ໂຄງການ “ຊື່ນໃຈທ້າຍປີ ລຸ້ນໂຊກ 2 ຊັ້ນ ຈາກນ້ຳດື່ມຫົວເສືອ” ໄດ້ຈັດງານຈັບສະຫຼາກແຈກໂຊກຄືນກຳໄລໃຫ້ກັບລູກຄ້າຄັ້ງທີ 1 ໂດຍໄດ້ແຈກລົດຈັກ Honda Wave 110i ຈຳນວນ 12 ຄັນ ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ນີ້ ທີ່ບໍລິສັດ ເບຍລາວ ຈຳກັດ. ໂດຍການຈັບສະຫຼາກຂອງທ່ານ ບຸນທະແສງ ສິຣິສັກ ຜູ້ຈັດການອາວຸໂສ ນໍ້າດື່ມຫົວເສືອ. ສຳລັບໃຜທີ່ຍັງບໍ່ໄດ້ຮັບລາງວັນໃນຄັ້ງທີ 1 ນີ້, ກໍບໍ່ຕ້ອງເສຍໃຈເພາະຍັງຈະມີການຈັບລາງວັນເປັນຄັ້ງທີ 2 ອີກ ສະນັ້ນ, ຮີບຟ້າວໄປສະສົມຝາ ນໍ້າດື່ມຫົວເສືອ ສີເຫຼືອງໄວ້ຕັ້ງແຕ່ດຽວນີ້ ຈົນຮອດວັນທີ 28 ທັນວາ 2019 ເພື່ອມາແລກເອົາຂອງລາງວັນໃນໂຊກທີ 1 ບໍ່ວ່າຈະເປັນ ຖັງໃສ່ນໍ້າກ້ອນ, ຄັນຮົ່ມ ແລະ ລຸ້ນຮັບໂຊກ ຄັ້ງທີ 2 ກໍຄືເອົາຄູປ໋ອງມາຊິງໂຊກລຸ້ນລາງວັນໃຫຍ່ອີກ ໃນວັນທີ …
Read More »News
ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສືຟຣີ…
ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສື ຟຣີ… ແອັດມິ້ນເຫັນຂ່າວນີ້ແລ້ວອົດຍິ້ມທັງນໍ້າຕາບໍ່ໄດ້ ເພາະມັນຮູ້ສຶກໄດ້ເຖິງຄວາມມີນໍ້າໃຈອັນຫາໃສປຽບບໍ່ໄດ້ ເພາະເດັກນ້ອຍອາຍຸພຽງ 12 ປີ ແຕ່ມີຄວາມຄິດຄວາມອ່ານ ແລະ ມີນໍ້າໃຈເອຶ້ອເຟື້ອເພື່ອແຜ່ເພື່ອນມະນຸດດ້ວຍກັນຂະໜາດນີ້ ແອັດມິ້ນບໍ່ຮູ້ຈະຍົກຄໍາໃດຂຶ້ນມາຍົກຍໍສັນເສີນເຈົ້າໄດ້ດີໄປກວ່າຄໍາວ່າ ສຸດຍອດນໍ້າໃຈ ພ້ອມທັງຂຽນເລື່ອງລາວເຜີຍແຜ່ໃຫ້ຜູ້ໃຫຍ່ຫຼາຍໆຄົນໄດ້ອ່ານ… ເຊິ່ງເລື່ອງລາວທີ່ແອັດມິ້ນຈະມາເລົ່າຕໍ່ໄປນີ້ ຢາກໃຫ້ທຸກຄົນທີ່ໄດ້ອ່ານ ຄິດເຖິງພາບຕົວເອງຕອນອາຍຸ 12 ປີ ວ່າເຮັດຫຍັງຢູ່ ແລ້ວເຈົ້າຈະຮູ້ໄດ້ເຖິງຄວາມສຸດຍອດຂອງເດັກນ້ອຍຄົນນີ້ ທ້າວ ນິກາໂນ ກິນເຕໂຣສ (Nicanor Quinteros) ໜຸ່ມນ້ອຍອາຍຸ 12 ປີ ຈາກປະເທດ ອາເຈນຕີນ່າ ທີ່ໄດ້ກໍ່ສ້າງໂຮງຮຽໜຂອງຕົວເອງຂຶ້ນມາ ເພື່ອໃຫ້ເດັກນ້ອຍທີ່ທຸກຍາກ ໄດ້ຮັບໂອກາດໃນການເຂົ້າເຖິງການສຶກສາ ຄືທີ່ລາວເຄີຍໄດ້ຮັບໂອກາດ. ໂດຍຈຸດເລີ່ມຕົ້ນຂອງແນວຄວາມຄິດອັນຍິ່ງໃຫຍ່ນີ້ ແມ່ນເກີດຂຶ້ນຕັ້ງແຕ່ຕອນທີ່ລາວມີອາຍຸພຽງ 9 ປີ ເພາະເຫັນວ່າ ເດັກນ້ອຍຫຼາຍຄົນໃນຂົງເຂດທີ່ຕົນເອງອາໄສຢູ່ ບໍ່ມີໂອກາດໄດ້ຮຽນໜັງສື ເນື່ອງຈາກບັນດາຄອບຄົວທີ່ອາໄສຢູ່ເຂດນັ້ນເປັນຄອບຄົວທຸກຍາກ ບາງຄອບຄົວກໍບໍ່ມີທີ່ຢູ່ອາໄສ… ນິກາໂນ ແລະ ຍ່າຂອງລາວຈຶ່ງໄດ້ຮ່ວມກັນສ້າງໂຮງຮຽນທີ່ຢູ່ໃນສວນຫຼັງບ້ານ …
Read More »ເມຍໃຫຍ່ທັງຫຼາຍຄວນຮູ້!!! ຖ່າຍຄຣິບປະຈານເມຍນ້ອຍ ເຮັດໃຫ້ອັບອາຍ-ເຊື່ອມເສຍ… ຜົວມີເມຍນ້ອຍ ມີກົດໝາຍຄຸ້ມຄອງ? (ມີຄໍາຕອບ)
ເມຍໃຫຍ່ທັງຫຼາຍຄວນຮູ້!!! ຖ່າຍຄຣິບປະຈານເມຍນ້ອຍ ເຮັດໃຫ້ອັບອາຍ-ເຊື່ອມເສຍ… ຜົວມີເມຍນ້ອຍ ມີກົດໝາຍຄຸ້ມຄອງ? (ມີຄໍາຕອບ) ເມື່ອກ່ອນໃນສະຖາບັນຄອບຄົວ ການທີ່ຜົວມີເມຍນ້ອຍ ຫຼືຕິດສາວບາງຄັ້ງສັງຄົມຍັງພິພາກວິຈານເມຍຊໍ້າວ່າ ດູແລຜົວບໍ່ດີ ຫຼືຶຖ້າມີການປະ-ຮ້າງກັນຂຶ້ນມາ ແມ່ຍິງກໍຍັງຖືກກ່າວປະນາມອີກວ່າ ບໍ່ມີຄວາມອົດທົນ ເຊິ່ງມັນສະແດງໃຫ້ເຫັນເລີຍວ່າ ສັງຄົມສະໄໝນັ້ນແມ່ນຍົກສູງຜູ້ຊາຍຫຼາຍກວ່າແມ່ຍິງ ແຕ່ມາປັດຈຸບັນນີ້ທີ່ເອີ້ນກັນວ່າ ເປັນສັງຄົມທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ຜູ້ຊາຍຕ້ອງໃຫ້ກຽດແມ່ຍິງຫຼາຍຂຶ້ນໃນສາຍຕາຂອງສັງຄົມ ມີຍິງເຮົາເລີ່ມມີບົດບາດໃນສັງຄົມຫຼາຍຂຶ້ນ ໃນສະຖາບັນຄອບຄົວກໍເຊັ່ນກັນ ເຮັດໃຫ້ໄລຍະຫຼັງໆມານີ້ ພວກເຮົາມັກຈະເຫັນຜ່ານໂຊຊ່ຽວມີເດຍຢູ່ເປັນປະໍຈໍາເລື່ອງການຮຽກຮ້ອງສິດທິຂອງເມຍໃຫຍ່ ເມື່ອຜົວໄປມີເມຍນ້ອຍ ຈົນບາງກໍລະນີກໍອອກຈະໄປທາງຕັ້ງໃຈໃຫ້ສັງຄົມວິຈານຜູ້ກະທໍາຜິດ ກໍຄືເມຍນ້ອຍນັ້ນເອງ… ຈົນເຮັດໃຫ້ສັງຄົມຫຼາຍຝ່າຍຕັ້ງຄໍາຖາມກັບກໍລະນີແບບນີ້ວ່າ ການກະກໍາບາງຢ່າງທີ່ເກີນໄປເຮັດໃຫ້ເມຍນ້ອຍໄດ້ຮັບຄວາມອັບອາຍ ຂາຍໜ້າຂາຍຕາແບບນັ້ນ ບ້ານເຮົາມີກົດໝາຍຄຸ້ມຄອງເມຍນ້ອຍບໍ່? ອັນນີ້ແອັດມິ້ນຕອບໃຫ້ເລີຍ ບໍ່ມີປະເທດໃນໂລກທີ່ສ້າງກົດໝາຍຄຸ້ມຄອງເມຍນ້ອຍໄດ້ເນາະ ເພາະຖ້າມີກົດໝາຍແບບນັ້ນ ອາດຈະມີຂະບວນປະທ້ວງຂອງບັນດາເມຍໃຫຍ່ຢ່າງແນ່ນອນ ວ່າບໍ່ 555. ແລະ ໃນທາງກົດໝາຍແລ້ວພຶດຕິກໍາດັ່ງກ່າວແມ່ນຖືວ່າເປັ ນການ “ການທຳມິດສະຈານ” ໂດຍອິງຕາມຂອບກົດໝາຍ “ວ່າດ້ວຍການທຳມິດສະຈານ” ເຊິ່ງມີລາຍລະອຽດດັ່ງນີ້: ອີງຕາມ ກົດໝາຍວ່າດ້ວຍອາຍາ 2005 (ສະບັບປັບປຸງ) ໝວດທີ 6 ວ່າກ້ວຍການກະທຳຜິດຕໍ່ສາຍຜົວເມຍ, ຄອບຄົວ ແລະຮີດຄອງປະເພນີ. ມາດຕາ126 ການທຳມິດສະຈານ …
