ຊ່ວງນີ້ພະຍາດລະບາດ Covid-19 ກຳລັງແຜ່ຂະບາດແຮງ ແນ່ນອນສິ່ງທີ່ຂາດບໍ່ໄດ້ນັ້ນກໍຄືການປ້ອງກັນຕົວບໍ່ວ່າຈະເປັນ ຜ້າປິດປາກ, ເຈວລ້າງມື… ເປັນອີກໜື່ງຕົວຊ່ວຍທີ່ສໍາຄັນໃນການປ້ອງກັນພະຍາດລະບາດດັ່ງກ່າວ ແລະ ຕອນນີ້ຜ້າປິດປາກກໍເປັນອີກໜື່ງສິ່ງທີ່ຫຼາຍຄົນກຳລັງຕ້ອງການ ແລະ ກຳລັງຂາດຕະຫຼາດອີກດ້ວຍ ເຊິ່ງຜ້າປິດປາກກໍເປັນກະແສຮືຮາໄປທົ່ວສັງຄົມ ກ່ຽວກັບເລື່ອງຂອງການຂຶ້ນລາຄາຈາກປົກກະຕິ… ແລະ ຫຼ້າສຸດ “ຢຸ້ຍ ສັນທະນີ” Miss Supranational Laos 2018 ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເມື່ອບໍ່ດົນມານີ້ວ່າ: “ພວກຊຸມຜີ ຈັ່ງແມ່ນຂວາງ+ຊິງຫມາເກີດແທ້ໆ ຊົ່ວທຽບເທົ່າກັບພວກປ່ອຍເຊື້ອໄວລັດກະພວກຂາຍຂອງທີ່ສວຍໂອກາດໃນຢາມນີ້ລະ 1.ພວກກັກຕຸນສິນຄ້າໃຫ້ມັນຂາດຕະຫຼາດແລ້ວໂກງລາຄາ ຈາກແຕ່ກີ້ກັບລະ15,000ຂອງລາວຂອງຫວຽດ-40,000ຂອງໄທຂອງຕ່າງປະເທດ.ຂື້ນຮອດ10ເທົ່າໂຕ. 2.ພວກສັນດານຂາຍຂອງປອມ(ເອົາຮູບຂອງແທ້ມາໂພດຂາຍ ບາດເຄື່ອງມາຂອງປອມ) 3.ພວກເປລດເອົາຂອງມື2ມາຂາຍຍ້ອມແມວໃຫ້ພະຍາດມັນແພ່ເພີ່ມ 4.ມາໃຫມ່ອີກພວກຊຸມຜີເດນນະລົກ ມີສອດໃສ່ອີກ ຄົນເຂົາຢ້ານຕາຍ. ກັບລະ 200,000ແພງກ່ອນຊີ້ນກ່ອນເຂົ້າ ແພງປານຄຳເຂົາກະຊື້ເພາະບໍ່ຢາກຕິດໂລກ ໂອ້ຍຍຍ ເນາະ ນີ້ລະຈັ່ງ, ຈັ່ງບໍ່ຄິດສິຂາຍແຕ່ທຳອິດ ທີ່ມີແຕ່ຜູ້ສະເໝີມາ ຢ້ານຖືກຈົກຕາ ຢ້ານຖືກຕົ້ມກັນແນວນີ້ລະ.ເຫັນເຂົາໂພດເງິນໂຊຂາຍດີ ແຕ່ບໍ່ແລ້ວສະເໝີໄປ ແລ້ວແຕ່ບຸນໃຜລາວ *ຂໍເວົ້າຄຳຫຍາບ.ເກີນອົດ” ນີ້ກໍຖືໄດ້ວ່າເປັນອີກໜື່ງກໍລະນີໃນການຊື່ເຄື່ອງຜ່ານອອນລາຍ ທີ່ເປັນອຸທາຫອນໃຫ້ກັບສັງຄົມເຮົາບໍ່ຫຼາຍກໍໜ້ອຍໃນຊ່ວງວິກິດແບບນີ້ ນີ້ແລະທີ່ເຂົາເອີ້ນກັນວ່າ “ນໍ້າຂຶ້ນໃຫ້ຮີບຕັກ”ນີ້ອາດຈະເປັນອີກໜື່ງກົນລະຍຸດຂອງແມ່ຄ້າອອນລາຍບາງຄົນທີ່ສວຍໂອກາດໃນການຂາຍເຄື່ອງ… ຂວັນໃຈຂໍໃຫ້ທຸກຄົນມີສະຕິນໍາກັນຕື່ມອີກເດີ້ ໃນການສັ່ງຊື້ເຄື່ອງອື່ນໆຈາກອອນລາຍໂດຍສະເພາະແມ່ນ …
Read More »News
