ເວທີການປະກວດ ນາງສາວນະຄອນຫຼວງວຽງຈັນຖືໄດ້ວ່າ ເປັນອີກໜື່ງເວທີທີ່ເປີດໂອກາດໃຫ້ແມ່ຍິງລາວ ໄດ້ສະແດງຄວາມຮູ້ ຄວາມສາມາດ ສະແດງສັກກະຍະພາບຂອງຕົນເອງ ພ້ອມທັງເປັນການສົ່ງເສີມ ແລະ ເຜີຍແຜ່ວັດທະນະທໍາລາວໃຫ້ຄົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ວ່າແມ່ຍິງລາວເຮົາ ກໍເກັ່ງບໍ່ແພ້ໃຜໃນໂລກນີ້ຄືກັນ ສໍາລັບການປະກວດ ນາງສາວນະຄອນຫຼວງ ໃນຮອບຄັດເລືອກ ໄດ້ເລີ່ມຕົ້ນຂຶ້ນ ໃນວັນເສົາ-ອາທິດ ທີ່ 8-9 ກຸມພາ 2020 ທີ່ຜ່ານມາ ເຊິ່ງເປັນຮອບຄັດເລືອກຈາກນາງສາວ 50 ນາງສາວ ເຫຼືອພຽງ 30 ນາງສາວ ເພື່ອເຂົ້າສູ່ຮອບຕໍ່ໄປ ເວົ້າໄດ້ວ່າແຕ່ລະນາງສາວ ທັງງາມ ທັງເກັ່ງ ແລະ ມີຄວາມສາມາດທີ່ແຕກຕ່າງກັນ ເອີ້ນໄດ້ວ່າບໍ່ທໍາມະດາອີຫຼີ !!!! ຕອນນີ້ເອົາເປັນວ່າເຮົາມາຮ່ວມໂຫວດ ຮ່ວມເຊຍ ໃຫ້ກໍາລັງໃຈ ສາວໆທັງ 30 ຄົນ ແລະ ມາລຸ້ນນໍາກັນວ່າໃຜຈະໄດ້ຄອງຕໍາແໜ່ງ ນາງສາວນະຄອນຫຼວງປະຈໍາປີ 2020 ນີ້!!! ແຟນໆຄົນໃດມີຄົນທີ່ຮັກມັກເຊຍຢູ່ແລ້ວກໍຄອມເມັ້ນມາບອກກັນແດ່ເດີ້… ຂອບໃຈຮູບພາບຈາກເພສ: …
Read More »News
ຮ່ວມສົ່ງໃຈເຊຍ!!! ອາລີຢາ ສີຣິໂສພາ Miss Queen Laos 2020 ສາວປະເພດສອງຕົວແທນປະເທດລາວ ທີ່ຈະໄປປະກວດ Miss International Queen 2020
ປັດຈຸບັນ ການສົ່ງເສີມເລື່ອງສິດສະເໝີພາບ ແລະ ການເຄົາລົບສິດທິທາງເພດຢູ່ໃນສັງຄົມລາວ ແມ່ນເປັນທີ່ຍອມຮັບຫຼາຍຂຶ້ນ ບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດສາມາດອອກມາສະແດງສັກກາຍາພາບ ຄວາມສາມາດຂອງຕົນເອງໃຫ້ສັງຄົມໃຫ້ຮັບຮູ້ຫຼາຍຂຶ້ນ… ເຊິ່ງເມື່ອບໍ່ດົນມານີ້ ປະເທດລາວເຮົາກໍໄດ້ໃຫ້ມີການປະກວດສາວງາມ (ສາວປະເພດສອງ) ເວທີ Miss Power Queen Laos ຂຶ້ນ ເຊິ່ງກໍໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງກວ້າງຂວາງ. ນອກຈາກນັ້ນ ເຮົາຍັງສັງເກດເຫັນວ່າ ບັນດາກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດກ້າທີ່ຈະອອກມາປະກາດເຖິງຕົວຕົນຂອງຕົນເອງຫຼາຍຂຶ້ນ ລວມໄປເຖິງເວທີນາງງາມຕ່າງໆທີ່ເກີດຂຶ້ນຢູ່ໃນລະດັບສາກົນ ສາວງາມປະເພດສອງຂອງລາວເຮົາກໍໄດ້ໂອກາດໄປຮ່ວມສະແດງຄວາມສາມາດເຊັ່ນກັນ… ຄືດັ່ງສາວງາມຄົນນີ້ ອາລີຢາ ສີຣິໂສພາ ຫຼື (ລີຍາ) Miss Queen Laos 2020 ທີ່ປັດຈຸບັນກໍາລັງກຽມຕົວເດີນທາງໄປປະກວດເວທີ Miss international Queen 2020 ທີ່ຈະຈັດຂຶ້ນ ໃນວັນທີ 7 ມີນາ 2020 ນີ້ ທີ່ບາງກອກ ປະເທດໄທ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃ ແລະ ແຮງເຊຍໃຫ້ສາວງາມຕົວແທນປະເທດລາວໄດ້ເຂົ້າໄປເຖິງຮອບເລິກໆ ເພື່ອສະແດງເອກະລັກຄວາມເປັນລາວໃຫ້ກັບຕ່າງຊາດໃຫ້ຮັບຮູ້ນໍາກັນຫຼາຍໆເດີ້!!! ທຸກຄົນສາມາດ ຮ່ວມສົ່ງໃຈໄປເຊຍ ແລະ ຊ່ວຍໂຫວດ …
Read More »ສຸດຍອດຫຼາຍ!!! ສປປ ລາວ ຕິດ TOP 20 ປະເທດທີ່ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ…
ໜັງສືພິມ ນິວຢອກໂພສ (New York Post) ລາຍງານກ່ຽວກັບ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ວ່າຫຼ້າສຸດ ໄດ້ມີປະກາດລາຍຊື່ 20 ປະເທດ ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ ປະຈໍາປີ 2019 ໂດຍໃນນັ້ນ ສປປ ລາວ ເຮົາແມ່ນຕິດອັນດັບທີ 16 ຂອງ Top 20 ປະເທດທີ່ມີລາຍຊື່... ອີງຕາມການລາຍງານທາງສະຖິຕິ ຂອງ UNWTO ໃນປີ 2019 ມີນັກທ່ອງທ່ຽວ ເດີນທາງໄປຕ່າງປະເທດ ລວມທັງໝົດ 1.5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ ສະຖິຕິ ການເດີນທາງ ໃນປີ 2018. …
Read More »ດຣາມ່າດຸເດືອດກວ່າເກົ່າ!! “ຜູ້ຊະນະການປະກວດນາງງາມເວທີດັງຖືກຍາດມົງໄປຖ່າຍແບບ” ບໍ່ມີວີ່ແວວການຊີ້ແຈງ ພ້ອມທັງປ່ຽນຊື່ເພຈໃໝ່ໝາຍຄວາມວ່າແນວໃດ??
ສົງຄາມຍັງບໍ່ຈົບຢ່າຟ້າວນັບສົບທະຫານ… ສົງຄາມນາງງາມຈາກເວທີດັງ power queen – power queen laos ເວທີການປະກວດນາງສາວງາມ ສາວປະເພດສອງ ທີ່ຫາກໍຈັດຂຶ້ນເປັນປີທໍາອິດ ປີ 2019 ທີ່ຫາກໍຈົບລົງໄປເມື່ອບໍ່ດົນມານີ້ ແລະ ກໍມີກະແສດຣາມ່າເກີດຂຶ້ນຢ່າງດຸເດືອດ ລະຫວ່າງຜູ້ທີ່ຊະນະການປະກວດ ແລະ ຜູ້ໄດ້ຮັບຕໍາແໜ່ງຮອງ ເມື່ອບໍ່ດົນມານີ້ເຊັ່ນກັນ… ເຊິ່ງຈຸດເລີ່ມຕົ້ນຂອງດຣາມ່າເລື່ອງນີ້ແມ່ນ ມາຈາກການຖ່າຍແບບຂອງ ນາງສາວຜູ້ທີ່ຮັບຕໍາແໜ່ງຮອງອັນດັບໜຶ່ງ ທີ່ໄດ້ນໍາເອົາມົງກຸດຂອງຜູ້ຊະນະໄປໃສ່ ຫຼັງຈາກນັ້ນຈຶ່ງເກີດມີການປະຈານທັງຜູ້ທີ່ໃສ່ ແລະ ທາງກອງປະກວດເອງ!! ຫຼັງຈາກເກີດມີກະແສດຣາມ່າດັ່ງກ່າວ ກໍເຮັດໃຫ້ຊາວເນັດ ແລະ ແຟນນາງງາມໃຫ້ຄວາມສົນໃຈຫຼາຍພໍສົມຄວນ ແຕ່ທາງກອງປະກວດກໍໄດ້ອອກມາແຈ້ງການແລ້ວວ່າ ຈະມີການຊີ້ແຈງຜ່ານທາງເພຈຫຼັກຂອງກອງປະກວດນັ້ນກໍຄື power queen – power queen laos ເຊິ່ງຫຼາຍຄົນກໍຖ້າຕິດຕາມຢູ່ ແຕ່ມາຈົນຮອດປັດຈຸບັນກໍຍັງບໍ່ມີວີ່ແວວການຊີ້ແຈງເພື່ອຄວາມກະຈ່າງແຈ້ງຕໍ່ມວນຊົນໃດໆ ແຖມຍັງເກີດດຣາມ່າໜັກຂຶ້ນກວ່າເກົ່າ ບໍ່ວ່າຈະເປັນການໂພສປະຈານກັນໄປມາຂອງທັງ 2ຝ່າຍ ແລະ ທາງເພຈຫຼັກຂອງກອງປະກວດເອງກໍໄດ້ທໍາການປ່ຽນຊື່ເພຈມາເປັນ JoJo TTChannel – MC JoJo Laos ພ້ອມທັງລົບຮູບພາບນາງງາມທີ່ໄດ້ຕໍາແໜ່ງອອກ …
Read More »ກໍາລັງເປັນກະແສ!!! ມິຕິໃຫມ່ຂອງການຖ່າຍ Pre-wedding… ຈຸດເລີ່ມຕົ້ນຂອງຄວາມຮັກ (ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື)
ເທສະການງານດອງກຳລັງມາແຮງ ບ່າວ-ສາວ ຕ່າງກໍພາກັນຈູງມືເຂົ້າປະຕູວິວາຕາມໆກັນໄປ… ແລະ ກ່ອນທີ່ຈະຮອດມື້ງານຍາມດີ ສິ່ງທີ່ຂາດບໍ່ໄດ້ຂອງຄູ່ ບ່າວ-ສາວ ຍຸກນີ້ ກໍຄືການຖ່າຍຮູບ Pre-wedding ເຊິ່ງລ່າສຸດກໍມີພາບ Pre-wedding ຂອງຄູ່ບ່າວ-ສາວ ຄູ່ໜື່ງ ຢູ່ທີ່ປະເທດໄທ ປະເທດເພື່ອນຂອງເຮົານັ້ນເອງ ເຊິ່ງກຳລັງເປັນທີ່ຮືຮາ ແລະ ມີຄົນໃຫ້ຄວາມສົນໃຈເຂົ້າມາສະແດງຄວາມຄິດເຫັນຫຼາຍ ຢູ່ໃນໂລກ Social ຢ່າງຫຼວງຫຼາຍ ຫຼັງຈາກທີ່ມີຊື່ເຟສບຸກທີ່ຊື່ວ່າ ลุง บอย ໄດ້ໂພສພາບ ທີ່ເປັນມິຕິໃຫມ່ຂອງການຖ່າຍ Pre-wedding ໂດຍເຈົ້າສາວ ກຳລັງເປັນເຈົ້າແມ່ຕັ້ງວົງຫຼີ້ນໄພ້ ສ່ວນເຈົ້າບ່າວ ເປັນຕໍາຫຼວດ ເຊິ່ງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ທັງສອງຄົນມາພົບກັນ ແລະ ຕົກລົງຄົບຫາດູໃຈກັນຈົນຕັດສິນໃຈແຕ່ງດອງນໍາກັນໃນທີ່ສຸດ… ຕ້ອງບອກເລີຍວ່າເປັນການຖ່າຍ Pre-wedding ທີ່ສຸດແປກໃຫມ່ ບໍ່ມີໃຜຄື ແລະ ບໍ່ຄືໃຜ ເພາະເປັນການເລົ່າເລື່ອງລາວຄວາມຮັກລະຫວ່າງສອງຄົນໄດ້ໜ້າຮັກທີ່ສູດດດ ຖ້າຢາກຮູ້ວ່າຈະໜ້າຮັກຂະໜາດໃດ ເຮົາເບິ່ງພາບນໍາກັນເລີຍ!!! ຂອບໃຈຮູບພາບຈາກ Facebook : ลุง บอย
Read More »