ເມື່ອບໍ່ດົນມານີ້ ແມັດທິວ ດິນ ອະດີດ ນັກຮ້ອງ, ດາລາ. ນັກສະແດງ, ພິທີກອນດັງຂອງໄທ ກໍໄດ້ອອກມາໂພສຜ່ານອິນສະຕາແກມສ່ວນຕົວ ວ່າຕົນເອງໄດ້ຕິດເຊື້ອ Covid-19 ເຊິ່ງຫຼາຍໆຄົນກໍໄດ້ແຫ່ໃຫ້ກຳລັງໃຈ ແລະ ທີ່ໜ້າເປັນຫ່ວງກວ່ານັ້ນຍັງມີຄົນຈໍານວນໜື່ງທີ່ຢູ່ໃກ້ຊິດກັບໜຸ່ມແມັດທິວ ນັ້ນກໍຄືຄອບຄົວ ພັນລະຍາ ແລະ ລູກນ້ອຍອີກສອງຄົນ ຫຼັງຈາກນັ້ນພັນລະນາສາວກໍໄດ້ເຂົ້າຕິດຕາມອາການ ເຊິ່ງຫຼ່າສຸດມື້ນີ້ຕອນບ່າຍ ສະຣັນຣັດ ດິນ ຫຼືເປັນທີ່ຮຸູ້ຈັກກັນໃນນາມ “ລີເດຍ” ດາລາ, ນັກສະແດງ, ນັກຮ້ອງຍິງໄທ Style R&B ເຈົ້າຂອງເພງຮີດ “ວ່າງແລ້ວຊ່ວຍໂທກັບ” ພັນລະຍາຂອງ ແມັດທິວ ດິນ ກໍໄດ້ອອກມາໂພສຜ່ານອິນສະຕາແກມສ່ວນຕົວຂອງຕົນເອງວ່າ ຕົນເອງກໍຕິດເຊື້ອ ພະຍາດ Covid-19 ກັບສາມີເຊັ່ນດຽວກັນ ເຊິ່ງສາວລີເດຍຍັງໂພສລໍ່າລາຄອບຄົວ ແລະ ລູກນ້ອຍທັງສອງວ່າເພື່ອໄປຮັກສາຕົວສູ້ກັບລະຍາດລະບາດດັ່ງກ່າວ … ຈັງໃດຂວັນໃຈກໍຂໍສົ່ງກຳລັງໃຈໄປໃຫ້ ສາວ ລີເດຍ ແລະ ສາມີ ພ້ອມດ້ວຍຄອບຄົວຂໍໃຫ້ຜ່ານວິກິດຄັ້ງນີ້ໄປໃຫ້ໄດ້ຢ່າງໄວເດີໆ… ຂອບໃຈຮູບພາບຈາກ: Lydia Sarunrat Deane
Read More »News
ແລັມໂບ້ ແລະ ແອັດດີ້ 2 ໝຸ່ມສຸດຫລໍ່ ຜູ້ທີ່ຄວ້າຕໍາແໜ່ງຈາກເວທີ Mister Power Man Laos 2020…
ໃນປັດຈຸບັນບ້ານເຮົາກໍໄດ້ມີການຈັດປະກວດຫຼາກຫຼາຍເວທີຂຶ້ນມາບໍ່ວ່າຈະເປັນເວທີການປະກວດ ນັກຮ້ອງ, ນາງງາມ… ແລະ ຫຼ້າສຸດປະເທດລາວເຮົາ ກໍໄດ້ຈັດການປະກວດອີກໜື່ງໂຄງການນນັ້ນກໍຄືໂຄງການການປະກວດ Mister Power Man Laos 2020 ເຊິ່ງເປັນອີກໜື່ງເວທີທີ່ເປີດໂອກາດໃຫ້ໄວໜຸ່ມຊາຍລາວທົ່ວປະເທດ ໄດ້ສະແດງສັກກາຍະພາບ ຄວາມຮູ້-ຄວາມສາມາດຂອງຕົນເອງໃຫ້ທຸກຄົນໄດ້ຮັບຮູ້ວ່າ ໄວໜຸ່ມຊາຍລາວເຮົາກໍມີຄວາມສາມາດບໍ່ແພ້ຊາດໃດໃນໂລກ ແລະ ໃນການປະກວດໂຄງການນນີ້ເພິ່ນຈະຕັດສິນເອົາ 2 ຕໍາແໜ່ງຫຼັກເພື່ອເປັນຕົວແທນລາວ ໄປປະກວດຢູ່ເວທີລະດັບສາກົນນັ້ນກໍຄື MisterWorkingManInternationalLaos2020 ແລະ MisterAseanInternationalLaos2020 … ເຊິ່ງໃນຄໍ່າຄືນຂອງວັນທີ 14 ມີນາ 2020 ທີ່ຜ່ານ ການປະກວດຂອງເວທີ Mister Power Man Laos 2020 ກໍໄດ້ຈັດປະກວດຮອບຕັດສິນຂຶ້ນຈາກໜຸ່ມທີ່ຜ່ານເຂົ້າຮອບ 30 ຄົນສຸດທ້າຍ ແລະ ຄົນທີ່ຄວ້າຕໍາແຫນ່ງ ໂຄງການ Mister Power Man Laos 2020 ນັ້ນກໍຄືໝາຍເລກ PM03 ໜຸ່ມແລັມໂບ້ ຕົວແທນຈາກແຂວງ ວຽງຈັນ ຄວ້າຕໍາແໜ່ງ MisterAseanInternationalLaos2020 ແລະ ໝາຍເລກPM15 ໜຸ່ມແອັດດີ້ ຕົວແທນ …
