ວົງການກິລາຢູ່ບ້ານເຮົາໃນປັດຈຸບັນມີຫລາຍປະເພດທີ່ໄດ້ມີໂອກາດກ້າວເຂົ້າສູ່ການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ເຊິ່ງຫຼ້າສຸດມີອີກໜື່ງປະເພດກິລາທີ່ໄດ້ມີໂອກາດສົ່ງຕົວແທນນັກກິລາລາວໄປແຂ່ງຂັນຢູ່ປະເທດເພື່ອນບ້ານ ທີ່ຈັດຂຶ້ນໃນຕົ້ນເດືອນມີນາ ຢູ່ແຂວງຣະຢອງ ປະເທດໄທປະເທດໄທ ນັ້ນກໍຄື ການແຂ່ງຂັນຂີ້ມ້າ… ນັກກິລາທີ່ເປັນຕົວແທນໄປແຂ່ງຂັນກິລາໃນຄັ້ງນີ້ແມ່ນ ນາງມຸທິຕາ ພົມມະຫານ ສາວນ້ອຍອາຍຸພຽງ 13 ປີ ຕາງໜ້າຈາກ ສປປ ລາວ ທີ່ໄດ້ສ້າງປະຫວັດສາດ ໃນວົງການກິລາຂີ່ມ້າລາວ ໂດຍສາມາດຍາດໄດ້ແຊັມການແຂ່ງຂັນຂີ່ມ້າຂ້າມສິ່ງກີດຂວາງ ຫຼື ລາຍການ “PONY THAILAND CHAMPION SHIP 2020” ໃນຮຸ່ນອາຍຸ 20 ປີ ເຂົ້າຮ່ວມ ຈາກນັກກິລາທັງໝົດຈໍານວນ 50 ຄົນ ໃນຂອບເຂດທົ່ວປະເທດໄທ. Posted by Phansit Hotrawaisaya on Friday, March 6, 2020 ຂວັນໃຈ ຂໍຊົມເຊີຍ ແລະ ສະແດງຄວາມຍິນດີນໍາສາວນ້ອຍຄົນເກັ່ງຄົນນີ້ ມຸທິຕາ …
Read More »News
ອັບເດດຫຼ້າສຸດ! ອາການປ່ວຍຂອງ ແມັດທິວ ແລະ ລີເດຍ ເຂົ້າຮັກສາຕົວ ຫຼັງຕິດເຊື້ອ COVID-19…
ຫຼັງຈາກທີ່ຄູ່ຜົວເມຍຄົນດັງ ວົງການບັນເທິງໄທ “ແມັດທິວ ດິນ ແລະ ລີເດຍ” ໄດ້ອອກມາໂພສຜ່ານອິນສະແກຣມສ່ວນຕົວວ່າທັ້ງຄູ່ໄດ້ຕິດເຊື້ອໄວຣັສ COVID-19… ທັງສອງກໍໄດ້ເຂົ້າຮັບການຮັກສາຕົວຢູ່ທີ່ໂຮງໝໍດຽວກັນແຕ່ແຍກຫ້ອງກັນ ເປັນເວລາເກືອບອາທິດກວ່າແລ້ວ ເຊິ່ງຫຼ້າສຸດ ສາວລີເດຍ ກໍໄດ້ອອກມາອັບເດດອາການຂອງຕົນ ແລະ ສາມີກ່ຽວກັບອາການຕິດເຊື້ອໃນຊ່ວງເວລາທີ່ຮັກສາຕົວຢູ່ໂຮງໝໍຜ່ານອິນສະຕາແກຣມສ່ວນຕົວວ່າ: ຫຼັງຈາກທີ່ຕ້ອງແຍກກັນຢູ່ເປັນອາທິດກວ່າແລ້ວ ຕອນນີ້ ລີເດຍກັບແມັດໄດ້ມາຮັກສາຕົວຢູ່ນາກັນແລ້ວ! ຂວັນໃຈ ຂໍໃຫ້ທັ້ງຄູ່ຮັກສາຕົວດີໄວໆ ແລະ ໄດ້ກັບມາຢູ່ກັບຄອບຄົວຢ່າງພ້ອມໜ້າພ້ອມຕາກັບຄອບຄົວທີ່ນ່າຮັກ ແລະ ອົບອຸ່ນໄວໆເດີ້! ຂອບໃຈຮູບພາບຈາກ: lydiasarunrat