Read More »ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ…
ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ… ເອີ້ນໄດ້ວ່າເປັນພໍ່ແມ່ມືໃໝ່ທີ່ກໍາລັງເຫີ່ລູກຢ່າງໜັກເລີຍ ສໍາລັບພໍ່ຟຣຸກ ແລະ ແມ່ແອັບເປິ່ນ ທີ່ຫາກໍໃຫ້ກໍາເນີດລູກສາວ ນ້ອງຈູນີ່ ຄົບຮອບ 8 ມື້ (ມື້ວານນີ້) ໂດຍທັງສອງນັ້ນກໍໄດ້ອັບເດດພັດທະນາການຄວາມໜ້າຮັກຂອງ ນ້ອງຈູນີ່ ອອກມາຜ່ານ ເພຈເຟສບຸກສ່ວນຕົວໃຫ້ ແມ່ໆ ປ້າໆ ນ້າໆ ໄດ້ຕິດຕາມຢູ່ເປັນປະຈໍາ ແລະ ນ້ອງຈູນີ່ເອງກໍເປັນເດັກນ້ອຍທີ່ໜ້າຮັກ ໜ້າຊັງເປັນທີ່ສູດດດດ. ແຕ່ສິ່ງທີ່ເຮັດໃຫ້ປ້າໆ ນ້າໆໃຈລະລາຍ ແລະ ຫຼົງໃນຄວາມໜ້າຮັກຂອງ ນ້ອງຈູນີ່ ຫຼາຍຂຶ້ນຕຶ່ມ ເມື່ອພໍ່ຟຣຸກ-ແມ່ເປິ່ນ ຈັບນ້ອງມາຖ່າຍແບບເປັນຄັ້ງທໍາອິດ ຫຼັງຈາກຄົບຮອບ 8 ມື້. ແຕ່ລະຮູບບໍ່ມີຄໍາບັນຍາຍໄດ້ເຖິງຄວາມໜ້າຮັກຂອງນ້ອງ ຮູ້ແຕ່ວ່າເບິ່ງຮູບໃດລະຕ້ອງຍິ້ມນໍາຢູ່ຕະຫຼອດ. ເຊິ່ງມື້ນີ້ແອັດມິ້ນຈະນໍາເອົາພາບດັ່ງກ່າວໆມາຕ້ອນແຟນໆຂວັນໃຈ ແລະ FC ນ້ອງຈູນີ່ ໃຈລະລາຍນໍາກັນ… ໄປເບິ່ງກັນເລີຍ!!! ຂອບໃຈຮູບພາບຈາກ: Fluke …
Read More »ບໍລິສັດ ຕັນຈົງມໍເຕີ້ ລາວ ຈັດ Campaign ແຈກໂຊກໃຫຍ່ ຄືນກຳໄລໃຫ້ລູກຄ້າ
ຂ່າວດີ ຂ່າວໃຫມ່ ສຳລັບຫຼາຍໆຄົນທີ່ກຽມມີແຜນອອກລົດໃໝ່ ເພື່ອເປັນຂອງຂວັນໃຫ້ຕົນເອງ ແລະ ຄອບຄົວ ໃນເດືອນກໍລະກົດ ປີ 2019 ທີ່ຜ່ານມາ, ບໍລິສັດ Tan Chong Motor (LAO) SOLE. Ltd. (“TCML”) ທີ່ເປັນຜູ້ຈັດຈໍາໜ່າຍ ແລະ ບໍລິການຫຼັງການຂາຍລົດຍີ່ຫໍ້ ນິສສັນ ໃນ ສປປ ລາວ ປັດຈຸບັນ, ແມ່ນໄດ້ເປີດແຄມເປນ campaign ໃຫຍ່ທີ່ໜ້າສົນໃຈຄື ‘A WIN A TERRA CAMPAIGN’ ຄືນກຳໄລໃຫ້ກັບລູກຄ້າທີ່ຊື້ລົດຈາກບໍລິສັດ ຕັ້ງແຕ່ຕອນນີ້ຈົນເຖິງເດືອນກຸມພາ ປີ 2020. ນີ້ເປັນຄັ້ງທຳອິດທີ່ບໍລິສັດຕັນຈົງມໍເຕີ້ ໄດ້ເປີດແຄມເປນ campaign ໃໝ່ລ້າສຸດ ‘A WIN A TERRA CAMPAIGN’ ເປັນການແຈກໂຊກຈັບສະຫຼາກຫາຜູ້ໂຊກດີ ໃນໄລຍະ 8 ເດືອນ …
Read More »