Read More »ຈາກຄວາມໃນໃຈຂອງຜູ້ຖືກຕິດຕາມອາການ Covid-19 ຢູ່ລາວ… ອ່ານໄວ້ເປັນຄວາມຮູ້
ຊ່ວງນີ້ຖືວ່າພະຍາດລະບາດ Covid-19 ກໍກຳລັງແຜ່ລະບາດໄປທົ່ວໂລກ ແລະ ມີຄົນຕິດເຊື້ອເພີ່ມທຸກມື້ ເຮັດໃຫ້ຫຼາຍໆປະເທດທົ່ວໂລກກຳລັງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ທັງເຮັດໃຫ້ມີຄົນເສຍຊີວິດເພີ່ມຂຶ້ນໄປຕາມໆກັນ…ເຖິງແມ່ນວ່າຕອນນີ້ຢູ່ໃນລາວເຮົາຍັງບໍ່ພົບຄົນທີ່ເປັນພະຍາດນີ້ເທື່ອ ແຕ່ວ່າທຸກຄົນຈະໄປໃສມາໃສກໍຂໍໃຫ້ຮັກສາສຸຂະພາບຂອງຕົນເອງໃຫ້ດີໆ ຄວນຫຼີກລ່ຽງການຢູ່ສະຖານທີ່ຊຸມນຸມທີ່ມີຄົນຫຼາຍ ແລະ ປະຕິບັດຕາມຄໍາແນະນໍາຂອງການປ້ອງກັນພະຍາດ Covid-19 … ເຊິ່ງການລະບາດຂອງພະຍາດດັ່ງກ່າວ ຍັງມີຫຼາຍຄົນສົງໃສກັນຢູ່ວ່າມັນເປັນແນວໃດແທ້ ແລ້ວເຮົາຈະປິ່ນປົວຢູ່ໃສ ແລະ ຄົນລາວທີ່ເດີນທາງໄປຕ່າງປະເທດມາເດ ເວລາກັບມາລາວຖືກໄດ້ກັກຕົວໄວ້ຕິດຕາມເບິ່ງອາການແທ້ ຫຼືບໍ? ມື້ນີ້ຂວັນໃຈ ໄດ້ນໍາເອົາຄວາມໃນໃຈຈາກ ຜູ້ຖືກຕິດຕາມອາການ Covid-19 ທ່ານໜື່ງຢູ່ລາວເຮົາມາຝາກໄວ້ເປັນຂໍ້ຄວນຮູ້!!! ເຊິ່ງຜູ້ທີ່ຖືກຕິດຕາມອາການທ່ານນີ້ ເພິ່ນກໍໄດ້ເດີນທາງໄປເຮັດວຽກຢູ່ຕ່າງປະເທດໃນຊ່ວງພະຍາດ Covid-19 ກຳລັງລະບາດແຮງ ແລະ ກັບມາລາວກໍໄດ້ຖືກຕິດຕາມອາການ ເປັນເວລາ 14 ວັນແທ້ ເຊິ່ງລາວໄວ້ໂພສຜ່ານເຟສບຸກສ່ວນຕົວວ່າ… #ໂຄວິດ19ປິ່ນປົວຟຣີ. (ອັບເດດຂໍ້ມູນ) ແມ່ນແລ້ວ ອ່ານບໍ່ຜິດດອກ. ມື້ນີ້ຈະນຳສະເໜີເລື່ອງນີ້. ກ່ອນອື່ນໝົດ ຕ້ອງຂອບໃຈ ທ່ານ ທີ່ບໍ່ປະສົງອອກນາມ ໃນຄະນະທີ່ພວກຂ້າພະເຈົ້າໄປ ເຂົ້າຮ່ວມການຝຶກອົບຮົມ ແລະ ແລກປ່ຽນບົດຮຽນ ຢູ່ປະເທດທີ່ມີຄວາມສ່ຽງຕໍ່ການແຜ່ລະບາດໂຄວິດ-19 ທີ່ໄດ້ອະນຸຍາດ ໃຫ້ນຳເອົາປະສົບການທີ່ລາວ ໄດ້ສຳຜັດມາເລົ່າສູ່ຟັງກັນຟັງ ແລະ …
Read More »ຊ໋ອກ! ວົງການບັນເທິງ ແມັດທິວ ດາລາໄທ ຄົນທໍາອິດ ຕິດເຊື້ອ Covid-19…
