Breaking News

News

ຊົມເຊີຍ! 3 ໜຸ່ມສຸດຫລໍ່ ອຸງ ອາ​ນົນ  ແລະ ລ໊ອກ​ກີ້ ມອບຜ້າອັດປາກ 114 ກ່ອງ ໃຫ້ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ ຕ້ານ COVID-19…

ຕໍ່ເນື່ອງກັບພະຍາດລະບາດໂຄວິດ -19 ທີ່ປັດຈຸບັນເກືອບທຸກພື້ນທີ່ທົ່ວໂລກນັບມື້ມີຄົນຕິດເຊື້ອເພີ່ມຂຶ້ນເລື້ອຍໆ ແລະ ສປປ ລາວ ເຮົາກໍເຊັ່ນດຽວກັນ ມາຮອດຕອນນີ້ມີ ຄົນຈໍານວນຜູ້ຕິດເຊື້ອທັງໝົດເປັນ 6 ຄົນແລ້ວ ແນ່ນອນວ່າທຸກພາກສ່ວນຢູ່ໃນສັງຄົມກໍບໍ່ໄດ້ລະເລີຍ  ແລະ ພາກັນສຸມໃສ່ປະຕິບັດຕາມຄໍາແນະນໍາທີ່ຂັ້ນເທິງວາງອອກ… ເຊິ່ງຍັງມີອີກພາກສ່ວນໜື່ງທີ່ໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ເກືອບຕະຫຼອດ 24 ຊົ່ວໂມງນັ້ນກໍຄືທ່ານໝໍ ທີ່ໄດ້ເຮັດວຽກຢ່າງໜັກ ເຊິ່ງໃນສະຖານະການວິກິດແບບນີ້ ຍັງມີຄົນຈໍານວນໜື່ງທີ່ປຸກລະດົມນໍ້າໃຈກັນຊ່ວຍເຫຼືອສັງຄົມເຮົາບໍ່ວ່າຈະເປັນປັດໄຈດ້ານຕ່າງໆ…  ທີ່ຜ່ານມາຄົນດັງລາວເຮົາກໍມີຫຼາຍຄົນທີ່ໄດ້ລະດົມທຶນເພື່ອເອົາໄປຊື້ອຸປະກອນປ້ອງກັນພະຍາດດັ່ງກ່າວໄປຊ່ວຍເຫຼືອໂຮງໝໍຕ່າງໆ ຫຼ້າສຸດໃນວັນທີ່ 26 ມີນາ 2020 ໜໍແນ່ງ ກໍໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: ດາຣາໄປໂຮງຫມໍ ຄົນເຈັບຊິເຊົາໄຂ້ໄວແລ້ວແບບນິ? ນ້ອງຊາຍຕາງຫນ້າແນ່ງ ແລະ ທຸກຄົນທີ່ມີສ່ວນຮ່ວມໃນການບໍລິຈາກ ( ບັນຊີສ່ວນຕົວ ) 18.200.000 ກີບ ມອບ mask 114 ກ່ອງ ໃຫ້ສອງໂຮງຫມໍ ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ ຖ້າໄດ້ ONE …

Read More »

ອ່ານ ແລະ ແຊຣ໌ໃຫ້ຄົນທີ່ເຮົາຮັກ!! ຄູ່ມືປ້ອງກັນ ພະຍາດໂຄວິດ-19 ຈາກຄະນະກໍາມະການສາທາລະນະສຸກ ແຂວງຢຸນນານ (ສະບັບພາສາລາວ)

ຖືວ່າເປັນຄວາມຮູ້ທີ່ດີຫຼາຍ ສໍາລັບຄູ່ມືປ້ອງກັນ ພະຍາດໂຄວິດ-19 ຈາກແຂວງ ຢຸນນານ ປະເທດຈີນ ທີ່ໄດ້ຖືກສົ່ງຕໍ່ມາຍັງ ສປປ ລາວ ພ້ອມທັງແປເປັນພາສາລາວໃຫ້ຄົນລາວໄດ້ອ່ານ ແລະ ປ້ອງກັນຕົວເອງຈາກພະຍາດດັ່ງກ່າວໄດ້… ຂວັນໃຈ ກໍຂໍເປັນສ່ວນໜຶ່ງໃນການສົ່ງຕໍ່ຄວາມຮູ້ດີໆນີ້ ໄປຍັງແຟນເພຈຂວັນໃຈເອງ ທີ່ມີທັງຄົນລາວ ແລະ ຕ່າງປະເທດ ຫວັງຢ່າງຍິ່ງທີ່ວ່າບົດດ້ານລຸ່ມນີ້ຈະເປັນປະໂຫຍດແກ່ຜູ້ອ່ານໝົດທຸກຄົນ!!! ຂອບໃຈຂໍ້ມູນຈາກ: Nalonglith Norasing

Read More »

ອັບເດດຕົວເລກຫຼ້າສຸດ! ສປປ ລາວ ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ… (ມື້ນີ້ ວັນທີ 26 ມີນາ ເພີ່ມຂຶ້ນອີກ 3 ຄົນ)

