ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ… ຖຸືເປັນຂ່າວດີທີ່ສຸດສາລັບຄົນລາວທັງປະເທດໃນຕອນນີ້ ແລະ ທັງເປັນຂ່າວດີໃນວົງການກິລາລາວເຮົາ ເມື່ອນັກກິລາ ຄິກບ໊ອກຊິ້ງ (Kickboxing) ທີມຊາດລາວ ນ້ອງໂອ ສຸກັນ ໄຕປັນຍາວົງ ໄປແຂ່ງຂັນໃນງານ ມະຫະກໍາກິລາຊີເກມ ທີ່ປະເທດ ຟີລິບປີນ ແລະ ສາມາດຍາດໄດ້ຫຼຽນຄໍາມາໄດ້ ເປັນຄັ້ງທໍາອິດ ແລະ ຄັ້ງປະຫວັດສາດຂອງວົງການກິລາບ້ານເຮົາ!!! ແລະ ນາທີທີ່ເພງຊາດລາວດັງກ້ອງກັງວານເທິງເວທີໂລກ ທຸກຄົນຕ່າງນໍ້າຕາຊຶມດ້ວຍຄວາມດີໃຈທີ່ຫາໃສປຽບບໍ່ໄດ້ ເພາະມັນເປັນການສະແດງໃຫ້ເຫັນເຖິງຄວາມສາມາດຂອງນັກກິລາວ ກໍຄືຄົນລາວເຮົາທີ່ບໍ່ໄດ້ດ້ອຍໄປກວ່າຊາດອື່ນເລີຍ… ນໍ້າຕາຊຶມປໍ້ ສຽງເພງຊາດລາວ ດັ່ງກ້ອງທີ່ ຊີເກມ ຄັ້ງທີ່ 30ຂຶ້ນຮັບ ຫຼຽນຄໍາແລ້ວ #ແຊເລີຍ! ?????????ທ້າວ ສູກັນ ໄຕປັນຍາວົງ ຫຼື ນ້ອງໂອ ພຽງຍົກທີ 1 ນັອກ ນັກມວຍອິນໂດເນເຊຍ #ຄວ້າຫລຽນຄຳ ທຳອິດໃຫ້ທັບນັກກິລາລາວ ໃນຊີເກມ …
Read More »News
ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້…
ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້… ກໍາລັງເປັນຂ່າວດັງ ແລະ ເປັນກະແສຢູ່ໃນຕອນນີ້ ຫຼັງຈາກການປະກວດ Miss Universe 2019 ສິ້ນສຸດລົງ; ຜົນການຕັດສິນອອກມາຢ່າງເປັນທາງການວ່າ ຜູ້ທີ່ໄດ້ຮັບຕໍາແໜ່ງ Miss Universe ປະຈໍາປີ 2019 ຫຼຶ້ນາງງາມຈັກກະວານຄົນທີ 68 ຂອງໂລກນັ້ນໄດ້ແກ່ Zozibini Tunzi ເປັນສາວຜິວສີຕົວແທນຈາກ ປະເທດ ອາຟຣິກາໃຕ້… ເຊິ່ງຫຼັງຈາກພິທີກອນປະກາດຊື່ຂອງນາງກ້ອງຂຶ້ນເທິງເວທີ ທຸກຄົນທົ່ວໂລກຕ່າງເວົ້າເປັນສຽງດຽວກັນວ່າ “ເໝາະສົມແລ້ວກັບຕໍາແໜ່ງນາງງາມຈັກກະວານ” ເພາະຟັງຈາກການຕອບຄໍາຖາມໃນຮອບຕັດສິນບອກໄດ້ເລີຍວ່າ ບໍ່ມີໃຜເໝາະສົມເທົ່າກັບນາງອີກແລ້ວ! ນອກຈາກນັ້ນນາງຍັງເປັນນາງງາມອີກຄົນໜຶ່ງທີ່ມີຄວາມສາມາດອີກຄົນໜຶ່ງເລີຍແຫຼະ!!! ເຊີິ່ງມື້ນີ້ ຂວັນໃຈ ກໍຈະພາສາວໆໄປທໍາຄວາມຮູ້ຈັກກັບ Zozibini Tunzi ຫຼາຍຂຶ້ນ ແລ້ວທຸກຄົນຈະຮັກນາງຂຶ້ນໄປອີກຢ່າງແນ່ນອນ… Zozibini Tunzi ເກີດເມື່ອວັນທີ 18 ກັນຍາ 1993 ໄວ 26 ປີ …
Read More »ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ…
ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ… ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວ ສໍາລັບການປະກວດ MISS UNIVERSE ນາງງາມຈັກກະວານໂລກ ທີ່ມີນາງງາມຕົວແທນເກືອບ 100 ປະເທດເຂົ້າຮ່ວມປະກວດໃນຮອບຕັດສິນ ວັນທີ 9 ທັນວາ 2019 ທີ່ປະເທດ ສະຫະລັດອາເມຣິກາ ເຊິ່ງຜົນການຕັດສິນກໍໄດ້ອອກມາຢ່າງເປັນເອກະສັນແລ້ວວ່າ ສາວງາມຜູ້ຄວ້າມຸງກຸດອັນຊົງກຽດຈາກເວທີໂລກ MISS UNIVERSE ປະຈໍາປີ 2019 ນີ້ແມ່ນໄດ້ແກ່ Miss Zozibini Tunzi ຕົວແທນຈາກ ອາຟຣິກກາໃຕ້ ເຊິ່ງຫຼັງຈາກທີ່ໄດ້ຮັບຕໍາແໜ່ງ ທຸກຄົນທຸກປະເທດທົ່ວໂລກ ກໍສະແດງຄວາມຍິນດີ ແລະ ເວົ້າເປັນສຽງດຽວກັນວ່າ “ເໝາະສົມທີ່ສຸດແລ້ວ” ລວມທັງແອັດມິ້ນເອງກໍໄດ້ຮ່ວມສະແດງຄວາມຍິນດີນໍາກັບນາງຫຼາຍໆເດີ້!!! ສ່ວນທາງດ້ານ ສາວເມ ວິຈິດຕາ ພອນວິໄລ ນາງງາມຕົວແທນປະເທດລາວເຮົາທີ່ໄດ້ເດີນທາງໄປປະກວດໃນເວທີລະດັບໂລກນີ້ ເຊິ່ງຄົນລາວເຮົາທັງປະເທດກໍໄດ້ສົ່ງກໍາລັງໃຈໄປເຊຍແບບສຸດໃຈ ແລະ ສາວເມ ເອງກໍໄດ້ປະຕິບັດໜ້າທີ່ຂອງຕົນເອງໄດ້ດີທີ່ສຸດໃນການນໍາສະເໜີຄວາມເປັນລາວ ສູ່ເວທີສາກົນໃນຄັ້ງນີ້ ແລະ …
Read More »ຊົມເຊີຍ!!! ແມັດຕີ່ ໂດ ຜູ້ກັບຍິງລາວ ນໍາພາຮູບເງົາ “ບໍ່ມີວັນຈາກ” ເປີດຕົວເດີນພົມແດງທີ່ມາເກົາ ແລະ ເດີນສາຍຮັບລາງວັນອີກຫຼາກຫຼາຍເກືອບທົ່ວໂລກ…
ຊົມເຊີຍ!!! ແມັດຕີ່ ໂດ ຜູ້ກັບຍິງລາວ ນໍາພາຮູບເງົາ “ບໍ່ມີວັນຈາກ” ເປີດຕົວເດີນພົມແດງທີ່ ມາເກົາ ແລະ ເດີນສາຍຮັບລາງວັນອີກຫຼາກຫຼາຍເກືອບທົ່ວໂລກ… ຖືວ່າເປັນຜູ້ກໍາກັບຍິງຄົນລາວອີກຄົນໜຶ່ງທີ່ມີຄວາມສາມາດ ແລະ ຄວນເປັນເອົາເປັນແບບຢ່າງຫຼາຍ ສໍາລັບ ແມັດຕີ່ ໂດ ຜູ້ກໍາກັບຍິງຄົນທໍາອິກຂອງລາວທີ່ນໍາພາຮູບເງົາລາວໄປສູ່ເວທີໂລກ ເພາະຜົນງານຂອງນາງແຕ່ລະເລື່ອງນັ້ນ ແມ່ນ Go Inter ໄດ້ທຸກເລື່ອງ… ໂດຍຜົນງານການກໍາກັບຂອງ ແມັດຕີ່ ສ່ວນຫຼາຍແມ່ນຈະອອກໄປແນວໜັງທີ່ເວົ້າເລົ່າເຖິງຄວາມເຊື່ອ ແລະ ປະເພນີຂອງຄົນລາວເຊັ່ນ: ຮູບເງົາ ຜ້າພັນຄໍສີແດງ, ຈັນທະລີ, ນ້ອງຮັກ ເຊິ່ງຮູບເງົາທັງ 3 ເລື່ອງແມ່ນໄດ້ຮັບກະແສຕອບຮັບເປັນຢ່າງດີທັງພາຍໃນ-ຕ່າງປະເທດ ແລະ ຍັງໄດ້ຮັບລາງວັນມາກາລັນຕີຄວາມສໍາເລັດຫຼາກຫຼາຍລາງວັນ… ຕໍ່ມາ ແມັດຕີ່ ໂດ ໄດ້ສ້າງຜົນງານຮູບເງົາອອກມາໃຫ້ໄດ້ຮັບຊົມກັນອີກຄັ້ງຊື່ວ່າ “ບໍ່ມີວັນຈາກ” (The Long Walk) ເຊິ່ງປັດຈຸບັນກໍາລັງເດີນສາຍເປີດຕົວໃນຫຼາຍປະເທດທົ່ວໂລກ! ພ້ອມກັບໄດ້ຮັບລາງວັນກາລັນຕີຄວາມສໍາເລັດຂອງຮູບເງົາເລື່ອງນີ້ຈາກທຸກປະເທດທີ່ເດີນທາງໄປ… ແລະ ຫຼ້າສຸດວັນທີ 5 ທັນວາທີ່ຜ່ານມາ …
Read More »ສະແດງຄວາມຍິນດີນໍາອີກຄັ້ງ!!! ວິນລີ່-ຄຣິສຕີນ່າ ຮັບລາງວັນ “ທີ່ສຸດແຫ່ງການພັດທະນາທີ່ຢັ້ງຢືນສາກົນ ແລະ ລາງວັນມິດຕະພາບ ວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ອາຊຽນ” ຈາກປະເທດໄທ…
ສະແດງຄວາມຍິນດີນໍາອີກຄັ້ງ!!! ວິນລີ່-ຄຣິສຕີນ່າ ຮັບລາງວັນ “ທີ່ສຸດແຫ່ງການພັດທະນາທີ່ຢັ້ງຢືນສາກົນ ແລະ ລາງວັນມິດຕະພາບ ວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ອາຊຽນ” ຈາກປະເທດໄທ… ຂໍສະແດງຄວາມຍິນດີນໍາອີກຄັ້ງ!! ກັບຄູ່ຮັກດາລາທີ່ມາແຮງທີ່ສຸດໃນປີນີ້ ວິນລີ່ ແລະ ຄຣິສຕີນ່າ ຫຼັງຈາກທີ່ໄດ້ຮັບລາງວັນອັນຊົງກຽດໃນການເດີນແບບໄປເມື່ອບໍ່ດົນມານີ້ຄື: ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນ ໜຸ່ມວິນລີ່ ແມ່ນສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian International Super Model Contest 2019… ແລະ ຕໍ່ມາກໍໄດ້ຮັບລາງວັນອັນຊົງກຽດອີກ 2 ລາງວັນຈາກປະເທດໄທຄື: The Best World SDGs Awards 2019 ເປັນລາງວັນທີ່ສຸດແຫ່ງການພັດທະນາທີ່ຢັ້ງຢືນສາກົນ 2019 ແລະ ລາງວັນ Friendship, Culture & Tourism Promotion ASEAN …
Read More »