ຊ໋ອກວົງການບັນເທິງ ແມັດທິວ ດີນ ອະດີດດາລາ, ນັກຮ້ອງ ພິທີກອນ, ນັກສະແດງຊື່ດັງໄທ, ພໍ່ນ້ອງເດມີ່ທີ່ກຳລັງນ່າຮັກທັງເປັນຂວັນໃຈຂອງແຟນໆທັງປະເທດ ແລະ ທັງເປັນສາມີສຸດຫລໍ່ຂອງສາວລີເດຍ ກາຍເປັນນັກສະແດງຄົນທໍາອິດຂອງໄທທີ່ປະກາດຜ່ານອິນສະຕາແກມສ່ວນຕົວວ່າ ຕົນເອງຕິດເຊື້ອ Covid-19 ແລະ ເຕືອນໃຫ້ຄົນທີ່ຢູ່ໃກ້ຕົວຕົນເອງໃນຊ່ວງ 3-4 ວັນທີ່ຜ່ານມາໃຫ້ເຝົ້າລະວັງອາການເປັນພິເສດ ໂດຍກ່ອນໜ້ານີ້ແມັດທິວຫາກໍປະກາດປິດຄ້າຍມວຍ ຕົນເອງໃນວັນທີ 13 ມີນາ 2020 ເພື່ອທໍາຄວາມສະອາດ ແລະ ຂ້າເຊື້ອໄວຣັສເພື່ອປ້ອງກັນເຊື້ອ Covid-19… ຂວັນໃຈ ຂໍເປັນກຳລັງໃຈໃຫ້ ແມັດທິວ ຫາຍປ່ວຍຈາກອາການໃຫ້ໄວທີ່ສຸດ ແລະ ຂໍຊື່ນຊົມໃນການສະແດງຄວາມຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ ແລະ ຫວັງວ່າສິ່ງທີ່ເກີດຂຶ້ນຈະເປັນອີກໜື່ງປັດໄຈທີ່ຊ່ວຍກັນເຝົ້າລະວັງເພື່ອປ້ອງກັນການແຜ່ເຊື້ອຫຼາຍຂຶ້ນກວ່າເກົ່າ…
Read More »ສະຖານະການ ລະບາດຂອງພະຍາດ COVID-19 ທີ່ປະເທດຈີນ “ຈຸດສູງສຸດ” ສິ້ນສຸດແລ້ວ…
ພະຍາດລະບາດ COVID-19 ທີ່ເກີດຂຶ້ນຢູ່ທີ່ ອູ່ຮັ່ນ ສປຈີນ ເລີ່ມແຕ່ທ້າຍເດືອນ ທັນວາປີ 2019 ເປັນຕົ້ນມາໄດ້ເຮັດໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນປະຊາຊົນຊາວເມືອງອູ່ຮັ່ນ ແລະ ຕອນນີ້ກໍໄດ້ແຜ່ກະຈາຍໄປເກືອບທົ່ວທຸກພື້ນທີ່ໃນໂລກ… ແຕ່ຫຼ້າສຸດ ມື້ວັນທີ 12 ມີນາ 2020 ທີ່ຜ່ານມາ ໂຄສົກລັດຖະບານຈີນກໍໄດ້ປະກາດ ຈຸດສູງສຸດ ຂອງການແຜ່ລະບາດຂອງໂລກຕິດເຊື້ອໄວຣັສໂຄວິດສາຍພັນໃໝ່ 2019 (ໂຄວິດ-19) ໃນປະເທດຈີນໄດ້ສິ້ນສຸດລົງແລ້ວ! ໝີ່ເຟິງ ໂຄສົກຄະນະກຳມະການສຸຂະພາບແຫ່ງຊາດ (NHC) ຂອງຈີນ ຖະແຫຼງໃນນະຄອນປັກກິ່ງວ່າ ຈໍານວນຄົນເຈັບລາຍໃໝ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ສະຖານະການແຜ່ລະບາດຂອງໂລກນີ້ແມ່ນຢູ່ໃນລະດັບຕໍ່າ ນອກຈາກນີ້ຍັງເຜີຍວ່າ ຈໍານວນຄົນເຈັບລາຍໃໝ່ໃນອູ່ຮັ່ນ ເມືອງເອກຂອງມົນທົນຫູເປີ່ຍທາງຕອນກາງ ແລະ ສູນກາງການລະບາດຂອງໂລກ ໄດ້ປັບລະດັບເລກຫຼັກດຽວ ໂດຍມີລາຍງານຄົນເຈັບລາຍໃໝ່ພຽງ 8 ຄົນໃນວັນພຸດ ທີ 11 ມີນາ 2020 ທີ່ຜ່ານມາ ໃນຂະນະດຽວກັນບໍ່ມີລາຍງານຜູ້ປ່ວຍລາຍໃໝ່ໃນເມືອງອື່ນໆ ຂອງມົນທົນຫູເປີ່ຍຕິດຕໍ່ກັນຄົບອາທິດແລ້ວ ໂດຍຈີນແຜ່ນດິນໃຫຍ່ …
Read More »