Breaking News

News

ອານິຕ້າ ຢາການາກິ ທີ່ງານ ເທດສະການໜັງເມືອງແຄນ Kaen International Film Festival 2020…

ອານິຕ້າ ອານິຕ້າ ວິພາ ຢາການາກິ  ສາວນ້ອຍນ່າຮັກ ຜູ້ຊະນະການປະກວດ ສາວຊັນຊິວ 2019  ທີ່ຫຼາຍໆຄົນຄຸ້ນໆຕາກັນ ໃນຊີລີ້ດັງ  ຮັກນີ້ສີບົວ3 ເຊິ່ງຮັບບົດເປັນນັກສະແດງນໍາ ແລະ ຕອນນີ້ກາຍເປັນຂວັນໃຈທັງໄວໜຸ່ມຍິງ ແລະ ຊາຍຫຼາຍຄົນໄປແລ້ວ  ພ້ອມນັ້ນຍັງສະແດງເອັມວີຕ່າງໆ  ເປັນອີກໜື່ງສາວທີ່ນ່າຈັບຕາເບິ່ງເລີຍຕອນນີ້ ເຊິ່ງຫຼ້າສຸດ ສາວອານີຕ້າກໍໄດ້ໄປຮ່ວມງານ ເທດສະການໜັງເມືອງແຄນ Kaen International Film Festival 2020 ຄັ້ງທີ 4ທີ່ຈັງຫວັດຂອນແກ່ນ ປະເທດໄທ ຮ່ວມງານ ໃນວັນທີ 16 ກຸມພາ 2020 ຜ່ານມາ… ເຮົາໄປເບິ່ງພາບບັນຍາກາດນໍາກັນເລີຍ!!! ເອີ້ນໄດ້ວ່າ ລະລາຍໄປຕາມໆກັນເລີຍ ບໍ່ວ່າເປັນໜຸ່ມນ້ອຍໜຸ່ມໃຫຍ່ ສໍາລັບຄວາມງາມ ແລະ ຄວາມນ່າຮັກຂອງສາວຄົນນີ້!!! ຂອບໃຈຮູບພາບຈາກເຟສບຸກ: A’Anitar Yaganegi  Tagged Kaen International Film Festival 2020, ອານິຕ້າ …

Read More »

ຊົມເຊີຍ!! ນາງງາມໃຈບຸນ ເມ ວິຈິດຕາ Miss Universe Laos 2019 ຢ້ຽມຢາມຜູ້ປ່ວຍເຂົ້າຮັບການຮັກສາທີ່ຖືກແຜຈາກໄຟໄໝ້…

ເມ ວິຈິດຕາ ພອນວິໄລ Miss  Universe Laos 2019 ຖືວ່າເປັນອີກໜື່ງສາວງາມທີ່ມີຄວາມສາມາດຫຼາຍດ້ານ ເຊິ່ງຜ່ານມາ ເມ ວິຈິດຕາ ໄດ້ຜ່ານເວທີປະກວດລະດັບປະເທດຈົນສາມາດຄວ້າເອົາຕໍາແຫນ່ງ Miss Universe Laos 2019  ໄປຄອງ!!!   ແລະ ຍັງເປັນຕົວແທນນາງງາມລາວໄປປະກວດເວທີລະດັບໂລກ ຄືເວທີ Miss Universe 2019 ຢູ່ທີ່ປະເທດ ສະຫະລັດອາເມຣິກາ ໃນທ້າຍປີທີ່ຜ່ານມາ ເຊິ່ງກໍໄດ້ຮັບແຮງເຊຍຈາກຄົນລາວທັງປະເທດຫຼາຍພໍສົມຄວນ… ສາວເມ ເປັນອີກຄົນທີ່ຄົບເຄື່ອງທັງໜ້າຕາ ແລະ ຄວາມສາມາດອີຫຼີ…  ຫຼັງຈາກປະກວດສໍາເລັດລົງ ເມ ແຕ່ເມກໍຍັງສືບຕໍ່ຊ່ວຍເຫຼືອສັງຄົມຫຼາຍຢ່າງຜ່ານມາ  ເຊິ່ງຫຼ້າສຸດບໍ່ດົນມານີ້ ເມ ວິຈິດຕາ ພອນວິໄລ  ໄດ້ໄປຢ້ຽມຢາມຄົນເຈັບທີ່ເຂົ້າຮັບການຮັກສາທີ່ຖືກໄຟໄໝ້ ນໍ້າຮ້ອນລວກ,  ຢູ່ທີ່ ໂຮງໝໍ ມະໂຫສົດ ໃນວັນທີ 18 ກຸມພາ 2020 ທີ່ຜ່ານມາ  ໂດຍໂພສຜ່ານເຟສບຸກສ່ວນຕົວວ່າ…“ເມໄດ້ໄປຢ້ຽມຢາມຄົນເຈັບທີ່ເຂົ້າຮັບການຮັກສາທີ່ຖືກໄຟໄໝ້ ນໍ້າຮ້ອນລວກ ຢູ່ທີ່ ໂຮງໝໍ ມະໂຫສົດ. ເມເຊື່ອວ່າກຳລັງໃຈຄືພະລັງທີ່ຍິ່ງໃຫຍ່ ເມເຊື່ອວ່າທຸກຄົນຕ້ອງການກຳລັງໃຈ …

