ປະເທດລາວ ເປັນປະເທດໜື່ງທີ່ມີອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ເຊິ່ງເຕັມໄປດ້ວຍ ຕົ້ນໄມ້ ແມ່ນໍ້າ ສັດປ່ານາໆຊະນິດ ແລະ ປະເທດລາວຍັງມີສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆທີ່ເປັນທັງປູຊະນີຍະສະຖານ ແລະ ອະລິຍະສະຖານ ທີ່ສວຍງາມ ເປັນຈຸດທີ່ດຶງດູດຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ເມື່ອບໍ່ດົນຜ່ານມານີ້ ທ່ານ ພົງສະຫວັນ ສີສຸລາດ, ເອກອັກຄະລັດຖະທູດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນ ວາລະສານການທ່ອງທ່ຽວ Wanderlust ຂອງປະເທດອັງກິດ ປະຈຳປີ 2020 (Wanderlust Reader Travel Award 2020). ຄັ້ງນີ້ ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ໂດຍໄດ້ຮັບຄະແນນສຽງ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຂອງຜູ້ອ່ານວາລະສານຜ່ານທາງອອນລາຍ 8,500 ກວ່າຄົນ. ສຳລັບຜົນການປະກາດລາງວັນອັນດັບທີ 1 ຂອງ …
Read More »News
ແຟນໆໃຫ້ຜ່ານບໍ່? ເມ ວິຈິດຕາ Miss Universe Laos 2019 ປ່ຽນ Look ໃໝ່ຂໍເປັນສາວຫວານຈັກມື້… ຫວານຂະໜາດນີ້ໃຫ້ຄະແນນເທົ່າໃດດີ??
ເມ ວິຈິດຕາ ຖືວ່າເປັນອີກໜື່ງຄົນທີ່ທັງງາມ ແລະ ເຕັມໄປດ້ວຍຄງາມສາມາດ ເຊິ່ງຜ່ານມາ ເມ ວິຈິດຕາ ໄດ້ຜ່ານເວທີປະກວດລະດັບປະເທດຈົນສາມາດຄວ້າເອົາຕໍາແຫນ່ງ Miss Universe Laos 2019 ໄປຄອງ!!! ແລະ ຍັງເປັນຕົວແທນນາງງາມລາວໄປປະກວດເວທີລະດັບໂລກ ຄືເວທີ Miss Universe 2019 ຢູ່ທີ່ປະເທດ ສະຫະລັດອາເມຣິກາ ໃນທ້າຍປີທີ່ຜ່ານມາ ເຊິ່ງກໍໄດ້ຮັບແຮງເຊຍຈາກຄົນລາວທັງປະເທດຫຼາຍພໍສົມຄວນ… ເຊິ່ງໃນການເດີນທາງໄປປະກວດເວທີນາງງາມຈັກກະວານຄັ້ງນັ້ນ ສາວເມ ຂອງພວກເຮົາກໍໄດ້ສະແດງຄວາມສາມາດຂອງຕົນເອງອອກມາໃຊ້ຢ່າງເຕັມທີ່ ໃນຖານະຕົວແທນຂອງປະເທດລາວແລ້ວ ແລະ ເຖິງວ່າຈະບໍ່ສາມາດຄວ້າລາງວັນມາຕ້ອນຄົນລາວ ແຕ່ສາວເມ ກໍຍັງຄົງເປັນອີກ 1 ຄວາມພາກພູມໃຈຂອງຄົນລາວທີ່ສຸດ… ສາວເມ ເປັນອີກຄົນທີ່ຄົບເຄື່ອງທັງໜ້າຕາ ແລະ ຄວາມສາມາດອີຫຼີ… ມື້ນີ້ຂວັນໃຈເລີຍ ຈະພາທຸກຄົນມາສ່ອງ ສາວງາມຄົນນີ້ອິກຄົ້ັງ ໃນ Look ສາວຫວານ ເພາະຫຼາຍຄົນກໍອາດຈະຄຸ້ນຕາ ເມ ໃນເວີຊັ່ນຂອງນາງແບບທີ່ເຂັ້ມໆຫຼາຍກວ່າ ຖ້າມາເປັນສາວຫວານແລ້ວຈະຫວານຂະໜາດໃດເຮົາມາເບິ່ງນໍາກັນເລີຍ… ຂອບໃຈຮູບພາບຈາກ Facebook: Vichitta Phonevilay …
Read More »ເປັນຫຍັງຈຶ່ງຕ້ອງມີ “ວັນແຫ່ງຄວາມຮັກ” ຄົນລາວໃຫ້ຄວາມສໍາຄັນກັບວັນ Valentine ຫຼາຍປານໃດ???
