Breaking News

News

ຄົນລາວວ່າແນວໃດ?? ຜູ້ປະກາດຂ່າວ ຊ່ອງ One31 ເຂົ້າຂໍໂທດ ທາງການລາວ…

ຫຼັງຈາກສ້າງປະເດັນທີ່ເປັນກະແສຢູ່ໝົດມື້ສໍາລັບ ດຣາມ່າ ເລື່ອງຜູ້ປະກາດຂ່າວຊື່ດັງຂອງປະເທດໄທ ທີ່ມີການລາຍງານຂ່າວ “Covid-19” ແແຕ່ເບິ່ງໄປໃນທາງບໍ່ຄ່ອຍດີຕໍ່ກັບປະເທດລາວ ຈົນເຮັດໃຫ້ຄົນລາວເກີດຄວາມບໍ່ພໍໃຈ ແລະ ເກີດກະແສວິພາກວິຈານກັນຢ່າງຫຼວງຫຼາຍ… ແຕ່ຫຼ້າສຸດທາງໂທລະພາບຊ່ອງ One31 ກໍໄດ້ມີການອອກມາຂໍໂທດ ແລະ ສະແດງຄວາມເສຍໃຈຕໍ່ປະເທດລາວ ຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ທາງຜູ້ປະກາດຂ່າວຄົນດັ່ງກ່າວ ກໍໄດ້ອອກມາຍອມຮັບຜິດ ແລະ ເຂົ້າໄປຂໍໂທດກັບທາງ ສະຖານທູດລາວ ປະຈໍາປະເທດໄທ ດ້ວຍຕົນເອງ ເຖິງກໍລະນີດັ່ງກ່າວແລ້ວ… ເມື່ອເຫດການເປັນແບບນີ້ແລ້ວຄົນລາວເດວ່າແນວໃດ ຄົນຜິດກໍອອກມາຮັບຜິດຊອບ ແລະ ອອກມາຂໍໂທດແລ້ວ ຈັ່ງໃດກໍພິຈາລະນາຕາມທີ່ຄວນກະແລ້ວກັນເນາະ!!!   ຮູບຈາກ: YoulikeLao

Read More »

ຂໍໃຫ້ຄົນລາວອຸ່ນໃຈໄດ້!!! ເປີດຫ້ອງ Lab ທີ່ໃຊ້ໃນການກວດຫາເຊື້ອ Covid-19 ໃນ ສປປ.ລາວ ທີ່ມີຄວາມພ້ອມ ແລະ ທັນສະໄໝບໍ່ແພ້ປະເທດອື່ນ… (ມີຄິບ)