Read More »ສູ້ໆເດີ້!! ຂໍເປັນກຳລັງໃຈໃຫ້ “ທີມແພດໝໍ ແລະ ໜ່ວຍງານກູ້ໄພ” ທີ່ເຮັດວຽກເກືອບຕະຫຼອດ 24 ຊົ່ວໂມງ ໃນຊ່ວງວິກິດ COVID-19…
ຕໍ່ເນື່ອງກັບສະພາບການແຜ່ລະບາດຂອງພະຍາດລະບາດ ໂຄວິດ-19 ເຊິ່ງປັດຈຸບັນນີ້ກຳລັງແຜ່ລະບາດໄປທົ່ວທຸກພື້ນທີ່ຂອງໂລກ ໄດ້ສົ່ງຜົນໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນທຸກມື້ ເຖິງແມ່ນວ່າປະເທດລາວເຮົາຍັງບໍ່ທັນມີຄົນຕິດເຊື້ອກໍຕາມ ແຕ່ພວກເຮົາກໍບໍ່ໄດ້ຖືເບົາ ເພາະປັດຈຸບັນນີ້ທາງພາກລັດກໍໄດ້ມີມາດຕະການຫຼາຍຢ່າງອອກມາເພື່ອສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວໂດຍມີການສັ່ງຫ້າມໂຈະຈັດງານສັງສັນ, ງານທີ່ມີຄົນຊຸມນຸມ, ງານດອງ, ພັກການຮຽນ-ການສອນຊົ່ວຄາວ… ຕອນນີ້! ຫຼາຍຄົນຫຼາຍພາກສ່ວນກໍໄດ້ສຸມໃສ່ປ້ອງກັນພະຍາດລະຍາດຢ່າງໜັັກໜ່ວງບໍ່ວ່າຈະເປັນທັງໂຮງຫມໍ, ຫນ່ວຍທີມງານກູ້ໄພ… ທີ່ຢູ່ເກືອບທຸກແຂວງທົ່ວປະເທດລາວ ເຊິ່ງພາກສ່ວນນີ້ຖືວ່າເຮັດວຽກເກືອບຕະຫຼອດ 24 ຊົ່ວໂມງ!ເພື່ອກຽມພ້ອມກັບພະຍາດລະບາດດັ່ງກ່າວ… ຂວັນໃຈ ເຫັນທຸກພາກສ່ວນໄດ້ຮ່ວມແຮງຮ່ວມໃຈສາມັກຄີຊ່ວຍເຫລືອກັນໃນຍາມທີ່ບ້ານເມືອງສູ້ກັບວິກິດແບບນີ້ ກໍຮູ້ສຶກດີໃຈ ແລະ ຊົມເຊີຍມາຍັງທຸກຄົນ-ທຸກພາກສ່ວນ ໂດຍສະເພາະກໍຂໍເປັນກຳລັງໃຈໃຫ້ອ້າຍນ້ອງກູ້ໄພ ແລະ ນັກຮົບຊຸດຂາວຂອງພວກເຮົານັ້ນກໍຄືທີມແພດໝໍ…ທີ່ສະຫຼະຊີວິດສ່ວນຕົວເພື່ອຊ່ວຍເຫຼືອສັງຄົມເຮົາ! ຂອບໃຈຮູບພາບຈາກ: saokai jaijaohude ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue
Read More »ສຸດຍອດໄປເລີຍ!!! Pronovias ຈະມອບຊຸດແຕ່ງງານ (ຟຣີ) ໃຫ້ກັບວ່າທີ່ເຈົ້າສາວ ທີ່ເປັນເຈົ້າໜ້າທີ່ ແລະ ທີມແພດຍິງທົ່ວໂລກ ທີ່ໄດ້ອຸທິດຕົນຕ້ານໂຄວິດ-19…
ນາທີນີ້ ເຖິງວ່າບັນດາແບຣນແຟຊັ່ນເກືອບທົ່ວໂລກຈະໄດ້ຮັບຜົນກະທົບໃນວິກິດໂລກ Covid-19 ແລະ ບໍ່ມີໃຜສາມາດຄາດເດົາໄດ້ວ່າຈະມີຫຍັງເກີດຂື້ນຕໍ່ໄປ. ແຕ່ສິ່ງໜຶ່ງທີ່ສົມຄວນຍົກຍ້ອງແມ່ນ ໃນສະຖານະການທີ່ມີຄວາມກົດດັນ ຫຼາຍແບຣນໄດ້ຊອກຫາວິທີທີ່ຈະຊ່ວຍເຫຼືອສັງຄົມ ບໍ່ພຽງແຕ່ໃຫ້ເປັນເງິນເທົ່ານັ້ນ ເພາະເມື່ອບໍ່ດົນມານີ້ ທາງຮ້ານເຄື່ອງແຕ່ງກາຍທີ່ມີຊື່ສຽງຂອງປະເທດສະເປນ ຄື Pronovias ໄດ້ອອກມາປະກາດວ່າ ຕົນໄດ້ລິເລີ່ມໂຄງການມອບຊຸດແຕ່ງງານຟຣີໃຫ້ແກ່ພະນັກງານໂຮງ ໝໍ ໃນທົ່ວໂລກ. ທີ່ໄດ້ອຸທິດຊີວິດເພື່ອຊ່ວຍເຫຼືອວິກິດ Covid-19 ສໍາລັບໂຄງການນີ້ຈະມີການນໍາເອົາ Collection ຊຸດແຕ່ງງານພິເສດຂຶ້ນມາຊື່ The Heroes Collection ເຊິ່ງທໍາອິດແມ່ນຈະມອບໃຫ້ແກ່ເຈົ້າໜ້າທີ່ໃນປະເທດຈີນເທົ່ານັ້ນ ແຕ່ໃນເມື່ອ Covid-19 ໄດ້ມີການແຜ່ລະບາດໄປທົ່ວໂລກ ທາງ Pronovias ຈຶ່ງຕັດສິນໃຈຂະຫຍາຍໄປຍັງເມືອງທີ່ຕົນເອງມີສາຂາຢູ່ ບໍ່ວ່າຈະເປັນ ມີລານດ ປາຣີສ, ລອນດອນ, ນິວຢອກ ຫຼືບາເຊໂລນາ ໃນປະເທດບ້ານເກີດຂອງແບຣນ ໂດຍເຈົ້າໜ້າທີ່ໂຮງໝໍຍິງທຸກຄົນ ບໍ່ວ່າຈະເປັນແພດໝໍ, ພະຍາບານ, ແມ່ບ້ານທໍາຄວາມສະອາດ ຫຼືພະນັກງານໂຮງອາການຂອງໂຮງໝໍ ສາມາດໄປຂໍໃຊ້ສິດໄດ້ພາຍໃນວັນທີ 31 ສິງຫານີ້… Amandine Ohayon ທີ່ໄດ້ຮັບຕໍາແໜ່ງ Chief Executive Officer …
Read More »ຊົມເຊີຍ!! ລູກນໍ້າ ທິດາລັດ ຂໍຮັບບໍລິຈາກຜ້າປິດປາກເພື່ອນໍາໄປແຈກທີມແພດໝໍລາວ… ສູ້ກັບວິກິດCOVID-19
ລູກນໍ້າ ທິດາລັດ ລາດາ ນັກສະແດງ ຊຸບຕາອັນດັບຕົ້ນໆຂອງປະເທດລາວ ເປັນດາລາສາວອີກຄົນທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວມຮູ້ຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານອອກມາໃຫ້ເຮົາໄດ້ເຫັນກັນຢູ່ເລື້ອຍໆບໍ່ວ່າຈະເປັນງານເດີນແບບ ຮູບເງົາ, ລະຄອນ ແລະ ພີເຊັນເຕີ… ຜ່ານມາລູກນໍ້າຍັງໄດ້ມີໂອກາດໄປຮ່ວມງານການສະແດງຢູ່ປະເທດເພື່ອນບ້ານເຮົານັ້ນກໍຄືປະເທດໄທບໍ່ວ່າຈະເປັນ ລະຄອນ ດອກຄູນສຽງແຄນ ທີ່ອອກອາກາດທາງຊ່ອງ GMM25 ແລະ ຜົນງານອື່ນໆອີກຫຼາກຫຼາຍ!!! ນອກຈາກນີ້ລູກນໍ້າຍັງເປັນອີກໜື່ງດາລາສາວທີ່ມັກຊ່ວຍເຫຼືອສັງຄົມເຮົາຕະຫຼອດມາ ແລະເຮົາຈະມັກເຫັນລູກນໍ້າສ້າງໂຄງການຊ່ວຍເຫຼືອຕ່າງໆຂຶ້ນມາເພື່ອຊ່ວຍເຫຼືອສັງຄົມເຊັ່ນ ຊ່ວຍເຫຼືອນັກຮຽນທີຢູ່ເຂດຊົນນະບົດ, ໂຮງໝໍ… ເອີ້ນໄດ້ວ່າເປັນດາລາສາຍບຸນອີກໜື່ງຄົນເລີຍກໍວ່າໄດ້! ເຊິ່ງປັດຈຸບັນປະເທດລາວເຮົາກໍເປັນອີກໜື່ງປະເທດທີ່ກຳລັງປະເຊີນກັບການຕ້ານໂລກລະບາດພະຍາດ COVID-19 ແນ່ນອນວ່າທຸກຄົນລ້ວນແຕ່ປ້ອງກັນຕົວເອງເພື່ອບໍ່ໃຫ້ພະຍາດດັ່ງກ່າວມາແຊກຊ້ອນໄດ້ ແລະ ໜື່ງສິ່ງທີ່ຈໍາເປັນ ແລະ ສໍາຄັນ ໃນການປ້ອງກັນຕົນເອງນັ້ນກໍຄືຜ້າປິດປາກ ແລະ ກຳລັງເປັນທີ່ຕ້ອງການຂອງທຸກພາກສ່ວນຢູ່ໃນສັງຄົມໂດຍສະເພາະແມ່ນແພດໝໍ… ຜ່ານມາສາວລູກນໍ້າກໍໄດ້ນໍາເອົາຜ້າປິດປາກຈໍານວນໜື່ງໄປບໍລິຈາກໃຫ້ທີມແພດຈໍານວນໜື່ງ! ແນ່ນອນຍັງຫຼາຍແຫ່ງທີ່ຍັງຕ້ອງການ ຫຼ້າສຸດສາວລູກນໍ້າກໍໄດ້ອອກມາໂພສຜ່ານເພສສ່ວນຕົວວ່າ: “ຕອນນີ້ຜ້າປິດປາກທີ່ແຈກໄປກີ້ນີ້ຫມົດແລ້ວ ບໍ່ພຽງພໍຕໍ່ ແພດຫມໍ ພະຍາບານ ຫລື ນັກສຶກສາແພດ….? ບາງຄົນກາບອກວ່າ ຕ້ອງການດ່ວນເພາະຂາດມາເປັນເດືອນແລ້ວ ບາງຄົນກາໃຊ້ 1 ແຜ່ນ ໃຊ້ …
Read More »