ສະບາຍດີ ວັນແຫ່ງຄວາມຮັກ ເປັນຄໍາທັກທາຍໃນຕອນເຊົ້າຂອງວັນທີ 14 ກຸມພາ… ແລະ ມື້ນີ້ກໍຄືວັນບອກຮັກ ແລະ ສະແດງຄວາມຮັກແຫ່ງຊາດ (ຫຼາຍຄົນເຊື່ອແບບນັ້ນ) ດ້ວຍການໃຫ້ຂອງຂວັນພິເສດແກ່ຄົນທີ່ຕົວເອງຮັກ!! ສ່ວນສາວໆກໍພາກັນລຸ້ນຢູ່ວ່າ ຄົນຮັກຈະໃຫ້ຫຍັງເປັນຂອງຂວັນ?? ແຕ່ກ່ອນທີ່ຈະກຽມຮັບຂອງຂວັນຈາກຄົນພິເສດ ສາວໆຮູ້ແລ້ວບໍ່ວ່າ ວັນ Valentine ຫຼືວັນແຫ່ງຄວາມຮັກນັ້ນມີຕົ້ນກໍາເນີດມາຈາກໃສ? ແລ້ວເປັນຫຍັງຕ້ອງເລືອກເອົາວັນທີ 14 ກຸມພາ? ແລ້ວຄົນລາວເຮົາໄປກ່ຽວອີ່ຫຍັງກັບວັນນີ້? ເຮົາລອງມາເບິ່ງນໍາກັນ… ວັນ Valentine ຫຼືວັນແຫ່ງຄວາມຮັກ ແມ່ນມີຕົ້ນກໍາເນີດມາແຕ່ສະໄໝທີ່ ຈັກກະພັດໂຣມັນ ແຫ່ງເອຍິບບູຮານທີ່ມີຄວາມຮຸ່ງເຮືອງທີ່ສຸດໃນສະໄມກ່ອນ ແລ້ວໄດ້ກໍານົດໃຫ້ວັນທີ 14 ກຸມພາ ຂອງທຸກໆປີເປັນມື້ຢຸດແຕ່ງດອງໃຫ້ກັບຄູ່ຮັກ ເພື່ອເປັນການສັນລະເສີນຈັກກະພັດ ແຕ່ມີພຣະທ່ານໜຶ່ງທີ່ຊື່ວ່າ ເຊນ ວາເລນທາຍ ໄດ້ຝ່າຝືນຕໍ່ຂໍ້ຫ້າມດັ່ງກ່າວ ແລ້ວໄປຈັດພິທີແຕ່ງດອງໃຫ້ກັບຄູ່ຮັກຊາວຄຣີດສະຕຽນຄູ່ໜຶ່ງ ຈົນຖືກສັ່ງຈັບໄປຄຸມຂັງໄວ້, ໃນຂະນະທີ່ຢູ່ໃນຄຸກ ເຊນ ວາເລນທາຍ ກໍໄດ້ໄປຕົກຂຸມຮັກກັບລູກສາວຂອງຜູ້ຄຸມຂັງເຊິ່ງເປັນຄົນຕາບອດ ແຕ່ຍ້ອນຄວາມຮັກອັນບໍລິສຸດທີ່ພວກເຂົາທັງສອງມີໃຫ້ກັນ ຝ້າຈຶ່ງຊ່ວຍໃຫ້ຍິງສາວຄົນຮັກສາມາດເບິ່ງເຫັນໄດ້. ແຕ່ເມື່ອເລື່ອງນີ້ໄປຮອດຫູຜຸ້ຄຸມຂັງ (ພໍ່ຍິງສາວຄົນຮັກ) ຈຶ່ງເກີດຄວາມບໍ່ພໍໃຈແຮງ ພ້ອມທັງທັງສັ່ງໃຫ້ປະຫານ ເຊນ …
Read More »ອ່ານເປັນກໍາລັງໃຈ!!! “ເມື່ອຈໍານວນແຂນຫຼຸດລົງເຫຼືອຂ້າງດຽວ ເຮັດຫຍັງກໍລໍາບາກກວ່າເກົ່າ ແຕ່ຕ້ອງມີສະຕິ ແລະ ຢູ່ກັບສິ່ງທີ່ມີໃຫ້ໄດ້”
ເອົາກໍາລັງໃຈມາຕ້ອນ!!! ຢາກໃຫ້ທຸກຄົນທີ່ກໍາລັງທໍ້ ຫຼືຜິດຫວັງກັບສິ່ງໃດສິ່ງໜຶ່ງໄດ້ອ່ານ… ເລື່ອງລາວຕໍ່ໄປນີ້ແອັດມິ້ນຢາກໃຫ້ທຸກຄົນອ່ານໃຫ້ຈົບ ເພາະເຊື່ອວ່າມັນອາດຈະເປັນແຮງບັນດານໃຈໃຫ້ກັບອີກຫຼາຍໆຄົນໄດ້ຢ່າງແນ່ນອນ!! ເລື່ອງລາວຂອງ ບີ່ ນັກກິລາແຂ່ງລົດຖີບທີມຊາດ ຂອງສະຫະພັນລົດຖີບ ຄົນພິການແຫ່ງຊາດລາວ ທີ່ມີແຂນພຽງຂ້າງດຽວ… ໂດຍ ໜຸ່ມ ບີ່ ໄດ້ໂພສ ຜ່ານ Facebook