ໃນໄລຍະການແຜ່ລະບາດຂອງເຊື້ອຈຸລາໂລກສານພັນໃໝ່ ຫຼື Covid-19 ເມື່ອ 3-4 ເດືອນທີ່ຜ່ານມານີ້ ຈົນມາຮອດປັດຈຸບັນເຊື້ອພະຍາດດັ່ງກ່າວແມ່ນໄດ້ແຜ່ລາມໄປເກືອບທົ່ວທຸກມຸມໂລກ ລວມທັງບັນດາປະເທດອ້ອມຂ້າງເຮົາກໍໄດ້ອອກມາປະກາດແລ້ວວ່າ ມີຄົນຕິດເຊື້ອໄປແລ້ວບໍ່ໜ້ອຍ… ສ່ວນປະເທດລາວເຮົາ ຫຼ້າສຸດ ທາງກະຊວງສາທາລະນະສຸກກໍໄດ້ອອກມາແຈ້ງການແລ້ວວ່າ ພົບກໍລະນີສົງໄສຫຼາຍກໍລະນີ ແຕ່ຍັງບໍມີຍອດຜູ້ຕິດເຊື້ອເທື່ອ!! ຈາກເຫດການນີ້ເຮັດໃຫ້ສັງຄົມມີຄໍາຖາມເກີດຂຶ້ນຫຼາກຫຼາຍວ່າ ທີ່ບ້ານເຮົາບໍ່ມີຍອດຜູ້ຕິດເຊື້ອບໍ່ແມ່ນຍ້ອນເຄື່ອງກວດບໍ່ທັນສະໄໝບໍ? ຍ້ອນແພດໝໍບ້ານເຮົາຍັງບໍ່ເກັ່ງພໍບໍ? ຫຼືຍ້ອນຄວາມບໍ່ເອົາໃຈໃສ່ຂອງທາງຂັ້ນເທີງ? ເຊິ່ງມື້ນີ້ ຂວັນໃຈກໍຈະພາທຸກຄົນໄປຕອບຄໍາຖາມນໍາກັນ ໂດຍເປັນການເປີດພາບ ແລະ VDO ໃນຫ້ອງ Lab ທີ່ໃຊ້ໄວ້ກວດຫາເຊື້ອພະຍາດດັ່ງກ່າວ ເຊິ່ງຈະເຫັນວ່າມີຄວາມທັນສະໄໝ, ແພດໝໍມີຄວາມພ້ອມ ແລະ ຄຸ້ນຄ້ຽວໃນການເຮັດຢ່າງໜັກ ເພື່ອປະຊາຊົນຄົນລາວ… ທຸກຄົນ ຖ້າໄດ້ເຫັນຮູບພາບ ແລະ VDO ທີ່ຢູ່ດ້ານລຸ່ມນີ້ແລ້ວ ຫວັງວ່າທຸກຄົນຄົງຈະກະຈ່າງແຈ້ງກ່ຽວກັບບັນດາຄໍາຖາມຕ່າງໆ ແລ້ວຫັນມາໃຫ້ກໍາລັງໃຈບັນດາແພດໝໍຜູ້ຢູ່ເບື້ອງໜ້າ ພ້ອມທັງປະຕິບັດຕາມມາດຕະການທັງຫຼາຍທີ່ທາງຂັ້ນເທິງໄດ້ວາງອອກ ເພືື່ອອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງພວກເພິ່ນດ້ວຍ!! ເປັນກໍາລັງໃຈໃຫ້ແພດໝໍທຸກທ່ານເດີ້!! Posted by ປະກາດ Pakaad on Thursday, March 19, 2020 …

Read More »