ອ່ານໄວ້ເຕືອນສະຕິ!! ເຂົ້າໃຈວ່າຕອນນີ້ໃຜກໍຢ້ານ Covid-19 ແຕ່ຢາກໃຫ້ມີສະຕິຫລາຍໆແດ່…
ສະພາບການຂອງ Covid-19 ທີ່ນັບມື້ນັບຮຸນແຮງຂຶ້ນເລື້ອຍໆ ເຮັດໃຫ້ຈໍານວນຄົນຕິດເຊື້ອ ແລະ ເສຍຊີວິດ ເພີ່ມຂຶ້ນທຸກມື້… ເຊິ່ງເຮົາບໍ່ຮູ້ວ່າມື້ໃດພະຍາດລະບາດດັ່ງກ່າວຈື່ງຈະຫລຸດລົງ ແລະ ສາມາດຄວບຄຸມໄດ້ ການລະບາດຂອງ Covid-19 ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດເກືອບທຸກປະເທດທົ່ວໂລກບໍ່ວ່າຈະເປັນ ບໍລິສັດຫ້າງຮ້ານຂາດທຶນ, ການຄ້າຂາຍບໍ່ອໍານວຍ, ທຸລະກິດທ່ອງທ່ຽວ, ການບິນ, ການເຮັດວຽກຂອງບາງສາຂາອາຊີບ ກໍຕ້ອງໄດ້ຍົກເລິກ, ການໃຊ້ຊີວິດກໍຫຍຸ້ງຍາກ, ເຄື່ອງອຸປະໂພກ-ບໍລິໂພກສ່ວນໃຫຍ່ເລີ່ມຂາດຕະຫຼາດ… ແລະ ນອກຈາກນີ້ທຸກຄົນຍັງກັງວົນວ່າຕົນເອງຈະຕິດເຊື້ອ ຫຼືບໍ່? ຖ້າຕິດເຊື້ອແລ້ວຈະໄປປິ່ນປົວຢູ່ໃສ? ຖ້າເສດຖະກິດຕົກຕໍ່າແບບນີ້ຈະເອົາຫຍັງມາກິນ ນີ້ເປັນສາເຫດຫຼັກທີ່ເຮັດໃຫ້ທຸກຄົນແຕກຕື່ນ ຢ້ານ ກັງວົນໄປໝົດ!!! ມື້ນີ້ຂວັນໃຈເລີຍເອົາບົດຄວາມຂອງຜູ້ໃຊ້ເຟສບຸກທ່ານໜື່ງ ມາໃຫ້ທຸກຄົນຕ້ອງອ່ານ ເພື່ອເຕືອນສະຕິ ຫວັງວ່າຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍໃຫ້ແກ່ທຸກຄົນ… ••••• ສະຕິໂຕໃຫຍ່ໆເດີ້ •••••• ເຂົ້າໃຈວ່າໃຜກະຢ້ານ Covid … ແຕ່ຢາກໃຫ້ມີສະຕິຫລາຍໆ 1. ວ່າດ້ວຍເລື່ອງສະພາບຈິດໃຈ ຂ້ອຍຜ່ານຈຸດນັ້ນມາແລ້ວ ແລະ ຫລາຍຈຸດອີກ – ຈຸດທີ່ກີນເຂົ້າບໍ່ໄດ້ ນອນບໍ່ຫລັບ – …
Read More »“ແມັດທິວ” ໂພສຊື້ງເຖິງ “ລີເດຍ” ໃນວັນຄົບຮອບແຕ່ງງານທີ່ບໍ່ໄດ້ຢູ່ນໍາກັນ…”ເຖິງວ່າຈະຢູ່ບໍ່ໄກກັນປານໃດ ແຕ່ມັນຄືຢູ່ຄົນລະໂລກ… ຂໍໂທດທີ່ເຮັດໃຫ້ເຈົ້າຕ້ອງເປັນແບບນີ້”
ເມື່ອບໍ່ດົນມານີ້ຄູ່ສາມີພັນລະຍາ ຂອງວົງການບັນເທິງໄທຢ່າງ ແມັດທິວ ແລະ ສາວ ລີເດຍ ກໍໄດ້ອອກມາໂພສຜ່ານອິນສະຕາແກຣມສ່ວນຕົວວ່າຕິດເຊື້ອ covid19 ເຊິ່ງກ່ອນໜ້ານີ້ແມ່ນ ໜຸ່ມ ແມັດທິວ ກໍໄດ້ອອກມາໂພສກ່ອນວ່າຕົນເອງຕິດເຊື້ອ ແລະ ຫຼັງຈາກນັ້ນ ໃນວັນທີ່ 16 ມີນາ 2020 ພັນລະຍາສາວ ໄດ້ອອກມາໂພສກ່ຽວກັບຜົນກວດວ່າຕົນເອງກໍຕິດເຊື້ອເຊັ່ນກັນ…. ເຊິ່ງວັນທີ 16 ມີນາ 2020 ເປັນວັນຄົບຮອບແຕ່ງງານຂອງໜຸ່ມ ແມັດທິວ ແລະ ສາວ ລີເດຍ ແຕ່ຕອນນີ້ທັງຄູ່ຕ້ອງແຍກກັນເພື່ອຮັກສາຕົວ ເຊິ່ງສາມີກໍໄດ້ໂພສຂໍ້ຄວາມຊື້ງໆຜ່ານທາງ IG ໃຫ້ພັນລະຍາສາວສວຍໄດ້ອ່ານວ່າ : “ມື້ນີ້ແມ່ນວັນຄົບຮອບແຕ່ງງານ 5 ປີ ແລ້ວເດີ້ ໃຜຈະຄິດວ່າໃນມື້ນີ້ເຮົາທັງສອງຕ່າງກໍຕ້ອງນອນຢູ່ໃນໂຮງໝໍນໍາກັນທັ້ງຄູ່່ ແລະ ເຖິງແມ່ນວ່າຈະຢູ່ບໍ່ໄກກັນປານໃດ ແຕ່ມັນຄືຢູ່ຄົນລະໂລກເລີຍ ເພາະມັນບໍ່ສາມາດເບິ່ງເຫັນໜ້າເຈົ້າໄດ້ແບບໃກ້ຊິດ ບໍ່ສາມາດເຂົ້າໄປຈູບເຈົ້າ ຈັບຜົມ ຫຼືກອດເຈົ້າ ແລະ ບອກວ່າຂ້ອຍຮັກເຈົ້າຫຼາຍພຽງໃດ ຂ້ອຍຂໍໂທດທີ່ເຮັດໃຫ້ເຈົ້າຕ້ອງຢູ່ໃນສະຖານະການແບບນີ້ ໃນຊ່ວງ 10 ປີທີ່ຜ່ານມາ …
Read More »ຝາກໄວ້ໃຫ້ຄິດ!! ເຖິງຕອນນີ້ບ້ານເຮົາຍັງບໍ່ມີຜູ້ຕິດເຊື້ອ Covid-19 ແຕ່ເຮົາກໍຄວນປ້ອງກັນຕົວເອງ ແລະ ຫຼີກລ່ຽງການຢູ່ໃກ້ກັນແບບເປັນກຸ່ມ…
ສະພາບການຕອນນີ້ຂອງບ້ານເຮົາ ແລະ ທົ່ວໂລກຖືວ່າຕົກຢູ່ໃນສະຖານະການທີ່ນ່າເປັນຫ່ວງຫຼາຍ ຍ້ອນໂລກລະບາດ Covid-19 ກຳລັງແຜ່ລະບາດນັບມື້ນັບຮຸນແຮງ! ການລະບາດຂອງພະຍາດນີ້ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຫຼາຍໆປະເທດ, ຫຼາຍປະເທດຕ້ອງໄດ້ປິດເມືອງ, ປິດຊາຍແດນ, ປິດສາຍການບິນ, ງົດການຈັດຊຸມນຸມຕ່າງໆ, ບາງສະຖາບັນການສຶກສາກໍຕ້ອງໄດ້ປິດຊົ່ວຄາວ… ເພື່ອສະກັດກັ້ນພະຍາດດັ່ງກ່າວນີ້ ແລະ ບໍ່ພຽງແຕ່ສົ່ງຜົນຕໍ່ເສດຖະກິດເທົ່ານັ້ນ ແຕ່ມັນຍັງສົ່ງຜົນກະທົບໄປເຖິງການໃຊ້ຊີວິດຂອງຄົນຢູ່ໃນສັງຄົມ ທີ່ມີຄວາມຫຍຸ້ງຍາກຫຼາຍດ້ານ ໄປໃສມາໃສກໍຕ້ອງໄດ້ປ້ອງກັນຕົວເປັນພິເສດ ມີຄວາມລະແວງໄປໝົດ ເຖິງວ່າຕອນນີ້ຢູ່ປະເທດລາວເຮົາຍັງບໍ່ທັນກວດພົບວ່າມີຄົນຕິດເຊື້ອພະຍາດນີ້ເທື່ຶອ ແຕ່ປະເທດເຮົາກໍມີແຈ້ງການຕ່າງໆອອກມາເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດນີ້ ແລະ ສິ່ງທີ່ຕາມມາກໍຄືຂໍ້ສົງໃສຂອງຄົນລາວທຸກຄົນວ່າ ເປັນຫຍັງປະເທດອ້ອມຂ້າງມີຄົນຕິດເຊື້ອ Covid-19 ແລ້ວເປັນຫຍັງບ້ານເຮົາຄືບໍ່ມີ ນີ້ເປັນອີກໜື່ງບັນຫາໃຫຍ່ທີ່ຕ່່າງຄົນພາກັນຕັ້ງຄໍາຖາມ ແລະ ການຈັດກິດຈະກຳຕ່າງໆເປັນຫຍັງຈຶ່ງເລື່ອນອອກໄປ ແລະ ອີກຫຼາກຫຼາຍຄໍາຖາມ… ມື້ນີ້ຂວັນໃຈໄດ້ໄປເຫັນບົດຄວາມດີໆອີກບົດໜື່ງ ແລະ ຢາກມາແບ່ງປັນໃຫ້ທຸກຄົນໄດ້ອ່ານກັນ… ກ່ຽວກັບປະເດັນພະຍາດລະບາດ Covid-19 ທີ່ຫຼາຍຄົນສົງໃສ ມາໃຫ້ຫາຍຂ້ອງໃຈກັນ ເຮົາໄປເບິ່ງນໍາກັນເລີຍ!!! “ເປັນຫຍັງຈຶ່ງຫ້າມບໍ່ໃຫ້ຈັດງານໃຫຍ່ຊ່ວງນີ້? Social Distancing ແມ່ນຫຍັງ? ແລ້ວມັນຈະຊ່ວຍລ້າງບາງ COVID 19 ໄດ້ແນວໃດ? Social Distancing ແມ່ນຫຍັງ? …
Read More »ສຸດເສົ້າ! ລີເດຍ ໂພສຊື້ງເຖິງລູກທັງສອງ ຫຼັງຮູ້ວ່າຕົວເອງ ຕິດເຊື້ອ Covid-19 ຈາກສາມີ ແມັດທີວ “ຫ້າມຮ້ອງໄຫ້ເພາະນໍ້າຕາອາດຈະມີໄວຣັສ”
ເມື່ອບໍ່ດົນມານີ້ ແມັດທິວ ດິນ ອະດີດ ນັກຮ້ອງ, ດາລາ. ນັກສະແດງ, ພິທີກອນດັງຂອງໄທ ກໍໄດ້ອອກມາໂພສຜ່ານອິນສະຕາແກມສ່ວນຕົວ ວ່າຕົນເອງໄດ້ຕິດເຊື້ອ Covid-19 ເຊິ່ງຫຼາຍໆຄົນກໍໄດ້ແຫ່ໃຫ້ກຳລັງໃຈ ແລະ ທີ່ໜ້າເປັນຫ່ວງກວ່ານັ້ນຍັງມີຄົນຈໍານວນໜື່ງທີ່ຢູ່ໃກ້ຊິດກັບໜຸ່ມແມັດທິວ ນັ້ນກໍຄືຄອບຄົວ ພັນລະຍາ ແລະ ລູກນ້ອຍອີກສອງຄົນ ຫຼັງຈາກນັ້ນພັນລະນາສາວກໍໄດ້ເຂົ້າຕິດຕາມອາການ ເຊິ່ງຫຼ່າສຸດມື້ນີ້ຕອນບ່າຍ ສະຣັນຣັດ ດິນ ຫຼືເປັນທີ່ຮຸູ້ຈັກກັນໃນນາມ “ລີເດຍ” ດາລາ, ນັກສະແດງ, ນັກຮ້ອງຍິງໄທ Style R&B ເຈົ້າຂອງເພງຮີດ “ວ່າງແລ້ວຊ່ວຍໂທກັບ” ພັນລະຍາຂອງ ແມັດທິວ ດິນ ກໍໄດ້ອອກມາໂພສຜ່ານອິນສະຕາແກມສ່ວນຕົວຂອງຕົນເອງວ່າ ຕົນເອງກໍຕິດເຊື້ອ ພະຍາດ Covid-19 ກັບສາມີເຊັ່ນດຽວກັນ ເຊິ່ງສາວລີເດຍຍັງໂພສລໍ່າລາຄອບຄົວ ແລະ ລູກນ້ອຍທັງສອງວ່າເພື່ອໄປຮັກສາຕົວສູ້ກັບລະຍາດລະບາດດັ່ງກ່າວ … ຈັງໃດຂວັນໃຈກໍຂໍສົ່ງກຳລັງໃຈໄປໃຫ້ ສາວ ລີເດຍ ແລະ ສາມີ ພ້ອມດ້ວຍຄອບຄົວຂໍໃຫ້ຜ່ານວິກິດຄັ້ງນີ້ໄປໃຫ້ໄດ້ຢ່າງໄວເດີໆ… ຂອບໃຈຮູບພາບຈາກ: Lydia Sarunrat Deane
Read More »