ສ່ວນຕົວ Bee Phouthavongsay ວ່າ: ປັ່ນພິສິດຍອດດອຍອິນທະນົນເປັນຄວາມຝັນ ແລະ ຄວາມທ້າທາຍທີ່ນັກປັ່ນຫຼາຍຄົນຢາກໄປພິສິດໃຫ້ໄດ້. ເກີດມາທໍາອິດກະມີແຂນສອງຂ້າງຄືຄົນທົ່ວໄປ ຫຼັງຈາກຈໍານວນແຂນຫຼຸດລົງເຫຼືອຂ້າງດຽວ ເຮັດຫຍັງກໍລໍາບາກ ແຕ່ກໍຕ້ອງຕັ້ງສະຕິ ແລະ ຝຶກກັບການຢູ່ກັບສິ່ງທີ່ມີໃຫ້ໄດ້, ເມື່ອລິ້ງກັບການໃຊ້ຊີວິດດ້ວຍແຂນດຽວແລ້ວກໍເລີ່ມຢາກຫາສິ່ງທ້າທາຍໃໝ່ໃຫ້ກັບຊີວິດເພື່ອໃຫ້ມີເລື່ອງຕື່ນເຕັ້ນ ຮາຮ່າ ໄດ້ມີໂອກາດໄດ້ຮູ້ຈັກກັບກິລາລົດຖີບ ປັ່ນແລ້ວຮູ້ສຶກມັກ ແລະ ເລີ່ມປັ່ນຝຶກຊ້ອມຈິງຈັງແຕ່ປີ 2017 (ປັດຈຸບັນກະປະມານ 3 ປີ) ເປັນຕົ້ນມາ. ຫຼັງຈາກປັ່ນໄດ້ຖະໜັດຂຶ້ນກໍເລີ່ມມີຄວາມຄິດຢາກລົງແຂ່ງເພື່ອຫາປະສົບການໃໝ່ໆ ໄດ້ມີໂອກາດໄດ້ລົງແຂ່ງງານ ອບຕ ແດ່ ອິນເຕີແດ່ ລວມໆກະ10 ກ່ວາ ສະໜາມ ມີຄວາມໝັ້ນໃຈໃນຝີມືໂຕເອງລະດັບໜຶ່ງ. ຈົນປີກາຍມີຄວາມຄິດຢາກຫາສິ່ງທ້າທາຍໃໝ່ໃຫ້ໂຕເອງອີກ …
Read More »ບູລີ่่ ( Bully) ແມ່ນຫຍັງ?? ຢາກໃຫ້ອ່ານ!! ເລື່ອງລາວຂອງ ຕຸກ The Wow ນາງແບບສາວແຖວໜ້າຂອງປະເທດລາວ ກັບຄໍາວ່າ “ອີດໍາຕັບເປັດ-ອີເຢີນ”
ເຄີຍໄດ້ຍິນຄໍາວ່າ “Bully” ກັນບໍ? ບາງຄົນອາດຈະເຄີຍ ແລະ ບໍ່ເຄີຍໄດ້ຍິນ ເລີ່ມສົງໄສກັນແລ້ວບໍ ຄໍາວ່າ ບຸລີ่่ ( Bully) ແມ່ນຫຍັງ? ມື້ນີ້ຂັວນໃຈຈະພາໄປຮູ້ຈັກຄວາມໝາຍຂອງຄໍານີ້ກັນ… ບູລີ่่ ( Bully) ແມ່ນຫຍັງ? ບູລີ่่ ( Bully) ຄື ພຶດຕິກໍາຮຸນແຮງ ກັ່ນແກ້ງ ເຮັດໃສ່ຄົນອື່ນທາງວາຈາ ແລະ ຮ່າງກາຍ ບໍ່ວ່າຈະເປັນການດູຖູກທາງຮູບຮ່າງ ໜ້າຕາ ສະຖານະທາງສັງຄົມ ຮວມໄປເຖິງທໍາຮ້າຍຮ່າງກາຍ ໂດຍສະເພາະຄົນທີ່ອ່ອນແອກວ່າ ແລະ ການບູລີ່ເກີດຂຶ້ນໄດ້ທຸກທີ່ໃນຊີວິດປະຈໍາວັນ ບໍ່ວ່າຈະເປັນທາງສະຖາບັນການສຶກສາ ບ່ອນເຮັດວຽກ ເກືອບທົ່ວໂລກ ບໍ່ແມ່ນແຕ່ສະເພາະໃນປະເທດລາວ ແລະ ເກີດຂຶ້ນມາດົນແລ້ວ… ການຖືກ ບູລີ่่ ( Bully) ບໍ່ແມ່ນເລື່ອງປົກກະຕິ… ປະໂຫຍກທີ່ວ່າ ບູລີ่่ ( Bully) ຟັງຄໍານີ້ອາດຈະເປັນຄໍາເວົ້າທໍາມະດາ ແຕ່ວ່າໃນສັງຄົມຂອງຄົນໆໜື່ງ ອາດຈະເປັນບັນຫາໃຫຍ່ ສໍາລັບພວກເຂົາເລີຍ ເພາະມັນໝາຍເຖິງ …
Read More »