 “ແອັບເປີ້ນ” ໂພສເດືອດ! ພິທີກອນດັງຂອງໄທອ່ານຂ່າວກ່າວເຖິງປະເທດລາວ…

ຖືໄດ້ວ່າກຳລັງເປັນກະແສຢ່າງສະນັ່ນໃນໂລກSocial ສໍາຫຼັບພິກອນຊື່ດັງຂອງໄທ ທີ່ໄດ້ອອກມາປະກາດຂ່າວລາຍການໜື່ງກ່ຽວກັບກໍລະນີ “ເປັນຫຍັງຈື່ງເລື່ອນບຸນປີໃໝ່ ແລະ ບໍ່ໄດ້ກັບບ້ານເກີດ ເຖິງແມ່ນວ່າບໍ່ໄດ້ປິດເມືອງ”  ທີ່ສາເຫດມາຈາກເລື່ອງ ພະຍາດລະບາດ  Covid-19  ແລະສິ່ງທີ່ກຳລັງເປັນແສງມາແຮງນັ້ນກໍຄືຜູ້ປະກາດຂ່າວຄົນນີ້ໄດ້  ໄດ້ກ່າວເຖິງປະເທດລາວວ່າ ​​​”ຄົນລາວຄົນຕິດເຊື້ອຍັງເປັນສູນ  ແຕ່ຍັງບໍ່ມີໃຜເຊື່ອ ຍ້ອນວ່າບ້ານເຮົາບໍ່ມີເຕັກໂນໂລຊີໃນການກວດ ບໍ່ມີຫ້ອງແລບ ບໍ່ມີຮອດຊຸດກວດ ຖ້າໃຜເຄີຍມາຂະໜາດໂຮງໝໍຍັງໃນເມືອງໃຫຍ່ໆຍັງເກົ່າ ເຕັກໂນໂລຊີຍັງຫຼ້າສະໄໝກວ່າໂຮງໝໍຊົນນະບົດຂອງໄທອີກ…” ຈົນກາຍເປັນປະເດັນ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຄົນລາວເປັນຈໍານວນຫຼາຍ ເຊິ່ງຄົນລາວ ກໍໄດ້ພາກັນອອກມາສະແດງຄວາມຄິດເຫັນກັນຢ່າງສະນັ່ນໃນ Social ພ້ອມທັງມີຄົນດັງວົງການບັນເທິງອີກຫຼາຍໆຄົນຢ່າງ ແອັບເປີ້ນ ສີສະຫງຽນ ກໍໄດ້ອອກມາໂພສສະແດງຄວາມຄິດເຫັນຜ່ານອິນສະຕາແກຣມສ່ວນຕົວວ່າ…  ຫຼັງຈາກທີ່ສາວ ແອັບເປີ້ນໄດ້ໂພສຂໍ້ຄວາມດັ່ງກ່າວອອກໄປ ກໍມີຫຼາຍຄົນທີ່ເຂົ້າມາສະແດງຄວາມຄິດເຫັນຕ່າງໆນາໆ ຈົນກາຍເປັນປະເດັນ! ສ່ວນແອັດມິນເອງຄົນໜື່ງກໍເປັນຄົນໜື່ງທີ່ໄດ້ຕິດຕາມ ແລະ ເຫັນວີດີໂອດັ່ງກ່າວ ເຊິ່ງຂໍເປັນກາງເປັນການສະແດງຄວາມຄິດເຫັນວ່າ ໃນການນໍຳສະເໜີຂ່າວ ຂອງແຕ່ລະປະເທດລ້ວນແຕ່ແຕກກັນກັນຢູ່ແລ້ວ… ແຕ່ທັ້ງນີ້ກໍຄໍານຶງເຖິງຈັນຍາບັນ ແລະ ບົນພື້ນຖານຄວາມເປັນຈິງໂດຍບໍ່ໃຫ້ຝ່າຍໃດຝ່າຍໜື່ງເຊື່ອມເສຍ!!!            

Read More »

ໝໍແນ່ງເດືອດ!! ນັກຂ່າວຊື່ດັງໄທ ດູຖູກສາທາລະນະສຸກລາວ… “ໂຮງໝໍຫຼ້າສະໄໝ ອຸປະກອນເກົ່າການແພດເກົ່າ ບໍ່ມີໃຜເຊື່ອວ່າຈະກວດຫາເຊື້ອ Covid-19 ພົບ” (ມີຄຣິບ)

ກາຍເປັນປະເດັນທີ່ຮ້ອນແຮງທີ່ສຸດໄປແລ້ວໃນຕອນນີ້ ເມື່ອນັກຂ່າວຊື່ດັງ ຊ່ອງໂທລະພາບຊື່ດັງ ຂອງປະເທດໄທ ລາຍການ “จั๊ด ซัดทุกความจริง”ອອກມາວິເຄາະ ແລະ ໃຫ້ຄໍາເຫັນກ່ຽວກັບປະເດັນທີ່ “ປະເທດ ມຽນມາ ແລະ ປະເທດລາວບໍ່ມີຄົນຕິດເຊື້ອ Covid-19” ຫຼັງຈາກທີ່ຫຼາຍປະເທດອ້ອມຂ້າງເຮົາຕິດໄປເກືອບທຸກປະເທດແລ້ວ ແຕ່ໃນລາຍການຂ່າວດັ່ງກ່າວແມ່ນໄດ້ມີການພາດພິງເຖິງປະເທດລາວທີ່ຄ້ອນຂ້າງເຈາະຈົງໄປທາງ ດູໝິ່ນ ດ້ານຄວາມດ້ອຍພັດທະນາ, ຄວາມຫຼ້າສະໄໝຂອງສາທາລະນະສຸກບ້ານເຮົາ ລວມໄປເຖິງການວິພາກວິຈານ ອຸປະກອນການແພດ ທີ່ຫຼ້າສະໄໝຖ້າທຽບໃສ່ປະເທດໄທ… VDO ດັ່ງກ່າວ… …….. Posted by B'boss Soutthavong on Thursday, March 19, 2020   ແຕ່ຫຼັງຈາກ VDO ຂ່າວດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປບໍ່ດົນ ກໍໄດ້ມີຄົນລາວຫຼາຍຄົນອອກມາສະແດງຄວາມຄິດເຫັນ ລັກສະນະວິພາກວິຈານນັກຂ່າວຄົນດັ່ງກ່າວຢ່າງຫຼວງຫຼາຍ ເຖິງຄວາມບໍ່ເໝາະສົມໃນການໃຊ້ຄໍາເວົ້າ ແລະ ໜຶ່ງໃນນັ້ນກໍມີ ໝໍແນ່ງ ຈັນດາລີ ດາລານັກສະແດງແຖວໜ້າຂອງປະເທດລາວ ພ້ອມຍັງເປັນຜູ້ທີ່ຊົງອິດທິພົນທີ່ສຸດໃນໂລກ Social ປະຈໍາປີ 2019 …

