເພີ່ມຄວາມຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງການເຮັດວຽກຂອງບຸກຄະລາກອນທາງການແພດກໍກຳລັງເຮັດວຽກຢ່າງໝັກໜ່ວງໃນຂະນະນີ້ ກຳລັງໃຈ ແລະ ແຮງສະໜັບສະໜູນກໍເກີດຂຶ້ນຢ່າງຕໍ່ເນື່ອງ ລວມທັງສິລະປຶນ ດາລາໃນເກົາຫຼີຕ່າງກໍພາກັນຮ່ວມບໍລິຈາກເງິນ ເພື່ອສະໜັບສະໜູນການເຮັດວຽກຂອງເຈົ້າໜ້າທີ່ເປັນຈໍານວນຫຼາຍ… ຫຼ້າສຸດສື່ລາຍງານວ່າ ລີມິນໂຮ ແລະ MYM Ent. ຕົ້ນສັງກັດ ໄດ້ຮ່ວມກັນບໍລິຈາກເງິນກວ່າ 300 ລ້ານວອນ (2.340.000.000 ກີບ) ໄປຍັງໜ່ວຍງານຕ່າງໆເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ ໂຄວິດ-19 ສໍາລັບ ລີມິນໂຮ ແມ່ນເປັນນາຍແບບ ແລະ ນັກສະແດງສຸດຮ໋ອດຂອງປະເທດເເກົາຫລີໃຕ້  ເຊິ່ງເລີ່ມມີຜົນງານການສະແດງໃນປີ ພສ 2549 ຈາກເລື່ອງ  Secret Campus  ກ່ອນຈະມາໂດ່ງດັງຈາກບົດ ກູຈຸນໂຍ ຈາກລະຄອນເລື່ອງ Boys Over Flowers ໃນປີ 2552 ເຮັດໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ ມີແຟນຄັບເພີ່ມຂຶ້ນ ແລະ ກາຍເປັນດາລາທີ່ໂດ່ງດັງທີ່ສຸດໃນເກົາຫລີ ລວມເຖິງຫຼາຍປະເທດໃນ ອາຊີ ເອີ້ນໄດ້ວ່າເປັນຜົນງານທີ່ເຮັດໃຫ້ພະເອກໜຸ່ມສຸດຫລໍ່ຄົນນີ້ແຈ້ງເກີດໃນວົງການບັນເທິງເລີຍກໍວ່າໄດ້… …

Read More »