Read More »

ຊົມເຊີຍ!! ນັກຮຽນລາວຄວ້າລາງວັນ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 2 ຫຼຽນທອງແດງ ຈາກການແຂ່ງຂັນສິ່ງປະດິດ 21 ປະເທດທົ່ວໂລກ…

ຂວັນໃຈ ຍັງເຊື່ອສະເໝີວ່າ ຄົນລາວເຮົາມີຄວາມສາມາດບໍ່ດ້ອຍໄປກວ່າປະເທດໃດໃນໂລກ ຂໍແຕ່ມີໂອກາດ ແລະ ບ່ອນສະແດງຝືມືເຮົາຈະໄດ້ເຫັນວ່າ ຄົນລາວເຮົາເຮັດໄດ້ ແລະ ເຮັດໄດ້ດີບໍ່ໄດ້ດ້ອຍໄປກວ່າຄົນຊາດໃດເລີຍ… ຄືດັ່ງຕົວຢ່າງທີ່ຈະມາຢັ້ງຢືນໃນມື້ນີ້ ກໍເປັນອີກສິ່ງກາລັນຕີອີກຢ່າງໜຶ່ງວ່າ ຄົນລາວເຮົາເກັ່ງສໍ່າໃດ!! ໂດຍເມື່ອວັນທີ 2 ຫາ 6 ກຸມພາ ປີ 2020. ໄດ້ມີກຸ່ມນັກຮຽນຈາກ ສປປ ລາວ ເຮົາເຂົ້າຮ່ວມແຂ່ງຂັນ Bangkok International, Intellectual, Property, Invention, Innovation, and Technology Exposition (IPITEX) ທີ່ປະເທດໄທ. ທີ່ຈັດໂດຍ the National Research Council of Thailand ຂອງປະເທດໄທ… ການແຂ່ງຂັນ ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 1.200 ຄົນ (ມີ 514 ໂຄງການ …

Read More »