Read More »

ຂ່າວດີ! ອູ່ຮັ່ນ ແລະ ມົນທົນຫູເປີ່ຍ ບໍ່ພົບຄົນປ່ວຍ Covid-19 ຄົນໃຫມ່…

ຕອນເຊົ້າຂອງວັນທີ 19 ມີນາ 2020 ຄະນະກຳມະການສາທາລະນະສຸກແຫ່ງຊາດຂອງມົນທົນຫູເປີ່ຍ ລາຍງານວ່າ ບໍ່ພົບຜູ້ປ່ວຍ  Covid-19  ລາຍໃຫມ່ໃນເມືອງອູ່ຮັ່ນ ລວມເຖິງມົນທົນ ຫູເປີ່ຍ ມື້ວານ ວັນທີ 18 ມີນາ 2020 ເຊິ່ງເປັນຄັ້ງທໍາອິດທີ່ບໍ່ພົບກໍລະນີຜູ້ຕິດເຊື້ອຄົນໃຫມ່ໃນສູນກາງ ແລະ ຕົ້ນຕໍຂອງໄວຣັສ Covid-19  ໃນຈີນ ຫຼັງຈາກປະເຊີນກັບວິກິດ ແລະ ຕໍ່ສູ້ກັບໄວຣັສມາດົນກວ່າ 2 ເດືອນ – ຂໍ້ມູນຈາກທາງການຈີນລະບຸວ່າ ມື້ວານນີ້ມີຄົນຕິດເຊື້ອຍືນຍັນເພີ່ມ 34 ຄົນ ໂດຍທັງໝົດລ້ວນແຕ່ເປັນຜູ້ທີ່ເດີນທາງກັບມາຈາກຕ່າງປະເທດ ສ່ວນຈໍານວນຜູ້ເສີຍຊີວິດຫຼ້າສຸດມີເພີ່ມ 8 ຄົນ ເຊິ່ງທັງໝົດໃນມົນທົນຫູເປີ້ຍ. ເຖິງແນວໃດກໍຕາມ ທາງການຈີນຍັງບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມເທື່ອວ່າຜູ້ຕິດເຊື້ອຄົນໃຫມ່ເດີນທາງກັບມາຈາກປະເທດໃດແດ່  ກ່ອນໜ້ານີ້ລັດຖະບານປະກາດວ່າ ຈີນໄດ້ຜ່ານພົ້ນຈຸດສູງສຸດຂອງວິກິດການລະບາດຂອງ Covid-19 ແລ້ວ ຫຼັງຈາກທີ່ປະເທດໄດ້ເຮັດສົງຄາມກັບຳວຣັສຢ່າງໜັກໜ່ວງ ທັງການປິດເມືອງ ແລະ ຈໍາກັດການເດີນທາງຂອງປະຊາຊົນເພື່ອຫຼຸດຄວາມສ່ຽງໃນການແຜ່ກະຈາຍຂອງໄວຣັສ ສໍາຫຼັບ ຍອດລວມສະສົມຂອງຜູ້ຕິດເຊື້ອໃນຈີນຂະນະນີ້ຢູ່ທີ່ປະມານ 80,928 ຄົນ ໂດຍຈໍານວນນີ້ຟື້ນຕົວ ແລະ ຮັກສາດີແລ້ວ 70,420 ຄົນ ແລະ …

Read More »