ຈາກສະຖານະການລະບາດຂອງພະຍາດ Covid-19 ທີ່ຜ່ານມາ ປະເທດລາວເຮົາຍັງຄົງມີຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດໃນຕອນບ່າຍຂອງວັນທີ 26 ມີນາ 2020 ຖະແຫຼງການຈາກ ກະຊວງສາທາລະນະສຸກ  ສ ປປ ລາວເຮົາມີຜູ້ຕິດເຊື້ອເພີ່ມຂຶ້ນ ອີກ 3 ກໍລະນີ ປັດຈຸບັນລວມມີ 6 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວ… ຈາກການກວດວິເຄາະ ຫາເຊື້ອ 33 ກໍລະນີ ແລະ ພົບວ່າຕິດເຊື້ອ 3 ກໍລະນີ : 2 ກໍລະນີ ແມ່ນມາຈາກ ແຂວງຫຼວງພະບາງ ແລະ ສໍາພັດໃຫກ້ຊິດ ກັບ ກໍລະນີຜູ້ນໍາທ່ຽວ ກໍລະນີທີ 1 ເພດຊາຍ ອາຍຸ 42 ປີ ຢູ່ບ້ານ ປ່ອງຄໍາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນຄົນຂັບລົດໃຫ້ແກ່ ກຸ່ມທົວ ກໍລະນີທີ  2 …

Read More »

ສປຈີນ ກຳລັງເດີນທາງເຂົ້າມາຊ່ວຍເຫຼືອ ສປປ ລາວ ຕ້ານ COVID-19…

ໃນປັດຈຸບັນສະຖານະການ ການລະບາດພະຍາດ Covid-19 ຖືໄດ້ວ່າ ນັບມື້ນັບເພີ່ມຂຶ້ນຢ່າງຮຸນແຮງຂຶ້ນຢ່າງຕໍ່ເນື່ອງໄປທົ່ງທຸກພື້ນທີ່ໃນໂລກ ແລະ ລາວເຮົາປັດຈຸບັນກໍມີກໍລະນີ ຕິດເຊື້ອໄວຣັສນີ້ 3 ຄົນແລ້ວ ເຊິ່ງມີ ເພດຊາຍ 2 ຄົນ ແລະ ເພດຍິງອີກ 1 ຄົນ… ເຊິ່ງສະຖານະການທີ່ວິກິດແບບນີ້ກໍຍັງມີບ້ານອ້າຍເມືອງນ້ອງຂອງເຮົາກໍໄດ້ຢື່ນມືເຂົ້າມາຊ່ວຍເຫຼືອໜື່ງໃນນັ້ນ ກໍຄື ສປ ຈີນ ເຊິ່ງຫຼ້າສຸດ ໃນວັນທີ 25 ມີນາ 2020 ທີ່ຜ່ານມາ ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດ ສປ ຈີນປະກາດວ່າ ສປ ຈີນ​ ຈະຊ່ວຍເຫຼືອ ສປ​ປ​ ລາວ​ ແລະ ທຸກປະເທດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19… ຂະນະນີ້ ຫນ່ວຍງານຊ່ຽວຊານແພດທີ່ມີປະສົບການສູງໃນການຕ້ານພະຍາດໂຄວິດກຳລັງຈະເດີນທາງເຂົ້າ ສປປ ລາວ ພ້ອມອຸປະກອນການແພດ ແລະ ຢາປິ່ນປົວຈໍານວນຫນຶ່ງໃນເວລາໃກ້ໆນີ້. ຂວັນໃຈ ຂໍຂອບໃຈແທນຄົນລາວເຮົາທຸກຄົນ ທີ່ ທາງ …

Read More »

ບໍລິສັດເບຍລາວ ມອບເງິນ 2 ຕື້ກີບ ເພື່ອຊ່ວຍຄວບຄຸມ ແລະ ຕ້ານພະຍາດໂຄວິດ-19…

ໃນວັນທີ 26 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ- ບໍລິສັດ ເບຍລາວ ຈໍາກັດ (ບໍລິສັດເບຍລາວ) ໄດ້ມອບເງິນ 2 ​ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍ ທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນລາວ.   ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ໄດ້ກ່າວວ່າ  “ພວກເຮົາຮັບຮູ້ເຖິງການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອພະຍາດນີ້ທີ່ເກີດຂຶ້ນທົ່ວໂລກ, ດັ່ງນັ້ນ, ພວກເຮົາຈິ່ງຕ້ອງການເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວທີ່ກໍາລັງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດພາຍໃນປະເທດ. ປະຊາຊົນລາວໄດ້ໃຫ້ການສະໜັບສະໜູນບໍລິສັດເບຍລາວດ້ວຍດີຕະຫຼອດມາໃນຊ່ວງເວລາທີ່ດີ, ເຊິ່ງເວລານີ້ ພວກຮົາກໍຍິນດີປະກອບສ່ວນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວໃນການຜ່ານຜ່າສິ່ງທ້າທາຍ ໂດຍຜ່ານການມອບປັດໃຈດັ່ງກ່າວນີ້.”   ໃນມື້ນີ້, ເປັນການກ່າວມອບຮັບລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ COVID …

Read More »