ກຽມມາຍ້ອນຍຸກນໍາກັນກັບ !​!​! ງານຄອນເສີດ ຕໍານານຊາວຫນຸ່ມດອກໄມ້ແດງ…

ເພື່ອເຜີຍແຜ່ສຽງເພລງລາວ ຕົ້ນສະບັບຈາກຄົນລຸ້ນເກົ່າ ໃຫ້ແກ່ຄົນລຸ້ນໃຫມ່ໄດ້ຮັບຮູ້ ແລະ ພ້ອມກັນອະນຸລັກສຽງເພລງເຫຼົ່ານີ້ໃຫ້ຄົງຢຸ່ກັບສັງຄົມລາວ ພ້ອມທັງເປັນການເຕົ້າໂຮມວົງໃນຕໍານານຊາວໜຸ່ມດອກໄມ້ແດງ ທີ່ແຍກກັນເປັນເວລາຫຼາຍກວ່າ 30 ປີ ແລະ  ຫາລາຍໄດ້ສົມທົບທຶນຊ່ວຍເຫຼືອສິນລະປິນອາວຸໂສ ທາງ ຮ້ານອາຫານ ຂອບໃຈເດີ ຮ່ວມກັບ ບໍລິສັດ ອິນເຕີເວຍ ບໍລິຫານ ອະສັງຫາລິມະຊັບ ຈໍາກັດລາວ ໄດ້ຈັດງານຖະແຫຼງຂ່າວ ຄອນເສີດຊາວຫນຸ່ມດອກໄມ້ແດງຂຶ້ນ ໃນວັນທີວັນທີ 22  ກຸມພາ 2020 ທີ່ຮ້ານອາຫານ ຂອບໃຈເດີ. ໃຫ້ກຽດຮ່ວມເປີດງານໂດຍທ່ານ ນາງ ພູຄໍາ ແກ້ວບັນດິດ ຕາງໜ້າ ບໍລິສັດ ອິນເຕີເວຍ ບໍລິຫານ ອະສັງຫາລິມະຊັບ ແລະ ສວນດອກຈັນ. ກິດຈະກຳແມ່ນເລີ່ມຕົ້ນຈັດຕັ້ງແຕ່ວັນທີ 22 ຈົນເຖິງ ວັນທີ 29 ກຸມພາ 2020 ຢູ່ທີ່ ສວນດອກຈັນ, ບ້ານເພຍວັດ, ເມອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ແຕ່ລະມື້ແມ່ນຈະເລີ່ມຕັ້ງແຕ່ເວລາ 17:00 …

Read More »

ໂອ່ຍຍຍ ເຫັນລະອິດສາຕາຮ້ອນ!! After Valentine… ມາເບິ່ງຄົນບັນເທີງລາວເຂົາໃຫ້ຫຍັງກັນເປັນຂອງຂວັນ ແລະ ແມ່ນໃຜໄດ້ຫຍັງແດ່???

Valentine ຜ່ານໄປ ແຕ່ຄວາມຮັກຍັງຄົງຢູ່ ໂດຍສະເພາະໜຸ່ມສາວຄົນບັນເທີງລາວທີ່ບໍ່ສະເພາະແຕ່ມື້ວັນທີ 14 ກຸມພາເທົ່ານັ້ນ ແຕ່ບາງຄົນກໍຍັງເຫັນໂພສວ່າຫາກໍໄດ້ຮັບຂອງຂວັນຍ້ອນຫຼັງ… ແຕ່ເຖິງຈະໄດ້ຊ້າ ຫຼືໄວ ສິ່ງຂອງທີ່ໄດ້ນັ້ນເຫັນແລ້ວຕ້ອງອິດສາຕາຮ້ອນຢ່າງແນ່ນອນ ບໍ່ວ່າຈະເປັນດອກໄມ້ຊໍ່ໃຫຍ່, ຊໍ່ເຄື່ອງສໍາອາງ, ຊໍ່ເງິນ… ແລະ ບາງຄົນກໍອາດຈະບໍ່ໄດ້ຊໍ່ໃຫຍ່ ແຕ່ບໍ່ຮູ້ເປັນຫຍັງເຫັນແລ້ວຕ້ອງຟີນ ຈິກໝອນ… ໂດຍສະເພາະຄູ່ຮັກຂ້າມປະເທດຄູ່ນີ້… ໜຸ່ມອ໊ອຟ-ສາວນູ່ນີ່ ຄູ່ຮັກໂຣແມນຕິກ ສາວມີ່ມີ່ ພູນຊັບ ແລະ ແຟນໜຸ່ມ ສາວນຸ້ຍ ສຸພາພອນ ກັບດອກໄມ້ຊໍ່ໃຫຍ່… ສາວມີ່ມີ່ ສຸທິດາ Miss Laos 2018 ເມ ເນລະມິດ Miss World Laos 2019 ໜຸ່ມຕຸ້ຍ ໂອເວີແດ້ນ  ສາວ ຄຣີສຕີນ່າ ກະມາ ສາວລູກນໍ້າ ກະບໍ່ນ້ອຍໜ້າ… ຊໍ່ໃຫຍ່ກວ່າໃຜ!! ຂອບໃຈຮູບພາບ

Read More »